ເຮືອບິນ C919 ຂອງຈີນເລີ່ມບິນໃຫ້ບໍລິການຜູ້ໂດຍສານຄຽງຂ້າງ ໂບອິ້ງ-ແອບັສ

21/08/2026 10:20
ຂປລ ຂປລ.ສັງຄົມນິຍົມທີ່ມີສີສັນພິເສດແບບຈີນຍຸກໃໝ່ ພິສູດໃຫ້ຊາວໂລກເຫັນ ຄວາມສໍາເລັດອັນຍິ່ງໃຫຍ່ ເປັນປະຈັກຕາ ຈາກໃນອະດີດເຄີຍເພິ່ງພາອາໄສເຕັກໂນໂລຊີຂອງຊາດຕາເວັນຕົກ ທີ່ມີການຜູກຂາດ ອໍານາດອຸດສາຫະກໍາຝ່າຍດຽວ ກ້າວສູ່ “ການເພິ່ງຕົນເອງ ກຸ້ມຕົນເອງ ແລະ ແບ່ງປັນຄວາມຈະເລີນ ຮຸ່ງເຮືອງໃຫ້ຊາວໂລກ

ຂປລ.ສັງຄົມນິຍົມທີ່ມີສີສັນ ພິເສດແບບຈີນຍຸກໃໝ່ ພິສູດໃຫ້ຊາວໂລກ ເຫັນຄວາມສໍາເລັດ ອັນຍິ່ງໃຫຍ່ເປັນປະຈັກຕາ ຈາກໃນອະດີດ ເຄີຍເພິ່ງພາອາໄສ ເຕັກໂນໂລຊີ ຂອງຊາດ ຕາເວັນຕົກ ທີ່ມີການຜູກຂາດ ອໍານາດອຸດສາຫະກໍາ ຝ່າຍດຽວ ກ້າວສູ່ “ການເພິ່ງຕົນເອງ ກຸ້ມຕົນເອງ ແລະ ແບ່ງປັນຄວາມຈະເລີນຮຸ່ງເຮືອງ ໃຫ້ຊາວໂລກ”. ເຮືອບິນໂດຍສານ C919 ທີ່ຜະລິດໂດຍຈີນເອງ ຫຼື Made in China ແມ່ນໜຶ່ງໃນຄວາມພາກພູມໃຈຂອງຈີນ ທີ່ອາດກ້າວຂຶ້ນເປັນ ຜູ້ນໍາອຸດສາຫະກໍາການບິນ ແຫ່ງຍຸກສະໄໝ.

     ເມື່ອວັນທີ 12 ສິງຫາ ທີ່ຜ່ານມານີ້, ສໍານັກຂ່າວຊິນຮົວ, ຣອຍເຕີ, ຊີເອັນບີຊີ ໄດ້ລາຍງານວ່າ: ເຮືອບິນ C919 ທີ່ເປັນຜົນຜະລິດ ຂອງຈີນເອງ ພາຍໃຕ້ຖ້ຽວບິນ CA723 ຂອງ Air China ໄດ້ນຳຜູ້ໂດຍສານບິນ ອອກຈາກສະໜາມບິນ ສາກົນປັກກິ່ງ ມຸ່ງໜ້າສູ່ນະຄອນຫຼວງ ອູລານບາຕໍ, ປະເທດມົງໂກລີ ໂດຍໃຊ້ເວລາບິນປະມານ 2 ຊົ່ວໂມງໄປເຖິງຈຸດໝາຍ.

     ອີງຕາມເວັບໄຊຕິດຕາມຂໍ້ມູນ ເສັ້ນທາງບິນທົ່ວໂລກ FlightRadar24 ລະບຸວ່າ: ນີ້ແມ່ນຄັ້ງທຳອິດທີ່ເຮືອບິນ ໂດຍສານພົນລະເຮືອນ ແບບໃໝ່ຂອງຈີນ ຂະໜາດລຳຕົວແຄບ (Narrow-body) ໄດ້ບິນອອກນອກເຂດ ນ່ານຟ້າຂອງຈີນ ເຊິ່ງເປັນບາດກ້າວສໍາຄັນ ເຮັດໃຫ້ຂະແໜງອຸດສາຫະກໍາ ເຮືອບິນໂດຍສານຈາກຂົ້ວໂລກ ຕາເວັນຕົກ ຕົວຢ່າງບໍລິສັດ ຍັກໃຫຍ່ຄື: ໂບອິ້ງ (Boeing) ຈາກອາເມຣິກາ ແລະ ແອບັສ (Airbus) ຈາກເອີຣົບ ຕ້ອງສິ້ນສຸດການຜູກຂາດຕະຫຼາດ ຍາວນານຫຼາຍທົດສະວັດ.

    ຄວາມເຄື່ອນໄຫວດັ່ງກ່າວ ໄດ້ຮັບຄວາມສົນໃຈ ຈາກສາຍຕາທົ່ວໂລກ ຢ່າງຫຼວງຫຼາຍ, ຂະນະທີ່ສື່ຕ່າງປະເທດ ໄດ້ນຳສະເໜີຄວາມກ້າວໜ້າ ຂອງເຮືອບິນໂດຍສານ C919 ໄປປຽບ ທຽບກັບເຮືອບິນຂອງ Boeing ແລະ Airbus ວ່າມັນເປັນເຮືອບິນ ລຳຕົວຂະໜາດເໝາະສົມ ສາມາດຮອງຮັບ ຜູ້ໂດຍສານໄດ້ສູງສຸດ 170 ກວ່າທີ່ນັ່ງ ຢູ່ໃນກຸ່ມດຽວ ກັນກັບເຮືອບິນ ຍອດນິຍົມ ຢ່າງ Boeing 737 MAX ແລະ Airbus A320neo.


    ບັນດານັກວິເຄາະເຫັນວ່າ ນອກຈາກຈີນມີຄວາມສໍາເລັດ ອັນໃຫຍ່ຫຼວງ ພວມເປັນຜູ້ນໍາໜ້າໂລກ ດ້ານລົດໄຟຟ້າ, ພະລັງງານໃໝ່, ເອໄອ (AI), ການຈັດຕັ້ງປະຕິບັດ “ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ອື່ນໆ ແລ້ວ, ແຕ່ຫຼ້າສຸດ ວັນທີ 12 ສິງຫາ 2026 ນີ້ ຈີນຍັງຢືນຢັນໃຫ້ຊາວໂລກ ຮັບຮູ້ອີກວ່າ ຈີນໄດ້ປະສົບຄວາມສໍາເລັດ ໃນການຜະລິດເຮືອບິນ ໂດຍສານ C919 ດ້ວຍສີມືຂອງຄົນຈີນເອງ ແລະ ໄດ້ນໍາໃຊ້ໃຫ້ບໍລິການຜູ້ໂດຍສານ ລະຫວ່າງປະເທດ ຢ່າງເປັນທາງການແລ້ວ. ຄວາມສໍາເລັດດັ່ງກ່າວ ບໍ່ພຽງແຕ່ພິສູດ ໃຫ້ເຫັນໝາກຜົນ ສັງຄົມນິຍົມ ທີ່ມີສີສັນພິເສດ ແບບຈີນຍຸກໃໝ່, ການປະຕິຮູບເສດ ຖະກິດຮອບດ້ານຂອງຈີນ, ການປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດແຕ່ລະໄລຍະ ຂອງຈີນຢ່າງໜັກແໜ້ນ ເທົ່ານັ້ນ ແຕ່ຍັງສົ່ງສັນຍານ ໃຫ້ຊາວໂລກຮັບຮູ້ວ່າ ການຜູກຂາດອຸດສາຫະກໍາ ເຮືອບິນໂດຍສານ ຂອງໂລກຕາເວັນຕົກຄື Boeing ແລະ Airbus ພວມຈະສິ້ນສຸດລົງ ແລະ ຈະກາຍເປັນໂລກ ແຫ່ງການແບ່ງປັນ ໂດຍມີທາງເລືອກຫຼາຍຂຶ້ນ ໃນການຊົມໃຊ້.

    ບັນດານັກວິເຄາະ ຍັງຍົກບາງເນື້ອໃນສໍາຄັນ ໃຫ້ເຫັນວ່າ ການທີ່ຈີນໃຊ້ເຮືອບິນໂດຍສານ ຜະລິດດ້ວຍຕົນເອງ ບິນລະຫວ່າງປະເທດຈີນ ໄປເຖິງປະເທດມົງໂກລີ ໄດ້ສົ່ງສັນຍານ 7 ຄວາມໝາຍຫຼັກ:

1. ຄວາມໝາຍທາງເຕັກໂນໂລຊີ: ພິສູດວ່າເຮືອບິນ C919 ບິນອອກນອກເຂດນ່ານຟ້າ ຈີນໄດ້ຈິງ, ລະບົບນຳທາງ, ການສື່ສານ ແລະ ຄວາມປອດໄພ ຜ່ານມາດຕະຖານສາກົນ.

2. ຄວາມໝາຍທາງການຕະຫຼາດ: ຈີນມີ “ຕົວຢ່າງການບິນຈິງ” ໃຫ້ໂລກເຫັນ, ລູກຄ້າຕ່າງປະເທດຈະມີຄວາມເຊື່ອໝັ້ນ ແລະ ມີທາງເລືອກຫຼາຍຂຶ້ນ.

3. ຄວາມຕ້ອງການພາຍໃນ: ຈີນຕ້ອງການເຮືອບິນລຳຂະໜາດເໝາະສົມຄາດວ່າ 300 ລຳຕໍ່ປີ ໃນອີກ 15 ປີຂ້າງໜ້າ ເຊິ່ງຈະຊ່ວຍໃຫ້ຈີນເພິ່ງຕົນເອງ ກຸ້ມຕົນເອງຫຼາຍຂຶ້ນ; ຖ້າທຽບ ຄວາມຕ້ອງການ ພາຍໃນປະເທດ ກໍມີລູກຄ້າເປັນຫຼັກໝື່ນຢູ່ແລ້ວ.

4. ພູມສາດການເມືອງໂລກ: ຈະປ່ຽນໄປຈາກການຜູກຂາດອໍານາດ ອຸດສາຫະກໍາການບິນ ໂດຍສານຂອງໂລກຕາເວັນຕົກຝ່າຍດຽວ ກາຍເປັນໂລກຫຼາຍຂົ້ວ.

5. ສັນຍາລັກຂອງຊາດ: ສິນຄ້າທີ່ເຮັດດ້ວຍສີມືຊາວຈີນເອງ “Made in China”ຍິ່ງເຮັດໃຫ້ປະຊາຊົນຈີນ ພາກພູມໃຈ ແລະ ຢາກຊົມໃຊ້ເປັນພິເສດ.

6. ຄວາມເຊື່ອໝັ້ນໃນລະດັບສາກົນ: ປະເທດກໍາລັງພັດທະນາ ແລະ ປະເທດທີ່ພັດທະນາແລ້ວ ຈະຫັນທິດມາໃຊ້ເຮືອບິນຈີນຫຼາຍຂຶ້ນ ຍ້ອນຈີນມີຜົນງານ ຄວາມສໍາເລັດທີ່ໜ້າເຊື່ອຖື ເຊັ່ນ: ອະວະກາດ, ລົດໄຟຄວາມໄວສູງ, ລົດໄຟຟ້າ, ຫຸ່ນຍົນ ແລະ ເອໄອ (AI).

7. ນະໂຍບາຍການຕ່າງປະເທດ: ຈີນໃຊ້ນະໂຍບາຍນຸ້ມນວນ ເປັນມິດຫຼາຍກວ່າບາງຊາດ ຕາເວັນຕົກ, ນອກນັ້ນ ຈີນຍັງຍຶດໝັ້ນຖືເອົາ ຄວາມສາມັກຄີ ປອງດອງ, ສັນຕິພາບ ແລະ ແບ່ງປັນກັນເປັນຫຼັກຕໍ່ຊາວໂລກ ເຊິ່ງຈະເຮັດໃຫ້ຖານະບົດບາດ ແລະ ຄວາມໜ້າເຊື່ອຖືຂອງຈີນ ໂດດເດັ່ນຂຶ້ນ.

    ທ່ານ ອັງເດຣ ມິສເຊີ (Andreas Mischer), ນັກວິເຄາະຈາກ ສະຖາບັນເມີແຄດເຕີ ເພື່ອການສຶກສາຈີນ (Mercator Institute for China Studies) ໃຫ້ສຳພາດຕໍ່ CNBC ວ່າ: “ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້, ໂລກນີ້ຕ້ອງເພິ່ງພາອາໄສ ເຊິ່ງກັນ ແລະ ກັນ ເຖິງແມ່ນຈີນປະສົບຄວາມສໍາເລັດ ຢ່າງຫຼວງຫຼາຍ ລວມທັງການຜະລິດເຮືອບິນ C919 ຂອງ COMAC ແຕ່ກໍຍັງຕ້ອງໄດ້ຮັບການ ສະໜັບສະໜູນບາງສິ່ງທີ່ຈໍາເປັນ ຈາກຕ່າງປະເທດເຊັ່ນກັນ.”

     ອີງຕາມສື່ ໂກລໂບທາມສ໌ (Global Times) ທີ່ອ້າງອີງຄໍາເຫັນ ຂອງນັກວິເຄາະ ສ່ວນຫຼາຍເຫັນວ່າ: ໃນ 10 ປີຂ້າງໜ້າ ເຮືອບິນ C919 ຈະສາມາດຍາດເອົາ ສ່ວນແບ່ງຕະຫຼາດ ໃນຈີນໄດ້ 15–20% ແລະ ໃນຕະຫຼາດໂລກຈະສືບຕໍ່ຄ່ອຍໆ ເພີ່ມຂຶ້ນເຖິງ 1–2%. ເຫດຜົນຕົ້ນຕໍແມ່ນ ຕະຫຼາດເຮືອບິນໂລກ ກຳລັງຂະຫຍາຍຕົວໃຫຍ່ຂຶ້ນເລື້ອຍໆ, ບໍລິສັດ Commercial Aircraft Corporation of China (COMAC) ບໍ່ໄດ້ມາ “ຍາດເຂົ້າໜົມເຄັກ” ແຕ່ເປັນການ “ເຮັດເຄັກອັນໃໝ່ໃຫ້ໃຫຍ່ຂຶ້ນ”. ກ່ອນໜ້ານີ້, ອະດີດຊີອີໂອ ຂອງບໍລິສັດ ໂບອິ້ງ ກໍຍອມຮັບວ່າ “ຕະຫຼາດໃຫຍ່ພໍສຳລັບຜູ້ຫຼິ້ນ 3 ລາຍ”.

   ສື່ Global Times ຍັງໄດ້ເຜີຍແຜ່ບົດຄວາມ ຕອບຄຳຖາມຂອງສື່ຕ່າງປະເທດ ໂດຍລະບຸວ່າ: “ການເບິ່ງການຂະຫຍາຍຕົວ ຂອງເຮືອບິນ C919 ຜ່ານແງ່ມຸມສິ່ງທ້າທາຍ ແລະ ການແຂ່ງຂັນພຽງຢ່າງດຽວນັ້ນ ເປັນແນວຄິດທີ່ແຄບເກີນໄປ” ເພາະແຮງຂັບເຄື່ອນທີ່ ແທ້ຈິງເບື້ອງຫຼັງການພັດທະນາ ເຮືອບິນລຸ້ນນີ້ ຄື “ຄວາມຕ້ອງການຂອງຕະຫຼາດ” ທີ່ກຳລັງເຕີບໂຕ ຢ່າງມະຫາສານ. ໂດຍອ້າງອີງໃສ່ການຄາດການຂອງ COMAC ວ່າ: ຝູງບິນໂດຍສານທົ່ວໂລກ ຈະມີຈຳນວນເພີ່ມຂຶ້ນເຖິງ 50,000 ລຳ ພາຍໃນປີ 2044 ເຊິ່ງຫຼາຍກວ່າ ຂະໜາດ ຝູງບິນໃນປີ 2024-2025 ເຖິງ 2 ເທົ່າ ແລະ ຄາດວ່າ 74.59% ຂອງເຮືອບິນໃໝ່ ທີ່ຈະສົ່ງມອບໃຫ້ລູກຄ້າ ນັ້ນແມ່ນຈະເປັນເຮືອບິນລຳຕົວ ຂະໜາດເໝາະສົມ. ໃນຂະນະທີ່ຕະຫຼາດ ຈີນເອງ ມີຄວາມຕ້ອງການ ເຮືອບິນປະເພດນີ້ປະມານ 300 ລຳຕໍ່ປີ. ດັ່ງນັ້ນ, ໃນອີກ 15 ປີຂ້າງໜ້າ ຄວາມຕ້ອງການຂອງຕະຫຼາດກໍຈະເພີ່ມຂຶ້ນສູງຫຼາຍ ແລະ ກຳລັງການ ຜະລິດປັດ ຈຸບັນຂອງ C919 ຈຶ່ງຈະຊ່ວຍຕອບສະໜອງ ຄວາມຕ້ອງການໄດ້ພຽງ ບາງສ່ວນເທົ່ານັ້ນ.

    ການມາຂອງເຮືອບິນຈີນ ຈຶ່ງເປັນການຕື່ມເຕັມຊ່ອງວ່າງ ຂອງຕະຫຼາດທີ່ກຳລັງຂະຫຍາຍຕົວ ບໍ່ແມ່ນເກມການແຂ່ງຂັນທີ່ຕ້ອງມີ “ຝ່າຍໃດຝ່າຍໜຶ່ງສູນເສຍ ຜົນປະໂຫຍດ”. ນອກຈາກນີ້, ສື່ດັ່ງກ່າວຍັງເນັ້ນວ່າ ຕະຫຼາດການບິນໂດຍສານ ພົນລະເຮືອນປຽບເໝືອນ Blue Ocean ຫຼື “ມະຫາສະໝຸດສີຟ້າ” ທີ່ກວ້າງໃຫຍ່ພໍສຳລັບ ຜູ້ຫຼິ້ນລາຍໃໝ່, ໂດຍອ້າງ ຄຳເວົ້າຂອງ ທ່ານ ເດບ ຄາລຮູນ (Dave Calhoun) ອະດີດຊີອີໂອ Boeing ທີ່ເຄີຍກ່າວຍ້ອງຍໍ C919 ວ່າ “ເປັນເຮືອບິນທີ່ດີ” ແລະ ເຫັນວ່າການມີຜູ້ຫຼິ້ນ 3 ລາຍໃນຕະຫຼາດ ທີ່ເຕີບ ໂຕແບບນີ້ ບໍ່ແມ່ນເລື່ອງໜ້າເປັນຫ່ວງ: “ການແຂ່ງຂັນທີ່ສົມບູນ ຈະນຳໄປສູ່ການພັດທະນາ ເຕັກໂນໂລຊີເຮືອບິນ, ການບໍລິການທີ່ດີຂຶ້ນ ແລະ ລາຄາທີ່ສົມເຫດສົມຜົນ ໃນທີ່ສຸດແລ້ວ ຜົນປະໂຫຍດ ຈະຕົກເປັນຂອງສາຍການບິນ ແລະ ຜູ້ໂດຍສານ”.

    ການທີ່ C919 ໄດ້ເປີດເສັ້ນທາງບິນ ລະຫວ່າງປະເທດ ໄປຍັງມົງໂກລີ ຈຶ່ງເປັນຜົນທີ່ຫຼີກລ່ຽງ ບໍ່ໄດ້ຕາມການຂະຫຍາຍຕົວ ຂອງອຸດສາຫະກຳການບິນຈີນ. ກ່ອນໜ້ານີ້ ເຮືອບິນພາກພື້ນ ຂະໜາດນ້ອຍເຊັ່ນ C909 ກໍໄດ້ສະສົມປະສົບການ ບິນໄປຕ່າງປະເທດ ມາແລ້ວທັງໝົດ 25 ເສັ້ນທາງ ໃນປະເທດຕ່າງໆ ເຊັ່ນ: ອິນໂດເນເຊຍ, ລາວ, ຫວຽດນາມ ແລະ ຊາດອື່ນໆ ເຊິ່ງປະສົບການເຫຼົ່ານີ້ຖືເປັນ “ບົດຮຽນອັນລ້ຳຄ່າ” ສຳລັບການຂະຫຍາຍຕະຫຼາດຂອງ C919.

    ໃນປັດຈຸບັນ, ອົງການຄວາມປອດໄພ ການບິນຂອງສະຫະພາບ ເອີຣົບ (EASA) ກຳລັງຢູ່ໃນຂັ້ນຕອນ ປະເມີນຄວາມພ້ອມ ແລະ ຄວາມປອດໄພ ຂອງເຮືອບິນລຸ້ນນີ້ ວ່າມີຄຸນສົມ ບັດສຳລັບ ການປະຕິບັດການບິນ ຫຼື ບໍ່. ການເປີດໃຫ້ບໍລິການເຮືອບິນ ໂດຍສານພົນລະເຮືອນຈາກຈີນສູ່ “ອູລານບາຕໍ ຂອງມົງໂກລີ ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ” ເພາະໂລກໃບນີ້ ກວ້າງ ໃຫຍ່ພໍທີ່ ຈະໃຫ້ເຮືອບິນ C919 ຂອງ COMAC ຈາກຈີນ ບິນຄຽງຂ້າງໄປກັບ Boeing ແລະ Airbus ໄດ້ຢ່າງສະຫງ່າງາມ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top