ຂປລ
ກະຊວງຂໍ້ມູນ ແລະ ສະຖິຕິ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ຈໍານວນ ຜູ້ສູງອາຍຸ ທີ່ຍັງເຮັດວຽກ ຍັງເພີ່ມຂຶ້ນເປັນປະຫວັດສາດ ໂດຍມີເກືອບ 10,13 ລ້ານຄົນ, ເພີ່ມຂຶ້ນ 345.000 ຄົນ ເຊິ່ງຖືເປັນ ຄັ້ງທຳອິດ ທີ່ສູງກວ່າ ລະດັບ 10 ລ້ານຄົນ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງຂໍ້ມູນ ແລະ ສະຖິຕິ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ຈໍານວນ ຜູ້ສູງອາຍຸ ທີ່ຍັງເຮັດວຽກ ຍັງເພີ່ມຂຶ້ນເປັນປະຫວັດສາດ ໂດຍມີເກືອບ 10,13 ລ້ານຄົນ, ເພີ່ມຂຶ້ນ 345.000 ຄົນ ເຊິ່ງຖືເປັນ ຄັ້ງທຳອິດ ທີ່ສູງກວ່າ ລະດັບ 10 ລ້ານຄົນ ນັບຕັ້ງແຕ່ ເລີ່ມຈັດເກັບຂໍ້ມູນ ໃນປີ 2005 ແລະ ເພີ່ມຂຶ້ນ ປະມານ 1,5 ເທົ່າເທື່ອ ເມື່ອທຽບໃສ່ 10 ປີກ່ອນ. ປັດໄຈທີ່ເຮັດໃຫ້ ກຸ່ມຄົນສູງອາຍຸ ທີ່ຍັງຄົງຢູ່ ໃນຕະຫລາດແຮງງານ ແມ່ນມາຈາກທ່າອ່ຽງ ທີ່ຜູ້ສູງອາຍຸ ຈຳນວນຫລາຍ ຕ້ອງການເລື່ອນອາຍຸ ກະສຽນ ເພື່ອຫາລາຍໄດ້ມາດຳລົງຊີວິດ, ລວມທັງ ສັງຄົມ ຜູ້ສູງອາຍຸ ທີ່ພວມຂະຫຍາຍຕົວ ຢ່າງວ່ອງໄວ.
ເມື່ອເດືອນພຶດສະພາ 2026 ຜ່ານມາ, ສ.ເກົາຫລີ ມີປະຊາກອນ ທີ່ມີອາຍຸ 55-79 ປີ ຈຳນວນ 17,02 ລ້ານຄົນ, ເພີ່ມຂຶ້ນ 570.000 ຄົນ ເມື່ອທຽບໃສ່ ປີຜ່ານມາ. ໃນຈຳນວນນີ້ ມີຜູ້ສູງອາຍຸ ທີ່ມີ ສ່ວນຮ່ວມ ໃນກຳລັງ ແຮງງານ (ນັບລວມທັງ ຜູ້ມີວຽກເຮັດ ງານທຳ ແລະ ຜູ້ຫວ່າງງານ) ຈຳນວນ 10,36 ລ້ານຄົນ, ເພີ່ມຂຶ້ນ 352.000 ຄົນເມື່ອທຽບໃສ່ ປີຜ່ານມາ. ສ່ວນອັດຕາ ການຈ້າງງານ ຂອງ ປະຊາກອນສູງອາຍຸ ກວມເອົາ 59,5% ເຊິ່ງເປັນຕົວເລກສູງສຸດເປັນປະຫວັດສາດ ເມື່ອທຽບໃສ່ ປີຜ່ານມາ./
KPL