ຂປລ
ສະຫະພັນເຂົ້າ ກຳປູເຈຍ ລາຍງານວ່າ: ກໍາປູເຈຍ ສົ່ງອອກ ເຂົ້າສານ ຈຳນວນ 707.471 ໂຕນ ໃນໄລຍະເດືອນ ມັງກອນ-ເດືອນກໍລະກົດ ປີ 2026
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສະຫະພັນເຂົ້າ ກຳປູເຈຍ ລາຍງານວ່າ: ກໍາປູເຈຍ ສົ່ງອອກ ເຂົ້າສານ ຈຳນວນ 707.471 ໂຕນ ໃນໄລຍະເດືອນ ມັງກອນ-ເດືອນກໍລະກົດ ປີ 2026, ເພີ່ມຂຶ້ນ 68% ເມື່ອທຽບໃສ່ ປີຕໍ່ປີ ແລະ ສ້າງລາຍໄດ້ 415 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 34,3 ເມື່ອທຽບໃສ່ປີຕໍ່ປີ.
ທ່ານ ເລຍຊຸນຮູ ປະທານ ສະຫະພັນເຂົ້າ ຄາດວ່າ ກຳປູເຈຍ ຈະສາມາດ ບັນລຸເປົ້າໝາຍ ການສົ່ງອອກເຂົ້າສານ 1 ລ້ານໂຕນ ໃນປີນີ້ ຕາມທີ່ ລັດຖະບານ ໄດ້ຕັ້ງເປົ້າໝາຍໄວ້ ເມື່ອພິຈາລະນາ ຈາກຜົນການ ດຳເນີນງານ ທີ່ ເຂັ້ມແຂງໃນເດືອນກໍລະກົດ, ເປັນຄັ້ງທຳອິດ ທີ່ ປະລິມານ ການສົ່ງອອກ ເຂົ້າສານ ຕໍ່ປີ ຂອງ ກຳປູເຈຍ ບັນລຸ 1 ລ້ານໂຕນ ຖ້າຫາກເຮັດຕາມ ເປົ້າໝາຍ ໄດ້ສຳເລັດ.
ໃນໄລຍະເດືອນມັງກອນ-ເດືອນກໍລະກົດ ມີບໍລິສັດ 61 ແຫ່ງ ສົ່ງອອກເຂົ້າສານ ກຳປູເຈຍ ໄປຍັງ 66 ປະເທດ ແລະ ພາກພື້ນ ທົ່ວໂລກ ໂດຍສະເພາະ ກຸ່ມປະເທດ ອາຊຽນ, ຈີນ ແລະ ສະຫະພາບ ເອີຣົບ ຍັງຄົງເປັນ ຕະຫລາດສົ່ງອອກຫລັກ ສຳລັບ ເຂົ້າກຳປູເຈຍ ເຊິ່ງເຂົ້າຫອມ ປະເພດ 1 ກວມເອົາອັດຕາສ່ວນຫລັກ ໃນຕະຫລາດສົ່ງອອກ (59,2%), ຖັດມາ ຄື: ເຂົ້າຂາວ (23,6%) ແລະ ເຂົ້າຫັກ (13,7%) . ໃນຂະນະທີ່ ເຂົ້າອິນຊີ ແລະອື່ນໆ ກວມເອົາ ອັດຕາສ່ວນທີ່ເຫລືອ 3,5%./
KPL