ຂປລ
ປະຊາຊົນຫລາຍກວ່າ 1.200 ຄົນ ໄດ້ຮັບການອົບພະຍົບ ອອກຈາກພື້ນທີ່ ຫລັງເກີດເຫດ ໄຟໄໝ້ ໂຮງງານ ສານເຄມີ ເມື່ອວັນທີ 4 ສິງຫາ ສົ່ງຜົນໃຫ້ມີ ຄວັນພິດ ແຜ່ກະຈາຍ ຂິ້ນໄປສູ່ອາກາດ ຢູ່ນະຄອນຄຸນໝິງ ຂອງ ແຂວງຢູນານ ທາງພາກຕາເວັນຕົກສຽງໃຕ້ ຂອງຈີນ.
ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ: ປະຊາຊົນຫລາຍກວ່າ 1.200 ຄົນ ໄດ້ຮັບການອົບພະຍົບ ອອກຈາກພື້ນທີ່ ຫລັງເກີດເຫດ ໄຟໄໝ້ ໂຮງງານສານເຄມີ ເມື່ອວັນທີ 4 ສິງຫາ ສົ່ງຜົນໃຫ້ມີ ຄວັນພິດ ແຜ່ກະຈາຍ ຂິ້ນໄປສູ່ອາກາດ ຢູ່ນະຄອນຄຸນໝິງ ຂອງ ແຂວງຢູນານ ທາງພາກຕາເວັນຕົກສຽງໃຕ້ ຂອງຈີນ.
ໜ່ວຍງານທ້ອງຖິ່ນຈີນ ເປີດເຜີຍວ່າ: ເຫດເພີງໄໝ້ ດັ່ງກ່າວ ໄດ້ເກີດຂຶ້ນ ໃນລະຫວ່າງ ການຂົນຍ້າຍຟົດສະຟໍຣັດແຫລວ ທີ່ ບໍລິສັດ ຢູນານ ຫ່າວໝິງ ໄຟນ໌ ຟົດສະຟໍຣັດ ເຄມີຄອນ (Yunnan Haoming Fine Phosphorus Chemical) ໃນເຂດຈິ້ນໜິງ ນະຄອນຄຸນໝິງ.
ປັດຈຸບັນນີ້, ເຈົ້າໜ້າທີ່ ກ່ຽວຂ້ອງ ສາມາດ ຄວບຄຸມໄຟໄໝ້ ໄດ້ແລ້ວ ແລະ ບໍ່ມີລາຍງານ ຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ. ເຖິງຢ່າງໃດກໍຕາມ, ເຫດການໃນຄັ້ງນີ້ ເຮັດໃຫ້ ເກີດຄວັນ ສົ່ງຜົນກະທົບ ຕໍ່ຄຸນນະພາບ ອາກາດ ໃນພື້ນທີ່ຊົ່ວຄາວ ດ້ວຍການສຳຜັດ ຫລື ສູດດົມຄວັນ ດັ່ງກ່າວ ອາດຈະກໍ່ໃຫ້ເກີດ ການລະຄາຍເຄືອງ ຕໍ່ດວງຕາ, ດັງ ແລະ ລະບົບທາງເດີນຫາຍໃຈ. ພາຍຫລັງເກີດເຫດການນີ້, ທາງບໍລິສັດ ໄດ້ຢຸດຕິການຜະລິດ ແລະ ການດຳເນີນງານ ຊົ່ວຄາວ ໃນຂະນະທີ່ ໜ່ວຍງານ ທີ່ກ່ຽວຂ້ອງ ຈະສືບຕໍ່ກວດກາ ແລະ ປະເມີນ ຜົນກະທົບ ດ້ານສິ່ງແວດລ້ອມຕໍ່ໄປ ສ່ວນສາເຫດຂອງໄຟໄໝ້ ຍັງຢູ່ໃນລະຫວ່າງ ການສືບສວນ ສອບສວນ./
KPL