ຂປລ
ໃນການແຂ່ງຂັນ ເຕະບານໂລກ ຮອບຊີງຊະນະເລີດ ທີ່ຮ່ວມກັນຈັດຂຶ້ນໂດຍ ສ.ອາເມຣິກາ, ການາດາ ແລະ ແມັກຊິກ, ຈາກຜົນການແຂ່ງຂັນ ຊີງຊະນະເລີດ, ທີມແອັດສະປາຍ ເອົາຊະນະທີມອາກຊັງຕິນ ດ້ວຍປະຕູ 1:0 ເຊິ່ງເຮັດໃຫ້ແອັດສະປາຍ ຄອງແຊັມຄັ້ງທີສອງ ໃນປະຫວັດສາດ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນການແຂ່ງຂັນ ເຕະບານໂລກ ຮອບຊີງຊະນະເລີດ ທີ່ຮ່ວມກັນຈັດຂຶ້ນໂດຍ ສ.ອາເມຣິກາ, ການາດາ ແລະ ແມັກຊິກ, ຈາກຜົນການແຂ່ງຂັນ ຊີງຊະນະເລີດ, ທີມແອັດສະປາຍ ເອົາຊະນະທີມອາກຊັງຕິນ ດ້ວຍປະຕູ 1:0 ເຊິ່ງເຮັດໃຫ້ແອັດສະປາຍ ຄອງແຊັມຄັ້ງທີສອງ ໃນປະຫວັດສາດ. ຫລັງຈາກ ການເອົາຊະນະໃນຄັ້ງນີ້, ທີມແອັດສະປາຍ ໄດ້ຮັກສາສະຖິຕິ ບໍ່ເສຍໄຊ 38 ຄັ້ງ ຕິດຕໍ່ກັນໃນການແຂ່ງຂັນ, ເປັນສະຖິຕິຍາວກ່ອນໝູ່ຂອງທີມ ເອີຣົບ.ທີມແອັດສະປາຍ ເຄີຍເປັນແຊັມໃນການແຂ່ງຂັນ ຊີງຊະນະເລີດເອີຣົບ ປີ 2008 ແລະ ການແຂ່ງຂັນເຕະບານໂລກປີ 2010. ຕໍ່ມາ, ທີມແອັດສະປາຍ ໄດ້ຄອງແຊັມໃນການແຂ່ງຂັນ ຊີງຊະນະເລີດ ເອີຣົບປີ 2024 ແລະ ການແຂ່ງຂັນເຕະບານໂລກປີ 2026 ເຊິ່ງເປັນຄັ້ງທີ 2 ທີ່ໄດ້ຄອງແຊັມຕິດຕໍ່ກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL