ຂປລ
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີໄທ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມປັນຍາປະດິດໂລກ 2026 ກໍຄື ກອງປະຊຸມຂັ້ນສູງ ກ່ຽວກັບ ການຄຸ້ມຄອງ ປັນຍາປະດິດໂລກ ພ້ອມທັງ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ຢູ່ໂຮງແຮມຊີ່ຈ່ຽວ ທີ່ນະຄອນຊຽງໄຮ້ ຂອງ ສປ ຈີນ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີໄທ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມປັນຍາປະດິດໂລກ 2026 ກໍຄື ກອງປະຊຸມຂັ້ນສູງ ກ່ຽວກັບ ການຄຸ້ມຄອງ ປັນຍາປະດິດໂລກ ພ້ອມທັງ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ. ທ່ານ ສີ ຈິ້ນຜິງ ຍົກໃຫ້ເຫັນວ່າ: ສປ ຈີນ ເປັນຄູ່ຮ່ວມມື ທາງຍຸດທະສາດ ທີ່ເພິ່ງພາອາໄສ ແລະ ໄວ້ເນື້ອເຊື່ອໃຈກັນໄດ້ຂອງໄທ ຢ່າງສະເໝີຕົ້ນ ສະເໝີປາຍ. ສປ ຈີນ ແລະ ໄທ ຕ້ອງເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈກັນ ທາງຍຸດທະສາດຕື່ມອີກ, ເພີ່ມທະວີ ການປະສານງານ ທາງຍຸດທະສາດ,ຮ່ວມກັນຮັບມືກັບ ສິ່ງທ້າທາຍ, ເລັ່ງລັດສ້າງປະຊາຄົມຮ່ວມຊາຕາກຳຈີນ-ໄທ ໃຫ້ໝັ້ນທ່ຽງ,ຈະເລີນຮຸ່ງເຮືອງ ແລະ ຍືນຍົງກວ່າເກົ່າ, ຊ່ວຍຂະບວນການ ຫັນເປັນແບບທັນສະໄໝຂອງໃຜລາວ,ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ ສັນຕິພາບ,ສະຖຽນລະພາບ,ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ທ່ານ ອະນຸທິນ ກ່າວວ່າ: ໄທ ສຸມໃສ່ລົງເລິກການພົວພັນກັບ ສປ ຈີນ, ຮັດແໜ້ນການໄປມາຫາສູ່ກັນ ລະຫວ່າງ ການນຳຂັ້ນສູງ ຂອງສອງປະເທດ, ເປີດກວ້າງການຮ່ວມມື ທີ່ແທ້ຈິງໃນຂົງເຂດການຄ້າ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດກັນ ແລະ ຂົງເຂດອື່ນໆ, ຮ່ວມກັນປາບປາມກຸ່ມຫລອກລວງ ທາງໂທລະຄົມ ແລະ ການພະນັນທາງອິນເຕີເນັດ, ດຳເນີນການຮ່ວມມື ດ້ານການຄຸ້ມຄອງ ປັນຍາປະດິດຂອງໂລກ,ເຮັດໃຫ້ການພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ໄທ- ສປ ຈີນ ສ້າງຄວາມຜາສຸກໃຫ້ແກ່ ປະຊາຊົນສອງປະເທດ ເປັນຢ່າງດີກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL