ສິງກະໂປ ສະເໜີຮ່າງກົດໝາຍເສີມກຳລັງປາບປາມສະແກມເມີ

07/08/2026 17:02
ຂປລ ກະຊວງກິດຈະການ ພາຍໃນ ຂອງ ສິງກະໂປ ສະ ເໜີຮ່າງແກ້ໄຂ ກົດໝາຍ ວ່າດ້ວຍ ຕ້ານການ ຫລອກລວງ ສໍ້ໂກງ ແລະ ປະເດັນສຳຄັນອື່ນໆ ເຂົ້າສູ່ ການພິຈາລະນາ ຄັ້ງທຳອິດ ຂອງ ລັດຖະສະພາ ເພື່ອເພີ່ມ ຄວາມເຂັ້ມແຂງ ໃຫ້ແກ່ ກອບກົດໝາຍ ໃນການ ຮັບມື ກັບ ບັນຫາ ຫລອກລວງສໍ້ໂກງ ຫລື ພວກສະແກມເມີ ທີ່ ພັດທະນາໄປ ຢ່າງວ່ອງໄວ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງກິດຈະການ ພາຍໃນ ຂອງ ສິງກະໂປ ສະ ເໜີຮ່າງແກ້ໄຂ ກົດໝາຍ ວ່າດ້ວຍ ຕ້ານການ ຫລອກລວງ ສໍ້ໂກງ ແລະ ປະເດັນສຳຄັນອື່ນໆ ເຂົ້າສູ່ ການພິຈາລະນາ ຄັ້ງທຳອິດ ຂອງ ລັດຖະສະພາ ເພື່ອເພີ່ມ ຄວາມເຂັ້ມແຂງ ໃຫ້ແກ່ ກອບກົດໝາຍ ໃນການ ຮັບມື ກັບ ບັນຫາ ຫລອກລວງສໍ້ໂກງ ຫລື ພວກສະແກມເມີ ທີ່ ພັດທະນາໄປ ຢ່າງວ່ອງໄວ.

ຈຸດປະສົງຕົ້ນຕໍ ຂອງ ຮ່າງກົດໝາຍ ດັ່ງກ່າວ ເພື່ອແກ້ໄຂ ກົດໝາຍ ການປົກປ້ອງ ຈາກການ ຫລອກລວງສໍ້ໂກງ, ກົດໝາຍ ວ່າດ້ວຍ ອັນຕະລາຍ ຈາກອາຊະຍາກຳ ທາງອອນລາຍ ແລະ ກົດໝາຍ ທີ່ກ່ຽວຂ້ອງ ເພື່ອເພີ່ມຂີດຄວາມສາມາດ ຂອງ ໜ່ວຍງານລັດ ໃນການກວດຈັບ, ສະກັດກັ້ນ ແລະ ປາບປາມ ການຫລອກລວງ ສໍ້ໂກງ ຮູບແບບຕ່າງໆ.

ໂດຍສ່ວນໜຶ່ງ ຂອງ ຮ່າງກົດໝາຍ ສະບັບ ດັດແກ້ນີ້ ແມ່ນເພື່ອອຳນວຍ ຄວາມສະດວກ ແລະ ປົກປ້ອງການແບ່ງປັນ ຂໍ້ມູນ ທີ່ກ່ຽວຂ້ອງກັບ ການຫລອກລວງ ສໍ້ໂກງ ລະຫວ່າງ ຕຳຫລວດ ກັບ ຜູ້ໃຫ້ບໍລິການ, ຂະຫຍາຍຂອບການຈຳກັດ ການບໍລິການ ຂອງ ບຸກຄົນ ທີ່ເຊື່ອມໂຍງ ກັບ ການຫລອກລວງ ສໍ້ໂກງ, ກຳນົດ ຄວາມຜິດໃໝ່ ທີ່ກ່ຽວຂ້ອງກັບການ ໃຊ້ບັນຊີອອນລາຍ ໃນທາງທີ່ຜິດ, ເສີມສ້າງ ຄວາມເຂັ້ມແຂງ ຂອງ ກົດໝາຍວ່າດ້ວຍ ອັນຕະລາຍ ຈາກອາຊະຍາກຳ ທາງອອນລາຍ ແລະ ເພີ່ມປະສິດທິພາບ ໃນການ ປະຕິບັດໜ້າທີ່ ຂອງ ເຈົ້າໜ້າທີ່ຕຳຫລວດ./

KPL

ຂ່າວອື່ນໆ

ads
ads

Top