ຂປລ
ໂຄງການລຶບລ້າງການ ຈຳແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ແຮງງານ ເດັກຢູ່ ສປປ ລາວ ເພື່ອສົ່ງເສີມ ການຄ້າ ແລະ ປະຕິບັດລະບຽບ ການຂອງອົງການແຮງງານສາກົນ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານການາດາ ຈັດກອງ ປະຊຸມສ້າງຄວາມເຂັ້ມແຂງດ້ານນະໂຍບາຍ, ການຈັດຕັ້ງກົນໄກ ແລະ ການຈັດຕັ້ງປະຕິບັດດ້ານ ການພົວພັນແຮງງານ ເພື່ອແກ້ໄຂ ການຈຳແນກ, ຄວາມຮຸນແຮງ ແລະ ການລ່ວງລະເມີດທາງເພດ ຢູ່ສະຖານທີ່ເຮັດວຽກໃນວັນທີ 25 ມິຖຸນາ 2026 ຜ່ານມານີ້, ຢູ່ ນະຄອນຫລວງວຽງຈັນ
ໂດຍການ ເປັນປະທານຂອງທ່ານ ວຽງປະສິດ ທິບພະສຸດາ ຜູ້ປະສານງານອົງການ ແຮງງານສາກົນ ປະຈຳລາວ, ທ່ານ ອາທິລັດ ອຸດົມເດດ ຮອງຫົວໜ້າ ກົມປົກປ້ອງສະຫະພັນສູນກາງ ກຳມະບານລາວ ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ຄະນະບໍລິຫານສະ ພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໂດຍມີຜູ້ຕາງໜ້າ ຈາກພາກລັດ, ພາກເອກະຊົນ, ອົງ ການຈັດຕັ້ງ ແລະ ຂະແໜງການທີ່ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນ ເພື່ອຍົກສູງຄວາມຮູ້, ຄວາມເຂົ້າ ໃຈກ່ຽວກັບຫລັກການ ແລະ ມາດ ຕະຖານສາກົນດ້ານແຮງງານ ໂດຍ ສະເພາະການປ້ອງກັນ ແລະ ແກ້ໄຂ ການຈຳແນກ, ຄວາມຮຸນແຮງແລະ ການລ່ວງລະເມີດທາງເພດ ໃນສະຖານທີ່ເຮັດວຽກ. ພ້ອມກັນນີ້, ຍັງເປັນເວທີແລກປ່ຽນປະສົບການ, ບົດຮຽນ ແລະ ແນວທາງໃນການ ສ້າງສະພາບແວດລ້ອມການເຮັດ ວຽກທີ່ປອດໄພ, ເທົ່າທຽມ ແລະ ມີການເຄົາລົບສິດທິຂອງແຮງງານ ທຸກຄົນ. ທັງນີ້, ກໍເພື່ອແນໃສ່ເສີມ ສ້າງຄວາມຮ່ວມມືລະຫວ່າງພາກ ສ່ວນຕ່າງໆ ເພື່ອຜັກດັນໃຫ້ການ ຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການດ້ານການພົວພັນແຮງ ງານມີປະສິດທິຜົນຍິ່ງຂຶ້ນອັນຈະ ປະກອບສ່ວນສ້າງສັງຄົມໃຫ້ມີຄວາມ ເປັນທຳ ແລະ ຍືນຍົງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີຫລາຍ ຫົວຂໍ້ສຳຄັນກ່ຽວກັບການພົວພັນ ແຮງງານຢູ່ ສປປ ລາວ ໂດຍສະ ເພາະສະພາບການໃນປັດຈຸບັນ ແລະ ວິໄສທັດໃນອະນາຄົດ ໂດຍໄດ້ທົບ ທວນສະພາບການຄ້າ, ການພົວພັນ ແຮງງານ ແລະ ການປະຕິບັດຕາມ ມາດຕະຖານແຮງງານລວມທັງ ບັນຫາການຈຳແນກທາງເພດ, ຄວາມຮຸນແຮງ ແລະ ການລ່ວງ ລະເມີດໃນສະຖານທີ່ເຮັດວຽກ, ພ້ອມນີ້, ຍັງໄດ້ຮັບຟັງການນຳສະ ເໜີກ່ຽວກັບນະໂຍບາຍ, ລະບຽບ ການ ແລະ ສິ່ງທ້າທາຍຕ່າງໆທີ່ ສປປ ລາວ ພວມຜະເຊີນໃນປັດຈຸ ບັນ. ພ້ອມກັນນີ້, ຍັງໄດ້ນໍາສະເໜີ ຫລັກການ ແລະ ສິດທິຂັ້ນພື້ນຖານ ໃນການເຮັດວຽກ (FPRW) ຕາມ ຄຳແນະນຳຂອງອົງການແຮງງານ ສາກົນ (ILO) ໂດຍເນັ້ນໜັກເຖິງ ການຈຳແນກ, ຄວາມສະເໝີພາບ ທາງເພດ ແລະ ການປ້ອງກັນຄວາມ ຮຸນແຮງໃນສະຖານທີ່ເຮັດວຽກ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ ຮ່ວມກິດຈະກຳ ເພື່ອທົບທວນຄືນ ກົດໝາຍແຮງງານ ແລະ ນະໂຍ ບາຍ ແລະ ພາກປະຕິບັດດ້ານການ ພົວພັນແຮງງານຢູ່ ສປປ ລາວ ໂດຍ ເນັ້ນໃສ່ສະພາບການ ແລະ ສິ່ງ ທ້າທາຍໃນການປະຕິບັດຕາມລະ ບຽບການທີ່ກ່ຽວຂ້ອງກັບຄວາມ ສະເໝີພາບທາງເພດ, ການບໍ່ຈຳ ແນກ ແລະ ການລ່ວງລະເມີດຢູ່ສະ ຖານທີ່ເຮັດວຽກ ແລະ ພາກປະຕິບັດ ກ່ຽວກັບການປຶກສາຫາລື, ການ ຮ່ວມມື, ການຮ້ອງທຸກ ແລະ ການ ແກ້ໄຂຂໍ້ຂັດແຍ່ງໃນຂັ້ນວິສາຫະກິດ ແລະ ຂັ້ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຂ່າວ: ກິດຕາ
KPL