ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

21/07/2026 11:06
Email Print 103
ຂປລ ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

(ຄັດຈາກປຶ້ມບັນດາຊົນເຜົ່າໃນ ສປປປ ລາວ)

ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ. ຊົນເຜົ່າຫໍ້ ມີພາສາປາກເວົ້າທີ່ເປັນເອກະລັກຂອງຕົນ ຊຶ່ງພາສານີ້ຈັດໃນໝວດພາສາ ຈີນ-ຕີເບດ,​ສາຂາຫານ-ຫໍ້.

ດ້ານການດຳລົງຊີວິດ, ຊົນເຜົ່າຫໍ້ປະກອບອາຊີບຫລັກດ້ວຍການເຮັດໄຮ່ປູກເຂົ້າຈ້າວ, ປູກພືດຜັກ ແລະ ພືດເສດຖະກິດຕາມລະດູການ. ພ້ອມກັນນັ້ນ, ຍັງມີຄວາມຊຳນານໃນການເຮັດໄຮ່ແບບປະສົມປະສານ ຕາມແຕ່ລະໄລຍະຂອງລະດູການຜະລິດ. ນອກຈາກການປູກຝັງແລ້ວ,  ການລ້ຽງສັດກໍເປັນອາຊີບສຳຮອງທີ່ສຳຄັນ ຊຶ່ງເຂົາເຈົ້ານິຍົມລ້ຽງດ ງົວ ແລະ ຄວາຍ ເພື່ອໃຊ້ເປັນແຮງງານ, ລ້ຽງໝູ ແລະ ສັດປີກໄວ້ໃຊ້ໃນພິທີກຳ ແລະ ບໍລິໂພກພາຍໃນຄອບຄົວ ໃນນັ້ນ,ຜົນຜະລິດບາງສ່ວນໄປຂາຍ ຫລື ແລກປ່ຽນເຄື່ອງອຸປະໂພກທີ່ຈຳເປັນ ເຊັ່ນ: ເກືອ, ນ້ຳຕານ, ແປ້ງນົວ ແລະ ນ້ຳມັນເຊື້ອໄຟ ແລະ ອື່ນໆ.ນອກຈາກນີ້ຍັງມີຄວາມຊຳນານດ້ານຫັດຖະກຳ ໂດຍສະເພາະການຫຍິບປັກຖັກແສ່ວ ແລະ ການຈັກສານຕ່າງໆ ທີ່ສືບທອດມາແຕ່ບູຮານ ແລະ ເປັນພູມປັນຍາທີ່ສະທ້ອນເຖິງຝີມື ແລະ ຄວາມປະນີດຂອງຊຸມຊົນ.

ຊົນເຜົ່າຫໍ້ສ່ວນໃຫຍ່ເຂົາເຈົ້າຕັ້ງບ້ານຢູ່ເຂດພູສູງ ປະມານ 1.000-1.500 ແມັດ ເໜືອລະດັບນ້ຳທະເລ. ເຮືອນມີລັກສະນະເປັນເຮືອນຕິດດິນ, ອ້ອມຮອບເຮືອນເຂົາເຈົ້າມັກຈະເຮັດສວນ ເພື່ອປູກພືດຜັກ ແລະ ລ້ຽງສັດ ເພື່ອໃຊ້ບໍລິໂພກ ແລະ ສ້າງລາຍຮັບໃຫ້ຄອບຄົວ. ສ່ວນການຈັດແບ່ງຫ້ອງພາຍໃນເຮືອນແມ່ນອີງຕາມຈຳນວນສະມາຊິກຂອງຄອບຄົວ ແລະ ເຂົາເຈົ້າມັກຈະເອົາງ້າວ, ຫອກ, ດາບ ແລະ ເຄື່ອງມືໃນການຂ້າສັດປະດັບເອ້ໄວເທິງປະຕູເຮືອນ.

ດ້ານການນຸ່ງຖື, ຜູ້ຊາຍມັກນຸ່ງໂສ້ງສີດຳ ຫລື ສີໝົ່ນ ແລະ ຈົ່ງຜົມຍາວຄ່າສອກ ໄວ້ເປຍ ກ່ອນໃສ່ໝວກ. ສ່ວນແມ່ຍິງມັກນຸ່ງໂສ້ງສີດຳຍາວຮອດຕີນ, ໃສ່ເສື້ອແຂນຍາວຕິດກະດູມທາງຂ້າງ ແລະ ນິຍົມໃຊ້ຜ້າຄຽນຫົວ ອັນເປັນເອກະລັກຂອງແມ່ຍິງຊົນເຜົ່າຫໍ້. ເຖິງວ່າຈະອາໄສຢູ່ໃນລາວມາເປັນເວລາດົນນານ ແຕ່ຊົນເຜົ່າຫໍ້ຍັງຄົງຮັກສາຮີດຄອງປະເພນີ, ວັດທະນະທຳທີ່ເປັນເອກະລັກ ແລະ ຄວາມເຊື່ອດັ້ງເດີມໄວ້ໄດ້ຢ່າງດີເປັນ. ເຂົາເຈົ້ານັບຖືຜີບັນພະບຸລຸດ, ຜີພໍ່ແມ່ ແລະ ມີຮ້ານບູຊາໄວ້ໃນເຮືອນ. ນອກຈາກນັ້ນ,  ບາງຄອບຄົວຍັງໄດ້ຮັບອິດທິພົນຈາກສາສະໜາເຕົາ.

ສ່ວນງານບຸນສຳຄັນທີ່ສຸດຂອງຊົນເຜົ່າຫໍ້ ແມ່ນບຸນປີໃໝ່ ຫລື “ບຸນກິນຈຽງ” ຊຶ່ງແບ່ງເປັນບຸນກິນຈຽງໃຫຍ່ ຈັດຂຶ້ນ 5 ວັນ ແລະ ບຸນກິນຈຽງນ້ອຍ ທີ່ລູກຫລານຈະພາກັນນຳອາຫານໄປໄຫວ້ບັນພະບຸລຸດຢູ່ປ່າຊ້າ ພ້ອມປະກອບພິທີຕາມຄວາມເຊື່ອດັ້ງເດີມ. ດ້ານສິລະປະວັດທະນະທຳ ຊົນເຜົ່າຫໍ້ມີເຄື່ອງດົນຕີປະຈຳເຜົ່າ ເຊັ່ນ: ແຊ່ງ, ກອງ ແລະ ປີ ພ້ອມທັງມີການຂັບລຳການແຕ່ງດອງຂອງຊົນເຜົ່າຫໍ້: ຈະແຕກຕ່າງກັບຊົນເຜົ່າອື່ນ ຍ້ອນວ່າສ່ວນຫລວງຫລາຍ ແມ່ນຂຶ້ນກັບການຕັດສິນຂອງພໍ່ແມ່, ເຊິ່ງຜູ້ເປັນພໍ່ແມ່ມັກຈະໃຫ້ບັນດາລູກໆຂອງຕົນແຕ່ງດອງ ໃນໄວທ່ີຍັງໜຸ່ມນ້ອຍທີ່ສຸດ. ພາຍຫລັງແຕ່ງດອງແລ້ວລູກຍິງຕ້ອງໄປຢູ່ ເຮືອນຂອງພໍ່ແມ່ຜົວ ເພື່ອເບິ່ງແຍງລ້ຽງດູຄອບຄົວຂອງຜົວເປັນສ່ວນໃຫຍ່ໃນຊົນເຜົ່າຫໍ້, ຈຸດພິເສດອີກອັນໜຶ່ງຂອງຊົນເຜົ່າຫໍ້ ມັກຈະໃຫ້ລູກແຕ່ງດອງກັບຄົນທີ່ຮັ່ງມີເປັນສ່ວນຫລາຍ., ຮ້ອງເພງພື້ນເມືອງ ແລະ ການສະແດງຕ່າງໆ ໃນໂອກາດງານບຸນ, ງານແຕ່ງດອງ ແລະ ອື່ນໆ.

ການແຕ່ງດອງຂອງຊົນເຜົ່າຫໍ້: ຈະແຕກຕ່າງກັບຊົນເຜົ່າອື່ນ ຍ້ອນວ່າສ່ວນຫລວງຫລາຍ ແມ່ນຂຶ້ນກັບການຕັດສິນຂອງພໍ່ແມ່ ຊຶ່ງຜູ້ເປັນພໍ່ແມ່ມັກຈະໃຫ້ບັນດາລູກໆຂອງຕົນແຕ່ງດອງ ໃນໄວທ່ີຍັງໜຸ່ມນ້ອຍທີ່ສຸດ. ພາຍຫລັງແຕ່ງດອງແລ້ວລູກຍິງຕ້ອງໄປຢູ່ເຮືອນຂອງພໍ່ແມ່ຜົວ ເພື່ອເບິ່ງແຍງລ້ຽງດູຄອບຄົວຂອງຜົວເປັນສ່ວນໃຫຍ່ໃນຊົນເຜົ່າຫໍ້, ຈຸດພິເສດອີກອັນໜຶ່ງຂອງຊົນເຜົ່າຫໍ້ ມັກຈະໃຫ້ລູກແຕ່ງດອງກັບຄົນທີ່ຮັ່ງມີເປັນສ່ວນຫລາຍ.

ດ້ານປະເພນີການເກີດລູກຂອງຊົນເຜົ່າຫໍ້:  ແມ່ນເກີດຢູ່ເຮືອນ, ມີແມ່ຂອງຜົວ ເປັນຜູ້ເບິ່ງແຍງດູແລ ແລະ ຜູ້ເຖົ້າທີ່ມີປະສົບການຄອຍໃຫ້ການຊ່ວຍເຫລືອເບິ່ງແຍງເປັນຢ່າງດີ, ມີຂໍ້ຫ້າມ ແລະ ການຄະລໍາອາຫານການກິນທີ່ມີລົດເຜັດ, ລົດເຄັມ, ລົດຄາວເປັນຕົ້ນ.

KPL

ຂ່າວອື່ນໆ

ads
ads

Top