ສປ ຈີນ ສຳເລັດການສ້າງແຜນທີ່ ທໍລະນີວິທະຍາ ຂອງດວງຈັນໝົດດວງ ສະບັບໃໝ່

08/08/2026 10:40
Email Print 291
ຂປລ ທີມ​ງານ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ​ຈີນ​ ໄດ້​ສຳ​ເລັດ ​ການ​​ສ້າງ​ແຜນ​ທີ່​ທໍ​ລະ​ນີ​ ວິ​ທະ​ຍາ ຂອງ​ດວງ​ຈັນ​ໝົດ​ດວງ​ ໂດຍ​ອີງ​ຕາມ​ອັດ​ຕາ​ສ່ວນ 1:5.000.000

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຫວ່າ​ງ​ມໍ່ໆ​ມາ​ນີ້, ທີມ​ງານ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ​ຈີນ​ ໄດ້​ສຳ​ເລັດ ​ການ​​ສ້າງ​ແຜນ​ທີ່​ທໍ​ລະ​ນີ​ ວິ​ທະ​ຍາ ຂອງ​ດວງ​ຈັນ​ໝົດ​ດວງ​ ໂດຍ​ອີງ​ຕາມ​ອັດ​ຕາ​ສ່ວນ 1:5.000.000, ແຜນ​ທີ່​ນີ້ ມີ​ຄວາມ​ຍາວ​ປະ​ມານ 280 ຊັງ​ຕີ​ແມັດ, ສູງ​ປະ​ມານ 120 ຊັງ​ຕີ​ແມັດ, ​ພ້ອມ​ດ້ວຍແຜນ​ທີ່ ​ທໍ​ລະ​ນີ​ວິ​ທະ​ຍາ​​ ບາງສ່ວນຂອງ​ຂົ້ວໃຕ້​ ແລະ ຂົ້ວ​ ​ເໜືອຂອງ​ດວງ​ຈັນ, ​ລະ​ບຸ​ຢ່າງ​ແມ່ນ​ຢຳ ​ຕໍ່​ຂຸມ​ອຸກ​ກະ​ບາດ ຫລາຍກວ່າ 13.000 ຂຸມ ແລະ ອ່າງ​ອຸກ​ກະ​ບາດ 81 ແຫ່ງ ແລະ​ ຈຳ​ແນກ​ປະ​ເພດ​​ທໍ​ລະ​ນີ ອອກ​ເປັນ 14 ປະ​ເພດ ແລະ ​ຫີນ​ໃຫຍ່ 17 ປະ​ເພດ. ນັບ​ແຕ່​​ການ​ຕັ້ງ​ໂຄງ​ການ ​ເມື່ອ​ປີ 2004 ເປັນ​ຕົ້ນ​ມາ, ສປ ຈີນ​ ໄດ້​ດຳ​ເນີນ​ໂຄງ​ການ​ສຳຫລວດດວງ​ຈັນ ​ເປັນ​ເວ​ລາ 20 ກວ່າ​ປີ, ປະ​ສົບ​ຜົນ​ສຳ​ເລັດໃໝ່ໆ​ ຢ່າງ​ບໍ່​ຢຸດ​ຢັ້ງບົນ​ເສັ້ນ​ທາງ ​ທີ່​ເຕັມ​ໄປ​ດ້ວຍ​ສະ​ຕິ​ປັນ​ຍາ ແລະ ຄວາມກ້າ​ຫານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top