ຂປລ
ອົງຄະນະພັກຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ເປີດ ຂະບວນການແຂ່ງຂັນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈໍາປີ 2026 ໃນວັນທີ 30 ກໍລະກົດ 2026
ໂດຍການ
ເປັນປະທານຂອງສະຫາຍ ບົວຄົງ
ນາມມະວົງ ກຳມະການສູນກາງ
ພັກ, ເລຂາຄະນະບໍລິຫານງານ
ພັກ ຫສນຍ, ມີສະຫາຍຮອງເລຂາ,
ບັນດາສະຫາຍຄະນະປະຈຳພັກ,
ຄະນະບໍລິຫານງານພັກ, ເລຂາ
ໜ່ວຍພັກຮາກຖານ ພ້ອມດ້ວຍສະ
ມາຊິກພັກພາຍໃນອົງຄະນະພັກ
ຫສນຍ ເຂົ້າຮ່ວມ.
ສະຫາຍ ເຂິງຄຳ ແກ້ວໜູຈັນຮອງເລຂາຄະນະບໍລິຫານງານພັກ
ຫສນຍ ໄດ້ລາຍງານໃຫ້ຊາບກ່ຽວ
ກັບການຈັດຕັ້ງປະຕິບັດແຜນການ
ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ
ແຂງ, ໜັກແໜ້ນ ປະຈໍາປີ 2025
ໂດຍໄດ້ນຳພາ ແລະ ພ້ອມກັນຈັດ
ຕັ້ງຜັນຂະຫຍາຍຄຳສັ່ງຂອງກົມ
ການເມືອງສູນກາງພັກ ວ່າດ້ວຍ
ການເພີ່ມທະວີການກໍ່ສ້າງໜ່ວຍ
ພັກປອດໃສ, ເຂັ້ມແຂງ, ໜັກ
ແໜ້ນ ກໍຄື ຄຳແນະນຳຂອງຄະນະ
ຈັດຕັ້ງສູນກາງພັກ ໃນການຈັດຕັ້ງ
ປະຕິບັດວຽກງານດັ່ງກ່າວ ໃຫ້ມີ
ປະສິດທິພາບ ແລະ ປະສິດທິຜົນ,
ພ້ອມກັນນັ້ນ ຄະນະຮັບຜິດຊອບ
ປະເມີນຜົນຂອງ ຫສນຍ ກໍໄດ້ຕິດ
ຕາມຊຸກຍູ້ໃນແຕ່ລະໄລຍະ. ທົ່ວ
ອົງຄະນະພັກ ຫສນຍ ມີທັງໝົດ
11 ໜ່ວຍພັກຮາກຖານຂຶ້ນກັບ,
ມີສະມາຊິກພັກ ທັງໝົດ 475
ສະຫາຍ, ຍິງ 168 ສະຫາຍ. ໃນ
ນັ້ນ, ສະມາຊິກພັກ ທີ່ມີເງື່ອນໄຂ
ຜ່ານບົດສຳຫລວດ ແລະ ຈັດປະ
ເພດສະມາຊິກພັກ ຈຳນວນ 326
ສະຫາຍ, ຍິງ 120 ສະຫາຍ. ຜ່ານ
ການປະເມີນ ສາມາດຕີລາຄາປະ
ເພດແຂງ ຈຳນວນ 326 ສະຫາຍ,
ຍິງ 120 ສະຫາຍ, ກວມເອົາ
100%. ຈາກຜົນການປະເມີນດັ່ງ
ກ່າວ, ສະແດງໃຫ້ເຫັນວ່າ ບັນດາ
ໜ່ວຍພັກຮາກຖານແມ່ນມີຄວາມ
ຮັບຜິດຊອບ, ເອົາໃຈໃສ່ປະຕິບັດຕາມແຜນ ແລະ ເງື່ອນໄຂມາດຖານ
ທີ່ກຳນົດໄວ້, ການຕີລາຄາປະເມີນ
ສະມາຊິກພັກ ແມ່ນແທດເໝາະ
ກັບສະພາບການເຄື່ອນໄຫວຕົວ
ຈິງຂອງສະມາຊິກພັກ ຊຶ່ງຄະນະ
ປະຈໍາພັກ ຫສນຍ ເຫັນດີຮັບຮອງ
ແລະ ສະເໜີຄະນະຈັດຕັ້ງສູນກາງ
ພັກ ຮັບຮອງເອົາ 11 ໜ່ວຍພັກ
ຮາກຖານທີ່ຂຶ້ນກັບອົງຄະນະພັກ
ຫສນຍ ເປັນໜ່ວຍພັກປອດໃສ, ເຂັ້ມ
ແຂງ, ໜັກແໜ້ນ ປະຈໍາປີ 2025.
ໃນໂອກາດດັ່ງກ່າວ, ສະຫາຍ
ເລຂາຄະນະບໍລິຫານງານພັກ
ຫສນຍ ໄດ້ມອບໃບຢັ້ງຢືນໃຫ້ແກ່
ບັນດາໜ່ວຍພັກ ທີ່ໄດ້ຮັບຮອງເປັນ
ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ
ແໜ້ນ ແລະ ນໍາພາຈັບມືແຂ່ງຂັນ
ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ
ແຂງ, ໜັກແໜ້ນ ປະຈໍາປີ 2026.
ພ້ອມທັງສະແດງຄວາມຍ້ອງຍໍຊົມ
ເຊີຍຕໍ່ຜົນສໍາເລັດທີ່ບັນດາໜ່ວຍພັກ
ຮາກຖານທົ່ວອົງຄະນະພັກ ຫສນຍ
ສາມາດຍາດມາໄດ້ໃນປີ 2025
ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມ
ບາງດ້ານເປັນຕົ້ນໃຫ້ແຕ່ລະໜ່ວຍ
ພັກ ຈົ່ງສືບຕໍ່ຮັກສາມູນເຊື້ອ ແລະ
ນາມມະຍົດໜ່ວຍພັກປອດໃສ, ເຂັ້ມ
ແຂງ, ໜັກແໜ້ນ ໂດຍເລີ່ມຈາກ
ສະມາຊິກພັກທຸກສະຫາຍ; ນຳເອົາ
ແຜນ ແລະ ຂໍ້ແຂ່ງຂັນການກໍ່ສ້າງ
ໜ່ວຍພັກປອດໃສ, ເຂັ້ມແຂງ,
ໜັກແໜ້ນ ປະຈຳປີ 2026 ຂອງ
ອົງຄະນະພັກ ຫສນຍ ໄປຈັດຕັ້ງ
ຜັນຂະຫຍາຍເຂົ້າໃນໜ່ວຍພັກ
ຮາກຖານຂອງຕົນ ໂດຍຫັນເປັນ
ແຜນການອັນລະອຽດ, ມີການ
ມອບໝາຍຄວາມຮັບຜິດຊອບ ແລະ
ຕິດຕາມຊຸກຍູ້ແຕ່ລະໄລຍະ; ສືບຕໍ່ຍົກ
ລະດັບຄຸນນະພາບໃນການກໍ່ສ້າງ
ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ
ແໜ້ນ ໃຫ້ສູງກວ່າເກົ່າ; ສືບຕໍ່ຈັດຕັ້ງ
ຜັນຂະຫຍາຍມະຕິກອງປະຊຸມໃຫຍ່
ຄັ້ງທີ XII ຂອງພັກ ແລະ ມະຕິກອງ
ປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະ
ພັກ ຫສນຍ ເປັນອັນລະອຽດ ແລະ
ໄດ້ຮັບໝາກຜົນຕົວຈິງ; ສືບຕໍ່ປັບປຸງ
ກົງຈັກການຈັດຕັ້ງພັກ-ລັດ ໃຫ້ເຂັ້ມ
ແຂງ ໂດຍຕິດພັນກັບການກຳນົດຕໍາ
ແໜ່ງງານໃຫ້ຈະແຈ້ງ ແລະ ບັນຈຸ
ສັບຊ້ອນບຸກຄະລາກອນເຂົ້າໃນ
ຕຳແໜ່ງງານໃຫ້ແທດເໝາະ; ໃຫ້
ແຕ່ລະໜ່ວຍພັກກວດກາຄືນບັນດາ
ຈຸດອ່ອນ-ຂໍ້ຄົງຄ້າງໃນໄລຍະຜ່ານ
ມາຂອງຕົນ ເພື່ອພ້ອມກັນສືບຕໍ່
ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີ
ຂຶ້ນ; ຍົກສູງຄວາມຮັບຜິດຊອບທາງ
ດ້ານການເມືອງປະຕິບັດໜ້າທີ່ທີ່ຖືກ
ມອບໝາຍໃຫ້ມີຜົນສຳເລັດ; ເພີ່ມ
ທະວີຄວາມສາມັກຄີເປັນປຶກແຜ່ນ
ແໜ້ນໜາ, ຮັກແພງ, ຊ່ວຍເຫລືອ
ເຊິ່ງກັນ ແລະ ກັນ ເພື່ອພ້ອມກັນ
ກ້າວໜ້າໃນທຸກວຽກງານ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
KPL