ບົດບາດສື່ມວນຊົນປ້ອງກັນປະເທດຊາດ (ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ, ວັນທີ 13 ສິງຫາ 1950-13 ສິງຫາ 2026)

12/08/2026 10:10
ຂປລ ຂປລ. ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມ ຈຳໜ່ານໄດ້ໝູນວຽນມາຮອດອີກວາລະໜຶ່ງ ຊຶ່ງສື່ ມວນຊົນທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນລ້ວນແຕ່ເອົາໃຈໃສ່ສ້າງຜົນງານ ເພື່ອຂ່ຳນັບຮັບຕ້ອນວັນດັ່ງກ່າວ ໃຫ້ມີຄວາມໝາຍສໍາຄັນເລິກເຊິ່ງ.

ຂປລ. ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມ ຈຳໜ່ານໄດ້ໝູນວຽນມາຮອດອີກວາລະໜຶ່ງ ຊຶ່ງສື່ ມວນຊົນທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນລ້ວນແຕ່ເອົາໃຈໃສ່ສ້າງຜົນງານ ເພື່ອຂ່ຳນັບຮັບຕ້ອນວັນດັ່ງກ່າວ ໃຫ້ມີຄວາມໝາຍສໍາຄັນເລິກເຊິ່ງ. ດັ່ງນັ້ນ, ມື້ນີ້ ໜັງສືພິມປະເທດລາວ ຂໍຍົກເອົາບາງຄຳເຫັນຂອງ ສະຫາຍ ພົ.ຕ ແສງມະນີວອນ ຄໍາມະນີ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບກອງ ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ກ່ຽວກັບບົດບາດສໍາຄັນສື່ມວນຊົນປ້ອງກັນຊາດໃຫ້ພວກເຮົາຮັບຮູ້ນຳກັນ.

ສະຫາຍ ພົ.ຕ ແສງມະນີວອນ ຄໍາມະນີ ໄດ້ກ່າວ ວ່າ: ບົດບາດສໍາຄັນຂອງສື່ມວນຊົນປ້ອງກັນຊາດ ໃນການສຶກສາອົບຮົມການເມືອງ-ແນວຄິດທົ່ວກໍາລັງເຫລົ່າຮົບ ແລະ ທົ່ວສັງຄົມ ທັງໄດ້ຕິດພັນກັບຂະບວນວິວັດການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ການສູ້ຮົບມີໄຊຂອງທັບ ແລະ ປະຊາຊົນເຮົາ, ມີບົດບາດສໍາຄັນ ບໍ່ພຽງແຕ່ເປັນກະບອກສຽງຮຽກເອີ້ນ ແລະ ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ ເທົ່ານັ້ນ. ແຕ່ຍັງເປັນພາຫະນະ ແລະ ອາວຸດອັນແຫລມຄົມ ເຮັດໃຫ້ກໍາລັງປະກອບອາວຸດປະຊາຊົນ ຮັກສາໄດ້ທາດແທ້ມູນເຊື້ອອັນດີງາມຂອງຕົນສາມາດເຮັດສໍາເລັດໜ້າທີ່ໃນແຕ່ລະໄລຍະ, ປະກອບສ່ວນຮ່ວມກັບສື່ອື່ນໆນໍາສະເໜີແນວທາງແຜນນະໂຍບາຍຂອງພັກ ກົດໝາຍຂອງລັດ, ມູນເຊື້ອປະຫວັດສາດ, ຜົນງານການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນແຕ່ລະໄລຍະ ເພື່ອສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອ ກະພາບສູງ. ເຫັນໄດ້ຄວາມໝາຍຄວາມສໍາຄັນດັ່ງກ່າວນັ້ນ, ຄະນະນໍາກະຊວງປ້ອງກັນປະເທດ ໄດ້ເອົາ ໃຈໃສ່ຊີ້ນໍາຕໍ່ວຽກງານສື່ມວນຊົນໃນກອງທັບຢ່າງໃກ້ສິດ,ໂດຍໄດ້ສຸມໃສ່ປັບປຸງການຈັດຕັ້ງກໍ່ສ້າງບຸກຄະລາກອນ, ປະກອບພາຫະນະເຕັກນິກຢ່າງຄົບຖ້ວນ. ປັດຈຸບັນສື່ມວນຊົນກອງທັບປະກອບມີ (ວິທະຍຸກະຈາຍສຽງກອງທັບ, ໂທລະ ພາບກອງທັບ, ໜັງສືພິມ ກອງທັບ ແລະ ວາລະສານປ້ອງກັນຊາດ), ພ້ອມດ້ວຍຕາໜ່າງຂ່າວ ທີ່ໄດ້ກະຈາຍຢູ່ບັນດາກໍາລັງຫລວງ ແລະ ກໍາລັງທ້ອງຖິ່ນໃນທົ່ວປະເທດ.

   ພ້ອມນີ້, ໃນໄລຍະຜ່ານມາໄດ້ເອົາໃຈໃສ່ຊີ້ນໍາສື່ມວນຊົນກອງທັບ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ວິຊາສະເພາະ, ສຸມໃສ່ໂຄສະນາ  ບັນຫາສໍາຄັນຕ່າງໆຂອງຊາດຂອງພັກ-ລັດ ແລະ ຂອງກອງທັບຕິດຕາມການ ເຄື່ອນໄຫວຂອງການນໍາ ພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດ ແລະ ການເຄື່ອນໄຫວຂອງບັນດາກົມກອງໃນຂອບເຂດ ທົ່ວກະຊວງປ້ອງກັນປະເທດໂດຍສະເພາະການສະເຫລີມສະຫລອງ 3 ວັນປະຫວັດສາດໃນປີຜ່ານມາ, ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ. ໃນນີ້, ວຽກງານທີ່ພົ້ນເດັ່ນ ສະເພາະສື່ມວນຊົນໃນກອງທັບໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ປັບປຸງ ພັດທະນາເນື້ອໃນໜັງສືພິມ, ວາລະສານປ້ອງກັນຊາດ, ການຈັດທຳລາຍການວິທະຍຸ-ໂທລະພາບ, ໃຫ້ນັບມື້ ມີຄວາມອຸດົມສົມບູນ, ຄົມແຫລມ, ຫລາກຫລາຍ ຮູບແບບສີສັນ ແລະ ທັນສະໄໝ ທັງສື່ສິ່ງພິມ ແລະ ສື່ເອເລັກໂຕລນິກ ເພື່ອດຶງດູດຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ( ສະແດງອອກຄື: ການບໍລິໂພກຂ່າວ ແລະ ການເຂົ້າ ເຖິງຂອງທົ່ວສັງຄົມ, ກໍຄືບັນດາສື່ຂອງກອງທັບເຊັ່ນ: ລາຍການໂທລະພາບ 90%, ໜັງສືພິມ 90%, ລາຍ ການວິທະຍຸກະຈາຍສຽງ 75% ແລະ ວາລະສານ ປ້ອງກັນຊາດ 60% ).  ທັງຮັບໃຊ້ໜ້າທີ່ການເມືອງ ໃນຖານະເປັນກະບອກສຽງຂອງຄະນະພັກກະຊວງ ປ້ອງກັນປະເທດ ຮັບປະກັນການໂຄສະນາ ໄປຕາມ ທິດຊີ້ນໍາຂອງພັກ-ລັດ, ປະກອບສ່ວນ ແລະ ມີບົດ ບາດອັນສໍາຄັນເຂົ້າໃນການປຸກລະດົມຊຸກຍູ້ການເມືອງແນວຄິດ ຂອງພະນັກງານນັກຮົບ, ການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະ ເທດຊາດ, ຂະບວນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຂະບວນການ ສ້າງຜົນງານອຸທິດໃຫ້ແກ່ວັນປະຫວັດສາດສໍາຄັນ ຂອງຊາດຂອງພັກ ແລະ ຂອງກອງທັບ, ຂະບວນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ.

KPL

ຂ່າວອື່ນໆ

ads
ads

Top