
(ຂປລ) ກອງປະຊຸມປັນຍາປະດິດໂລກ ປະຈຳປີ 2026 (World AI Conference 2026) ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 17 ກໍລະກົດ 2026 ຢູ່ນະຄອນຊຽງໄຮ, ສປຈີນ.
ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນ ເປັນເວລາ 4 ວັນ (ແຕ່ວັນທີ17-20ກໍລະກົດ) ເຊິ່ງມີບັນດາ ຜູ້ນໍາຂັ້ນສູງ, ນັກວິຊາການ ດ້ານເຕັກໂນໂລຊີ ແລະ ຜູ້ກຳນົົດນະໂຍບາຍ ຈາກບັນດາ ປະເທດທົ່ວໂລກ ເຂົ້າຮ່ວມ ເພື່ອປຶກສາຫາລື ກ່ຽວກັບ ການພັດທະນາ ແລະ ການນຳໃຊ້ປັນຍາປະດິດ (AI) ໃຫ້ເປັນພື້ນຖານ ສຳຄັນ ໃນການພັດທະນາໂລກ ໃນອະນາຄົດ. ບັນດາ ຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ນໍາໂດຍ ທ່ານ ທອງສະຫວັນພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ.
ປະທານສີຈິ້ນຜິງ ໄດ້ກ່າວເນັ້ນ ໃນເວລາ ເປີດກອງປະຊຸມດັ່ງກ່າວວ່າ ກອງປະຊຸມນີ້ ຈະສຸມໃສ່ 6 ເສົາຫຼັກ ສໍາຄັນຄື: ການຈັດເວທີປຶກສາຫາລື ດ້ານວິຊາການ, ການແລກປ່ຽນ ທາງວິຊາການ, ການວາງສະແດງ ອຸດສາຫະກຳ, ການສົ່ງເສີມ ນະວັດຕະກຳ, ການນຳໃຊ້ຕົວຈິງ ແລະ ການພັດ ທະ ນາຊັບພະຍາກອນມະນຸດ.

ປະທານສີຈິ້ນຜິງ ໄດ້ຍົກໃຫ້ເຫັນເຖິງ ປະຫວັດສາດ ການພັດທະນາ ຂອງ ມວນມະນຸດ ຕັ້ງແຕ່ຍຸກເຄື່ອງຈັກ ອາຍນ້ຳ, ຍຸກໄຟຟ້າ ຈົນມາເຖິງ ຍຸກອິນເຕີເນັດ, ພ້ອມທັງ ລະບຸວ່າ ຍຸກປັດຈຸບັນ ແມ່ນຍຸກແຫ່ງການ ຫັນປ່ຽນ ທາງເຕັກໂນໂລຊີ ຢ່າງກ້າວກະໂດດ. ຄຽງຄູ່ກັນນັ້ນ, ທ່ານຍັງ ໄດ້ເນັ້ນວ່າ ເອໄອ(AI) ເຊິ່ງມີ ລັກສະນະໂດດເດັ່ນໃນດ້ານ "ອິນເຕີເນັດຂອງທຸກສິ່ງ", ການຮ່ວມມື ລະຫວ່າງ ມະນຸດກັບເຄື່ອງຈັກ ແລະ ການ ເຊື່ອມ ໂຍງ ແບບຂ້າມ ຂອບເຂດ, ເຊິ່ງກຳລັງສ້າງພະລັງ ແຫ່ງການປ່ຽນແປງຢ່າງມະຫາສານ.
ຢ່າງໃດກໍຕາມ, ປະທານສີຈິ້ນຜິງ ໄດ້ຕັກເຕືອນເຖິງ ສິ່ງທ້າທາຍ ທີ່ ມວນມະນຸດຕ້ອງ ຜະເຊີນໜ້າວ່າ ພວກເຮົາ ຈະຢູ່ຮ່ວມກັບ ປັນຍາ ຂອງເຄື່ອງຈັກ ໄດ້ແນວໃດ? ຈະຮັບປະກັນ ຄວາມປອດໄພໃນການຕັດສິນໃຈ ດ້ວຍລະບົບອັນກໍຣິດ (Algorithm) ໄດ້ແນວໃດ? ແລະ ຈະຮັກ ສາ ຈັນຍາບັນ ແລະ ຄວາມສະເໝີພາບ ໃນສັງຄົມໄດ້ແນວໃດ ຕໍ່ສະພາບທີ່ຊ່ອງວ່າງ ທາງດິຈິຕອນ ມີທ່າອ່ຽງເພີ່ມຂຶ້ນ.

ໃນໂອກາດນີ້, ປະທານສີຈິ້ນຜິງ ຍັງໄດ້ສະເໜີຂອບຍຸດທະສາດ ສຳລັບ ປະຊາຄົມໂລກ ໂດຍເນັ້ນວ່າ ປັນຍາປະດິດ ຕ້ອງຖືກນຳໃຊ້ ເພື່ອສົ່ງເສີມ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ປົກປ້ອງຄວາມໝັ້ນຄົງ ຂອງໂລກ ຄື: ການຮ່ວມມືແບບ ເປີດກວ້າງ ແລະ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ; ປັນຍາປະດິດເປັນເຄື່ອງຈັກສຳຄັນ ຂອງ ການເຕີບໂຕ ທາງເສດຖະກິດໂລກ. ທຸກປະເທດ ຕ້ອງຍຶດໝັ້ນ ການພັດທະນາ ແບບເປີດເຜີຍ (Open-source) ເພື່ອຍົກລະດັບ ອຸດສາຫະກຳດັ້ງເດີມ ແລະ ສ້າງຮູບແບບ ເສດຖະກິດໃໝ່. ການບໍລິຫານ ຈັດການຄວາມສ່ຽງ ແລະ ຄວາມປອດໄພ: ເອໄອ(AI) ຕ້ອງເປັນ "ຄູ່ຮ່ວມທີ່ໜ້າເຊື່ອຖື" ຂອງ ມະນຸດ. ດັ່ງນັ້ນ, ຕ້ອງມີການສ້າງ ລະບຽບກົດໝາຍ, ການຕິດຕາມ ທາງເຕັກນິກ ແລະ ກົນໄກ ຕອບໂຕ້ ສຸກເສີນ ເພື່ອປ້ອງກັນການນຳໃຊ້ທີ່ຜິດພາດ. ຄວາມຫຼາກຫຼາຍ ທາງວັດທະນະທຳ, ການພັດທະນາ ປັນຍາປະດິດ ຕ້ອງບໍ່ທຳລາຍ ຄວາມ ຫຼາກ ຫຼາຍ ທາງວັດທະນະທຳ, ແຕ່ຄວນເປັນຂົວຕໍ່ ໃນການສົ່ງເສີມ ການສື່ສານ ແລະ ຄວາມເຂົ້າໃຈອັນດີງາມ ລະຫວ່າງ ວັດທະນະທຳຕ່າງໆ.

ປັນຍາປະດິດ ເປັນພູມປັນຍາ ຮ່ວມກັນ ຂອງມວນມະນຸດ. ຈີນ ສະໜັບສະໜູນ ການສ້າງຂອບການບໍລິຫານໂລກ ເພື່ອປ້ອງກັນບໍ່ໃຫ້ເກີດ ການແບ່ງແຍກໃໝ່ ໃນຍຸກເອໄອ, ໂດຍສະເພາະການຊ່ວຍເຫຼືອປະເທດ ໃນກຸ່ມໂລກໃຕ້ (Global South). ໃນຂະນະທີ່ ຈີນ ຈະກ້າວເຂົ້າສູ່ "ແຜນພັດ ທະນາ 5 ປີ ຄັ້ງທີ15", ຈີນ ໄດ້ວາງຕົນເອງ ເປັນຂົວຕໍ່ລະຫວ່າງ ກົນໄກຕະຫຼາດ ທີ່ມີປະສິດທິພາບແລະ ການສະໜັບສະໜູນ ຈາກພາກລັດ.
ນອກຈາກນັ້ນ, ທ່ານ ສີ ຈິ້ນຜິງ ຍັງໄດ້ເນັ້ນວ່າ ການພັດທະນາເອໄອ ບໍ່ຄວນເປັນການ ສະແດງດ່ຽວ ຂອງປະເທດໃດ ປະເທດໜຶ່ງ, ແຕ່ຕ້ອງ ເປັນການ "ປະສານສຽງ ຂອງການຮ່ວມມື ລະດັບໂລກ".ເພື່ອຫັນຫຼັກ ການດັ່ງກ່າວ ໄປສູ່ການປະຕິບັດ, ຈີນໄດ້ປະກາດຄຳໝັ້ນສັນຍາຄື: ການສ້າງ ຄວາມ ເຂັ້ມແຂງ: ເປີດ "ແຜນການຍົກລະດັບ ການສ້າງຄວາມສາມາດ ດ້ານເອໄອ" ແລະ ສ້າງກົນໄກການຮ່ວມມືເອໄອ ເພື່ອສະໜອງ "ທາງອອກ ແບບຈີນ" ໃຫ້ແກ່ ບັນຫາທ້າທາຍຂອງໂລກ. ຊັບພະຍາກອນມະນຸດ: ສະໜອງໂກຕ້າ ການຝຶກອົບຮົມ ແລະ ວິໄຈ ດ້ານເອໄອໃຫ້ແກ່ ຜູ້ຊ່ຽວຊານ ຈາກປະເທດກຳລັງພັດທະນາ 1.000 ຄົນ ໃນໄລຍະ3ປີຕໍ່ໜ້າ. ພື້ນຖານໂຄງລ່າງ: ສ້າງສູນການຮ່ວມມື ດ້ານການນຳໃຊ້ເອໄອ ໃນລະ ດັບ ຊາດ ກັບປະເທດຕ່າງໆ ແລະ ຊຸກຍູ້ການນຳໃຊ້ລະບົບ ພະຍາກອນອາກາດ ດ້ວຍເອໄອໃນ 30 ປະເທດ."ຈີນ ພ້ອມທີ່ຈະເປີດກວ້າງ ແລະ ດຳເນີນ ການຢ່າງ ເປັນຮູບປະທຳ". ປະທານສີຈິ້ນຜິງ ໄດ້ກ່າວເຊື້ອເຊີນ ທຸກຝ່າຍ ໃຫ້ຮ່ວມມືກັນໃນການຊີ້ນຳ ການພັດທະນາປັນຍາປະດິດ ເພື່ອຜົນ ປະໂຫຍດ ທີ່ດີກວ່າເກົ່າ ຂອງສັງຄົມມະນຸດ./
ຂ່າວ-ຮູບ: ວິນນາລີ ນາມຄະລັກ