ຂປລ
ໃນວັນທີ 11 ສິງຫາ 2026 ນ້ີ, ທ່ານ ໂສພົນ ຊາລຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາດຊະດອນ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕ່ໍການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.
ຂປລ. ໃນໂອກາດນີ້, ຕາງໜ້າສະຖານທູດໄທປະຈຳລາວ ຍັງໄດ້ນຳເອົາພວງມາລາ ພຣະຣາຊະທານ ຈາກສົມເດັດພຣະກະນິດຖາຣາດເຈົ້າກົມສົມເດັດພຣະເທບ ພະຮັດຣາດຊະສຸດາ ສະຫຍາມບໍຣົມມະຣາດຊະກຸມມາຣີ ມາວາງເພື່ອໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ແລະ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ນອກນັ້ນ, ຄະນະປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບກໍໄດ້ ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ, ພ້ອມທັງນຳເອົາພວງມາລາຈາກທ່ານນາຍົກ, ຮອງນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງກະລາໂຫມ ແຫ່ງລາຊະອານາຈັກໄທເຂົ້າມາວາງ ເພື່ອໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເຊັ່ນດຽວກັນ.
ການເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຂອງບັນດາຄະນະ ຈາກລາຊະອານາຈັກໄທ ໃນຄັ້ງນ້ ສະແດງເຖິງຄວາມອາໄລອາວອນ ແລະ ຄວາມເຄົາລົບຕ່ໍສະຫາຍ ໄຊສົມພອນ ພົມວິຫານ, ທັງສະທ້ອນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ.
ຂ່າວ: ທະນູທອງ; ພາບ: ເກດສະໜາ
KPL