ຂປລ
ວັນທີ 4 ສິງຫາ 2026, ຄະນະຮັບຜິດຊອບ ໂຄງການ ສູນສື່ສານມວນຊົນສາກົນຈີນ ໄດ້ຈັດພິທີ ປີດ ຊຸດຝຶກອົບຮົມ ບັນດານັກຂ່າວ ພາກພື້ນອາຊີປາຊີຟິກ, ອາຟຣິກກາ, ເອີຣົບ ແລະ ອາເມລິກາລາຕິນ ຂອງ ໂຄງການລາຍງານຂ່າວ ແລະ ແລກປ່ຽນວັດທະນະທຳ ຢູ່ ນະຄອນຫລວງປັກກິ່ງ ສປ ຈີນ

ຂປລ. ວັນທີ 4 ສິງຫາ 2026, ຄະນະຮັບຜິດຊອບ ໂຄງການ ສູນສື່ສານມວນຊົນສາກົນຈີນ ໄດ້ຈັດພິທີ ປີດ ຊຸດຝຶກອົບຮົມ ບັນດານັກຂ່າວ ພາກພື້ນອາຊີປາຊີຟິກ, ອາຟຣິ ກາ, ເອີຣົບ ແລະ ອາເມລິກາລາຕິນ ຂອງ ໂຄງການລາຍງານຂ່າວ ແລະ ແລກປ່ຽນວັດທະນະທຳ ຢູ່ນະຄອນຫລວງປັກກິ່ງ ສປ ຈີນ ເປັນເວລາ 3 ເດືອນ ໂດຍມີ ທ່ານ ຫົງເລີ້ຍ ຜູ້ຊ່ວຍ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຈີນ, ທ່ານ ວູ ໄຮເຕົ້າ (Wu Haitao) ຮອງປະທານ ສະມາຄົມການທູດ ສປ ຈີນ (CPDA); ບັນດາທູດຕານຸທູດ, ທ່ານ ພູວາ ຊາມົນຕີ ຮອງຫົວໜ້າ ຄະນະຜູ້ຕາງໜ້າ ແລະ ທີ່ປຶກສາສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພ້ອມດ້ວຍ ບັນດານັກຂ່າວຈາກປະເທດຕ່າງໆ ແລະ ຕົວແທນ ສື່ມວນ ຊົນ ເຂົ້າຮ່ວມໃນພິທີ ດັ່ງກ່າວ
ໃນພິທີດັ່ງກ່າວ ທ່ານ ຫົງ ເລີ້ຍ ໄດ້ກ່າວຍ້ອງຍໍຊົມເຊີຍ ຜູ້ເຂົ້າຮ່ວມສຳລັບການລາຍງານຂ່າວ ຢ່າງກວ້າງຂວາງທົ່ວປະເທດຈີນ ໂດຍຊີ້ໃຫ້ເຫັນວ່າ ໂຄງການດັ່ງກ່າວ ໄດ້ສະໜອງ ໂອກາດ ອັນລ້ຳຄ່າໃນການເຈາະເລິກ ຄວາມເຂົ້າໃຈກ່ຽວກັບຄວາມທັນສະໄໝຂອງຈີນ ແລະ ເສັ້ນທາງການພັດທະນາຂອງປະເທດ.
ໃນໄລຍະ 3 ເດືອນ ຜ່ານມານີ້, ບັນດານັກຂ່າວ ໄດ້ໄປຢ້ຽມຢາມ 19 ແຂວງ, ນະຄອນ ແລະ ເຂດປົກຄອງຕົນເອງ ໂດຍໄດ້ຜະລິດບົດຂ່າວ ແລະ ເລື່ອງລາວຕ່າງໆ ຜ່ານຫລາຍ ຊ່ອງທາງຂອງສື່ ສັງຄົມອອນລາຍເກືອບ 4.000 ເລື່ອງ ຊຶ່ງໄດ້ຮັບການເຜີຍແຜ່ ແລະ ອອກອາກາດ ໂດຍບັນດາອົງການສື່ມວນຊົນທົ່ວຊີກໂລກໃຕ້. ທ່ານ ຫົງ ເລີ້ຍ ໄດ້ລະບຸວ່າ ຜູ້ເຂົ້າຮ່ວມ ຍັງໄດ້ສຶກສາປະຫວັດສາດ ແລະ ການບໍລິຫານ ຂອງພັກກອມມູນິດຈີນ (CPC), ລວມທັງ ການໄປຢ້ຽມຢາມ ໂຮງຮຽນສູນກາງພັກກອມມູນິດຈີນ ແລະ ສະຖານ ທີ່ປະ ຫວັດສາດ ປະຕິວັດທີ່ສຳຄັນ ໂດຍກົງກັບວັນຄົບຮອບ 105ປີ ຂອງ ການສ້າງຕັ້ງພັກກອມມູນິດຈີນ ເມື່ອວັນທີ 1 ກໍລະກົດ.
ຄຽງຄູ່ກັນນັ້ນ, ທ່ານ ຫົງ ເລີ້ຍ ຍັງກ່າວ ພ້ອມທັງ ຢືນຢັນຄືນເຖິງ ຄວາມມຸ່ງໝັ້ນຂອງຈີນ ຕໍ່ລັດທິຫຼາຍຝ່າຍ ແລະ ການພັດທະນາ ທີ່ມີຄຸນນະພາບສູງ ພາຍໃຕ້ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຂອງປະເທດ ອີກດ້ວຍ. ພ້ອມກັນນັ້ນ ທ່ານ ເສີນ ຊູ່ (Chen Xu) ປະທານ ສະມາຄົມການທູດ ສປຈີນ ກໍ່ໄດ້ມີຄຳເຫັນວ່າ: ໂຄງການດັ່ງກ່າວແມ່ນ ຂໍ້ລິເລີ່ມ ການແລກປ່ຽນ ສື່ມວນຊົນ ບັນດາປະເທດ ທີ່ໃຫຍ່ທີ່ສຸດ ຂອງ ຈີນ ໃນແງ່ຂອງການຄຸ້ມຄອງທາງພູມສາດ ແລະ ຄວາມຫຼາກຫຼາຍຂອງສື່.

ທ່ານກ່າວວ່າ ຜູ້ເຂົ້າຮ່ວມໄດ້ຮັບປະສົບການຕົວຈິງ ຜ່ານການລົງ ພາກສະໜາມ ແລະ ການແລກປ່ຽນ, ລວມທັງການເຂົ້າຮ່ວມ ກອງປະຊຸມປຶກສາຫາລື ປັນຍາປະດິດໂລກ (World Artificial Intelligence Conference) ທີ່ນະຄອນຊຽງໄຮ້, ການສຳຫຼວດມໍລະດົກວັດທະນະທຳ ພື້ນເມືອງຈີນ ເຊັ່ນ ມວຍໄທຈີ ແລະ ການຕັດເຈ້ຍ, ເວທີປາໄສວິຊາ ການ ແລະ ການທັດສະນະສຶກສາ ຢ້ຽມຢາມ ຢູ່ນະຄອນເຈນສູ. ໃນຂະນະດຽວກັນ, ທ່ານ ເສີນ ຍັງໄດ້ເນັ້ນໜັກເຖິງບົດບາດ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ຂອງ ບັນດານັກຂ່າວ ຈາກຊີກໂລກໃຕ້ ໃນການສົ່ງເສີມ ການລາຍງານຂ່າວສາກົນ ທີ່ມີຄວາມສົມດູນຍິ່ງຂຶ້ນ ແລະ ສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາປະເທດ.
ທ່ານກ່າວວ່າ "ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ວິໄສທັດທົ່ວໂລກ ແລະ ມູມມອງແບບຈີນທີ່ພວກທ່ານໄດ້ຮັບຜ່ານໂຄງການນີ້ ຈະເປັນແຮງບັນດານໃຈ ແລະ ສະໜັບສະ ໜູນ ການພັດທະນາວິຊາຊີບ ໃນອະນາຄົດຂອງພວກທ່ານ," ພ້ອມທັງ ຊຸກຍູ້ໃຫ້ຜູ້ເຂົ້າຮ່ວມ ສືບຕໍ່ປະຕິບັດໜ້າທີ່ ເປັນທູດແຫ່ງມິດຕະພາບ ແລະ ການຮ່ວມມື. ປະຈຸບັນ ໂຄງການ CIPCC ຊຶ່ງກ້າວເຂົ້າສູ່ ປີທີ 12 ແລ້ວ ໄດ້ກາຍເປັນໜຶ່ງໃນໂຄງການແລກປ່ຽນ ສື່ມວນຊົນບັນດາປະເທດຕ່າງໆ ຂອງຈີນ ໂດຍສະໜອງໂອກາດ ໃຫ້ນັກຂ່າວຈາກຫຼາຍກວ່າ 100 ປະ ເທດ ແລະ ພາກພື້ນ ໄດ້ເຂົ້າໃຈດີຂຶ້ນ ກ່ຽວກັບຄວາມທັນສະໄໝຂອງຈີນ, ສົ່ງເສີມການແລກປ່ຽນວິຊາຊີບ ແລະ ສ້າງສາຍພົວພັນອັນຍາວນານ ລະຫວ່າງປະຊາຊົນກັບປະຊາຊົນ./
ຮູບ-ຂ່າວໂດຍ: ວິນນາລີ ນາມຄາລັກ
KPL