ຂປລ
ຂປລ.ຕະຫລອດໄລຍະ 76 ຜ່ານມາ ສື່ມວນຊົນ ແລະ ວຽກງານການພິມຈຳໜ່າຍ ໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບການຕໍ່ສູ້ປົດປ່ອຍປະເທດຊາດ ແລະ ການສ້າງສາພັດທະນາປະເທດຊາດ.

ຂປລ.ຕະຫລອດໄລຍະ 76 ຜ່ານມາ ສື່ມວນຊົນ ແລະ ວຽກງານການພິມຈຳໜ່າຍ ໄດ້ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບການຕໍ່ສູ້ປົດປ່ອຍປະເທດຊາດ ແລະ ການສ້າງສາພັດທະນາປະເທດຊາດ. ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືສື່ມວນຊົນເປັນພາຫະນະອັນແຫລມຄົມ ໃນການໂຄສະນາ, ສຶກສາອົບຮົມ, ປຸກລະດົມ ແລະ ຈັດຕັ້ງນຳພາປະຊາຊົນເຂົ້າຮ່ວມໃນຂະບວນການປະຕິວັດ ຈົນສາມາດຍາດໄດ້ໄຊຊະນະ ແລະ ສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ.
ສື່ມວນຊົນລາວ ກຳເນີດທ່າມກາງແປວໄຟປະຕິວັດ ຕິດພັນກັບຢາດເຫື່ອ, ເລືອດເນື້ອ ແລະ ແປວໄຟແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ, ພາຍໃຕ້ການນໍາພາຂອງພັກ, ວັນທີ 13 ສິງຫາ 1950 ທ່າມກາງຄວັນປືນ ແລະ ສົງຄາມປົດປ່ອຍຊາດ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ຕົກລົງສ້າງຕັ້ງແນວລາວອິດສະຫລະ ແລະ ລັດຖະບານລາວຕໍ່ຕ້ານ, ໃນວັນປະຫວັດສາດອັນ ສະຫງ່າລາສີນີ້, ໜັງສືພິມປະຕິວັດສະບັບທໍາອິດໄດ້ເກີດຂຶ້ນພາຍໃຕ້ຊື່ “ໜັງສືພິມລາວອິດສະຫລະ” ແລະ “ໂຮງພິມລາວອິດສະຫລະ” ໄດ້ກຳເນີດຂຶ້ນຢ່າງເປັນທາງການ, ນີ້ຄືຈຸດເລີ່ມຕົ້ນຂອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ, ໂຮງພິມໃນຍຸກບຸກເບີກ ບໍ່ມີເຄື່ອງຈັກທັນສະໄໝ, ມີພຽງແຕ່ຄວາມ ຮັກຊາດອັນແຮງກ້າ ແລະ ສະຕິປັນຍາອັນສຽບແຫລມ ໃນການປະຕິບັດບົດບາດເປັນກະບອກສຽງ ໃຫ້ແກ່ພັກ.
ທ່າມກາງການຕໍ່ສູ້ປົດປ່ອຍຊາດ, ສື່ມວນຊົນລາວໄດ້ກາຍເປັນອາວຸດທາງດ້ານແນວຄິດ ທີ່ຊ່ວຍປຸກລະດົມຈິດໃຈຮັກຊາດ, ສ້າງຄວາມສາມັກຄີ ເພື່ອພັດທະນາສ້າງສາປະເທດຊາດ. ສື່ມວນຊົນລາວ ໄດ້ປະຕິບັດບົດບາດສໍາຄັນໃນຖານະ “ເປັນຂົວຕໍ່” ລະຫວ່າງ ພັກ, ລັດ ແລະ ສັງຄົມ. ບໍ່ພຽງແຕ່ນໍາເອົາແນວຄິດ, ແນວທາງ ແລະ ນະໂຍບາຍຂອງພັກ-ລັດ ໄປສູ່ປະຊາຊົນເທົ່ານັ້ນ ແຕ່ສື່ມວນຊົນຍັງເປັນພື້ນທີ່ສ່ອງແສງ ແລະ ແລກປ່ຽນຄວາມຄິດຄວາມເຫັນ ແລະ ຄວາມມຸ້ງຫວັງຂອງ ປະຊາຊົນ ເພື່ອໃຫ້ການພັດທະນາຊາດກ້າວໄປຢ່າງບໍ່ຢຸດຢັ້ງ ແລະ ທັນກັບການປ່ຽນແປງໃນແຕ່ລະໄລຍະ. ສື່ມວນຊົນເປັນກະບອກສຽງອັນແຫລມຄົມໃຫ້ແກ່ພັກ ແລະ ລັດ, ເປັນກຳລັງແຮງສໍາຄັນທີ່ສຸດ ໃນການຂັບເຄື່ອນວຽກງານການເມືອງ-ແນວຄິດ, ວັດທະນະທຳ, ເປັນເວທີແລກປ່ຽນຄວາມຄິດເຫັນຂອງມະຫາຊົນ ແລະ ເຄື່ອງມືໃນການສຶກສາອົບຮົມແນວຄິດຮັກຊາດ, ຮັກລະບອບໃໝ່ ແລະ ອຸດົມການຂອງພັກ ແລະ ລັດ ໃນແຕ່ລະໄລຍະປະຫວັດສາດ.
ຫລັງປີ 1975 ສື່ມວນຊົນລາວ ໄດ້ກ້າວເຂົ້າສູ່ຍຸກໃໝ່ ຄຽງຄູ່ກັບພາລະກິດ ຟື້ນຟູ ແລະ ພັດທະນາ ປະເທດ. ສື່ມວນຊົນ ໄດ້ເຮັດໜ້າທີ່ເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງພັກ-ລັດ, ຖ່າຍທອດຄວາມຮູ້, ສະທ້ອນຄວາມເປັນຈິງຂອງສັງຄົມ ແລະ ເປັນເວທີໃຫ້ປະຊາຊົນສະແດງຄວາມຄິດເຫັນອັນເປັນການສ້າງສາຍພົວພັນອັນແໜ້ນແຟ້ນ ລະຫວ່າງພກກັບປະຊາຊົນ. ມາຮອດປີ 1993 ກົມການເມືອງສູນກາງພັກ ໄດ້ອອກມະຕິເລກ ທີ 36/ກມສພ, ລົງວັນທີ 19 ມິຖຸນາ 1993 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ ເປັນເຂັມທິດຊີ້ບອກທາງໃຫ້ສື່ມວນຊົນຍຶດຖືເປັນອຸດົມການໃນການປະຕິບັດໜ້າທີ່ອັນສົມກຽດຂອງຕົນ ແລະ ຍາດໄດ້ຜົນສໍາເລັດເປັນກ້າວໆມາ.
ເຖິງແນວໃດກໍຕາມ, ປັດຈຸບັນສື່ມວນຊົນລາວໄດ້ປັບຕົວຢ່າງເຂັ້ມແຂງເຂົ້າສູ່ຍຸກຂອງດິຈິຕອນ. ສື່ມວນຊົນລາວ ໄດ້ເຮັດໜ້າທີ່ເປັນກອງໜ້າບຸກທະລຸ, ເປັນຂົວຕໍ່ອັນສັກສິດທີ່ບໍ່ສາມາດຕັດແຍກລະຫວ່າງພັກກັບປະຊາຊົນ, ຖັນແຖວສື່ມວນຊົນໄດ້ປ່ຽນຢາດເທື່ອ ແລະ ສະຕິປັນຍາ ໃຫ້ກາຍເປັນກະບອກສຽງອັນຊົງພະລັງປຸກລະດົມຈິດໃຈຮັກຊາດ ແລະຄວາມສາມັກຄີທົ່ວປວງຊົນລາວທັງຊາດ. ຜົນງານອັນຍິ່ງໃຫຍ່ໄດ້ຈາລຶກໄວ້ໃນ 4 ເສົາຄໍ້າແຫ່ງ ຜົນສໍາເລັດ: ໜຶ່ງ, ເປັນກອງໜ້າແນວຄິດສະໜາມຮົບໄຊເບີ້, ນໍາພາຫາງສຽງສັງຄົມຢ່າງມີໄຊຕີຖອຍຖ້ອຍທໍານອງບິດເບືອນ ແລະ ຕອບໃຕ້ຂໍ້ມູນຂ່າວສານຂອງອິດທິກຳລັງປໍລະປັກຢ່າງວ່ອງໄວ, ທັນການ ແລະ ເດັດຂາດ; ສອງ, ການຫັນປ່ຽນສູ່ສື່ດີຈິຕອນ, ຈາກສື່ມວນຊົນດັ່ງເດີມ ກ້າວເຂົ້າສູ່ສື່ດີຈິຕອນ, ປັນຍາປະດິດຢ່າງເຕັມຮູບແບບ; ສາມ, ເປັນເວທີສາກົນທີ່ມີກຽດສະຫງ່າ ສື່ມວນຊົນເປັນເຈົ້າການລາຍງານຂ່າວ ແລະ ເຫດການປະຫວັດສາດຂອງກອງປະຊຸມສາກົນ ແລະ ຢັ້ງຢືນບົດບາດຂອງລາວຕໍ່ຊາວໂລກ; ສີ່ : ສື່ມວນຊົນເຕີບໃຫຍ່ໄປພ້ອມກັບການພັດທະນາປະເທດຊາດ, ພັດທະນາໄປຕາມການປ່ຽນແປງຂອງຍຸກສະໄໝໃໝ່. ປັດຈຸບັນສື່ສິ່ງພິມ, ສື່ອອນລາຍ, ໂທລະພາບ, ວິທະຍຸ, ເວັບໄຊ ແລະ ແພລັດຟອມສັງຄົມຕ່າງໆ ທີ່ສາມາດເຂົ້າເຖິງຜູ້ຊົມໄດ້ຢ່າງວ່ອງໄວ. ສື່ລາວໃນຍຸກໃໝ່ ບໍ່ໄດ້ຈຳກັດຢູ່ ພາຍໃນປະເທດ ແຕ່ຍັງສາມາດເຊື່ອມໂຍງໄປສູ່ຊາວລາວ ແລະ ຜູ້ຕິດຕາມທົ່ວໂລກ. ໃນຫລາຍປີຜ່ານມາ, ສື່ມວນຊົນລາວທັງພາກລັດ ແລະ ເອກະຊົນ ໄດ້ຮັບການພັດທະນາ, ມີຄຸນນະພາບ, ລາຍການວິທະຍຸ, ໂທລະພາບ ແລະ ບົດຂຽນຕ່າງໆ ທັງພາສາລາວ ແລະ ພາສາອັງກິດ ໄດ້ຮັບຄວາມນິຍົມຈາກຜູ້ອ່ານ ແລະ ຜູ້ຊົມຢ່າງກວ້າງຂວາງ, ເນື້ອໃນບົດຂຽນດີຂຶ້ນ ແລະ ມີຫລາຍສີສັນ, ມີສາລະປະໂຫຍດ ແລະ ເຂົ້າເຖິງປະຊາຊົນໄດ້ຫລາຍຂຶ້ນກ່ວາເກົ່າ ຊຶ່ງມັນໄດ້ປ່ຽນມຸມມອງຂອງຜູ້ຊົມ ຈາກຜູ້ທີ່ເຄີຍມອງວ່າສື່ລາວ “ແຫ້ງແລ້ງ ແລະ ຂາດຄວາມໜ້າສົນໃຈ” ໄດ້ຫັນມາຕິດຕາມ ແລະ ເຊື່ອໝັ້ນ ໃນຄຸນຄ່າຂອງສື່ລາວຫລາຍຂຶ້ນ. ຈາກຈຸດເລີ່ມຕົ້ນດ້ວຍຂໍ້ຈຳກັດທຸກໆດ້ານໃນອະດີດ, ປັດຈຸບັນສື່ມວນຊົນລາວໄດ້ມີຜົນສຳເລັດອັນຍິ່ງໃຫຍ່ມີໜັງສືພິມທັງໝົດ 33 ສຳນັກພິມ, ລັດ 32 ແຫ່ງ ເອກະຊົນ 1 ແຫ່ງ, ໃບຂ່າວ 40 ສຳນັກພິມ ເປັນຂອງລັດ 4 ແຫ່ງ, ວາລະສານ 82 ວາລະສານ, ລັດ 69 ເອກະຊົນ 13 ແຫ່ງ,ໂທລະພາບ 49 ສະຖານີ, ສູນກາງ 4 ທ້ອງຖິ່ນ 32 ສະຖານີ, ຕ່າງປະເທດ 35, ວິທະຍຸກະຈາຍສຽງ 168 ສະຖານີ, ສູນກາງ 9 ສະຖານີ, ທ້ອງຖິ່ນ 75 ສະຖານີ, ຕ່າງປະເທດ 2 ສະຖານີ ແລະ ມີ 82 ເຄືອຂ່າຍ, ຊຸດໂທລະໂຄງຂອງເຄືອຂ່າຍ 7.725 ຊຸດ ເອກະຊົນ 172 ຊຸດ.
ຕະຫລອດໄລຍະ 76 ປີ ຜ່ານມາ, ຜົນງານອັນພົ້ນເດັ່ນຂອງ ສື່ມວນຊົນໄດ້ເປັນເຄື່ອງມືໃນການໂຄສະນາ, ປຸກລະດົມ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕ້ັ້ງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ,ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະຂອງການປະຕິວັດ. ສື່ມວນຊົນໄດ້ນຳເອົາແນວຄິດ, ທິດສະດີປະຕິວັດ, ແນວທາງນະໂຍບາຍຂອງພັກ ໄປສູ່ປະຊາຊົນ,ທັງເປັນຜູ້ນຳເອົາຄວາມຄິດເຫັນ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນມາສ່ອງແສງໃຫ້ພັກໄດ້ຮັບຊາບ ຊຶ່ງສາມາດສ້າງໄດ້ສາຍພົວພັນອັນສະໜິດແໜ້ນລະຫວ່າງ ພັກກັບປະຊາຊົນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້. ນອກຈາກນີ້, ສື່ມວນຊົນ ຍັງເປັນຜູ້ຢັ້ງຢືນທັດສະນະທີ່ຖືກຕ້ອງ, ຕໍ່ສູ້ທັດສະນະທີ່ຜິວເຂວ, ຕີຖອຍຖ້ອຍທຳນອງບິດເບືອນ, ການອອກຂ່າວດ້ານດຽວ, ລວງດຽວຂອງຄົນບໍ່ດີ ນັບມື້ວ່ອງໄວ ທັນການ ແລະ ຈະແຈ້ງຂຶ້ນ. ນອກນີ້ນັກຮົບສື່ມວນຊົນພວກເຮົາໄດ້ປະຕິບັດໜ້າທີ່ວຽກງານດ້ວຍຄວາມເສຍສະລະສູງ ໃນແຕ່ລະໄລຍະປະຫວັດສາດ, ຖັນແຖວນັກຂ່າວໄດ້ເຕີບໃຫຍ່, ເຂັ້ມແຂງ ແລະ ມີຄຸນນະພາບ, ມີຄວາມສະດຸ້ງໄວຕໍ່ສະພາບການ, ມີຄວາມຊຳນານໃນດ້ານວິຊາການເພີ່ມຂຶ້ນ ຮູ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການເກັບກຳຂ່າວ, ຂຽນຂ່າວ, ໂຄສະນາຂົນຂວາຍໃນບັ້ນສຳຄັນຂອງພັກ, ຂອງຊາດ ແມ່ນໄດ້ມີຫລາຍຮູບຫລາຍສີສັນ, ຫລາຍເນື້ອໃນ ແລະ ສ້າງໄດ້ຄວາມເຊື່ອໝັ້ນຈາກພັກ-ລັດ ແລະ ປະຊາຊົນ, ເຮັດໃຫ້ຈິດໃຈຮັກຊາດຂອງຄົນລາວ ຕໍ່ຊາດລາວ, ຄວາມເອກອ້າງທະນົງໃຈໃນຄວາມເປັນເອກະລາດ, ອຳນາດອະທິປະໄຕຂອງປະຊາຊົນລາວບັນດາເຜົ່າ ນັບມື້ໄດ້ຮັບການເຊີດຊູສູງຂຶ້ນ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນຊາດໄດ້ເພີ່ມທະວີຂຶ້ນສູ່ລະດັບໃໝ່ຢ່າງແຂງແຮງ.
KPL