,- gxu flv[gla '7a fg]n vd oa dlb dlk lq dIPo 2026-2027 ]t[P[dkow;h m5 d]tfa [-kf ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 10.08.2026 ປີທີ 25 ສະບັບທີ 6.494ັັີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ c9h '0j k;ry glf0v'7tot [= ]y sko'kol6 odk'ra d ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4 ່ າໍ່ ໜ້າ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ( ຂວາ ) lko0v'Iv'okpq d]a f4t,q o8u F ]a f4t,q o8u dt-;'dko8j k'xtgmf 3vdkf;a o 7q [Iv[ 59 xu csj 'dkolh k'8A 'vk-Po c]t 7q [Iv[ 29 xu lxx ]k; g0Q kgxa olt,k-y dvk-Po ອ່ານຕໍ່ໜ້າ 4່ າໍ່ ໜ້າ g]0kmy dko.spj 8h voIa [ xtmkoltrkcsj '-kf ll s;Pfok, ຂປລ. ເພື່ອສະແດງຄວາມຮູ້ ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາ ໄລຮັກອັນສຸດຊຶ້ງເຖິງສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳ ມະການກົມການເມືອງສູນກາງພັກ, ອະດີດປະທານສະພາແຫ່ງຊາດ ແຫ່ງສປປລາວ, ຄະນະຮັບຜິດຊອບ ພິທີຊາປະນະກິດສົບລະດັບຊາດ ອອກລະບຽບການໄວ້ທຸກ ດັ່ງນີ້: 1. ໃຫ້ຈັດຕັ້ງພິທີໄວ້ທຸກໃນທົ່ວ ປະເທດເປັນເວລາ 5 ວັນ ນັບແຕ່ ວັນທີ 8 ສິງຫາ 2026 ເຖິງວັນທີ 12 ສິງຫາ 2026, ຕະຫລອດໄລຍະ ເວລາໄວ້ທຸກໃຫ້ງົດທຸກກິດຈະກຳ ກ່ຽວກັບການຈັດງານລ້ຽງ, ການ ແຂ່ງຂັນກິລາ-ສິລະປະ ແລະ ງານ ບັນເທີງທຸກປະເພດ. 2. ໃຫ້ອົງການຈັດຕັ້ງຕ່າງໆ ຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ, ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ, ຄະນະພັກ-ອົງການ ປົກຄອງທ້ອງຖິ່ນ, ສໍານັກງານຜູ້ ຕາງໜ້າ ແຫ່ງ ສປປ ລາວ ປະຈຳ ຢູ່ຕ່າງປະເທດເອົາທຸງຊາດ ແລະ ທຸງພັກ ລົງເຄິ່ງເສົານັບແຕ່ວັນທີ 8 ສິງຫາ 2026 ເຖິງວັນທີ 12 ສິງຫາ 2026. ໃຫ້ສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກະກຽມສະຖານທີ່ຈັດຕັ້ງໄວ້ອາໄລ, ຂປລ. ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ຂໍແຈ້ງຂ່າວໂສກເສົ້າສະຫລົດໃຈມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, - ຮຽນບັນດາທ່ານຜູ້ນຳພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, - ບັນດາພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ພີ່ນ້ອງ ຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫລາຍ, ເນື່ອງໃນໂອກາດ ຄົບຮອບ 59 ປີ ວັນສ້າງຕັ້ງສະມາຄົມບັນ ດາປະຊາຊາດອາຊີຕາເວັນອອກ ອ່ານຕໍ່ໜ້າ 2່ າໍ່ ໜ້າ -u ;txts;a fsp= ltskp w-lq ,rvo rq ,;y sko *ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ; ເປັນບຸດຂອງປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ ໃນຄອບຄົວພະນັກ ງານປະຕິວັດ, ມີອ້າຍເອື້ອຍນ້ອງຮ່ວມກັນ 5 ຄົນ, ຊາຍ 5 ຄົນ; ສະຫາຍ ໄດ້ສ້າງຄອບຄົວກັບສະຫາຍ ດຣ. ນາງ ວິພາວັນ ພົມວິຫານ, ມີລູກນຳ ກັນ 2 ຄົນ, ຊາຍ 1 ຄົນ ແລະ ຍິງ 1 ຄົນ; ປັດຈຸບັນຢູ່ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ. ນັບແຕ່ 6 ປີ ສະຫາຍໄດ້ຈາກຄອບຄົວໄປຮຽນຢູ່ຊັ້ນປະຖົມ ແລະ ມັດທະຍົມຢູ່ ສສ ຫວຽດນາມ ແລະ ສປ ຈີນ. - ປີ 1962-1970 ເປັນນັກຮຽນຢູ່ໂຮງຮຽນບັກຢາງ ສສ ຫວຽດນາມ ແລະ ໂຮງຮຽນນານນິງ ແຂວງກວາງຊີ ສປ ຈີນ. - ປີ 1970-1973 ເຂົ້າຮຽນໂຮງຮຽນອຸດົມສຶກສາ ຢູ່ຮ່າບັກ ສສ ຫວຽດນາມ. h ຂປລ. ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ປປ ລາວ, ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ ການຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງສະຫາຍ ເຈີນ ແທງ ເໝີ້ນ ກໍາມະການກົມການເມືອງສູນກາງ ພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງ ຂປລ. ໃນວັນທີ 9 ສິງຫາ 2026 ນີ້, ການນໍາຂັ້ນສູງຂອງພັກ-ລັດ, ບັນດາອົງການ, ກະຊວງ, ສໍານັກ ງານ, ຄອບຄົວການນໍາ, ອະດີດ ການນຳ ແລະ ພາກສ່ວນຕ່າງໆ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາ ມະການກົມການເມືອງສູນກາງພັກ, ຂປລ. ມະຫາວິທະຍາໄລແຫ່ງ ຊາດ (ມຊ) ເປີດສອບເສັງຄັດ ເລືອກນັກສຶກສາໃໝ່ ເຂົ້າສຶກສາ dkooe0A ol6 'ra d{]a f c]t rkdlj ;o8j k'Mg0Q k;k'r;',k]k w;h vkw]8dko9kdwx0v'ltskp w-lq ,rvo rq ,;y sko + ຂປລ. ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ເຈີນ ແທງ ເໝີ້ນ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ xtmkoltrkcsj '-kf ll s;Pfok, g0Q k;k'r;',k]k w;h vkw]8dko9kdwx0v'ltskp w-lq ,rvo rq ,;y sko + ອ່ານຕໍ່ໜ້າ 2່ າໍ່ ໜ້າ ສສ ຫວຽດນາມ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງພັກ, ລັດ ສສ ຫວຽດ ນາມ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ, ປະ ທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນ ວັນທີ 8 ສິງຫາ 2026 ຜ່ານມາ. ການເຂົ້າວາງພວງມາລາ ແລະ ໄວ້ອາໄລໃນຄັ້ງນີ້ ເປັນການສະແດງ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 10/08/2026 xtgmf]k; ລະບຽບການໄວ້ທຸກ...ຸ້ ຊີວະປະຫວັດຫຍໍ້...ີັໍ້ ການນໍາຂັ້ນສູງພັກ-ລັດ...ໍັູ້ັັ ແຈ້ງຂ່າວພິເສດ...້່ິ ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ: ສະຫາຍ ໄຊສົມພອນ ພົມວິຫານ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນ ເລືອດອັກເສບທີ່ຮ້າຍແຮງ, ລວມ ອາຍຸໄດ້ 70 ປີ. ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນໍາຫລັກແຫລ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມ ຮູ້, ຄວາມສາມາດ, ມີພິກໄຫວ, ເປັນ ຜູ້ມີປະສົບການຜ່ານການເປັນການ ນໍາຢູ່ທ້ອງຖິ່ນ ແລະ ຫລາຍຂະແໜງ ການ, ເປັນຜູ້ນໍາທີ່ມີຜົນງານໂດດ ເດັ່ນ, ຕະຫລອດຊີວິດຂອງເພິ່ນໄດ້ ອຸທິດສະຕິປັນຍາ, ກໍາລັງວັງຊາ ເພື່ອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ ລາວບັນດາເຜົ່າ. ການຈາກໄປໂດຍ ບໍ່ມີວັນຈະກັບຄືນມາຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການ - ປີ 1974-1976 ເຂົ້າຮຽນໂຮງຮຽນການທະຫານທີ່ເມືອງວຽງ ໄຊ ແຂວງຫົວພັນ. - ປີ 1977-1983 ສຶກສາຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ ສະຫະພາບໂຊວຽດ(ສະຫະພັນຣັດເຊຍ ປັດຈຸບັນ). - ປີ 1983-1984 ເປັນອາຈານສອນຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນະຄອນຫລວງວຽງຈັນ. - ປີ 1984-1987 ຄົ້ນຄວ້າ ແລະ ປ້ອງກັນສໍາເລັດປະລິນຍາເອກ ຝ່າຍເສດຖະສາດການເມືອງ ທີ່ສະພາບັນດິດວິທະຍາສາດສັງຄົມແຫ່ງ ລັດ ມົດສະກູ ສະຫະພາບໂຊວຽດ. - ປີ1987-1989 ເຮັດວຽກຢູ່ຫ້ອງວ່າການແຂວງສະຫວັນນະເຂດ. - ປີ 1989-1991 ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ທັງ ເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ. - ປີ 1991-1993 ເປັນກຳມະການສູນກາງພັກ ສະໄໝທີ V, ເປັນ ຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການ ແຂວງສະຫວັນນະເຂດ. - ປີ 1993-1995 ເປັນເລຂາພັກແຂວງ, ເປັນເຈົ້າແຂວງສະຫວັນ ນະເຂດ. - ປີ 1995-1997 ເປັນກຳມະການສູນກາງພັກ ສະໄໝທີ VI, ເປັນ ລັດຖະມົນຕີວ່າການກະຊວງການເງິນ. - ປີ 1998-2001 ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IV, ເປັນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. - ປີ 2001-2006 ເປັນກຳມະການສູນກາງພັກ ສະໄໝທີ VII, ເປັນສະມາຊິກສະພາແຫ່ງຊາດ, ເປັນປະທານກຳມາທິການການຕ່າງ ປະເທດຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາ ສາກົນ ແຫ່ງ ສປປ ລາວ. - ປີ 2006-2010 ເປັນກຳມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ, ປະທານກຳມະ ທິການຕ່າງປະເທດ. - 2011-2015 ເປັນກຳມະການສູນກາງພັກ ສະໄໝທີ IX, ເລຂາ ຄະນະພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ. - ເດືອນ 1-4/2016 ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ສະມາຊິກສະພາແຫ່ງຊາດຊຸດທີ VIII, ຄະນະປະຈຳ ແລະ ຮອງປະທານ ສະພາແຫ່ງຊາດ. - ເດືອນ 6/2016-2020 ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII. - ເດືອນ 1/2021 ເປັນກຳມະການສູນກາງພັກ ສະໄໝທີ XI ຂອງ ພັກ, ກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII, ປະທານສູນກາງແນວລາວສ້າງຊາດ. - ເດືອນ 3/2021-12/2025 ເປັນກໍາມະການສູນກາງພັກ ສະໄໝ ທີ XI, ກຳມະການກົມການເມືອງສູນກາງພັກ ສະໄໝທີ XI, ປະທານ ສະພາແຫ່ງຊາດ ຊຸດທີ IX. - ເດືອນ 1/2026 ເປັນກໍາມະການສູນກາງພັກ ສະໄໝທີ XII, ກຳມະການກົມການເມືອງສູນກາງພັກ ສະໄໝທີ XII. - 3/2026 ເຖິງປັດຈຸບັນໃນກອງປະຊຸມຄັ້ງປະຖົມມະລືກຂອງສະ ພາແຫ່ງຊາດ ຊຸດທີ X, ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ X. ເປີດປື້ມໄວ້ອາໄລຢູ່ສໍານັກງານ ຂອງຕົນ. 3. ຢູ່ນະຄອນຫລວງວຽງຈັນ ຈະໄດ້ຈັດຕັ້ງພິທີວາງພວງມາລາ ໄວ້ອາໄລເປັນເວລາ 3 ວັນ, ເລີ່ມແຕ່ ວັນທີ 9 ສິງຫາ 2026 ເຖິງວັນທີ 11 ສິງຫາ 2026; ຕອນເຊົ້າເລີ່ມ ແຕ່ເວລາ 08:30 ໂມງ ເຖິງ 12:00 ໂມງ, ຕອນບ່າຍເລີ່ມແຕ່ເວລາ 14:00 ໂມງ ເຖິງ 17:00 ໂມງ. ບັນດາກະຊວງ, ອົງການຂັ້ນ ສູນກາງ, ນະຄອນຫລວງວຽງຈັນ, ບັນດາແຂວງ, ອົງການຈັດຕັ້ງສັງ ຄົມ, ຫົວໜ່ວຍຮາກຖານຕະຫລອດ ເຖິງພີ່ນ້ອງປະຊາຊົນ, ຍາດມິດທີ່ຢູ່ ໃກ້ ແລະ ໄກຈົ່ງຈັດຕັ້ງຄະນະເຂົ້າ ວາງພວງມາລາໄວ້ອາໄລຕາມວັນ ເວລາທີ່ກໍານົດໄວ້. 4. ພິທີຊາປະນະກິດສົບລະດັບ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ການວາງພວງມາລາຄັ້ງນີ້, ເປັນ ການສະແດງເຖິງຄວາມກະຕັນຍູ, ຮູ້ ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ ຜູ້ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໂດຍສະ ເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ. ຄະນະທໍາອິດທີ່ເຂົ້າວາງພວງ ມາລາແມ່ນຄະນະບໍລິຫານງານສູນ ກາງພັກ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ. ຈາກນັ້ນ ແມ່ນຄອບຄົວ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ; ຄະນະ ປະຈໍາສະພາແຫ່ງຊາດ ນໍາພາໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ຄະ ນະລັດຖະບານ ນໍາພາໂດຍສະຫາຍ ສອນໄຊ ສີພັນດອນ ກຳມະການ ກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ; ຄະນະຄອບຄົວ ພົມວິຫານ ນໍາພາໂດຍສະຫາຍ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການ ເງິນ; ຄອບຄົວ ສີພັນດອນ ນຳໂດຍ ສະຫາຍ ສອນໄຊ ສີພັນດອນ; ຄະນະ ຈາກຫ້ອງວ່າການສູນກາງພັກ ນໍາ ພາໂດຍສະຫາຍ ເພັດ ພົມພີພັກ ກຳ ມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ. ນອກຈາກນັ້ນ, ຍັງມີຄະນະວາງ ພວງມາລາຈາກສູນກາງແນວລາວ ສ້າງຊາດ ນໍາໂດຍສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງ ເເນວລາວສ້າງຊາດ; ຄອບຄົວທ່ານ ຄໍາພັນ ພົມມະທັດ ກຳມະການກົມ ການເມືອງສູນກາງພັກ, ລັດຖະມົນ ຕີກະຊວງຍຸຕິທໍາ; ຄະນະໂຄສະນາ ອົບຮົມສູນກາງພັກ ນໍາໂດຍສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມ ການເມືອງສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ; ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ. ພ້ອມນີ້, ຍັງມີຄອບຄົວ ການນໍາ, ອະດີດການນຳພັກ-ລັດ, ບັນດານັກທຸລະກິດ, ບໍລິສັດ ເເລະ ອື່ນໆຕາມລໍາດັບ. ຂ່າວ: ທະນູທອງ; ພາບ: ຂັນໄຊ-ເກດສະໜາ ຄະນະບໍລິຫານງານສູນກາງພັກ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຄະນະລັດຖະບານນໍາພາໂດຍສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ຄະນະປະຈໍາສະພາແຫ່ງຊາດ ນໍາພາໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຄະນະສູນກາງແນວລາວສ້າງຊາດນໍາໂດຍສະຫາຍກິແກ້ວ ໄຂຄຳພິທູນກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຄະນະຄອບຄົວ ພົມວິຫານ ນໍາພາໂດຍສະຫາຍ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍສະຫາຍ ຄຳພັນ ເຜີຍຍະວົງ ກຳມະການ ກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ສູນເສຍອັນໃຫຍ່ຫລວງສໍາລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ໃນເວລາແຫ່ງຄວາມໂສກເສົ້າ ເສຍໃຈ ແລະ ອາໄລອາວອນຢ່າງ ສຸດຊຶ້ງນີ້, ທົ່ວພັກ, ທົ່ວລັດ, ທົ່ວກໍາ ລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນ ລາວທັງຊາດ ຈົ່ງເອົາຄວາມໂສກ ເສົ້າສະຫລົດໃຈ ແລະ ຄວາມອາ ໄລຮັກຕໍ່ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນກໍາລັງ ແຮງ, ສາມັກຄີກັນເປັນປຶກແຜ່ນ ແໜ້ນໜາອ້ອມຂ້າງຄະນະບໍລິຫານ ງານສູນກາງພັກ, ເສີມຂະຫຍາຍ ມູນເຊື້ອອັນສະຫງ່າອົງອາດຂອງ ຊາດ ແລະ ຂອງພັກ, ເດັດດ່ຽວ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຂອງພັກ ເຂົ້າສູ່ລວງເລິກ, ສືບ ຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນກ້າວຂຶ້ນຕາມຈຸດໝາຍ ສັງຄົມນິຍົມ. ເພື່ອເປັນການສັນລະເສີນຄຸນ ງາມຄວາມດີ ແລະ ສະແດງຄວາມ ອາໄລຮັກຢ່າງສຸດຊຶ້ງຕໍ່ສະຫາຍ ໄຊສົມພອນ ພົມວິຫານ, ຄະນະບໍ ລິຫານງານສູນກາງພັກ, ສະພາ ແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງ ຊາດ ຕົກລົງໄວ້ທຸກລະດັບຊາດເປັນ ເວລາ 5 ວັນ ໂດຍເລີ່ມແຕ່ວັນທີ 8 ເຖິງວັນທີ 12 ສິງຫາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພິທີຊາປະນະ ກິດສົບລະດັບຊາດ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026 ເລີ່ມ ແຕ່ເວລາ 13:00 ໂມງ ເປັນຕົ້ນໄປ ທີ່ສະໜາມຫລວງ (ເດີ່ນພະທາດ ຫລວງນະຄອນຫລວງວຽງຈັນ). ຊາດ ຈະໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 12 ສິງຫາ 2026 ເລີ່ມ ແຕ່ເວລາ 13:00 ໂມງ ເປັນຕົ້ນໄປ ທີ່ສະໜາມຫລວງ (ເດີ່ນພະທາດ ຫລວງນະຄອນຫລວງວຽງຈັນ). ມຊ ເປີດສອບເສັງ...ີັ ໃນລະດັບປະລິນຍາຕີ ແລະ ອະນຸ ປະລິນຍາ ປະຈຳສົກສຶກສາ 20262027 ຢ່າງເປັນທາງການໃນວັນທີ 8 ສິງຫາ 2026 ໂດຍມີຜູ້ສະໝັກ ສອບເສັງຕົວຈິງທັງໝົດ 7.867 ຄົນ. ຄາດວ່າຈະປະກາດຜົນການ ສອບເສັງຢ່າງເປັນທາງການໃນ ວັນທີ 24 ສິງຫາ ແລະ ຈະເປີດຮັບ ລົງທະບຽນເຂົ້າຮຽນແຕ່ວັນທີ 31 ສິງຫາ 2026 ເປັນຕົ້ນໄປ. ທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາ ໄລແຫ່ງຊາດ ໄດ້ກ່າວວ່າ: ໃນປີ ນີ້, ມຊ ໄດ້ກຽມຄວາມພ້ອມດ້ານ ສະຖານທີ່ຢ່າງຮັດກຸມ ໂດຍແບ່ງ ການສອບເສັງອອກເປັນ 1 ສູນ ຄື ສູນມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ ແລະ ວິທະ ຍາເຂດໂສກປ່າຫລວງ) ແລະ ແບ່ງ ອອກເປັນ 16 ຈຸດສອບເສັງທົ່ວ ວິທະຍາເຂດ, ມີຫ້ອງສອບເສັງ ທັງໝົດ 387 ຫ້ອງ ໂດຍບັນຈຸນັກ ສອບເສັງຫ້ອງລະ 20-30 ຄົນ. ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມຍຸຕິທຳ, ທາງ ມຊ ໄດ້ຈັດຕັ້ງ ຄະນະກຳມະການຍາມຫ້ອງສອບ ເສັງທັງໝົດ 797 ທ່ານ. ສໍາລັບແຜນການຮັບນັກສຶກສາ ໃໝ່ໃນສົກຮຽນນີ້, ມະຫາວິທະຍາ ໄລແຫ່ງຊາດ ໄດ້ຮັບການອະນຸມັດ ຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ຮັບນັກສຶກສາໃໝ່ທັງໝົດ 7.025 ຄົນ. ໃນນີ້, ປະກອບມີ ຫລັກ ສູດປະລິນຍາຕີ 5.570 ຄົນ, ຫລັກ ສູດປະລິນຍາຕີນາໆຊາດ 100 ຄົນ, ຫລັກສູດຕໍ່ເນື່ອງປະລິນຍາຕີ1.295 ຄົນ ແລະ ຫລັກສູດອະນຸປະລິນຍາ 60 ຄົນ. ທ່ານ ສິນທະວອນ ດາລາວົງ ຍັງໃຫ້ຮູ້ຕື່ມວ່າ: ການສອບເສັງໄດ້ ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A (ວິທະຍາສາດ ແລະ ເຕັກໂນໂລຢີ ຫລື STEM) ແລະ ກຸ່ມ B (ສັງຄົມ ສາດ ແລະ ມະນຸດສາດ ຫລື NonSTEM) ເພື່ອຄັດເລືອກນັກຮຽນ ທີ່ມີຄຸນນະພາບເຂົ້າສູ່ຫລັກສູດທີ່ ມີເຖິງ 123 ຫລັກສູດໃນລະດັບ ປະລິນຍາຕີ. ສ່ວນມາດຕະການ ຄວບຄຸມການສອບເສັງ, ມຊ ໄດ້ ວາງລະບຽບການຢ່າງເຂັ້ມງວດ ທັງຕໍ່ກຳມະການ ແລະ ນັກສອບເສັງ ເປັນຕົ້ນການກວດກາຢ່າງລະອຽດ ກ່ອນເຂົ້າຫ້ອງ, ຫ້າມນຳເອົາອຸປະ ກອນເອເລັກໂຕຣນິກ ແລະ ເຄື່ອງມືສື່ ສານທຸກຊະນິດເຂົ້າຫ້ອງສອບເສັງ, ພ້ອມທັງມີມາດຕະການເດັດຂາດຕໍ່ ຜູ້ລະເມີດລະບຽບ ເພື່ອຮັບປະກັນ ໃຫ້ການສອບເສັງດຳເນີນໄປດ້ວຍ ຄວາມສະຫງົບ, ໂປ່ງໃສ ແລະ ຍຸ ຕິທຳ. ຂ່າວ: ວຽງຈັນໃໝ່
10/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K lnj ,;o-q o]k; g8u [.spj 0tspkp8q ; 7P'76j da [dkora fmtokxtgmf-kf ບົດສະເໜີົີ (ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ, ວັນທີ 13 ສິງຫາ 1950-13 ສິງຫາ 2026)ື່ ອັ ນ້ າັ້ ງື່ ມົ ນິ ມ່ າົ ບີ ,ັ ນີ ິ ງິ ງ [h komj ks];' ra fmtokdkox6 dw,h .sh \kdlh k']kpIa [wfh s]kp8N du [ ໂດຍ: ຄໍາາິປິງໍງ ຂປລ. ບ້ານທ່າຫລວງ ຕາແສງ ນ້ຳມາຍ ເມືອງວຽງພູຄາ ແຂວງ ຫລວງນ້ຳທາ ປະສົບຜົນສຳເລັດ ໃນການຫັນການຜະລິດກະສິກຳ ໄປສູ່ການຜະລິດເປັນສິນຄ້າ ໂດຍ ສະເພາະການປູກໄມ້ໃຫ້ໝາກ ເປັນ ຕົ້ນ ໝາກກ້ຽງ, ໝາກພຸກ, ໝາກ ນັດ, ໝາກແຕງ ແລະ ໝາກໝັ້ນ ທີ່ ສາມາດສ້າງລາຍຮັບໃຫ້ປະຊາຊົນ ໄດ້ເຖິງ 2,10 ຕື້ກີບຕໍ່ປີ. ທ່ານ ຈົງກາວາ ວາໄຊຢີ ປະ ທານຄະນະກຳມະການປົກຄອງ ບ້ານທ່າຫລວງ ໄດ້ລາຍງານຕໍ່ຄະ ນະນຳເມືອງໃນໂອກາດທີ່ທ່ານ ສຸນີ ຄຸນປະເສີດ ຮອງປະທານຄະນະ ກໍາມະການປົກຄອງເມືອງວຽງພູຄາ ລົງຊຸກຍູ້ວຽກງານການຜະລິດການ ປູກໄມ້ໃຫ້ໝາກຢູ່ບ້ານທ່າຫລວງ ຕາແສງນໍ້າມາຍ ເມື່ອບໍ່ດົນມານີ້ ວ່າ: ປັດຈຸບັນບ້ານທ່າຫລວງ ມີ 49 ຫລັງຄາເຮືອນ, 68 ຄອບຄົວ, ມີ ພົນລະເມືອງ 319 ຄົນ, ຍິງ 150 ຄົນ, ມີຄອບຄົວທຸກຍາກ 8 ຄອບ ຄົວ, ທົ່ວບ້ານມີເນື້ອທີ່ທໍາການຜະ ລິດ 23.197 ເຮັກຕາ ໃນນີ້, ເນື້ອ ທີ່ປູກພືດ ແລະ ເນື້ອທີ່ປູກໄມ້ໃຫ້ ໝາກ ປະມານ 10 ເຮັກຕາ (ປູກ ໝາກກ້ຽງ, ໝາກພຸກ, ໝາກນັດ, ໝາກແຕງ ແລະ ໝາກໝັ້ນ). ນອກຈາກນີ້, ຍັງປູກຢາງພາລາ ທີ່ ເປັນທ່າແຮງຕົ້ນຕໍຢູ່ພາຍໃນບ້ານ ແລະ ອື່ນໆອີກ. ທ່ານ ເຊັງລີ ເຈົ້າຂອງສວນ ໝາກກ້ຽງໄດ້ໃຫ້ຮູ້ວ່າ: ຄອບຄົວ ຕົນເອງ ໄດ້ການປູກໝາກກ້ຽງ ແຕ່ປີ 2019 ຈຳນວນ 2.000 ກວ່າຕົ້ນ, ຫລັງຈາກປູກໄດ້ 3 ປີ ກໍສາມາດເກັບກ່ຽວຜົນຜະລິດໄດ້ 100 ກວ່າໂຕນ, ສ້າງລາຍຮັບ ໄດ້ປະມານ 450-500 ລ້ານກີບ ຕໍ່ປີ. ໃນໄລຍະປີ 2024-2025 ຄອບຄົວຍັງໄດ້ຂະຫຍາຍການປູກ ເພີ່ມຕື່ມ 1.500 ຕົ້ນ ເພື່ອເພີ່ມຜົນ ຜະລິດ ແລະ ລາຍຮັບ. ແນວໃດກໍດີ ການຊຸກຍູ້ການປູກ ໄມ້ໃຫ້ໝາກຢູ່ບ້ານທ່າຫລວງ ສະ ແດງໃຫ້ເຫັນທິດທາງການຫັນປ່ຽນ ຈາກການຜະລິດແບບດັ້ງເດີມ ສູ່ ການຜະລິດເປັນສິນຄ້າ ທີ່ສາມາດ ສ້າງລາຍຮັບໃຫ້ປະຊາຊົນໄດ້ເປັນ ກອບເປັນກຳ ແລະ ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ເປັນກ້າວໆ. ພ້ອມກັນນັ້ນ, ຂະແໜງ ກະສິກຳຍັງສືບຕໍ່ຊຸກຍູ້ການຖ່າຍທອດ ເຕັກໂນໂລຊີ, ພັດທະນາຄຸນນະພາບ ຜົນຜະລິດແລະຂະຫຍາຍຕະຫລາດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອ ສ້າງຄວາມໝັ້ນຄົງດ້ານລາຍຮັບ ແລະ ເພື່ອຄໍ້າປະກັນສະບຽງອາຫານ ໃຫ້ໄດ້ມາດຕະຖານຄວາມປອດໄພ ເປັນການສ້າງຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ. ຂປລ.ຕະຫລອດໄລຍະ 76 ຜ່ານ ມາ ສື່ມວນຊົນ ແລະ ວຽກງານ ການພິມຈຳໜ່າຍ ໄດ້ເຕີບໃຫຍ່ຂະ ຫຍາຍຕົວຄຽງຄູ່ກັບການຕໍ່ສູ້ປົດ ປ່ອຍປະເທດຊາດ ແລະ ການສ້າງ ສາພັດທະນາປະເທດຊາດ. ພັກປະ ຊາຊົນປະຕິວັດລາວ ຍາມໃດກໍຖືສື່ ມວນຊົນເປັນພາຫະນະອັນແຫລມ ຄົມ ໃນການໂຄສະນາ, ສຶກສາອົບ ຮົມ, ປຸກລະດົມ ແລະ ຈັດຕັ້ງນຳພາ ປະຊາຊົນເຂົ້າຮ່ວມໃນຂະບວນ ການປະຕິວັດ ຈົນສາມາດຍາດໄດ້ ໄຊຊະນະ ແລະ ສືບຕໍ່ປະຕິບັດພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃນແຕ່ລະ ໄລຍະ. ສື່ມວນຊົນລາວ ກຳເນີດທ່າມ ກາງແປວໄຟປະຕິວັດ ຕິດພັນກັບ ຢາດເຫື່ອ, ເລືອດເນື້ອ ແລະ ແປວ ໄຟແຫ່ງການຕໍ່ສູ້ກູ້ຊາດຂອງປະຊາ ຊົນລາວບັນດາເຜົ່າ, ພາຍໃຕ້ການ ນໍາພາຂອງພັກ, ວັນທີ 13 ສິງຫາ 1950 ທ່າມກາງຄວັນປືນ ແລະ ສົງຄາມປົດປ່ອຍຊາດ, ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ໄດ້ຕົກ ລົງສ້າງຕັ້ງແນວລາວອິດສະຫລະ ແລະ ລັດຖະບານລາວຕໍ່ຕ້ານ, ໃນ ວັນປະຫວັດສາດອັນສະຫງ່າລາສີ ນີ້, ໜັງສືພິມປະຕິວັດສະບັບທໍາອິດ ໄດ້ເກີດຂຶ້ນພາຍໃຕ້ຊື່ “ໜັງສືພິມ ລາວອິດສະຫລະ” ແລະ “ໂຮງພິມ ລາວອິດສະຫລະ” ໄດ້ກຳເນີດຂຶ້ນ ຢ່າງເປັນທາງການ, ນີ້ຄືຈຸດເລີ່ມຕົ້ນ ຂອງວັນສື່ມວນຊົນ ແລະ ການພິມ ຈໍາໜ່າຍລາວ, ໂຮງພິມໃນຍຸກບຸກ ເບີກບໍ່ມີເຄື່ອງຈັກທັນສະໄໝ, ມີພຽງ ແຕ່ຄວາມຮັກຊາດອັນແຮງກ້າ ແລະ ສະຕິປັນຍາອັນສຽບແຫລມ ໃນການ ປະຕິບັດບົດບາດເປັນກະບອກສຽງ ໃຫ້ແກ່ພັກ. ທ່າມກາງການຕໍ່ສູ້ປົດປ່ອຍ ຊາດ, ສື່ມວນຊົນລາວໄດ້ກາຍເປັນ ອາວຸດທາງດ້ານແນວຄິດ ທີ່ຊ່ວຍ ປຸກລະດົມຈິດໃຈຮັກຊາດ, ສ້າງ ຄວາມສາມັກຄີ ເພື່ອພັດທະນາສ້າງ ສາປະເທດຊາດ. ສື່ມວນຊົນລາວ ໄດ້ປະຕິບັດບົດບາດສໍາຄັນໃນຖາ ນະ“ເປັນຂົວຕໍ່”ລະຫວ່າງພັກ, ລັດ ແລະສັງຄົມ.ບໍ່ພຽງແຕ່ນໍາເອົາແນວ ຄິດ, ແນວທາງ ແລະ ນະໂຍບາຍ ຂອງພັກ-ລັດ ໄປສູ່ປະຊາຊົນເທົ່າ ນັ້ນ ແຕ່ສື່ມວນຊົນຍັງເປັນພື້ນທີ່ ສ່ອງແສງ ແລະ ແລກປ່ຽນຄວາມ ຄິດຄວາມເຫັນ ແລະ ຄວາມມຸ້ງ ຫວັງຂອງປະຊາຊົນ ເພື່ອໃຫ້ການ ພັດທະນາປະເທດຊາດກ້າວໄປ ຢ່າງບໍ່ຢຸດຢັ້ງ ແລະ ທັນກັບການ ປ່ຽນແປງໃນແຕ່ລະໄລຍະ. ສື່ມວນ ຊົນເປັນກະບອກສຽງອັນແຫລມ ຄົມໃຫ້ແກ່ພັກ ແລະ ລັດ, ເປັນກຳ ລັງແຮງສໍາຄັນທີ່ສຸດ ໃນການຂັບ ເຄື່ອນວຽກງານການເມືອງ-ແນວ ຄິດ, ວັດທະນະທຳ, ເປັນເວທີແລກ ປ່ຽນຄວາມຄິດເຫັນຂອງມະຫາຊົນ ແລະ ເຄື່ອງມືໃນການສຶກສາອົບ ຮົມແນວຄິດຮັກຊາດ, ຮັກລະບອບ ໃໝ່ ແລະ ອຸດົມການຂອງພັກ ແລະ ລັດ ໃນແຕ່ລະໄລຍະປະຫວັດສາດ. ຫລັງປີ 1975 ສື່ມວນຊົນລາວ ໄດ້ກ້າວເຂົ້າສູ່ຍຸກໃໝ່ ຄຽງຄູ່ກັບ ພາລະກິດ ຟື້ນຟູ ແລະ ພັດທະນາ ປະເທດ. ສື່ມວນຊົນ ໄດ້ເຮັດໜ້າທີ່ ເຜີຍແຜ່ແນວທາງ ແລະ ນະໂຍບາຍ ຂອງພັກ-ລັດ, ຖ່າຍທອດຄວາມຮູ້, ສະທ້ອນຄວາມເປັນຈິງຂອງສັງ ຄົມ ແລະ ເປັນເວທີໃຫ້ປະຊາຊົນ ສະແດງຄວາມຄິດເຫັນອັນເປັນ ການສ້າງສາຍພົວພັນອັນແໜ້ນ ແຟ້ນ ລະຫວ່າງພັກກັບປະຊາຊົນ. ມາຮອດປີ 1993 ກົມການເມືອງ ສູນກາງພັກ ໄດ້ອອກມະຕິເລກທີ 36/ກມສພ, ລົງວັນທີ 19 ມິຖຸນາ 1993 ວ່າດ້ວຍການເພີ່ມທະວີ ການນໍາພາຂອງພັກ ແລະ ການ ຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນ ໄລຍະໃໝ່ ເປັນເຂັມທິດຊີ້ບອກທາງ ໃຫ້ສື່ມວນຊົນຢຶດຖືເປັນອຸດົມການ ໃນການປະຕິບັດໜ້າທີ່ອັນສົມກຽດ ຂອງຕົນ ແລະ ຍາດໄດ້ຜົນສໍາເລັດ ເປັນກ້າວໆມາ. ເຖິງແນວໃດກໍຕາມ, ປັດຈຸບັນ ສື່ມວນຊົນລາວໄດ້ປັບຕົວຢ່າງເຂັ້ມ ແຂງເຂົ້າສູ່ຍຸກຂອງດີຈິຕອນ, ສື່ ມວນຊົນລາວ ໄດ້ເຮັດໜ້າທີ່ເປັນ ກອງໜ້າບຸກທະລຸ, ເປັນຂົວຕໍ່ອັນ ສັກສິດທີ່ບໍ່ສາມາດຕັດແຍກລະ ຫວ່າງພັກກັບປະຊາຊົນ, ຖັນແຖວ ສື່ມວນຊົນໄດ້ປ່ຽນຢາດເຫື່ອ ແລະ ສະຕິປັນຍາ ໃຫ້ກາຍເປັນກະບອກ ສຽງອັນຊົງພະລັງປຸກລະດົມຈິດໃຈ ຮັກຊາດ ແລະ ຄວາມສາມັກຄີທົ່ວ ປວງຊົນລາວທັງຊາດ. ຜົນງານ ອັນຍິ່ງໃຫຍ່ໄດ້ຈາລຶກໄວ້ໃນ 4 ເສົາ ຄໍ້າແຫ່ງ ຜົນສໍາເລັດ: ໜຶ່ງ. ເປັນ ກອງໜ້າແນວຄິດສະໜາມຮົບໄຊ ເບີ້, ນໍາພາຫາງສຽງສັງຄົມຢ່າງມີ ໄຊຕີຖອຍຖ້ອຍທໍານອງບິດເບືອນ ແລະ ຕອບໂຕ້ຂໍ້ມູນຂ່າວສານຂອງ ອິດທິກຳລັງປໍລະປັກຢ່າງວ່ອງໄວ, ທັນການ ແລະ ເດັດຂາດ; ສອງ. ການຫັນປ່ຽນສູ່ສື່ດີຈິຕອນ, ຈາກ ສື່ມວນຊົນດັ່ງເດີມ ກ້າວເຂົ້າສູ່ສື່ ດີຈິຕອນ, ປັນຍາປະດິດຢ່າງເຕັມ ຮູບແບບ; ສາມ. ເປັນເວທີສາກົນ ທີ່ມີກຽດສະຫງ່າ ສື່ມວນຊົນເປັນ ເຈົ້າການລາຍງານຂ່າວ ແລະ ເຫດ ການປະຫວັດສາດຂອງກອງປະ ຊຸມສາກົນ ແລະ ຢັ້ງຢືນບົດບາດ ຂອງລາວຕໍ່ຊາວໂລກ; ສີ່. ສື່ມວນ ຊົນເຕີບໃຫຍ່ໄປພ້ອມກັບການພັດ ທະນາປະເທດຊາດ, ພັດທະນາໄປ ຕາມການປ່ຽນແປງຂອງຍຸກສະ ໄໝໃໝ່. ປັດຈຸບັນສື່ສິ່ງພິມ, ສື່ອອນ ລາຍ, ໂທລະພາບ, ວິທະຍຸ, ເວັບ ໄຊ ແລະ ແພລັດຟອມສັງຄົມຕ່າງໆ ທີ່ສາມາດເຂົ້າເຖິງຜູ້ຊົມໄດ້ຢ່າງ ວ່ອງໄວ. ສື່ລາວໃນຍຸກໃໝ່ບໍ່ໄດ້ຈຳ ກັດຢູ່ພາຍໃນປະເທດ ແຕ່ຍັງສາ ມາດເຊື່ອມໂຍງໄປສູ່ຊາວລາວແລະ ຜູ້ຕິດຕາມທົ່ວໂລກ. ໃນຫລາຍປີ ຜ່ານມາ, ສື່ມວນຊົນລາວທັງພາກ ລັດ ແລະ ເອກະຊົນ ໄດ້ຮັບການພັດ ທະນາ, ມີຄຸນນະພາບ, ລາຍການ ວິທະຍຸ, ໂທລະພາບ ແລະ ບົດຂຽນ ຕ່າງໆ ທັງພາສາລາວ ແລະ ພາສາ ອັງກິດ ໄດ້ຮັບຄວາມນິຍົມຈາກຜູ້ ອ່ານ ແລະ ຜູ້ຊົມຢ່າງກວ້າງຂວາງ, ເນື້ອໃນບົດຂຽນດີຂຶ້ນ ແລະ ມີ ຫລາຍສີສັນ, ມີສາລະປະໂຫຍດ ແລະ ເຂົ້າເຖິງປະຊາຊົນໄດ້ຫລາຍ ຂຶ້ນກວ່າເກົ່າ ຊຶ່ງມັນໄດ້ປ່ຽນມຸມ ມອງຂອງຜູ້ຊົມ ຈາກຜູ້ທີ່ເຄີຍເບິ່ງ ວ່າສື່ລາວ “ແຫ້ງແລ້ງ ແລະ ຂາດ ຄວາມໜ້າສົນໃຈ” ໄດ້ຫັນມາຕິດ ຕາມ ແລະ ເຊື່ອໝັ້ນ ໃນຄຸນຄ່າຂອງ ສື່ລາວຫລາຍຂຶ້ນ. ຈາກຈຸດເລີ່ມຕົ້ນ ດ້ວຍຂໍ້ຈຳກັດທຸກໆດ້ານໃນອະດີດ, ປັດຈຸບັນສື່ມວນຊົນລາວໄດ້ມີຜົນ ສຳເລັດອັນຍິ່ງໃຫຍ່ມີໜັງສືພິມທັງ ໝົດ 33 ສຳນັກພິມ, ລັດ 32 ແຫ່ງ ເອກະຊົນ 1 ແຫ່ງ, ໃບຂ່າວ 40 ສຳນັກພິມ ເປັນຂອງລັດ 4 ແຫ່ງ, ວາລະສານ 82 ວາລະສານ, ລັດ 69 ເອກະຊົນ 13 ແຫ່ງ,ໂທລະພາບ 49 ສະຖານີ, ສູນກາງ 4 ທ້ອງຖິ່ນ 32 ສະຖານີ, ຕ່າງປະເທດ 35, ວິທະຍຸກະຈາຍສຽງ 168 ສະຖານີ, ສູນກາງ 9 ສະຖານີ, ທ້ອງຖິ່ນ 75 ສະຖານີ, ຕ່າງປະເທດ 2 ສະຖານີ ແລະ ມີ 82 ເຄືອຂ່າຍ, ຊຸດໂທລະ ໂຄງຂອງເຄືອຂ່າຍ 7.725 ຊຸດ ເອກະຊົນ 172 ຊຸດ. ຕະຫລອດໄລຍະ 76 ປີ ຜ່ານ ມາ, ຜົນງານອັນພົ້ນເດັ່ນຂອງ ສື່ ມວນຊົນໄດ້ເປັນເຄື່ອງມືໃນການ ໂຄສະນາ, ປຸກລະດົມ, ສຶກສາອົບ ຮົມ, ຂົນຂວາຍ ແລະ ຈັດຕ້ັ້ງເຕົ້າ ໂຮມຄວາມສາມັກຄີທົ່ວປວງຊົນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນໄຊຊະນະຂອງການປະຕິ ວັດ. ສື່ມວນຊົນໄດ້ນຳເອົາແນວຄິດ, ທິດສະດີປະຕິວັດ, ແນວທາງນະໂຍ ບາຍຂອງພັກ ໄປສູ່ປະຊາຊົນ, ທັງເປັນຜູ້ນຳເອົາຄວາມຄິດເຫັນ, ຄວາມມຸ່ງມາດປາຖະໜາຂອງປະ ຊາຊົນມາສ່ອງແສງໃຫ້ພັກໄດ້ຮັບ ຊາບ ຊຶ່ງສາມາດສ້າງໄດ້ສາຍພົວ ພັນອັນສະໜິດແໜ້ນລະຫວ່າງ ພັກ ກັບປະຊາຊົນ ທີ່ບໍ່ສາມາດຕັດແຍກ ອອກຈາກກັນໄດ້. ນອກຈາກນີ້, ສື່ ມວນຊົນ ຍັງເປັນຜູ້ຢັ້ງຢືນທັດສະ ນະທີ່ຖືກຕ້ອງ, ຕໍ່ສູ້ທັດສະນະທີ່ຜິວ ເຂວ, ຕີຖອຍຖ້ອຍທຳນອງບິດເບືອນ, ການອອກຂ່າວດ້ານດຽວ, ລວງ ດຽວຂອງຄົນບໍ່ດີ ນັບມື້ວ່ອງໄວ ທັນ ການ ແລະ ຈະແຈ້ງຂຶ້ນ. ນອກນີ້ນັກ ຮົບສື່ມວນຊົນພວກເຮົາໄດ້ປະຕິບັດ ໜ້າທີ່ວຽກງານດ້ວຍຄວາມເສຍສະ ລະສູງ ໃນແຕ່ລະໄລຍະປະຫວັດ ສາດ, ຖັນແຖວນັກຂ່າວໄດ້ເຕີບ ໃຫຍ່, ເຂັ້ມແຂງແລະມີຄຸນນະພາບ, ມີຄວາມສະດຸ້ງໄວຕໍ່ສະພາບການ, ມີຄວາມຊຳນານໃນດ້ານວິຊາການ ເພີ່ມຂຶ້ນ ຮູ້ນຳໃຊ້ເຕັກໂນໂລຊີທີ່ທັນ ສະໄໝ ເຂົ້າໃນການເກັບກຳຂ່າວ, ຂຽນຂ່າວ, ໂຄສະນາຂົນຂວາຍ ໃນບັ້ນສຳຄັນຂອງພັກ, ຂອງຊາດ ແມ່ນໄດ້ມີຫລາຍຮູບຫລາຍສີສັນ, ຫລາຍເນື້ອໃນ ແລະ ສ້າງໄດ້ຄວາມ ເຊື່ອໝັ້ນຈາກພັກ-ລັດ ແລະ ປະຊາ ຊົນ, ເຮັດໃຫ້ຈິດໃຈຮັກຊາດຂອງ ຄົນລາວ ຕໍ່ຊາດລາວ, ຄວາມເອກ ອ້າງທະນົງໃຈໃນຄວາມເປັນເອກະ ລາດ, ອຳນາດອະທິປະໄຕຂອງປະ ຊາຊົນລາວບັນດາເຜົ່າ ນັບມື້ໄດ້ຮັບ ການເຊີດຊູສູງຂຶ້ນ, ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວພາຍໃນຊາດ ໄດ້ເພີ່ມທະວີຂຶ້ນສູ່ລະດັບໃໝ່ຢ່າງ ແຂງແຮງ.
RkJQdWJsaXNoZXIy MTc3MTYxMQ==