ຂປລ
ໃນວັນທີ 11 ສິງຫາ 2026 ນ້ີ, ບັນດາສະຖານທູດປະຈຳ ລາວ, ຄະນະພັກ, ສະພາປະຊາຊົນ, ອົງການປົກຄອງບັນດາແຂວງ, ອົງການ, ສະຖາບັນ, ທະນາຄານ, ສະມາຄົມ, ບໍລິສັດ ແລະ ພາກສ່ວນຕ່າງໆໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ີ ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.
ຂປລ. ການເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຂອງພາກສ່ວນຕ່າງໆໃນຄັ້ງນີ້ ເພື່ອສະແດງເຖິງຄວາມຮັກແພງ, ຄວາມເຄົາລົບ, ອາໄລອາວອນ ແລະ ລະນຶກເຖິງຄຸນງາມຄວາມດີ, ຜົນງານ ແລະ ການອຸທິດເຫື່ອແຮງ, ສະຕິປັນຍາຂອງສະຫາຍ ໄຊສົມພອນພົມວິຫານ ໃນການຮັບໃຊ້ພັກ, ລັດ ແລະ ປະຊາຊົນ, ພ້ອມທັງສົ່ງຄວາມອາໄລ ແລະ ຄວາມເສຍໃຈມາຍັງຄອບຄົວ, ຍາດພີ່ນ້ອງ, ພັກ, ລັດ ແລະ ປະຊາຊົນລາວຕໍ່ກັບການສູນເສຍບຸກຄົນສຳຄັນຂອງຊາດ.
ພ້ອມນີ້, ການສະແດງຄວາມອາໄລຈາກຫລາຍພາກສ່ວນຍັງສະທ້ອນໃຫ້ເຫັນເຖິງນ້ຳໃຈ, ຄວາມຜູກພັນ ແລະ ຄວາມເຄົາລົບທີ່ມີຕໍ່ສະຫາຍ ໄຊສົມພອນ ພົມວິຫານ ຕະຫລອດຮອດຄວາມສຳພັນອັນດີງາມລະຫວ່າງພາກສ່ວນຕ່າງໆ ທັງພາຍໃນ ແລະ ບັນດາປະເທດເພື່ອນມິດທີ່ໄດ້ຮ່ວມສົ່ງຄວາມອາໄລຕ່ໍການຈາກໄປຂອງຜູ້ນຳລາວໃນຄັ້ງນີ້.ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ນັບເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ສູນເສຍຜູ້ນຳຜູ້ໜຶ່ງທີ່ໄດ້ອຸທິດຕົນໃນການຮັບໃຊ້ປະເທດຊາດ.
ຂ່າວ: ທະນູທອງ
ພາບ: ຂັນໄຊ-ເກດສະໜາ

KPL