ສສ ຫວຽດນາມ-ມາເລເຊຍ ສູ້ຊົນນຳວົງເງິນການຄ້າ ໃຫ້ບັນລຸລະດັບ 20 ຕື້ໂດລາສະຫະລັດໂດຍໄວ

08/08/2026 10:41
Email Print 317
ຂປລ ການ​ຕ້ອນ​ຮັບ​ ທ່ານ ທານ ຢາງໄທ (Tan Yang Thai) ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ເຂົ້າ​ຢ້ຽມ​ອຳ​ລາ​ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ສສ ຫວຽດ​ນາມ, ທ່ານ​ ເລ​ມິ​ງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢູ່ ຫວຽດ​ນາມ​ ເປັນ​ຢ່າງ​ດີເດັ່ນ ໃນ​ໄລ​ຍະ​ກວ່າ 3 ປີ​ຜ່ານ​ມາ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ ​ເຂົ້າໃນ​ການ​ຊຸກ​ຍູ​ ການ​ຮ່ວມ​ມື​ ລະ​ຫວ່າງ ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 6 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ການ​ຕ້ອນ​ຮັບ​ ທ່ານ ທານ ຢາງໄທ (Tan Yang Thai) ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ເຂົ້າ​ຢ້ຽມ​ອຳ​ລາ​ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ສສ ຫວຽດ​ນາມ, ທ່ານ​ ເລ​ມິ​ງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢູ່ ຫວຽດ​ນາມ​ ເປັນ​ຢ່າງ​ດີເດັ່ນ ໃນ​ໄລ​ຍະ​ກວ່າ 3 ປີ​ຜ່ານ​ມາ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ ​ເຂົ້າໃນ​ການ​ຊຸກ​ຍູ​ ການ​ຮ່ວມ​ມື​ ລະ​ຫວ່າງ ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ທ່ານ​​ ເລ​ມິ​ງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ສອງ​ຝ່າຍ​ ເປີດ​​ຕະຫລາດ​ສິນ​ຄ້າ​ຂອງ​ກັນ ກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ ກະ​ສິ​ກຳ, ສິນ​ໃນ​ນ້ຳ, ອຸດ​ສາ​ຫະ​ກຳ​ ສະ​ບຽງ​ອາ​ຫານ, ຜະ​ລິດ​ຕະ​ພັນເຄື່ອງ​ອາ​ໄຫລ່ ເອ​ເລັກ​ໂຕ​ນິກ, ວັດ​ຖຸ​ກໍ່​ສ້າງ. ເພື່ອ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ໃຫ້​ບັນ​ລຸ​ລະ​ດັບ 20 ຕື້ໂດລາສະຫະລັດ ຕາມ​ທິດ​ດູ່ນ​ດ່ຽງກວ່າ​ອີກ.ຈາກນັ້ນ ທ່ານ Tan Yang Thai ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຢັ້ງ​ຢືນ​ວ່າ ມາ​ເລ​ເຊຍ ​ປາດ​ຖະ​ໜາ​ ຢາກ​ຊຸກ​ຍູ້ ​ການ​ພົວ​ພັນ ສອງ​ປະ​ເທດ ໃຫ້​ພັດ​ທະ​ນາ​​ແຮງກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ ໃນບັນ​ດາ​ຂົງ​ເຂດ ທີ່​ສອງ​ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ມີ​ທ່າ​ແຮງ​ຄື: ນ້ຳ​ມັນ​ອາຍ​ແກັດ, ກະ​ສ​ິ​ກຳ, ການ​ສຶກ​ສາ ບຳ​ລຸງ​ສ້າງ, ການ​ເຫັນ​ເປັນ​ດີ​ຈີ​ຕອນ, ຄວາມ​ໝັ້ນ​ຄົງ​ດີ​ຈີ​ຕອນ, ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ແລະ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດ ​ຈະ​ປະ​ກອບ​ສ່ວນ​ສຳ​ຄັນ ​ເຂົ້າ​ໃນ​ການ​ຊຸກ​ຍູ້ ອາ​ຊຽນ ໃຫ້ສາ​ມັກ​ຄີ​ພັດ​ທະ​ນາ, ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ ໂດຍ​ສັນ​ຕິ​ວິ​ທີ ແລະ ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ ​ກົດ​ໝາຍ ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS 1982)./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top