ຂປລ
ໃນຕອນເຊົ້າວັນທີ 20 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ຕາແສງປ່າໜາມ ເມືອງມະຫາໄຊ ແຂວງຄຳມ່ວນ.
ຂປລ. ໂດຍມີທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳຂອງ ແຂວງ, ເມືອງມະຫາໄຊ, ຕາແສງປ່າໜາມ, ບ້ານ ແລະ ປະຊາຊົນ ທີ່ ກ່ຽວຂ້ອງໃຫ້ການຕ້ອນຮັບ.ເມືອງມະຫາໄຊ ມີເນື້ອທີ່ທັງໝົດ 1.409 ກິໂລຕາແມັດ, ມີ 68 ບ້ານ, 4 ຕາແສງ, ປະຊາຊົນ ກວມ 95% ມີອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ; ໃນໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດຂະຫຍາຍຕົວສະເລ່ຍ 4%, ລາຍຮັບສະເລ່ຍຕໍ່ຫົວຄົນ ໄດ້ 50,3 ລ້ານກີບ/ປີ, ການເກັບລາຍຮັບເຂົ້າງົບປະມານປະຕິບັດ ໄດ້ 11,8 ຕື້ກວ່າກີບ ເທົ່າກັບ 55% ຂອງແຜນການປີ, ຜົນຜະລິດ ເຂົ້ານາແຊງໄດ້ 5.342 ໂຕນ, ມີ ໂຮງສີເຂົ້າຂະໜາດໃຫຍ່ 7 ແຫ່ງ, ຕະຫລາດຖາວອນ 1 ແຫ່ງ; ການ ສົ່ງອອກສິນຄ້າ ເປັນຕົ້ນ ຊີມັງ, ມັນ ຕົ້ນ, ສັດລ້ຽງ ແລະ ອື່ນໆບັນລຸ 74,4 ລ້ານກວ່າໂດລາສະຫະລັດ, ມີເສັ້ນທາງຄົມມະນາຄົມ ທີ່ສາມາດທຽວໄດ້ 2 ລະດູ ກວມເອົາ 99%, ລະບົບການສ່ືສານກວມເອົາ 95% ຂອງພ້ືນທ່ີທ່ົວເມືອງ, ມີບ້ານປ້ອງກັນຊາດເຂັ້ມແຂງ 6 ບ້ານ, ບ້ານປອດຢາເສດຕິດ 12 ບ້ານ, ບ້ານ ສາທາລະນະສຸກແບບຢ່າງກວມ 100%, ທ້ອນໂຮມອາວຸດລ່າເນື້ອ ໄດ້ 30 ກວ່າກະບອກ, ທົ່ວເມືອງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສະເພາະຕາແສງປ່າໜາມ ແມ່ນໄດ້ປະກາດສ້າງຕັ້ງຂຶ້ນ ໃນວັນທີ 24 ເມສາ 2026, ປະກອບມີ 25 ບ້ານ, ຮອດປັດຈຸບັນ ໄດ້ສັບຊ້ອນພະນັກງານປະຈໍາການ ແລະ ໄດ້ຮັບງົບປະມານບໍລິຫານເບື້ອງຕົ້ນແລ້ວ.
ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຄະນະນຳທຸກຂັ້ນ ສຸມໃສ່ວຽກງານຈຳນວນໜຶ່ງ ເປັນຕົ້ນເພີ່ມທະວີນຳພາ-ສຶກສາອົບຮົມການເມືອງແນວຄິດ, ປຸກລະດົມພະນັກງານ ແລະ ປະຊາຊົນຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດຢ່າງເປັນຂະບວນການທີ່ຕັ້ງໜ້າ; ສືບຕໍ່ປັບປຸງການຈັດຕັ້ງ ພາຍໃນຕາແສງປ່າໜາມ ໃຫ້ມີຄວາມເຂັ້ມແຂງ, ກົມກຽວ-ລ່ອງຊ່ອງ, ສັບຊ້ອນພະນັກງານ ໃຫ້ຖືກກັບຄວາມຮູ້ຄວາມສາມາດ ເພື່ອຮັບປະກັນການບໍລິການປະຊາຊົນ ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງ; ສູ້ຊົນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026- 2030) ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້; ເອົາໃຈໃສ່ຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ກາຍເປັນແຜນການ-ໂຄງການລະອຽດ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ມີຕະຫລາດຮອງຮັບ; ສືບຕໍ່ຄຸ້ມຄອງ, ຊຸກຍູ້ ແລະ ດຶງດູດການລົງທຶນ ຄວບຄູ່ກັບການອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ຮັບປະກັນຄວາມວ່ອງໄວ, ໂປ່ງໃສ ແລະ ແກ້ໄຂຂອດອຸດຕັນ ແລະ ກົດໜ່ວງຖ່ວງດຶງ ໂດຍສະເພາະທາງດ້ານເອກະສານ; ເພີ່ມທະວີການແກ້ໄຂບັນຫາຢາເສດຕິດ, ການຄ້າຂາຍເຖ່ືອນ, ການລັກຊັບ, ກຸ່ມມິດສາຊີບທາງອອນລາຍ ໂດຍໃຫ້ມີມາດຕະການປ້ອງກັນ ແລະ ໂຄສະນາ ໃຫ້ສັງຄົມມີສະຕິລະວັງຕົວສູງ; ການນຳຂອງເມືອງຕ້ອງເປັນແບບຢ່າງນຳໜ້າ ໃນການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມເປັນແບບຢ່າງ ໃນ ການແກ້ໄຂຂໍ້ບົກພ່ອງ ແລະ ຂໍ້ຫ້າມຕ່າງໆຢ່າງເຂັ້ມງວດ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມອບທຶນຈຳນວນໜຶ່ງໃຫ້ແກ່ເມືອງມະຫາໄຊ ເພື່ອນຳໃຊ້ເຂົ້າໃນການພັດທະນາ ແລະ ແກ້ໄຂວຽກງານທີ່ຈຳເປັນ, ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ເພື່ອນຳໄປຊ່ວຍເຫລືອ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຈໍານວນໜຶ່ງ.
KPL