ຂປລ
ສໍານັກງານຜູ້ຕາງໜ້າ ຖາວອນແຫ່ງ ສປປ ລາວ ປະຈໍາ ອົງການ ສະຫະປະຊາຊາດ ຮ່ວມ ກັບອົງການສະຫະປະຊາຊາດ ເພື່ອ ການພັດທະນາ (UNDP) ຈັດກອງປະຊຸມລະດັບສູງ ພາຍໃຕ້ຫົວ ຂໍ້ “ເປົ້າໝາຍການພັດທະນາແບບ ຍືນຍົງແຫ່ງຊາດ: ວຽກງານເກັບ ກູ້ລະເບີດບໍ ່ທັນແຕກ ແລະ ຂອບ ກົດໝາຍສາກົນ ເພື່ອເລັ່ງລັດການ ຈັດຕັ້ງປະຕິບັດວາລະ 2030 ໃນວັນ ທີ 16 ກໍລະກົດ 2026 ຜ່ານມາ, ຢູ່ ສໍານັກງານໃຫຍ່ຂອງອົງການ ສະ ຫະປະຊາຊາດ ທີ່ນິວຢອກ ຊຶ່ງເປັນ ກອງປະຊຸມປິ່ນອ້ອມໃນໄລຍະ ເວທີ ປຶກສາຫາລືການເມືອງລະດັບສູງ ວ່າດ້ວຍການພັດທະນາແບບຍືນ ຍົງ (HLPF).
ໃນວາລະກອງປະຊຸມ ທ່ານ
ທອງຜ່ານ ສະຫວັນເພັດ ເອກອັກ
ຄະລັດຖະທູດ, ຜູ້ຕາງໜ້າຖາວອນ
ແຫ່ງ ສປປ ລາວ ປະຈຳອົງການ
ສປຊ ໄດ້ເນັ້ນວ່າວາລະ 2030 ແມ່ນ
ວິໄສທັດຮ່ວມກັນຂອງວົງຄະນະ
ຍາດສາກົນ ແຕ່ສິ່ງສໍາຄັນທີ່ຈະຊ່ວຍ
ໃຫ້ບັນລຸເປົ້າໝາຍດັ່ງກ່າວ ແມ່ນ
ຄວາມເປັນເຈົ້າການ ແລະ ຖືເອົາ
ການຈັດຕັ້ງປະຕິບັດວາລະ 2030
ເປັນວຽກງານບຸລິມະສິດແຫ່ງຊາດ
ຂອງແຕ່ລະປະເທດ ຊຶ່ງ ສປປ ລາວ
ໄດ້ຮັບຮອງເອົາເປົ້າໝາຍການພັດ
ທະນາແບບຍືນຍົງແຫ່ງຊາດ ຄື
ເປົ້າໝາຍ SDG18: “ຊີວິດທີ່ປອດ
ໄພຈາກລະເບີດບໍ ່ທັນແຕກ” ແນໃສ່
ແກ້ໄຂບັນຫາລະເບີດບໍ່ທັນແຕກ,
ບໍ່ສະເພາະແຕ່ຍ້ອນເຫດຜົນທາງ
ດ້ານມະນຸດສະທຳເທົ່ານັ້ນ ແຕ່ຍັງ
ມີຄວາມສໍາຄັນຕໍ່ການພັດທະນາ
ເສດຖະກິດ, ການຫລຸດຜ່ອນຄວາມ
ທຸກຍາກ, ການກໍ່ສ້າງພື້ນຖານໂຄງ
ລ່າງ, ການສຶກສາ, ກະສິກຳ ແລະ
ຄວາມຍືນຍົງດ້ານສິ່ງແວດລ້ອມ.
ໃນກອງປະຊຸມ, ທ່ານ ອານຸພາບ
ວົງໜໍ່ແກ້ວ ຮອງລັດຖະມົນຕີກະ
ຊວງການຕ່າງປະເທດ ສປປ ລາວ
ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ
ລັດຖະບານລາວ ໃນການບັນລຸເປົ້າ
ໝາຍ SDG18 ໄປຄຽງຄູ່ກັບການ
ປະຕິບັດພັນທະຂອງຕົນ ໂດຍພາຍ
ໃຕ້ສົນທິສັນຍາວ່າດ້ວຍການເກືອດ
ຫ້າມລະເບີດລູກຫວ່ານ (CCM).
ທ່ານໄດ້ເນັ້ນຕື ່ມວ່າ ການຈັດຕັ້ງ
ປະຕິບັດຍຸດທະສາດແຫ່ງຊາດ ວ່າ
ດ້ວຍການແກ້ໄຂບັນຫາລະເບີດບໍ່
ທັນແຕກ ຕົກຄ້າງຢູ່ ສປປ ລາວ ຫລື
ເອີ້ນວ່າ “ເສັ້ນທາງກ້າວສູ່ຄວາມ
ປອດໄພ 3”, ເປັນແຜນງານແຫ່ງ
ຊາດ ເພື່ອການສໍາຫລວດ, ເກັບກູ້,
ສຶກສາຄວາມສ່ຽງໄພ, ການຊ່ວຍ
ເຫລືອຜູ້ຖືກເຄາະຮ້າຍ ແລະ ການ
ຮ່ວມມືສາກົນ, ພ້ອມທັງສະໜັບສະ
ໜູນການຈັດຕັ້ງປະຕິບັດພັນທະ
ຂອງ ສປປ ລາວ ພາຍໃຕ້ສົນທິສັນ
ຍາວ່າດ້ວຍການເກືອດຫ້າມລະເບີດ
ລູກຫວ່ານ. ເຖິງວ່າໄລຍະຜ່ານມາຈະມີຄວາມຄືບໜ້າຫລາຍດ້ານ
ກໍຕາມ, ແຕ່ ສປປ ລາວ ກໍຍັງມີສິ່ງ
ທ້າທາຍໃຫຍ່ຫລວງ ເປັນຕົ ້ນ ພື້ນທີ່
ທີ່ຍັງມີລະເບີດຕົກຄ້າງແມ່ນຍັງ
ຫລວງຫລາຍ ແລະ ຄວາມຕ້ອງ
ການດ້ານຊັບພະຍາກອນຕ່າງໆ
ເພື່ອນໍາໃຊ້ເຂົ້າໃນການແກ້ໄຂບັນ
ຫາລະເບີດບໍ່ທັນແຕກໃຫ້ໄດ້ຢ່າງ
ຕໍ່ເນື່ອງ ຊຶ່ງໄດ້ຮຽກຮ້ອງໃຫ້ສືບຕໍ່
ມີການຊ່ວຍເຫລືອທີ່ຕໍ່ເນື່ອງ, ສາ
ມາດຄາດຄະເນໄດ້ ແລະ ມີຄວາມ
ຍືນຍົງຈາກສາກົນ. ທ່ານຮອງລັດ
ຖະມົນຕີ ໄດ້ສະແດງຄວາມຂອບໃຈ
ຕໍ່ອົງການສະຫະປະຊາຊາດ ເພື່ອ
ການພັດທະນາ ທີ່ໄດ້ໃຫ້ການສະ
ໜັບສະໜັບສະໜູນ ສປປ ລາວ ເປັນ
ເວລາເກືອບສາມທົດສະວັດຜ່ານ
ມາ ໃນການສ້າງຂີດຄວາມສາມາດ
ຂອງໜ່ວຍງານແຫ່ງຊາດ, ການ
ສ້າງນະໂຍບາຍ, ການລະດົມຂົນ
ຂວາຍຊັບພະຍາກອນ, ການຄຸ ້ມຄອງລະບົບຂໍ້ມູນຂ່າວສານ ແລະ ການ
ຈັດຕັ້ງປະຕິບັດສົນທິສັນຍາວ່າ
ດ້ວຍການເກືອດຫ້າມລະເບີດລູກ
ຫວ່ານ. ໃນໂອກາດນີ ້ ຍັງໄດ້ແຈ້ງໃຫ້
ຊາບຄວາມຄືບໜ້າ ແລະ ເຊື້ອເຊີນ
ບັນດາຄະນະຜູ້ແທນ ເຂົ້າຮ່ວມກອງ
ປະຊຸມທົບທວນສົນທິສັນຍາວ່າ
ດ້ວຍລະເບີດລູກຫວ່ານ ຄັ້ງທີ 3
ຊຶ່ງຈະຈັດຂຶ້ນ ໂດຍການເປັນທານ
ຂອງ ສປປ ລາວ ທີ່ ນະຄອນຫລວງ
ວຽງຈັນ ແຕ່ວັນທີ 13-18 ກັນຍາ
2026. ກອງປະຊຸມດັ່ງກ່າວ, ຈະ
ເປີດໂອກາດທີ່ສໍາຄັນໃຫ້ແກ່ບັນດາ
ລັດພາຄີ, ປະເທດສັງເກດການ ແລະ
ຄູ່ຮ່ວມງານໃນການຢືນຢັນຄໍາໝັ້ນ
ສັນຍາຮ່ວມກັນຕໍ່ໂລກທີ່ປາສະຈາກ
ຜົນສະກະທົບດ້ານມະນຸດສະທຳ
ຂອງລະເບີດລູກຫວ່ານ, ພ້ອມທັງ
ຊຸກຍູ້ການປະກອບສ່ວນຂອງວຽກ
ງານດ້ານລະເບີດລູກຫວ່ານ ຕໍ່ການ
ພັດທະນາແບບຍືນຍົງ.
ຕາງໜ້າໃຫ້ອົງການ ສປຊ ເພື່ອ
ການພັດທະນາ (UNDP), ທ່ານ
ຮາວລຽງ ຊູ ຮອງເລຂາທິການ
ໃຫຍ່ ອົງການສະຫະປະຊາຊາດ,
ທັງເປັນຜູ້ຊ່ວຍຜູ້ບໍລິຫານອົງການ
UNDP ໄດ້ຍົກໃຫ້ເຫັນການຮ່ວມມື
ທີ່ຍາວນານລະຫວ່າງ ອົງການ
(UNDP) ແລະ ສປປ ລາວ ໃນ
ການສະໜັບສະໜູນການແກ້ໄຂ
ບັນຫາລະເບີດບໍ່ທັນແຕກ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ກັບໜ່ວຍງານທີ່ກ່ຽວຂ້ອງ, ການ
ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ
ການພັດທະນາຊຸມຊົນ. ທ່ານໄດ້
ເນັ້ນໜັກວ່າ ລະເບີດບໍ່ທັນແຕກ
ແລະ ສິ່ງເສດເຫລືອຈາກສົງຄາມ
ຍັງສືບຕໍ່ສ້າງຄວາມເສຍຫາຍຕໍ່
ມວນມະນຸດ ແລະ ເສດຖະກິດຢ່າງ
ຫລວງຫລາຍ, ຈຳກັດການຜະລິດ
ກະສິກຳ, ເພີ່ມຄ່າໃຊ້ຈ່າຍໃນການ
ສ້າງພື້ນຖານໂຄງລ່າງ ແລະ ຈຳ ກັດ
ການພັດທະນາແຫ່ງຊາດ. ໃນສະ
ພາບດັ່ງກ່າວ, ລະດັບທຶນສະໜັບ
ສະໜູນຈາກສາກົນ ໃນປັດຈຸບັນ
ແມ່ນຍັງບໍ່ພຽງພໍກັບຄວາມຈໍາເປັນ
ເພື ່ອແກ້ໄຂບັນຫາລະເບີດບໍ ່ທັນແຕກ
ພາຍໃນໄລຍະເວລາທີ່ເໝາະສົມ
ໂດຍຮຽກຮ້ອງໃຫ້ມີການເພີ່ມທຶນ
ຮອນຈາກສາກົນ ເພື່ອໃຫ້ບັນດາ
ປະເທດທີ່ໄດ້ຮັບຜົນກະທົບ ສາມາດ
ບັນລຸເປົ້າໝາຍດ້ານການພັດທະນາ
ຂອງເຂົາເຈົ້າ. ທ່ານຍັງໄດ້ຍ້ອງຍໍ
ຄວາມເປັນເຈົ້າການທີ່ເຂັ້ມແຂງ
ຂອງລັດຖະບານ ສປປ ລາວ, ລວມ
ທ
ັ
ງການຮັບຮອງເອົາເປົ ້າໝາຍການ
ພັດທະນາແບບຍືນຍົງແຫ່ງຊາດ
18, ສ້າງຕັ້ງຄະນະກໍາມະການແຫ່ງ
ຊາດ ແລະ ຍຸດທະສາດແຫ່ງຊາດ
ວ່າດ້ວຍການໄຂບັນຫາລະເບີດບໍ່
ທັນແຕກ ຊຶ່ງເປັນແບບຢ່າງຂອງ
ການເຊື່ອມສານເອົາວຽກງານ
ການແກ້ໄຂລະເບີດບໍ່ທັນແຕກຢ່າງ
ມີປະສິດທິພາບເຂົ້າໃນການວາງ
ແຜນການພັດທະນາແຫ່ງຊາດ.
ນອກນັ້ນ, ຍັງມີຜູ້ແທນລະດັບ
ສູງຈາກປະເທດສະມາຊິກອົງການ
ສປຊ ໄດ້ເຂົ້າຮ່ວມ ແລະ ປະກອບ
ຄໍາເຫັນໃນກອງປະຊຸມສໍາມະນາ
ດັ່ງກ່າວ ເປັນຕົ້ນ ທ່ານ ຟາຣິສ
ຣາຊາເຢັຟ (Fariz Rzayev)
ຮອງລັດຖະມົນຕີກະຊວງການຕ່າງ
ປະເທດ ແຫ່ງສາທາລະນະລັດ ອາ
ແຊັກໄບຊານ ໄດ້ມີຄໍາເຫັນແລກ
ປ່ຽນປະສົບການຂອງ ອາແຊັກ
ໄບຊານ ໃນການແກ້ໄຂບັນຫາລະ
ເບີດຝັງດິນ ແລະ ການເຊື່ອມສານ
ວຽກງານດັ່ງກ່າວ ເຂົ້າໃນການ
ພັດທະນາເສດຖະກິດ-ສັງຄົມ ແລະ
ຄວາມສຳຄັນຂອງການຮ່ວມມືສາ
ກົນ. ກອງປະຊຸມຍັງໄດ້ຮັບຟັງການ
ປະກອບຄໍາເຫັນຈາກຜູ້ຕາງໜ້າ
ຖາວອນຂອງຟີລິບປິນ, ນອກແວ,
ກໍາປູເຈຍ, ຮອງຜູ້ຕາງໜ້າຖາວອນ
ອົດສະຕາລີ, ຍີ່ປຸ່ນ, ໄທ ແລະ ຜູ້ຕາງ
ໜ້າກະຊວງການຕ່າງປະເທດ ແມັກ
ຊິໂກ ແລະ ອົງການ Legacies of
War ໂດຍແລກປ່ຽນປະສົບການ
ກ່ຽວກັບການປະກອບສ່ວນຂອງ
ສົນທິສັນຍາວ່າດ້ວຍການເກືອດ
ຫ້າມລະເບີດລູກຫວ່ານ ຕໍ່ການພັດ
ທະນາແບບຍືນຍົງ ແລະ ເປົ້າໝາຍ
ເພື່ອມະນຸດສະທໍາ.
KPL