ສີລັງກາ ເລັ່ງຂະຫຍາຍອາຍຸການຕຳຫລວດ 1 ປີ

06/08/2026 22:06
ຂປລ ທ່ານ ອານັນດາ ວິເຈປາລາ ລັດຖະມົນຕີ ກະຊວງ ຄວາມໝັ້ນຄົງ ສາທາລະນະ ແລະ ກິດຈະການ ລັດຖະສະພາ ສີລັງກາ ເປີດເຜີຍວ່າ: ສີລັງກາ ພວມພິຈາລະນາ ອະນຸມັດ ການຕໍ່ອາຍຸການ ອອກໄປອີກ 1 ປີ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ອານັນດາ ວິເຈປາລາ ລັດຖະມົນຕີ ກະຊວງ ຄວາມໝັ້ນຄົງ ສາທາລະນະ ແລະ ກິດຈະການ ລັດຖະສະພາ ສີລັງກາ ເປີດເຜີຍວ່າ: ສີລັງກາ ພວມພິຈາລະນາ ອະນຸມັດ ການຕໍ່ອາຍຸການ ອອກໄປອີກ 1 ປີ ໃຫ້ແກ່ ເຈົ້າໜ້າທີ່ຕຳຫລວດ ທີ່ມີ ອາຍຸຄົບ 60 ປີ ແລະ ມີປະຫວັດການ ເຮັດວຽກ ດ້ວຍຄວາມປະພຶດດີ.

ລັດຖະບານ ສີລັງກາ ໄດ້ໂອນຍ້າຍ ບຸກຄະລາກອນ ຈາກ ກົມຄວາມໝັ້ນຄົງ ຝ່າຍພົນລະເຮືອນ ຈຳນວນ 10.000 ຄົນ ເຂົ້າຮ່ວມການປະຕິບັດງານ ໃນກອງບັນຊາການ ຕຳຫລວດ ໂດຍມີ ຜູ້ມາລາຍງານຕົວ ເພື່ອປະຕິບັດ ໜ້າທີ່ແລ້ວ ຈຳນວນ 6.000 ຄົນ. ນອກຈາກນີ້, ທາງການ ສີລັງກາ ພວມເລັ່ງ ດຳເນີນ ມາດຕະການຕ່າງໆ  ເພື່ອແກ້ໄຂບັນຫາ ການຂາດແຄນ ກຳລັງພົນ ແລະ ຫລຸດຜ່ອນ ວຽກງານທີ່ໜັກໜ່ວງ ຂອງ ເຈົ້າໜ້າທີ່ຕຳຫລວດ ໂດຍສະເພາະ ກຸ່ມເຈົ້າໜ້າທີ່ຕຳຫລວດຊັ້ນຜູ້ນ້ອຍ./

KPL

ຂ່າວອື່ນໆ

ads
ads

Top