ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບປະທານສະພາ ແຫ່ງຊາດ ກຳປູເຈຍ ແລະ ປະທານສະພາ ແຫ່ງ ລາຊະອານາຈັກໄທ

12/08/2026 09:20
ຂປລ ໃນວັນທີ 11 ສິງຫາ 2026 ນີ້, ທີ່ສໍານັກງານປະທານປະເທດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສົມເດັດ ມະຫາ ຣັດ ສະເພຍທິກາ ທິພະໄດ ຄູນ ສຸດາຣີ ກໍາມະການກົມການເມືອງສູນກາງ ພັກປະຊາຊົນກໍາປູເຈຍ, ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາ ຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂ້ັນສູງພັກ, ລັດ ກໍາປູເຈຍ.

    ຂປລ.  ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລເຖິງດວງວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາໃນ ວັນທີ 8 ສິງຫາ 2026 ທີ່ຜ່ານມາ.

    ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຄອບຄົວພົມວິຫານ ສະແດງຄວາມຂອບໃຈ ແລະ ຊາບຊ້ຶງຕ່ໍສົມເດັດ ຄູນ ສຸດາຣີ ທ່ີໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດ ແລະ ປະຊາຊົນກໍາປູເຈຍອ້າຍນ້ອງ ທີ່ເດີນທາງມາຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງສະຫາຍ  ໄຊສົມພອນ ພົມວິຫານ ຊຶ່ງເປັນການບິແບ່ງຄວາມເສົ້າໂສກເສຍດາຍຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ທັງເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊ້ືອທ່ີດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ເປັນການໃຫ້ກຳລັງໃຈອັນໃຫຍ່ຫລວງໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ, ທັງເປັນການປະກອບສ່ວນສໍາຄັນເຂ້ົາໃນການເພີ່ມພູນຄູນສ້າງສາຍພົວພັນ ທີ່ເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ແລະ ຍາວນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

     ສົມເດັດ ມະຫາ ຣັດສະເພຍທິ ກາ ທິພະໄດ ຄູນ ສຸດາຣີ ໄດ້ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນກໍາປູເຈຍ, ສະພາແຫ່ງຊາດ ແລະ ປະຊາຊົນກໍາປູເຈຍ ສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊ້ຶງຕ່ໍການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນງານຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ເປັນການນຳຫລັກແຫລ່ງຂອງພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ເປັນນັກຮົບປະຕິວັດທີ່ຈົງຮັກພັກດີ, ທີ່ຕະຫລອດຊີວິດໄດ້ເສຍສະລະສູ້ຊົນ ເພື່ອຄວາມຜາສຸກຂອງປະຊາຊົນລາວ ແລະ ປະກອບສ່ວນຢ່າງໃຫຍ່ຫລວງໃນພາລະກິດປົກກຮັກສາ ແລະ ການພັດທະນາປະເທດ ສປປ ລາວ. 

    ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫລວງສຳລັບພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ, ແຕ່ຫາກຍັງເປັນການສູນເສຍເພື່ອນມິດທີ່ດີຂອງພັກ, ລັດ ແລະ ປະຊາຊົນກໍາ ປູເຈຍ ອີກດ້ວຍ. ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ຂໍແບ່ງເບົາຄວາມເສົ້າສະຫລົດໃຈອັນສຸດຊຶ້ງ ມາຍັງຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ຄອບຄົວ ພົມວິຫານ ມານະໂອກາດນີ້ ແລະ ເຊື່ອໝັ້ນວ່າພັກ, ລັດ, ປະຊາຊົນລາວອ້າຍນ້ອງ ແລະຄອບຄົວ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ ຫລວງນີ້ ແລະ ສືບຕໍ່ພາລະກິດປັກປັກຮັກສາ ແລະ ສ້າງສາປະເທດລາວໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.

     ໃນມື້ດຽວກັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕາງໜ້າໃຫ້ສະພາແຫ່ງຊາດ, ລັດຖະບານ, ຄອບຄົວ ພົມວິຫານ ແລະ ປະຊາຊົນລາວບັນດາເຜ່ົາຕ້ອນຮັບທ່ານ ໂສພົນ ຊາຣຳ ປະທານລັດຖະສະພາແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະເຊັ່ນດຽວກັນ.

    ໃນໂອກາດນີ້, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ທ່ານ ໂສພົນ ຊາຣຳ ແລະ ຜ່ານທ່ານໄປຍັງກົມສົມເດັດພະເທບ, ນາຍົກລັດຖະມົນຕີ ແລະ ບັນດາການນໍາຂັ້ນສູງ ແຫ່ງ ລາຊະອານາຈັກໄທ ທ່ີໄດ້ນຳສ່ົງພວງມາລາສະແດງຄວາມເສ້ົາສະຫລົດໃຈເຖິງຄອບຄົວ ພົມວິຫານ ກໍຄືປະຊາຊົນລາວບັນດາເຜົ່າ ຊຶ່ງເປັນການສະແດງອອກເຖິງນໍ້າໃຈ, ຄວາມສາມັກຄີຮັກແພງຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕທີ່ມີປະທານ ໄກສອນ ພົມວິຫານ ແລະ ພະບາດສົມເດັດພະເຈົ້າຢູ່ຫົວລາຊະການທີ 9 ໄດ້ວາງຮາກຖານໃຫ້ການພົວພັນ ລາວ-ໄທ ທີ່ດີໃນເມື່ອກ່ອນມາຈົນເຖິງປັດຈຸບັນ. ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນລາວ ທັງເປັນການສູນເສຍຄົນສຳຄັນທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ ລາວ-ໄທ ໃຫ້ຈະເລີນງອກງາມໃນປັດຈຸບັນ ໂດຍສະເພາະທ່ານໄດ້ມີສ່ວນສໍາຄັນໃນການຊຸກຍູ້ການຈັດຕັ້ງປະຕິບັດ ແຜນປະຕິບັດງານວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງແຕ່ລະດ້ານໃຫ້ເປັນຮູບປະທໍາ ທັງມີບົດບາດສຳຄັນໃນການຊຸກຍູ້ “ການທູດລັດຖະສະພາ” ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃຫ້ກ້າວເຂ້ົາສູ່ລວງເລິກ, ຈະເລີນງອກງາມ ແລະ ຂະຫຍາຍຕົວມາເຖິງປັດຈຸບັນ.

     ພ້ອມດຽວກັນນ້ີ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຖືໂອກາດດັ່ງກ່າວຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ໄທ ທີ່ໄດ້ມີການຜັນຂະຫຍາຍ ແລະ ເຕີບໃຫຍ່ຂະຫຍາຍຕົວຕະຫລອດໄລຍະຜ່ານມາ ຊຶ່ງໃນປີ 2025 ຜ່ານມາ ສອງຝ່າຍໄດ້ຈັດກິດຈະກໍາຫລາຍຢ່າງ ເພື່ອສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນ. ອັນພົ້ນເດັ່ນແມ່ນການເປີດຂົວມິດຕະພາບ ລາວ-ໄທ ແຫ່ງທີ 5, ການຢ້ຽມຢາມທາງລັດຖະກິດ ຂອງພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວ ແລະ ພະລາຊິນີ ຢ່ ສປປ ລາວ, ການສະເດັດຢ້ຽມຢາມ ສປປ ລາວ ຂອງກົມສົມເດັດພະເທບ. ນອກຈາກນີ້, ຍັງມີການແລກປ່ຽນການຢ້ຽມຢາມຂອງຫົວໜ້າລັດຖະບານ, ລັດຖະມົນຕີຕ່າງປະເທດ ແລະ ການພົບປະຂອງການນຳຂ້ັນຕ່າງໆໃນໂອກາດທ່ີສໍາຄັນຕ່າງໆຂອງທັງສອງຝ່າຍ.

     ໃນຂະນະດຽວກັນ, ທ່ານປະ ທານລັດຖະສະພາ ໂສພົນ ຊາຣຳ ກໍໄດ້ຕາງໜ້າໃຫ້ລັດຖະສະພາ ແລະ ປະຊາຊົນ ແຫ່ງ ລາຊະອານາຈັກໄທ ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊ້ຶງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະຄອບຄົວ ພົມວິຫານ ທ່ີໄດ້ສູນເສຍຜູ້ນໍາທ່ີເຄົາລົບຮັກໃນຄ້ັງນ້ີ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າລັດຖະບານ ແລະ ປະຊາຊົນລາວ ກໍຄື ຄອບຄົວ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກອັນໃຫຍ່ຫລວງໃນຄັ້ງນີ້ໂດຍໄວ ແລະ ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃຫ້ນັບມື້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ

            ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top