ຂປລ
ກະຊວງ ການຄ້າຂອງຈີນ ປະກາດ ຍົກລະດັບ ການຄວບຄຸມ ການສົ່ງອອກ ສິນຄ້າ ທີ່ນຳໃຊ້ໄດ້ ສອງທາງ (Dual-use) ທີ່ກ່ຽວຂ້ອງກັບ ໂດຣນ ໄປຍັງ ສ.ອາເມລິກາ ໂດຍເລີ່ມ ມີຜົນບັງຄັບໃຊ້ ຕັ້ງແຕ່ ວັນທີ 5 ສິງຫາ ເປັນຕົ້ນໄປ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ການຄ້າຂອງຈີນ ປະກາດ ຍົກລະດັບ ການຄວບຄຸມ ການສົ່ງອອກ ສິນຄ້າ ທີ່ນຳໃຊ້ໄດ້ ສອງທາງ (Dual-use) ທີ່ກ່ຽວຂ້ອງກັບ ໂດຣນ ໄປຍັງ ສ.ອາເມລິກາ ໂດຍເລີ່ມ ມີຜົນບັງຄັບໃຊ້ ຕັ້ງແຕ່ ວັນທີ 5 ສິງຫາ ເປັນຕົ້ນໄປ.
ຈຸດປະສົງຕົ້ນຕໍ ຂອງ ມາດຕະການ ດັ່ງກ່າວ ເພື່ອຮັກສາ ຄວາມໝັ້ນຄົງ ແລະ ຜົນປະໂຫຍດ ລະດັບຊາດ ລວມທັງ ການປະຕິບັດ ຕາມພັນທະ ກໍລະນີ ລະຫວ່າງ ປະເທດ. ການສົ່ງອອກໂດຣນ, ຊິ້ນສ່ວນສຳຄັນ ຂອງ ໂດຣນ ແລະ ເຕັກໂນໂລຊີ ທີ່ກ່ຽວຂ້ອງ ເຊິ່ງຢູ່ໃນ ບັນຊີ ຄວບຄຸມ ການສົ່ງອອກ ສິນຄ້າ ທີ່ນຳໃຊ້ໄດ້ ສອງທາງຂອງຈີນ ຈະຕ້ອງຜ່ານການ ພິຈາລະນາ ເປັນລາຍ ກໍລະນີ ຢ່າງເຂັ້ມງວດ ຖ້າຫາກ ມີປາຍທາງ ໄປຍັງ ສ.ອາເມລິກາ ແລະ ຈະບໍ່ໄດ້ຮັບສິດ ໃຊ້ມາດຕະການ ອຳນວຍ ຄວາມສະດວກ ໃນການຂໍໃບອະນຸຍາດ ສົ່ງອອກ./
KPL