ສານອວຍພອນ ວັນຊາດສິງກາໂປ ຄົບຮອບ 61 ປີ

12/08/2026 09:44
ຂປລ ໃນວັນທີ 10 ສິງຫາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 61 ປີ.

      ຂປລ. ເນື້ອໃນສານອວຍພອນໄດ້ລະບຸວ່າ: ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນສິງກະໂປ ທຸກຖ້ວນໜ້າເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 61 ປີ.

    ຂ້າພະເຈ້ົາຕີລາຄາສູງຕ່ໍສາຍພົວພັນອັນດີງາມ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ຕະຫລອດໄລຍະ 5 ທົດສະວັດທີ່ຜ່ານມາ. ຂ້າພະເຈົ້າກຽມພ້ອມແລ້ວທີ່ຈະຮ່ວມເຮັດວຽກກັບທ່ານຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຢູ່ແລ້ວນັ້ນ ລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງຂຶ້ນທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ລວມທັງພາຍໃນຄອບຄົວອາຊຽນ ລວມທັງການສະໜັບສະໜູນການເປັນປະທານໝູນວຽນອາຊຽນ ຂອງສິງກະໂປ ໃນປີ 2027 ເພ່ືອຜົນປະໂຫຍດລວມຂອງປະຊາຊົນສອງຊາດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.

    ຂ້າພະເຈ້ົາຂໍຖືໂອກາດນ້ີ ອວຍພອນໄຊມາຍັງທ່ານຈ່ົງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ ແລະ ຂໍໃຫ້ປະຊາຊົນສິງກະໂປ ເພື່ອນມິດສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຕະຫລອດໄປ.

    ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານອວຍພອນເຖິງທ່ານ ລໍເຣນສ ວອງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ,  ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສ່ົງສານອວຍພອນເຖິງທ່ານ ວິວຽນ ບາລາຄຣີສນານ ລັດຖະມົນຕີຕ່າງປະເທດແຫ່ງ ສາທາລະນະລັດ ສິງກະໂປ ເນ່ືອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 61  ປີ ເຊັ່ນດຽວກັນ.

KPL

ຂ່າວອື່ນໆ

ads
ads

Top