ຂປລ
ໃນ 6 ເດືອນຕົ້ນປີນີ້, ມີຫຼາຍອຸດສາຫະກຳ ທີ່ມີຄວາມໄດ້ປຽບ ທາງດ້ານການແຂ່ງຂັນກັບສາກົນ, ໄດ້ເລັ່ງລັດພັດທະນາເຕີບໃຫຍ່ ຂະຫຍາຍຕົວ.ໃນດ້ານຫຸ່ນຍົນອັດສະລິຍະ, ໂດຍສະເພາະຫຸ່ນຍົນສີ່ຂາທີ່ ສປ ຈີນ ຄົ້ນຄວ້າພັດທະນາຂຶ້ນມາ ໄດ້ກວມເອົາເກືອບ 70% ຂອງຍອດປະລິມານ ການຈຳໜ່າຍທົ່ວໂລກ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 20 ກໍລະກົດນີ້, ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຈີນ ໄດ້ເຜີຍແຜ່ຂໍ້ມູນໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີນີ້, ມີຫຼາຍອຸດສາຫະກຳ ທີ່ມີຄວາມໄດ້ປຽບ ທາງດ້ານການແຂ່ງຂັນກັບສາກົນ, ໄດ້ເລັ່ງລັດພັດທະນາເຕີບໃຫຍ່ ຂະຫຍາຍຕົວ.ໃນດ້ານຫຸ່ນຍົນອັດສະລິຍະ, ໂດຍສະເພາະຫຸ່ນຍົນສີ່ຂາທີ່ ສປ ຈີນ ຄົ້ນຄວ້າພັດທະນາຂຶ້ນມາ ໄດ້ກວມເອົາເກືອບ 70% ຂອງຍອດປະລິມານ ການຈຳໜ່າຍທົ່ວໂລກ, ສ່ວນຈຳນວນ ຜະລິດຕະພັນຫຸ່ນຍົນມະນຸດ ສຳເລັດ ຮູບບັນລຸ ຫລາຍກວ່າ 400 ລາຍການ, ກວມເອົາຫລາຍກວ່າເຄິ່ງຂອງໂລກ.ໃນຂົງເຂດ ປັນຍາປະດິດ, ເຊມີຄອນດັກເຕີ, ພະລັງງານໃໝ່, ຢາຊີວະພາບ ແລະ ຂົງເຂດອື່ນໆ, ໄດ້ເກີດມີວິສາຫະກິດຢູນິຄອນລະດັບໂລກຫລາຍແຫ່ງ, ໂດຍໄດ້ຕັ້ງໜາປະກອບສ່ວນ ແຜນການຂອງ ສປ ຈີນ ເຂົ້າໃນການຄົ້ນຄວ້າ ແລະ ສ້າງມາດຕະຖານສາກົນ, ການບໍລິຫານອຸດສາຫະກຳ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL