ຂປລ
ຂປລ. ຕະຫລອດຂະບວນວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ, ການສື່ສານແມ່ນເລີ່ມມີພາສາປາກເວົ້າ ແລະ ຕົວໜັງສື, ຄົນເຮົາກໍເລີ່ມມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປີວ ແລະ ມີໜັງສືພິມ, ວິທະຍຸ,ໂທລະພາບ ແລະ ສື່ແບບໃໝ່ຕາມລຳດັບ ນັ້ນແມ່ນທີ່ມາຂອງການກຳເນີດສື່ມວນຊົນ ຂອງແຕ່ລະປະເທດ.

(ເນື່ອງໃນໂອກາດວັນສ້າງຕັ້ງ ຄົບຮອບ 76 ປີ ,ວັນທີ 13 ສິງຫາ 1950-13 ສິງຫາ 2026)
ຂປລ. ຕະຫລອດຂະບວນວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ, ການສື່ສານແມ່ນເລີ່ມມີພາສາປາກເວົ້າ ແລະ ຕົວໜັງສື, ຄົນເຮົາກໍເລີ່ມມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປີວ ແລະ ມີໜັງສືພິມ, ວິທະຍຸ,ໂທລະພາບ ແລະ ສື່ແບບໃໝ່ຕາມລຳດັບ ນັ້ນແມ່ນທີ່ມາຂອງການກຳເນີດສື່ມວນຊົນ ຂອງແຕ່ລະປະເທດ.
ສຳລັບປະເທດເຮົາ, ປະຫວັດຂອງສື່ມວນຊົນລາວ ຍາມໃດກໍຕິດພັນສະນິດແໜ້ນ ກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະແດງອອກໃນມື້ສ້າງຕັ້ງແນວລາວອິດສະຫລະ, ພັກເຮົາກໍໄດ້ສ້າງຕັ້ງໜັງສືພິມປະຕິວັດສະບັບທຳອິດ ແລະ ສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນ ຄື ວັນທີ 13 ສິງຫາ 1950 .
ຕະຫລອດໄລຍະ ແຫ່ງການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດ ສະຫລະພາບມາສູ່ປະຊາຊົນ ກໍຄືໄລຍະ 50 ກວ່າປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນລະບອບ ປະຊາທິປະໄຕ ປະຊາຊົນ, ພັກປະຊາຊົນປະຕິວັດລາວ ຍາມໃດກໍຖືວຽກງານໂຄສະນາສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີປະຕິວັດອັນໜຶ່ງ, ໃນນັ້ນວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ເວົ້າລວມ, ເວົ້າສະເພາະ ແມ່ນໜັງສືພິມຂອງພັກ, ສິ່ງພິມ ແລະ ສື່ຕ່າງໆ ໄດ້ກາຍເປັນອາວຸດອັນຄົມແຫລມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະລວມ ຂອງການປະຕິວັດ.
ເພື່ອປະຕິບັດຕາມແນວທາງ-ແຜນນະໂຍບາຍ “ເປີດກວ້າງຂະຫຍາຍແນວໂຮມ, ຂະຫຍາຍສົງຄາມປະຊາຊົນຢ່າງແຂງແຮງ, ໜີບຮັດກຳລັງສັດຕູ” ພັກເຮົາໄດ້ຮຽກໂຮມຜູ້ແທນຫລາຍກວ່າ 150 ທ່ານ ທີ່ຕາງໜ້າໃຫ້ກຳລັງປະກອບອາວຸດ, ອົງການຈັດຕັ້ງມະຫາຊົນ, ສາສະໜາ, ປະຊາຊົນບັນດາເຜົ່າຈາກເຂດຕໍ່ຕ້ານ ແລະ ເຂດປົກຄອງຊົ່ວຄາວຂອງສັດຕູ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໃນວັນທີ 13 ສິງຫາ 1950. ກອງປະຊຸມໄດ້ຕົກລົງສ້າງຕັ້ງ “ແນວລາວອິດສະຫລະ” ແລະ “ລັດຖະບານລາວຕໍ່ຕ້ານ”, ໂດຍມີ ສະເດັດເຈົ້າ ສຸພາ ນຸວົງ ເປັນປະທານແນວລາວອິດສະຫລະ ແລະ ນາຍົກລັດຖະມົນຕີ ຂອງລັດຖະບານລາວຕໍ່ຕ້ານ; ໃນມື້ດຽວກັນນັ້ນ, ກອງປະຊຸມໄດ້ຕົກລົງສ້າງຕັ້ງໜັງສືພິມປະຕິວັດຂອງຕົນຂຶ້ນ ໂດຍໃສ່ຊື່ວ່າ: ໜັງສືພິມ “ລາວອິດສະຫລະ”. ໜັງສືພິມນີ້, ຮູບນອກແມ່ນເປັນສຽງຂອງແນວລາວອິດສະຫລະ ແລະ ລັດຖະບານລາວຕໍ່ຕ້ານ ໃນເວລານັ້ນ, ຊຶ່ງເນື້ອແທ້ ກໍແມ່ນໜັງສືພິມຂອງພັກ.
ເພື່ອຮັບໃຊ້ໜ້າທີ່ການເມືອງ ຄື: ພິມເອກະສານຂອງກອງປະຊຸມໃຫຍ່, ພິມຄຳຮຽກຮ້ອງຂອງລັດຖະບານລາວຕໍ່ຕ້ານ ແລະ ອື່ນໆ; ໜັງສືພິມລາວອິດສະຫລະ ກໍໄດ້ມີການສ້າງຕັ້ງໂຮງພິມ “ລາວອິດສະຫລະ” ຂຶ້ນ. ຫົວໜ້າ ແລະ ຄະນະໂຮງພິມຄະນະທຳອິດປະກອບມີ ທ່ານ ສີທາ ເພັງແພງເມືອງ, ທ່ານ ຄຳສິງ ຫອມສົມບັດ ແລະ ທ່ານ ຄຳພັນ ຈັນທະລາດ, ໂດຍພາຍໃຕ້ການຊີ້ນຳຂອງທ່ານ ສີຊະນະ ສີສານ ຫົວໜ້າບັນນາທິການ ທັງເປັນຮອງຫົວໜ້າໂຄສະນາ-ອົບຮົມ-ວັດທະນະທຳ (ຄອວ). ເຄື່ອງພິມທີ່ໃຊ້ໃນເວລານັ້ນ ແມ່ນປະຖົມປະຖານຫລາຍ ການພິມແມ່ນນຳໃຊ້ແຜ່ນຫີນລີໂຕ, ຂຽນຕົວໜັງສືລວງປີ້ນຈາກຊ້າຍຫາຂວາ, ຂຽນໃສ່ຫີນໜ້າພຽງ, ນ້ຳມຶກທີ່ຂຽນລົງໃສ່ຕ້ອງຕົ້ມປະສົມຂີ້ເຜິ້ງ, ສະບູຫອມ ແລະ ຂີ້ໝິ້ນໝໍ້; ເວລາພິມແມ່ນໃຊ້ອຸປະກອນທີ່ຫຸ້ມດ້ວຍຢາງຕີນລົດ ແລ່ນກິ້ງເທິງແຜ່ນຫີນ ແລະ ກ່ອນຈະພິມຕ້ອງລວາດດ້ວຍນ້ຳປະສົມນ້ຳສົ້ມເລັກນ້ອຍ ແລະ ນຳໃຊ້ແຮງງານຄົນພິມເອງ. ການພິມດ້ວຍຫີນລີໂຕຂອງໂຮງ ພິມລາວອິດສະຫລະໄດ້ດຳເນີນມາຈົນຮອດທ້າຍປີ 1953 ຈຶ່ງໄດ້ຫັນໄປສູ່ການພິມດ້ວຍເຄື່ອງຈັກຕີໂປ ຊຶ່ງມີທັງໝົດ 2 ເຄື່ອງ (ເຄື່ອງຕີໂປນອນ ແລະ ເຄື່ອງຕີໂປຕັ້ງ) ແລະ ມີການເກັບລຽນຕົວໜັງສື. ໜ່ວຍເຄື່ອງຈັກພິມຕີໂປນອນ ແມ່ນທ່ານ ມິນ ແລະ ທ່ານ ສຸກ ຮັບຜິດຊອບ; ໜ່ວຍເຄື່ອງຈັກພິມຕີໂປຕັ້ງ ແມ່ນທ່ານ ສີທາ ເພັງແພງເມືອງ ຮັບຜິດຊອບ; ໜ່ວຍເກັບລຽນຕົວໜັງສື ແມ່ນທ່ານ ຄຳສິງ ຫອມສົມບັດ ແລະ ທ່ານ ບົວສີ ລໍວັນໄຊ ຮັບຜິດຊອບ; ໜ່ວຍເຈ້ຍ-ຈຳໜ່າຍ ແມ່ນທ່ານ ເຄນ ລໍວັນໄຊ ແລະ ທ່ານ ຄຳພັນ ຈັນທະລາດ ຮັບຜິດຊອບ; ນອກນັ້ນ, ຍັງມີໜ່ວຍຕົ້ມກາວ ແລະ ໜ່ວຍຫລໍ່ຕົວອັກສອນລາວ.
ໃນບັ້ນຮົບປົດປ່ອຍຊຳເໜືອ, ແຂວງຫົວພັນ ປີ 1953, ໂຮງພິມລາວອິດສະຫລະ ໄດ້ຍົກຍ້າຍຈາກຖານທີ່ໝັ້ນ ຕັ້ງຢູ່ເຂດເມືອງເຫງ້ຍດານ (Nghai Dan), ແຂວງ ເຫງ້ອານ (Nge An) ສສ ຫວຽດນາມ, ເຄື່ອນຍ້າຍມາຕາມເສັ້ນທາງ ຕັ້ງແຕ່ແຂວງເຫງ້ອານ ຜ່ານເຂື່ອນກັ້ນນ້ຳບາຍເທືອງ ແຂວງແທັງຮວາ ຂຶ້ນໄປເມືອງລີ່-ເມືອງລາດ ຂ້າມຊາຍແດນຫວຽດນາມ-ລາວ ແລ້ວເຂົ້າມາຕັ້ງສຳນັກງານກະຊວງສຶກສາທິການ ແລະ ໂຮງພິມລາວອິດສະຫລະຢູ່ປ່າດົງ ຕິດກັບຝັ່ງແມ່ນ້ຳມ່າ ເບື້ອງຂວາບ້ານສົບຮາວ, ເມືອງສົບເບົາ, ແຂວງ ຫົວພັນໃນປັດຈຸບັນ; ຕັ້ງສຳນັກງານບໍ່ເທົ່າໃດວັນ ກໍຍົກຍ້າຍສຳນັກງານໄປຢູ່ດົງປ່າແຂກ ທາງທິດໃຕ້ບ້ານຊຽງຊື້ ເມືອງວຽງໄຊ ປັດຈຸບັນ. ຢູ່ທີ່ນີ້ ພາກສ່ວນຂອງໂຮງພິມ ລີໂຕ ລາວອິດສະຫຼະ ໄດ້ເຂົ້າຮັບໃຊ້ກອງປະຊຸມໃຫຍ່ ແນວລາວອິດສະຫຼະທົ່ວປະເທດ ທີ່ໄຂຂຶ້ນຢູ່ທີ່ຖໍ້າຊ້າງລອດ, ເມືອງວຽງໄຊ ແຂວງ ຫົວພັນ; ຢູ່ທີ່ດົງປ່າແຂກ (ບ້ານຊຽງຊື້) ບໍ່ດົນເທົ່າໃດ ກໍຍົກຍ້າຍໄປຢູ່ເມືອງປານ ແລະ ບ້ານນາໂພ ເມືອງວຽງໄຊ ແຂວງ ຫົວພັນ; ຢູ່ທີ່ບ້ານນາໂພ ທ່ານ ສີຊະນະ ສີສານ ຖືກະຈັບປີ່ (ມັງໂດລິນ) ໜ່ວຍໜຶ່ງ ແລະ ທ່ານ ອຸດຕະມະ ຈຸນລະມະນີ ເພິ່ນໄດ້ແຕ່ງເພງ “ປາບຝູງຜີມານ ແລະ ເພງປົກປັກຮັກສາສັນຕິພາບ” ຊຶ່ງເປັນເພງຕົ້ນກຳເນີດ ຂອງສະຖານີວິທະຍຸກະຈາຍສຽງຝ່າຍປະເທດລາວ ແລະ ຕໍ່ມາສະຖານີໂທລະພາບໄດ້ນຳເອົາສຽງເພງດັ່ງກ່າວ ອອກອາກາດ ຕະຫລອດມາຫລາຍທົດສະວັດ.
ເມື່ອສັນຕິພາບກັບຕ່າວຄືນມາ ພາຍຫລັງມີສັນຍາເຊີແນວ ໃນວັນທີ 20/7/1954, ສຳນັກງານກະຊວງສຶກສາໄດ້ຍ້າຍກັບຄືນມາຕັ້ງສຳນັກງານຢູ່ບ້ານນາເມືອງ-ຊຽງຊື້; ສ່ວນໂຮງພິມລາວອິດສະຫລະ ມາຕັ້ງຢູ່ບ້ານບໍ່ຜາໃຕ້, ຈາກນັ້ນກໍຍ້າຍໄປຢູ່ປ່າໜໍ່ໄລ່ ແຄມນ້ຳປູນ (ຢູ່ໃຕ້ບ້ານເລີຍ-ເມືອງປູນ) ແລະ ຢູ່ບ້ານນາແມວ ເມືອງວຽງໄຊ, ກ່ອນຈະຍົກຍ້າຍກັບຄືນມາຢູ່ຫໍປະຊຸມໃຫຍ່ແນວລາວອິດສະຫລະ ໃນວັນທີ 6 ມັງກອນ 1956 ຈົນເຖິງມື້ເຂົ້າລວມລາວຄັ້ງທີ I.
ນັບແຕ່ມື້ສ້າງຕັ້ງພັກ ປປ ລາວ (22 ມີນາ 1955) ເປັນຕົ້ນມາ, ພັກຍິ່ງເອົາໃຈໃສ່ຢ່າງໃກ້ຊິດຊີ້ນຳໜັງສືພິມປະຕິວັດ ເພື່ອເຮັດສຳເລັດໜ້າທີ່ຂອງຕົນ. ມາຮອດວັນທີ 6 ມັງກອນ 1956 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ “ແນວລາວອິດສະຫລະ” ໄດ້ໄຂຂຶ້ນຢູ່ແຂວງຫົວພັນ ແລະ ໄດ້ຕົກລົງປ່ຽນຊື່ມາເປັນ “ແນວລາວຮັກຊາດ” ເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະນັ້ນ, ສູນກາງພັກໄດ້ຕົກລົງປ່ຽນຊື່ໜັງສືພິມ “ ລາວອິດສະຫລະ ” ມາເປັນໜັງສືພິມ “ລາວຮັກຊາດ” ໂດຍແມ່ນທ່ານ ຄຳຜາຍ ບຸບຜາ ເປັນຫົວໜ້າບັນນາທິການ; ສ່ວນໂຮງພິມ ກໍໄດ້ປ່ຽນຊື່ມາເປັນໂຮງພິມລາວຮັກຊາດ; ໃນເວລານີ້ ການພິມແມ່ນສືບຕໍ່ນໍາໃຊ້ລະບົບ “ຕີໂປ” (ເຄື່ອງຈັກຕີໂປນອນ ແລະ ຕີໂປຕັ້ງ ລວມມີ 2 ເຄື່ອງ/ໜ່ວຍ) ໃຊ້ລະບົບເກັບລຽນໜັງສືເປັນແບບພິມ, ຄວັດດ້ວຍໄມ້ຕີນເປັດ; ການພິມໜັງສືພິມ ແລະ ສິ່ງພິມຕ່າງໆນັບມື້ຫລາຍຂຶ້ນ ຕາມຄວາມຮຽກຮ້ອງຕ້ອງການ ຂອງພື້ນຖານການປະຕິວັດ ເຮັດໃຫ້ຈຳນວນໜັງສືພິມເພີ່ມຂຶ້ນຈາກ 3.000 ສະບັບ ມາເປັນ 5.000 ສະບັບ; ຈາກພິມອາທິດລະເທື່ອ ມາເປັນອາທິດ
ໜຶ່ງສອງເທື່ອ.

ເພື່ອເຮັດໜ້າທີ່ໂຄສະນາຮັບໃຊ້ໃຫ້ແກ່ການລວມລາວຄັ້ງທີ I ໃນໄລຍະປີ 1957-1959, ໂຮງພິມ ແລະ ໜັງສືພິມລາວຮັກຊາດ ໄດ້ຍ້າຍມາຕັ້ງຢູ່ນະຄອນຫລວງວຽງຈັນ. ສຳລັບໂຮງພິມລາວຮັກຊາດໃນເວລານັ້ນ ແມ່ນຕັ້ງຢູ່ຄຸ້ມຂົວດິນ ຕໍ່ໜ້າກະຊວງປ້ອງກັນຄວາມສະຫງົບປັດຈຸບັນ. ໜ້າທີ່ຕົ້ນຕໍຂອງໂຮງພິມແມ່ນພິມໜັງສືພິມລາວຮັກຊາດ ທີ່ເປັນກະບອກສຽງຂອງພັກ, ຂອງຝ່າຍແນວລາວຮັກຊາດ ທີ່ຕໍ່ສູ້ເພື່ອຄວາມເປັນເອກະລາດ, ສັນຕິພາບ ເປັນກາງ; ເນື້ອໃນທີ່ລົງໃນໜ້າໜັງສືພິມລາວຮັກຊາດ ລ້ວນແຕ່ໄດ້ຮັບຄວາມນິຍົມຊົມຊອບ ຈາກປະຊາຊົນຫລາຍທີ່ສຸດ ໂດຍສະເພາະໃນບັ້ນໂຄສະນາການເລືອກຕັ້ງຜູ້ແທນລາສະດອນເພີ່ມເຕີມ ໃນເດືອນເມສາ 1958 ຊຶ່ງມີຍອດພິມສູງຂຶ້ນເຖິງ 12.000 ສະບັບ ເພື່ອແຈກຢາຍໃຫ້ປະຊາຊົນໃນທົ່ວປະເທດ. ເນື້ອໃນຂອງການໂຄສະນາໃນໄລຍະນັ້ນ ແມ່ນເຜີຍແຜ່ຍຸດໂທບາຍສັນຕິພາບ, ເປັນກາງ, ຕໍ່ສູ້ໃຫ້ຝ່າຍວຽງຈັນປະຕິບັດສັນຍາຄວາມຖືກຕ້ອງປອງດອງຊາດ. ອັນພົ້ນເດັ່ນ ແມ່ນໂຄສະນາເປີດໜ້າກາກ ພວກທີ່ມ້າງເພທຳລາຍຄວາມປອງດອງຊາດ ແລະ ຂັດຂວາງສິດປະຊາທິປະໄຕຂອງປະຊາຊົນ, ອັນເປັນເຫດໃຫ້ຝ່າຍກົງກັນຂ້າມທີ່ເປັນປໍລະປັກ ຊອກທຸກວິທີເພື່ອທຳລາຍ.
ປີ 1958-1959 ສະພາບທາງການເມືອງມີຄວາມເຄັ່ງຕຶງ, ລັດຖະບານຂອງສະເດັດເຈົ້າ ສຸວັນນະພູມມາ ຖືກໂຄ່ນລົ້ມ, ສະເດັດເຈົ້າ ສຸພາ ນຸວົງ ແລະ ບັນດາຜູ້ນຳຂອງແນວລາວຮັກຊາດ ຖືກຈັບກຸມຄຸມຂັງເຂົ້າຄຸກໂພນເຄັງ ຊຶ່ງໃນນັ້ນມີທ່ານ ສີຊະນະ ສີສານ ແລະ ທ່ານ ຄຳຜາຍ ບຸບຜາ ຫົວໜ້າໜັງສືພິມລາວຮັກຊາດ ກໍຖືກຈັບເຊັ່ນດຽວກັນ. ສະນັ້ນ, ໜັງສືພິມລາວຮັກຊາດ, ລວມທັງໂຮງພິມ ແລະ ສຳນັກພິມ ກໍຖືກປິດ ແລະ ຢຸດຕິການຈຳໜ່າຍຊົ່ວຄາວ. ແຕ່ເຖິງຢ່າງໃດກໍຕາມ, ໜັງສືພິມລາວຮັກຊາດ ຍັງໄດ້ສືບຕໍ່ພິມຢູ່ທີ່ ງອກລາກ ແຂວງແທັງຮວາ ແລະ ຢູ່ຮ່າໂນ້ຍ (ປະເທດຫວຽດນາມ). ຫລັງຈາກນັ້ນ, ຈຶ່ງໄດ້ກັບຄືນມາພິມຢູ່ເຂດທີ່ໝັ້ນຂອງການປະຕິວັດ. ພາຍຫລັງໂຮງພິມລາວຮັກຊາດໄດ້ຖືກສ້າງຕັ້ງຄືນໃໝ່ຢູ່ເຂດພູແຄ, ເມືອງວຽງໄຊ, ແຂວງຫົວພັນ, ເຄື່ອງຈັກພິມໃນໄລຍະນີ້ແມ່ນນຳໃຊ້ລະບົບ “ຕີໂປ” ຄົບຊຸດ. ນອກຈາກພິມໜັງສືພິມລາວຮັກຊາດແລ້ວ, ຍັງມີໜ້າທີ່ພິມປຶ້ມຕຳລາຮຽນ ເພື່ອຮັບໃຊ້ເຂົ້າໃນວຽກງານການສຶກສາ ລວມທັງປຶ້ມອ່ານ, ປຶ້ມເລື່ອງ ແລະ ສິ່ງພິມອື່ນໆ.
ເດືອນ ສິງຫາ 1975 ຊຶ່ງເປັນໄລຍະຝ່າຍກຳລັງປະຕິວັດ ໄດ້ຮັບໄຊຊະນະ ໃນຂອບເຂດທົ່ວປະເທດ, ໜັງສືພິມ “ລາວຮັກຊາດ” ໄດ້ກັບຄືນມາຕັ້ງສຳນັກງານຢູ່ນະຄອນຫລວງວຽງຈັນ ໂດຍປ່ຽນຊື່ເປັນໜັງສືພິມ “ສຽງປະຊາຊົນ” ຊຶ່ງຢູ່ໃນສະພາບແວດລ້ອມແຫ່ງບາດລ້ຽວປະຫວັດສາດ ທີ່ມີຄວາມໝາຍສຳຄັນພິເສດ ໃນການແບກຫາບໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າຂອງໄຊຊະນະລວມ, ຍາດເອົາເອກະລາດ, ອິດສະຫລະພາບ ມາໃຫ້ປະຊາຊົນທັງຊາດ. ສ່ວນວຽກງານການພິມ ກໍໄດ້ຄັດຈ້ອນເອົາພະນັກງານ, ກຳມະກອນຈຳນວນໜຶ່ງ ຈາກໂຮງພິມແນວລາວຮັກຊາດ ຢູ່ແຂວງຫົວພັນ ແລະ ໂຮງພິມມິດຕະພາບລາວ-ຈີນ ຢູ່ແຂວງ ອຸດົມໄຊ ມາເຕົ້າໂຮມເຂົ້າກັນກັບໂຮງພິມຂອງລັດຖະບານເກົ່າ ແລ້ວຕັ້ງຊື່ເປັນໂຮງ ພິມແຫ່ງຊາດ ແລະ ນັບແຕ່ປີ 1983 ເປັນຕົ້ນມາ ຈຶ່ງໄດ້ປ່ຽນຊື່ມາເປັນໂຮງພິມແຫ່ງລັດ; ເຄື່ອງຈັກພິມໃນໄລຍະນີ້ ແມ່ນນຳໃຊ້ລະບົບການພິມແບບ “ອັອບແຊັດ”.
ຫລັງຈາກກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ໃນວັນທີ 22 ມີນາ 1983, ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕົກລົງປ່ຽນຊື່ໜັງສືພິມ “ສຽງປະຊາຊົນ” ມາເປັນໜັງສືພິມ “ປະຊາຊົນ” ສຽງຂອງສູນກາງພັກ ປປ ລາວ ຈົນເຖິງປັດຈຸບັນ.
ໃນໄລຍະຕໍ່ສູ້ຢ່າງດຸເດືອດ ທ່າມກາງແປວໄຟແຫ່ງສົງຄາມ ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ຮ່ວມກັບຂະບວນການຕໍ່ສູ້ລວມຂອງການປະຕິວັດປົດປ່ອຍຊາດ ຊຶ່ງເປັນຍຸດທະສາດຕໍ່ສູ້ຍືດເຍື້ອຍາວນານ ແຕ່ເດັດຂາດມີໄຊຂອງປວງຊົນລາວເຮົານັ້ນ, ວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍກຳລັງພິເສດຂອງສູນກາງພັກ ແລະ ໄດ້ດຳເນີນງານໄປ ໃນຂະນະທີ່ສະພາບການ ຂອງການປະຕິວັດລາວ ໄດ້ມີການປ່ຽນແປງຢ່າງແຂງແຮງ ກໍຄືພາຍຫລັງບັນດາຜູ້ນຳຂອງແນວລາວຮັກຊາດ ໄດ້ໂຕນອອກຈາກຄຸກໂພນເຄັງ ກັບຄືນສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພ ໃນເດືອນ ພຶດສະພາ ປີ 1960. ຫລັງຈາກສ້າງຕັ້ງ ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ຊຶ່ງມີທ່ານ ຄຳໄຕ ສີພັນດອນ, ທ່ານ ສົມເທີ ເພັດມະນີ, ທ່ານ ສອນ ຄຳວານວົງສາ ແລະ ທ່ານ ອື່ນໆ ໄດ້ຍົກສູງພາລະບົດບາດ ແລະ ເອກະລັກສະເພາະຂອງຕົນ ໃນການເປັນປາກກະບອກສຽງຂອງສູນກາງແນວລາວຮັກຊາດ ເພື່ອເຮັດໜ້າທີ່ຂົນຂວາຍປຸກລະດົມປະຊາຊົນບັນດາເຜົ່າ ເຂົ້າຮ່ວມການປະຕິວັດ, ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫລ້ງຕີນມືຂອງພວກເຂົາຢ່າງພິລະອາດຫານ. ໄລຍະຕົ້ນມີພຽງຈັກອັດສຽງຍີ່ຫໍ້ “ມາກ” ເຄື່ອງດຽວເທົ່ານັ້ນ ແລະ ເຄື່ອງກະຈາຍສຽງອີກໜຶ່ງເຄື່ອງ ຊຶ່ງແລ່ນດ້ວຍຈັກໄຟຟ້າທີ່ໃຊ້ນ້ຳມັນກາຊວນ.
ໃນທ້າຍປີ 1960 ລັດຖະບານລາຊະອານາຈັກ ທີ່ຖືກຕ້ອງຕາມກົດໝາຍ ແລະ ບັນດາກຳລັງເປັນກາງ ໄດ້ຍ້າຍໄປຢູ່ຄັງໄຂ, ແຂວງ ຊຽງຂວາງ ນັ້ນ, ໄດ້ສ້າງຕັ້ງວິທະຍຸກະຈາຍສຽງ “ແຫ່ງປະເທດລາວ” ໂດຍຄຽງບ່າຄຽງໄຫລ່ກັບວິທະຍຸກະຈາຍ ສຽງຂອງ “ຝ່າຍປະເທດລາວ” ເຮັດໃຫ້ມີກຳລັງແຮງເພີ່ມຂຶ້ນ ພ້ອມກັບສື່ສິ່ງພິມອື່ນ ໃນການປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັນຄີປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ ເພື່ອປົດປ່ອຍປະເທດຊາດ, ຍາດແຍ່ງເອົາສຽງສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ, ເຜີຍແບທາດແທ້ກະຫາຍສົງຄາມຂອງພວກຈັກກະພັດລ່າເມືອງຂຶ້ນ. ການເຮັດໜ້າທີ່ໂຄສະນາ ແລະ ສົ່ງຂ່າວໃນໄລຍະນັ້ນ ແມ່ນສົ່ງລະຫັດມັອກ ແລະ ຕໍ່ມາສົ່ງແບບເຕລາຕິບ. ບາງຄັ້ງພົບກັບອຸປະສັກຫຍຸ້ງຍາກທຸລະກັນດານຫລາຍ ຍ້ອນສັດຕູຖິ້ມລະເບີດທຳລາຍທາງອາກາດຢ່າງໜັກໜ່ວງ, ຈຳເປັນຕ້ອງໄດ້ແຍກຍ້າຍເປັນສອງກອງ; ກອງໜຶ່ງໄປຕັ້ງຢູ່ດົງດ່າ, ຫວຽດນາມເອີ້ນວ່າ: ເບໂໝດ (B1), ກອງທີສອງຕັ້ງຢູ່ພູແຄ ເມືອງວຽງໄຊ ເອີ້ນວ່າ ເຊສອງ (C2) ມີໜ້າທີ່ສົ່ງຂ່າວໃຫ້ກອງ B1.
ເພື່ອໃຫ້ປະຊາຊົນ ໄດ້ຮັບຂ່າວຄາວຢ່າງທົ່ວເຖິງ, ຈຶ່ງໄດ້ຮັບການຊ່ວຍເຫລືອ ຈາກວິທະຍຸຫວຽດນາມ ຮັບເອົາສັນຍານຂອງວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ເພື່ອຖ່າຍທອດສຽງວິທະຍຸທັງສອງສະຖານີ ສົ່ງໄປໄກໄດ້ທົ່ວປະເທດລາວ. ຈົນມາຮອດປີ 1974 ເຄື່ອງອັດ, ເຄື່ອງສົ່ງ ແລະ ເຄື່ອງຈັກກະຈາຍສຽງ ໄດ້ຖືກຍົກຍ້າຍມາຕິດຕັ້ງລວມຢູ່ບໍລິເວນຖ້ຳຈິມ, ເມືອງວຽງໄຊ ແຂວງຫົວພັນ; ເຖິງແມ່ນວ່າເຄື່ອງຈັກບໍ່ໃຫຍ່ໂຕ ແລະ ບໍ່ທັນສະໄໝ ແຕ່ກໍສາມາດຮັບໃຊ້ລາຍການອອກອາກາດໄດ້ເປັນປົກກະຕິ ແຕ່ລະວັນຫລາຍຊົ່ວໂມງ ແລະ ມີຫລາຍລາຍການ. ນອກຈາກນີ້, ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ຍັງໄດ້ຈັດຕັ້ງກອງສິລະປະວັນນະຄະດີ; ໃນນັ້ນ, ປະກອບມີທັງນັກປະດິດຄິດແຕ່ງ, ນັກຮ້ອງ, ນັກຂັບລຳ, ໜ່ວຍລຳເລື່ອງ ແລະ ນັກດົນຕີ ອັນໄດ້ເຮັດໃຫ້ລາຍການສິລະປະວັນນະຄະດີ ຂອງວິທະຍຸກະຈາຍສຽງຝ່າຍປະເທດລາວ ມີຄວາມອຸດົມສົມບູນ ແລະ ມີຊີວິດຊີວາຂຶ້ນຕື່ມ.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ຈຶ່ງໄດ້ປ່ຽນຊື່ມາເປັນວິທະຍຸກະຈາຍສຽງແຫ່ງຊາດ ກໍຄືວິທະຍຸກະຈາຍສຽງແຫ່ງຊາດລາວ ໃນເວລາຕໍ່ມາຈົນເຖິງປັດຈຸບັນ. ເວົ້າລວມແລ້ວ, ນັບແຕ່ມື້ປົດປ່ອຍມາຮອດປັດຈຸບັນ, ວິທະຍຸກະຈາຍສຽງແຫ່ງຊາດລາວ ຍັງເປັນສື່ທີ່ນຳໜ້າ ໃນການເຮັດໜ້າທີ່ໂຄສະນາເຜີຍແຜ່ແນວທາງຂອງພັກ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງປວງຊົນລາວ ດ້ວຍການລາຍງານຂ່າວທີ່ມີທັງພາສາລາວ, ຊົນເຜົ່າ, ຫວຽດນາມ, ຂະແມ, ໄທ, ຝຣັ່ງ ແລະ ພາສາອັງກິດ. ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານນີ້, ພັກ-ລັດຈຶ່ງໄດ້ຍົກລະດັບຄວາມແຮງຂອງເຄື່ອງສົ່ງຄື້ນສັ້ນລະບົບ AM ຈາກ 150 ກິໂລວັດມາເປັນ 200 ກິໂລວັດ, ສ້າງສະຖານີ FM, FM 2, ແລະ FM 3, ໄດ້ຂຶ້ນວິທະຍຸອິນເຕີເນັດ ແລະ ອອນລາຍ ຊຶ່ງສາມາດຮັບຟັງໄດ້ທົ່ວໂລກ; ມີສະຖານີເຄືອຂ່າຍສົ່ງສັນຍານຕໍ່ຢູ່ແຂວງຫລວງພະບາງ ແລະ ປາກຊ່ອງ, ແຂວງຈຳປາສັກ ແລະ ໄດ້ຂະຫຍາຍອີກຕື່ມ 2 ແຫ່ງຢູ່ແຂວງອຸດົມໄຊ ແລະ ແຂວງສະຫວັນນະເຂດ ດ້ວຍການຊ່ວຍເຫລືອຂອງລັດຖະບານ ສສ ຫວຽດນາມ.
ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ມີການພົວພັນກັບວິທະຍຸກະຈາຍສຽງ ກັບ ບັນດາປະເທດສະມາຊິກອາຊຽນ, VOV ຂອງ ສສ ຫວຽດນາມ, CRI, ວິທະຍຸ-ໂທລະພາບຂອງແຂວງຢຸນນານ ແລະ ແຂວງ ກວາງຊີ ຂອງ ສປ ຈີນ; ເປັນສະມາຊິກຂອງສະຖາບັນ ພັດທະນາວິທະຍຸກະຈາຍສຽງອາຊີ-ປາຊີຟິກ (AIBD) ແລະ ສະມາຊິກສະຫະພັນກະຈາຍສຽງອາຊີ-ປາຊີຟິກອີກດ້ວຍ.
ອີກ 8 ປີຕໍ່ມາພາຍຫລັງສ້າງຕັ້ງວິທະຍຸກະຈາຍສຽງ “ຝ່າຍປະເທດລາວ”, ສຳນັກຂ່າວສານປະເທດລາວກໍໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 06 ມັງກອນ ປີ 1968 ຢູ່ຖໍ້າແຫ່ງໜຶ່ງທີ່ບ້ານບັກ ທົ່ງນາໄກ່, ປັດຈຸບັນແມ່ນ ເມືອງວຽງໄຊ, ແຂວງ ຫົວພັນ ຊຶ່ງເປັນຖານທີ່ໝັ້ນຂອງການປະຕິວັດ, ທ່ານ ສຸພາ ນຸວົງ ປະທານແນວລາວຮັກຊາດ ໄດ້ລົງນາມໃນມະຕິຕົກລົງ ຂອງສູນກາງແນວລາວຮັກຊາດສະບັບໜຶ່ງວ່າດ້ວຍ ການສ້າງຕັ້ງສຳນັກຂ່າວສານປະເທດລາວ ທີ່ມີຕົວໜັງສືລາວຂຽນຫຍໍ້ວ່າ “ຂປລ” ຫລື ພາສາຕ່າງປະເທດ “KPL” ຂຶ້ນຢ່າງເປັນທາງການ (ໃນໂອກາດລະນຶກວັນສ້າງຕັ້ງແນວລາວຮັກຊາດຄົບຮອບ 12 ປີ) ເພື່ອເຮັດໜ້າທີ່ຖະແຫລ່ງຂ່າວພາຍໃນ ແລະ ຕ່າງປະເທດ. ຜູ້ອຳນວຍການທຳອິດແມ່ນທ່ານ ສີຊະນະ ສີສານ ກຳມະການຄະນະໂຄສະນາ-ອົບຮົມ-ວັດທະນະທຳ (ຄອວ) ຂອງສູນກາງແນວລາວຮັກຊາດ, ທ່ານ ສອນ ຄຳວານວົງສາ ແລະ ທ່ານ ສົມເທີ ເພັດມະນີ ເປັນຮອງ. ປີ 1970 ພາຍຫລັງບັ້ນຮົບກູ້ກຽດຢູ່ແຂວງຊຽງຂວາງ, ສຳນັກວິທະຍຸຂອງກອງກຳລັງເປັນກາງຮັກຊາດຢູ່ຄັງໄຂ ໄດ້ອົບພະຍົບຂຶ້ນໄປຢູ່ສູນກາງ ແລະ ໄດ້ມາສົມທົບຢູ່ຮ່ວມກັບຂ່າວສານປະເທດລາວ ທີ່ຕັ້ງຢູ່ພູແຄ ຊຶ່ງມີ ທ່ານ ວັນເຮືອງ ວົງວິຈິດ ເປັນຫົວໜ້າ, ທ່ານ ສຸວັນທອນ ບຸບຜານຸວົງ ແລະ ຜູ້ອື່ນໆເຮັດໜ້າທີ່ນັກຂ່າວ, ນັກວິຊາການເຕັກນິກ ອັນໄດ້ເຮັດໃຫ້ສຳນັກຂ່າວສານມີຄວາມເຂັ້ມແຂງ, ຮັບປະກັນການອອກຂ່າວທັນກັບເວລາ.
ເພື່ອກະກຽມໃຫ້ແກ່ການຢຶດອໍານາດໃນຂອບເຂດທົ່ວປະເທດ ສຳນັກຂ່າວສານປະເທດ ລາວ ກໍໄດ້ສົ່ງນັກຂ່າວລົງຕິດຕາມທຸກຂະບວນການຢຶດອໍານາດ ເຊັ່ນ: ຢູ່ສະຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ຫລວງພະບາງ ແລະ ບ່ອນອື່ນໆ. ສະເພາະຢູ່ວຽງຈັນ ແມ່ນໄດ້ອອກຂ່າວ ແລະ ບົດກ່ຽວກັບການຢຶດອໍານາດຢູ່ໃນແຕ່ລະມືອງ, ກົມກອງ ແລະ ການໂຮມຊຸມນຸມຢືດອໍານາດຢູ່ນະຄອນຫລວງວຽງຈັນ ເມື່ອວັນທີ 23 ສິງຫາ 1975 ທີ່ເດີ່ນພະທາດຫລວງ. ມ້ວນທ້າຍກໍໄດ້ເກັບກຳຂ່າວ-ຮູບພາບ ກອງປະຊຸມຜູ້ແທນປະຊາຊົນ ທົ່ວປະເທດປະກາດສ້າງຕັ້ງ ສປປ ລາວ ຂຶ້ນ ເມື່ອວັນທີ 1-2 ທັນວາ ປີ 1975 ອັນເປັນການສິ້ນສຸດ ລະບອບລາຊາທິປະໄຕ ແລະ ສິ້ນສຸດສົງຄາມຮຸກຮານຂອງ ຈັກກະພັດອາເມລິກາ ແລະ ພວກລູກແຫລ້ງຕີນມືປະຕິການຢູ່ປະເທດເຮົາ.
ຂ່າວສານປະເທດລາວ ໄດ້ຜ່ານເສັ້ນທາງທຸລະກັນດານ, ລະອິດລະອ້ຽວ, ໃນເມື່ອກ່ອນມີພຽງເຄື່ອງຈັກໂທ ລະເລກເກົ່າ 1 ເຄື່ອງ, ຕໍ່ມາມີ 3 ເຄື່ອງ; ເຄື່ອງສົ່ງ (ຈັກກະຈາຍ) ມີຈັກ T 50, T 100, T 500, T 1000, 5 KW, ສ່ວນເຄື່ອງຮັບ ກໍມີຈັກໂທລະພິມ P 250, P 371, TOPON, EKAD. ນັບແຕ່ປີ 1975 ເປັນຕົ້ນມາ, ຂ່າວສານປະເທດລາວ ໄດ້ພັດທະນາທາງດ້ານເຕັກນິກເປັນກ້າວໆມາ ໃນທົ່ວປະເທດ, ມີການພົວພັນຮ່ວມມືກັບສຳນັກຂ່າວ ສານຫວຽດນາມ (VNA) ຂອງ ສສ ຫວຽດນາມ ແລະ ສຳນັກຂ່າວສານຊິນຮວາ (XINHUA) ຂອງ ສປ ຈີນ; ເປັນສະມາຊິກຂອງອົງການຂ່າວສານບັນດາປະເທດບໍ່ຮ່ວມກຸ່ມ ແລະ ເປັນສະມາຊິກອົງການຂ່າວສານບັນດາປະເທດອາຊີ-ປາຊີຟິກ ຊຶ່ງໄລຍະຜ່ານມາໄດ້ຍາດແຍ່ງການຊ່ວຍເຫລືອທາງດ້ານວັດຖຸ, ເຕັກນິກ, ການສ້າງພະນັກງານ ແລະ ແລກປ່ຽນຂ່າວສານນຳກັນ.
ຂ່າວສານປະເທດລາວ ຫລື ຂປລ ໄດ້ມີຫລາຍຜະລິດຕະພັນສິ່ງພິມ ເຊັ່ນ: ໃບຂ່າວຄົ້ນຄວ້າລາຍວັນ, ໜັງສືພິມປະເທດລາວລາຍວັນ, ເວັບໄຊ (ພາສາລາວ, ພາສາອັງກິດ) ແລະ ອື່ນໆ. ເພື່ອເປີດກວ້າງຊ່ອງທາງເຜີຍແຜ່ຂໍ້ມູນຂ່າວສານ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ຕົກມາໃນໄລຍະປັດຈຸບັນນີ້ ສໍານັກຂ່າວສານປະເທດລາວ ກໍໄດ້ຫັນການກະຈາຍຂໍ້ມູນຂ່າວສານແບບເກົ່າ ໄປສູ່ແບບໃໝ່ທີ່ທັນສະໄໝ ຜ່ານລະບົບອິນເຕີເນັດ ຄື: ເວັບໄຊ ແລະ ສື່ອອນລາຍ Facebook, Youtube ແລະ ອື່ນໆ.
ພາຍຫລັງການຢຶດອຳນາດຂອງປະຊາຊົນບັນດາເຜົ່າ ທົ່ວນະຄອນຫລວງວຽງຈັນສໍາເລັດ ໃນວັນທີ 23 ສິງຫາ 1975, ໜັງສືພິມ “ວຽງຈັນໃໝ່” ຊຶ່ງມີຕົ້ນກຳເນີດມາຈາກໜັງສືພິມວຽງຈັນໂພສ ກໍໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 1 ກັນຍາ 1975 ເປັນກະບອກສຽງຂອງຄະນະພັກ ນະຄອນຫລວງວຽງຈັນ, ທີ່ເຮັດໜ້າທີ່ໂຄສະນາປຸກລະດົມຂົນຂວາຍມວນຊົນ ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການພັດທະນາ ນະຄອນຫລວງໃຫ້ຮັ່ງມີເຂັ້ມແຂງ, ສີວິໄລຢ່າງບໍ່ຢຸດຢັ້ງ; ປັດຈຸບັນ ມີໜັງສືພິມວຽງຈັນໃໝ່ລາຍວັນ, ວຽງຈັນທຸລະກິດ-ສັງຄົມລາຍສັບປະດາ.
ການກຳເນີດເກີດຂຶ້ນ ຂອງໂທລະພາບແຫ່ງຊາດລາວ ແມ່ນເວທີໃໝ່ ໃນການໂຄສະນາແນວທາງ, ນະໂຍບາຍ, ນຳເອົາຂໍ້ມູນຂ່າວສານ, ສາລະຄວາມຮູ້ ແລະ ສາລະບັນເທີງ ດ້ວຍການກະຈາຍພາບ ແລະ ສຽງ. ໃນຕອນບ່າຍວັນທີ 01 ທັນວາ 1983 ໂທລະພາບແຫ່ງລັດ ກໍຄື ໂທລະພາບແຫ່ງຊາດລາວ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ເປັນລາຍການໂທລະພາບສີ, ກະຈາຍພາບ ແລະ ສຽງ ຢ່າງສະຫງ່າຜ່າເຜີຍເປັນເທື່ອທຳອິດ ອອກສູ່ສາຍຕາປວງຊົນຊາວນະຄອນຫລວງວຽງຈັນ ແລະ ບໍລິເວນໃກ້ຄຽງ. ນັບແຕ່ມື້ໂທລະພາບໄດ້ຮັບການສ້າງຕັ້ງ ໄດ້ມີການພົວພັນຮ່ວມມືກັບບັນດາອົງການຈັດຕັ້ງສື່ມວນຊົນເວົ້າລວມ, ເວົ້າສະເພາະກັບ VTV ຂອງ ສສ ຫວຽດນາມ; CCTV ຂອງ ສປ ຈີນ; NHK ຂອງຍີ່ປຸ່ນ; KBS ຂອງ ສ. ເກົາຫຼີ; CFI ຂອງຝຣັ່ງ; DWTV ຂອງເຢຍຣະມັນ; ອົງການ ABU ແລະ ອົງການ AIBD ເປັນຕົ້ນ ຊຶ່ງລ້ວນແຕ່ໄດ້ໃຫ້ການຊ່ວຍເຫລືອ ແກ່ໂທລະພາບແຫ່ງຊາດລາວ.
ພາຍຫລັງພັກ ປປ ລາວ ມີແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫລັກການ, ວຽກງານສື່ມວນຊົນ ຍິ່ງມີບົດບາດສຳຄັນໃນການເຜີຍແຜ່ ແນວທາງປ່ຽນແປງໃໝ່ຂອງພັກ ລົງສູ່ທ້ອງຖິ່ນຮາກຖານປະຊາຊົນ ແລະ ເປີດກວ້າງການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ແລະ ໃນໂລກ. ສະນັ້ນ, ການເກີດຂຶ້ນຂອງໜັງສືພິມພາສາຕ່າງປະເທດ “ໜັງສືພິມວຽງຈັນທາມ ພາສາອັງກິດລາຍສັບປະດາ” ບໍ່ແມ່ນເລື່ອງບັງເອີນ, ແຕ່ແມ່ນຄວາມມຸ່ງມາດປາຖະໜາຂອງຄະນະນຳກະຊວງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ ສປປ ລາວ ໄດ້ມີການເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດຕ່າງໆ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນຫຼາຍຂຶ້ນ. ໜັງສືພິມວຽງຈັນທາມລາຍສັບປະດາ, ມີ 16 ໜ້າ ເປັນຮູບຂາວ-ດຳ ສະບັບທຳອິດໄດ້ຈັດອອກພິມໃນວັນທີ 7 ເມສາ 1994 ເຊິ່ງກົງກັບວັນເປີດຂົວມິດຕະພາບລາວ-ໄທ ແຫ່ງທຳອິດຢ່າງເປັນທາງການ.
ຈາກນັ້ນຕໍ່ມາ, ໜັງສືພິມພາສາຕ່າງປະເທດ ໄດ້ຮັບການພັດທະນາເລື້ອຍມາ ເປັນຕົ້ນ: ໄດ້ຫັນປ່ຽນໜັງສືພິມວຽງຈັນທາມ ລາຍສັບປະດາໃນປີ 1994 ມາເປັນລາຍ 2 ສະບັບຕໍ່ອາທິດໃນປີ 1996 ແລະ ເປັນລາຍວັນໃນປີ 2004; ໃນວັນທີ 19/11/1998, ວາລະສານ ເລີເຣໂນວາເຕີ ທີ່ເປັນພາສາຝຣັ່ງ ໄດ້ຮັບການສ້າງຕັ້ງຂຶ້ນ; ນອກຈາກນັ້ນ, ຍັງໄດ້ມີບໍລິການຂໍ້ມູນຂ່າວສານ ຜ່ານລະບົບອິນເຕີເນັດອອນລາຍ.
ໜັງສືພິມພາສາຕ່າງປະເທດ ໄດ້ຖືກຮັບເຂົ້າເປັນສະມາຊິກອົງການເຄືອຂ່າຍຂ່າວໜັງສືພິມອາຊີ, ທີ່ມີໜັງສືພິມລະດັບຊາດຈຳນວນ 23 ໜັງສືພິມໃນ 19 ປະເທດໃນອາຊີທີ່ເປັນສະມາຊິກ ເຊິ່ງມີການແລກປ່ຽນຂ່າວ ແລະ ບົດປະກອບພາບ ໃຫ້ໜັງສືພິມປະເທດສະມາຊິກທຸກວັນ, ມີການຟຶກວຽກງານຂ່າວ ແລະ ສັບປ່ຽນກັນໄປປະຈຳການຢູ່ສູນປະສານ ຂອງອົງການເຄືອຂ່າຍຂ່າວອາຊີ ທີ່ມີສຳນັກງານຕັ້ງຢູ່ບາງກອກ ລາຊະອານາຈັກໄທ.
ກົມສື່ມວນຊົນ, ກົມວັນນະຄະດີ ແລະ ພິມຈຳໜ່າຍ ເປັນອົງການຈັດຕັ້ງຄຸ້ມຄອງລັດ ທາງດ້ານວິຊາການ ຊຶ່ງມີພາລະບົດບາດ ໃນການກຳນົດຍຸດທະສາດ, ແຜນງານ, ໂຄງການ, ສ້າງບັນດານິຕິກຳ, ເຜີຍແຜ່ສຶກສາອົບຮົມ, ບຳລຸງສ້າງພະນັກງານລັດຖະກອນ ຢູ່ພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານສື່ມວນຊົນ. ວຽກງານວັນນະຄະດີ ແລະ ພິມຈໍາໜ່າຍ ຜ່ານມາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການສ້າງແຜນພັດທະນາ, ຄົ້ນຄວ້າ, ສ້າງ ແລະ ເຜີຍແຜ່ກົດໝາຍ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ; ຈັດຕັ້ງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ວິຊາສະເພາະໃຫ້ແກ່ພະນັກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢູ່ສູນກາງ, ແຂວງ ແລະ ເມືອງໃນທົ່ວປະເທດ. ບັນດາສະມາຄົມຕ່າງໆ ເປັນຕົ້ນ: ສະມາຄົມນັກຂ່າວແຫ່ງ ສປປ ລາວ ກໍໄດ້ຮ່ວມມືກັບບັນດາອົງການຈັດຕັ້ງສາກົນຈັດສໍມະນາ ແລະ ຝຶກອົບຮົມໃຫ້ພະນັກງານສື່ມວນຊົນລາວຫລາຍຄັ້ງ; ສະມາຄົມນັກປະພັນລາວ; ສະມາຄົມການພິມ ສປປ ລາວ ແລະ ສະມາຄົມຫໍສະມຸດລາວ ກໍໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ວຍຄວາມຮັບຜິດຊອບສູງ.
KPL