ຂປລ
ນັກຂ່າວ ຍີ່ປຸ່ນ ລາຍງານວ່າ: ຄະນະ ລັດຖະມົນຕີ ຂອງ ນາຍົກ ລັດຖະມົນຕີ ຊານາເອະ ທາຄາອິຈິ ໄດ້ມີມະຕິ ອະນຸມັດ ການໃຊ້ ງົບປະມານ ສຳຮອງ ປະມານ 2,42 ໝື່ນລ້ານເຢນ ຂອງ ສົກປີ ງົບປະມານ 2026 ດ້ວຍວົງເງິນ ປະມານ 1 ພັນຕື້ເຢນ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ນັກຂ່າວ ຍີ່ປຸ່ນ ລາຍງານວ່າ: ຄະນະ ລັດຖະມົນຕີ ຂອງ ນາຍົກ ລັດຖະມົນຕີ ຊານາເອະ ທາຄາອິຈິ ໄດ້ມີມະຕິ ອະນຸມັດ ການໃຊ້ ງົບປະມານ ສຳຮອງ ປະມານ 2,42 ໝື່ນລ້ານເຢນ ຂອງ ສົກປີ ງົບປະມານ 2026 ດ້ວຍວົງເງິນ ປະມານ 1 ພັນຕື້ເຢນ ເພື່ອຊ່ວຍເຫລືອ ພື້ນທີ່ ທີ່ໄດ້ຮັບຄວາມເສຍຫາຍ ຈາກເຫດການ ແຜ່ນດິນໄຫວ ຢ່າງຮຸນແຮງ ໃນແຂວງຄຸມາໂມໂຕ ທາງຕາເວັນຕົກສ່ຽງໃຕ້ ຂອງຍີ່ປຸ່ນ ເມື່ອອາທິດຜ່ານມາ. ລັດຖະບານ ຍີ່ປຸ່ນ ສາມາດ ໄດ້ຕັດສິນໃຈ ໃຫ້ໃຊ້ງົບດັ່ງກ່າວ ໂດຍບໍ່ຈຳເປັນຕ້ອງ ຜ່ານການພິຈາລະນາ ຂອງ ລັດຖະສະພາ.
ໂດຍງົບປະມານ ປະມານ 2,06 ໝື່ນລ້ານເຢນ ເພື່ອສ້ອມແປງຖະໜົນ, ຂົວ ແລະ ສິ່ງອຳນວຍຄວາມສະດວກ ສາທາລະນະ ທີ່ໄດ້ຮັບຄວາມ ເສຍຫາຍ ເພື່ອອຳນວຍ ຄວາມສະດວກ ໃນການເຂົ້າເຖິງ ພື້ນທີ່ ປະສົບໄພ ແລະ ການໃຫ້ຄວາມ ຊ່ວຍເຫລືອ ສຸກເສີນ ພ້ອມກັນນັ້ນ ຍັງຈັດສັນ ງົບປະມານ 2,4 ຕື້ເຢນ ສຳລັບ ຈັດຫາອາຫານ, ນ້ຳດື່ມ, ຫ້ອງອາບນ້ຳ ເຄື່ອນທີ່, ຕຽງ ແລະ ເຄື່ອງປັບ ອາກາດ ເຄື່ອນທີ່ ສະເພາະຈຸດໃຫ້ແກ່ ຜູ້ອົບພະຍົບ. ສ່ວນ 1,2 ຕື້ເຢນ ຈະນຳໃຊ້ ເຂົ້າໃນ ການກໍ່ສ້າງ ແລະ ຈັດຫາ ທີ່ຢູ່ອາໄສ ຊົ່ວຄາວ ເຊິ່ງລັດ ຖະບານແຂວງ ຄຸມາໂມໂຕ ເປັນຜູ້ຈັດຕັ້ງປະຕິບັດ./
KPL