ແຜ່ນດິນໄຫວຢູ່ໂກລົມບີ ເຮັດໃຫ້ມີຜູ້ເສຍຊີວິດ ຫລາຍກວ່າ 130ຄົນ

11/08/2026 17:25
ຂປລ ເຫດ​ແຜ່ນ​ດິນ​ໄຫວ ​ມີ​ຄວາມ​ແຮງ 7,4 ຣິກເຕີ ​ເຮັດ​ໃຫ້​ໂກ​ລົມ​ບີ ​ສັ່ນ​ສະ​ເທືອນ​ ໄດ້​ກໍ່​ຜົນ​ຕາມ​ມາ​ຢ່າງ​ໜັກ​ໜ່ວງ​ ເຮັດ​ໃຫ້ມີ ຜູ້ເສຍຊີວິດ 132 ຄົນ, ບາດ​ເຈັບ 570 ຄົນ​​ ແລະ ກິດ​ຈະ​ກຳ​ ນັບ​ໝຶ່ນ​ແຫ່ງ​ ຖືກ​ເປ​ເພ.

ຂປລ.ວະທະຍຸ ກະຈ່າຍສຽງ ຫວຽດນາມ, ວັນ​ທີ 10 ສິງ​ຫາ, ເຫດ​ແຜ່ນ​ດິນ​ໄຫວ ​ມີ​ຄວາມ​ແຮງ 7,4 ຣິກເຕີ ​ເຮັດ​ໃຫ້​ໂກ​ລົມ​ບີ ​ສັ່ນ​ສະ​ເທືອນ​ ໄດ້​ກໍ່​ຜົນ​ຕາມ​ມາ ​ຢ່າງ​ໜັກ​ໜ່ວງ​ ເຮັດ​ໃຫ້ມີ ຜູ້ເສຍ ຊີວິດ 132 ຄົນ, ບາດ​ເຈັບ 570 ຄົນ​​ ແລະ ກິດ​ຈະ​ກຳ​ ນັບ​ໝຶ່ນ​ແຫ່ງ ​ຖືກ​ເປ​ເພ. ໃນວັນ​ທີ 11 ສິງ​ຫາ, ວິ​ທະ​ຍຸ​ກະ​ຈາຍ​ສຽງ Caracol ໄດ້​ຄັດ​ສະ​ເໜີ​ຕົວ​ເລກ ຫລ້າ​ສຸດ​ຂອງ​ລັດ​ຖະ​ບານ ໂກ​ລົມ​ບີ ​ໂດຍ​ໃຫ້​ຮູ້​ວ່າ: ເຫດ​ແຜ່ນ​ດິນ​ໄຫວ​ ໄດ້​ເຮັດ​ໃຫ້​ກິດ​ຈະ​ກຳ​ເຮືອນ​ຢູ່​ ເກືອບ 1.600 ແຫ່ງ​ຖືກ​ເປ​ເພ, ໃນ​ນັ້ນ ​ມີ 61 ກິດ​ຈະ​ກຳ ​ຖືກ​ທຳ​ລາຍ​ທັງ​ໝົດ. ຕໍ່​ໜ້າ​ສະ​ພາບ​ການ​ດັ່ງ​ກ່າວ, ລັດ​ຖະ​ບານ​ ໂກ​ລົມ​ບີ ໄດ້​ປະ​ກາດ ​ວິ​ນາດ​ຕະ​ກຳ ​ລະ​ດັບ​ຊາດ, ພ້ອມ​ທັງ​ ຈັດ​ສົ່ງ​ກຳ​​ລັງ​ກູ້​ໄພ​ກູ້​ຊີບ ​ໄປ​ຍັງ​ບັນ​ດາ​ເຂດ​ຖືກ​ຜົນ​ສະ​ທ້ອນ ​ຢ່າງ​ໜັກໜ່ວງ​ທີ່​ສຸດ. ບັນ​ດາ​ທິມ​ຄົ້​ນ​ຫາ ແລະ ກູ້​ໄພ​ກູ້​ຊີບ​ມາ​ຈາກ Bogota, Envigado, Yopal ແລະ Medellin ໄດ້​ຈັດ​ສົ່ງ​ໄປ​ຍັງ​ສະ​ຖານ​ທີ່​ເກີດ​ເຫດ ​ເພື່ອ​ໜູນ​ຊ່ວຍ ​ວຽກ​ງານ​ກູ້​ໄພ​ກູ້​ຊີບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top