ສປ ຈີນ-ກຳປູເຈຍ ເຊັນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ດ້ານເສດຖະກິດການຄ້າ

21/07/2026 11:04
ຂປລ ສປ ຈີນ ແລະ ກຳ​ປູ​ເຈຍ ​ໄດ້​ເຊັນ “ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ ການ​ຮ່ວມ​ມື ແລະ ​ເຂົ້າ​ໃຈ​ເຊິ່ງ​ກັນ ​ແລະ ​ກັນ ​ພາຍ​ໃຕ້​ມາດ​ຕະ​ການ​ ການ​ຄ້າ​ປະ​ເທດ​ທີ 3”. ສອງ​ຝ່າຍ​ຈະ​ສືບ​ຕໍ່​ ຮັກ​ສາ​ການ​ສົນ​ທະ​ນາ ​ຢ່າງ​ເປີດກວ້າງ ແລະ ມີ​ລັກ​ສະ​ນະ​ສ້າງ​ສັນ​ກ່ຽວ​ກັບ ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ມາດ​ຕະ​ການ​ ການ​ຄ້າ​ປະ​ເທດ​ທີ 3.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເມື່ອໍ່ດົນມານີ້, ສປ ຈີນ ແລະ ກຳ​ປູ​ເຈຍ ​ໄດ້​ເຊັນ “ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ ການ​ຮ່ວມ​ມື ແລະ ​ເຂົ້າ​ໃຈ​ເຊິ່ງ​ກັນ ​ແລະ ​ກັນ ​ພາຍ​ໃຕ້​ມາດ​ຕະ​ການ​ ການ​ຄ້າ​ປະ​ເທດ​ທີ 3”. ສອງ​ຝ່າຍ​ຈະ​ສືບ​ຕໍ່​ ຮັກ​ສາ​ການ​ສົນ​ທະ​ນາ ​ຢ່າງ​ເປີດກວ້າງ ແລະ ມີ​ລັກ​ສະ​ນະ​ສ້າງ​ສັນ​ກ່ຽວ​ກັບ ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ມາດ​ຕະ​ການ​ ການ​ຄ້າ​ປະ​ເທດ​ທີ 3. ການ​ລົງ​ນາມ​ ໃນ​ບົດ​ບັນ​ທຶກ​ ຄວາມ​ເຂົ້າ​ໃຈ​ສະ​ບັບ​ນີ້ ໄດ້​ສະ​ແດງໃຫ້​ເຫັນ​ເຖິງ​​​ມິດ​ຕະ​ພາບ​ ອັນຍາວ​ນານ, ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ການ​ພົວ​ພັນ​ທີ່​ເລິກ ​ເຊິ່ງ​ທາງດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ​​ລະ​ຫວ່າງ ສປ ​ຈີນ ແລະ ກຳ​ປູ​ເຈຍ. ສິ່ງ​ນີ້​ຈະ​ຊ່ວຍ​ເພີ່ມ​ທະ​ວີ ​ການ​ຮ່ວມ​ມື​ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ​ແລະ​ ກັນ​ ລະ​ຫວ່າງ​ ສອງ​ຝ່າຍ​ຕື່ມ​ອີກ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ ​ຕໍ່​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ ໃນ​ທຸກ​ສະ​ພາບ​ການ​​ຍຸກ​ໃໝ່​ບົນ​ພື້ນ​ຖານ​ທີ່​ສອງ​ຝ່າຍ ​ເຄົາ​ລົບ​ອະ​ທິ​ປະ​ໄຕ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ ຮ່ວມ​ມື​ກັນ​ ແບບ​ຕ່າງ​ຝ່າຍ​ ຕ່າງ​ມີ​ຜົນ​ປະ​ໂຫຍດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top