ຂປລ
ໃນວັນທີ 11 ສິງຫາ 2026 ນີ້, ຄະນະຜູ້ແທນຂັ້ນສູງຈາກ ກຳປູເຈຍ ນໍາໂດຍສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ລາ ຊະອານາຈັກກຳປູເຈຍ ໄດ້ເຂ້ົາວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕ່ໍການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທ່ີໄດ້ເຖິງແກ່ມໍລະນະກໍາໃນວັນທີ 8 ສິງຫາ 2026 ຜ່ານມາ.
ຂປລ. ການເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລໃນຄັ້ງນີ້ ເປັນ ການສະແດງຄວາມອາໄລອັນເລິກເຊ່ິງຕ່ໍການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ທັງສະທ້ອນໃຫ້ເຫັນເຖິງຄວາມອາໄລອາວອນ ແລະ ນ້ຳໃຈອັນດີງາມຂອງຜູ້ນຳ ແລະ ປະຊາຊົນກຳປູເຈຍ ທ່ີມີຕ່ໍພັກ, ລັດ ແລະ ປະຊາຊົນລາວ ໃນໂອກາດອັນໂສກເສົ້ານີ້.
ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ. ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 4 ວັນ ໂດຍເລີ່ມແຕ່ ວັນທີ 9-12 ສິງຫາ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພິທີຊາປະນະກິດສົບຈະໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2026, ຢູ່ສະໜາມຫລວງ ນະຄອນຫລວງວຽງຈັນ.
ຂ່າວ: ທະນູທອງ
ພາບ: ຂັນໄຊ-ເກດສະໜາ
KPL