ຂປລ
ບໍລິສັດ ຈົດທະບຽນ ຂອງ ຈີນ ຫລາຍແຫ່ງລາຍງານວ່າ : ໄດ້ຮັບເງິນພາສີ ອາກອນຄືນ ຈາກ ສ.ອາເມລິກາ ພ້ອມທັງດອກເບ້ຍ ນັບແຕ່ ຕົ້ນເດືອນ ກໍລະກົດ ຫລັງຈາກ ສ.ອາເມລິກາ ເລີ່ມຄືນພາສີ ອາກອນ ທີ່ເກັບ ພາຍໃຕ້ ກົດໝາຍ ອຳນາດສຸກເສີນ ທາງເສດຖະກິດ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ບໍລິສັດ ຈົດທະບຽນ ຂອງ ຈີນ ຫລາຍແຫ່ງລາຍງານວ່າ : ໄດ້ຮັບເງິນພາສີ ອາກອນຄືນ ຈາກ ສ.ອາເມລິກາ ພ້ອມທັງດອກເບ້ຍ ນັບແຕ່ ຕົ້ນເດືອນ ກໍລະກົດ ຫລັງຈາກ ສ.ອາເມລິກາ ເລີ່ມຄືນພາສີ ອາກອນ ທີ່ເກັບ ພາຍໃຕ້ ກົດໝາຍ ອຳນາດສຸກເສີນ ທາງເສດຖະກິດ ລະຫວ່າງປະເທດ (IEEPA)
ໂດຍບໍລິສັດ ກຸ້ຍໂຈວ ທາຍ ຈຳກັດ (Guizhou Tyre) ເຜີຍວ່າ ບໍລິສັດໃນເຄືອຂ່າຍທີ່ ຖືຫຸ້ນທັງໝົດ ຢູ່ຕ່າງປະເທດ ໄດ້ຮັບເງິນຄືນພາສີ ແລະ ດອກເບ້ຍ ຈາກ ສຳນັກງານພາສີ ແລະ ປ້ອງກັນ ຊາຍແດນ ຂອງ ສ.ອາເມລິກາ ລວມ 11,98 ລ້ານໂດລາ ສະຫະລັດ.
ສ່ວນບໍລິສັດ ເຈີ້ຈຽງ ຫົວໄຮ ຟາຣ໌ມາຊູຕິຄອນ (Zhejiang Huahai Pharmaceutical) ຖະແຫລງວ່າ ໄດ້ຮັບເງິນຄືນພາສີ 14,23 ລ້ານໂດລາ ສະຫະລັດ ເມື່ອວັນທີ 8 ກໍລະກົດ ເຊິ່ງຄາດວ່າ ອາດຈະ ສົ່ງຜົນຕໍ່ກຳໄລສຸດທິ ໃນປີ 2026 ປະມານ 96,87 ລ້ານຢວນ, ໂດຍອີງຕາມ ອັດຕາແລກປ່ຽນກາງ ຂອງ ສະກຸນເງິນຢວນ ໃນມື້ນັ້ນ ແລະ ໃນມື້ດຽວກັນ ບໍລິສັດ ໄຮທ໌ວິຊັນ ຈຳກັດ (Hitevision) ຖະແຫລງວ່າ ບໍລິສັດໃນເຄືອຂ່າຍ ດັ່ງກ່າວ ໄດ້ຮັບເງິນຄືນພາສີ ຈຳນວນ 4,07 ລ້ານໂດລາ ສະຫະລັດ ອື່ນໆ./
KPL