ຫລາຍກວ່າ 20 ອາຊີບ ທີ່ກ່ຽວຂ້ອງກັບ ປັນຍາປະກິດ ພາຍໃນ 5 ປີຜ່ານມາ

21/07/2026 11:04
Email Print 105
ຂປລ ໃນ 5 ປີ​ຜ່ານ​ມາ, ໃນ​ບັນ​ດາ​ອາ​ຊີບ​ໃໝ່​ ທີ່​ປະ​ກາດ​ໂດຍ​ກະ​ຊວງ​ຊັບ​ພະ​ຍາ​ກອນມະ​ນຸດ ແລະ ປະ​ກັນ​ສັງ​ຄົມ​ຈີນ, ມີ ຫລາຍກວ່າ 20 ອາ​ຊີບ​ ທີ່​ກ່ຽວ​ຂ້ອງ​ກັບ​ ປັນ​ຍາ​ປະ​ດິດ​ຫລື AI ຢ່າງສະ​ໜິດ​ແໜ້ນ ແລະ ຫລາຍກວ່າ 40% ໄດ້​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ ​ອຸດ​ສາ​ຫະ​ກຳ​​ລ້ຳ​ຍຸກ.

     ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ສະ​ພາບ​ ການ​ປະ​ກອບ ​ອາ​ຊີບ​ຂອງ ສປ ​ຈີນ ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ ​ໂດຍ​ລວມ. ​ໃນ​ນັ້ນ, ອາ​ຊີບ​ໃໝ່ ແລະ ຕຳ​ແໜ່ງ​ງານ​ໃໝ່​ ໄດ້​ປາ​ກົດ​ອອກ​ມາ​ ຢ່າງວ່ອງ​ໄວ ເຊິ່ງ​ໄດ້​ກາຍ​ເປັນ​ແຮງ​ຂັບ​ເຄື່ອນ​ ໃນ​ການ​ຂະ​ຫຍາຍ​ ການ​ປະ​ກອບ​ອາ​ຊີບ. ໃນ 5 ປີ​ຜ່ານ​ມາ, ໃນ​ບັນ​ດາ​ອາ​ຊີບ​ໃໝ່​ ທີ່​ປະ​ກາດ​ໂດຍ​ກະ​ຊວງ​ຊັບ​ພະ​ຍາ​ກອນມະ​ນຸດ ແລະ ປະ​ກັນ​ສັງ​ຄົມ​ຈີນ, ມີຫລາຍກວ່າ 20 ອາ​ຊີບ​ ທີ່​ກ່ຽວ​ຂ້ອງ​ກັບ​ ປັນ​ຍາ​ປະ​ດິດ​ຫລື AI ຢ່າງສະ​ໜິດ​ແໜ້ນ ແລະ ຫລາຍກວ່າ 40% ໄດ້​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ ​ອຸດ​ສາ​ຫະ​ກຳ​​ລ້ຳ​ຍຸກ. ​ປີ​ນີ້, ກະ​ຊວງ​ຊັບພະ​ຍາ​ກອ​ນ​ມະ​ນຸດ ແລະ ປະ​ກັນ​ສັງ​ຄົມ​ຈີນ ​ມີ​ແຜນ​ຈະ​ເພີ່ມ 12 ອາ​ຊີບ​ໃໝ່ ເຊັ່ນ: ນັກ​ວິ​ຊາ​ການ​​ປະ​ຍຸກ​ໃຊ້​ ຫຸ່ນ​ຍົນມະ​ນຸດ​ປັນ​ຍາ​ປະ​ດິດ ​ປະ​ສານ​ກາຍ​ຍະ​ພາບ ແລະ ຜູ້​ພັດ​ທະ​ນາ​ ລະ​ບົບ​ອັດ​ສະ​ລິ​ຍະ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top