ສື່ມວນຊົນລາວ ຕ້ອງສ້າງການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ກ້າວໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ

21/07/2026 10:33
ຂປລ ອີງຕາມແຜນພັດທະນາວຽກງານສື່ມວນຊົນ 2026-2030 ໄດ້ກໍານົດໄວ້ວ່າ: ວຽກງານສື່ມວນຊົນຕ້ອງສຸມໃສ່ການຫັນປ່ຽນ ແລະພັດ ທະນາໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ,

      ຂປລ.  ຍົກສູງຄຸນນະພາບ, ປະສິດທິພາບ ແລະ ຄວາມທັນສະໄໝຂອງວຽກງານສື່ມວນຊົນ, ໃຫ້ສາມາດຕອບສະໜອງຕໍ່ສະພາບການໃໝ່ ແລະ ການພັດທະນາຂອງສັງຄົມໃນຍຸກດີຈິຕອນ ຊຶ່ງການສ້າງການຫັນປ່ຽນວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງນັ້ນ ຕ້ອງດໍາເນີນບົນຈິດໃຈ “ຍົກສູງບົດບາດການນຳພາຂອງພັກພັດທະນາວຽກ ງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ໂດຍເນັ້ນການສ້າງສື່ມວນຊົນທີ່ມີຄຸນນະພາບ, ທັນສະໄໝ, ມີຄວາມຮັບຜິດຊອບ ແລະ ສາມາດຮັບມືກັບຂ່າວປອມ, ຂໍ້ມູນບິດເບືອນ ແລະ ສິ່ງທ້າທາຍຈາກການນຳໃຊ້ເຕັກໂນໂລຊີໃໝ່ໄດ້ຢ່າງມີປະສິດທິຜົນ.

       ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການ ເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ຮູ້ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ເມື່ອບໍ່ດົນນີ້ວ່າ: ເພື່ອຮັບປະກັນສ້າງການຫັນປ່ຽນວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງນັ້ນ ຕ້ອງດໍາເນີນບົນຈິດໃຈ “ຍົກສູງບົດບາດການນຳພາຂອງພັກ ພັດທະນາວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ໂດຍຈະປ່ຽນແປງຈິນຕະນາການໃໝ່ ໃນການພັດທະນາວຽກງານສື່ມວນຊົນໃນຍຸກໃໝ່ ດ້ວຍການເຊື່ອມຊຶມທັດສະນະຊີ້ນຳຂອງພັກ ໃຫ້ປະກົດເປັນຮູບປະທຳເທື່ອລະກ້າວ, ພ້ອມກັນນັ້ນ ຕ້ອງເດັດດ່ຽວຫັນໄປສູ່ຈິນຕະນາ ການເປັນເຈົ້າຕົນເອງໃຫ້ຫລາຍຂຶ້ນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ, ກ້າເຄື່ອນໄຫວເພື່ອ ຜົນປະໂຫຍດຂອງພັກ, ຂອງຊາດ; ເພີ່ມທະວີບົດບາດການນໍາພາທີ່ເຂັ້ມແຂງຂອງພັກຕໍ່ສື່ມວນຊົນ ແລະ ສັງຄົມດ້ວຍການຖືເອົາການກໍ່ສ້າງພັກເປັນປັດໄຈຕັດສິນ ໂດຍສ້າງໃຫ້ການຈັດຕັ້ງພັກ ໃນອົງການສື່ມວນຊົນທຸກຂັ້ນ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຍົກລະດັບ ຄວາມຮູ້ທາງດ້ານທິດສະດີການ ເມືອງ-ການປົກຄອງ ຕິດພັນກັບຍຸກ ດີຈິຕອນ ແລະ ປັນຍາປະດິດ ດ້ວຍການປະຕິບັດເຂັ້ມງວດ ລະບອບຮໍ່າຮຽນທິດສະດີການເມືອງ ຕິດພັນກັບການສະໜອງຂໍ້ມູນຂ່າວສານ, ປັບປຸງຄວາມຮັບຮູ້ໃໝ່ຂອງພະນັກງານ- ນັກຂ່າວ, ບັນນາທິການຂ່າວ ແລະ ນັກເຕັກນິກໃນບັນດາອົງການສື່ ມວນຊົນຢ່າງຕໍ່ເນື່ອງ; ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະ ຕິບັດຈັນຍາບັນວິຊາຊີບດ້ວຍການ ປັບປຸງກົນໄກການຄຸ້ມຄອງລະບົບການຂຶ້ນທະບຽນນັກຂ່າວ, ການເຄື່ອນໄຫວ ຂອງສໍານັກຂ່າວສານ ແລະ ການອະນຸຍາດຕ່າງໆ ໃຫ້ຮັດກຸມຕາມກົດໝາຍກໍານົດໄວ້, ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວ ຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ໃຫ້ປະຕິບັດຖືກຕ້ອງຕາມພາລະບົດບາດຢ່າງເປັນເຈົ້າການ.

    ສຳລັບຄາດໝາຍສູ້ຊົນຈະຄຸ້ມ ຄອງສື່ມວນຊົນທັງພາກລັດ ແລະ ເອກະຊົນ ພາຍໃຕ້ກົດໝາຍກຳນົດຢ່າງເຂັ້ມງວດ, ສື່ເອກະຊົນ ແລະ ຜູ້ມີອິດທິພົນ ທີ່ດຳເນີນກິດຈະການເຜີຍແຜ່ຂໍ້ມູນຂ່າວສານຕ້ອງຂຶ້ນທະບຽນກັບກົມສື່ມວນຊົນຢ່າງເປີດເຜີຍຕາມ ກົດໝາຍ; ພັດທະນາສ່ືມວນຊົນລາວ ເປັນຕົ້ນແມ່ນ 5 ສື່ຫລັກຂອງລັດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ກ້າວເຂົ້າສູ່ຄຸນນະພາບໃໝ່, ມີຄວາມວ່ອງໄວ, ທັນສະໄໝ ແລະ ໜ້າເຊື່ອຖືໄດ້, ຮັບປະກັນໃຫ້ສື່ມວນຊົນ ສາມາດປະຕິບັດບົດບາດ ໃນນາມ ເປັນເຄື່ອງມື, ເປັນກະບອກສຽງອັນແຫລມຄົມໃນການໂຄສະນາ, ເຜີຍແຜ່ແນວທາງແຜນນະໂຍບາຍ ຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ພັດທະນາເນື້ອຫາໃຫ້ມີຄວາມສ້າງສັນ ແລະ ເຂົ້າເຖິງຄົນຮຸ່ນໃໝ່, ສ້າງເນື້ອຫາທີ່ມີທັງ “ສາລະ” ແລະ “ຄວາມໜ້າສົນໃຈ” ຄວບຄູ່ກັນ. ການເລົ່າເລື່ອງຜ່ານວິດີໂອສັ້ນ, ສາລະຄະດີ ຫລື ການນຳສະເໜີແບບດີ ຈິຕອນທີ່ທັນສະໄໝ ໄປຄວບຄູ່ກັບ ການພັດທະນາບຸກຄະລາກອນ ທີ່ ເຮັດວຽກໃນອົງການສື່ມວນຊົນ ໂດຍສະເພາະນັກຂ່າວລຸ້ນໃໝ່ ໃຫ້ມີ ທັກສະຮອບດ້ານທັງດ້ານວິຊາຊີບ, ເຕັກໂນໂລຊີ, ພາສາຕ່າງປະເທດ ແລະ ຈັນຍາບັນວິຊາຊີບ; ນຳໃຊ້ສື່ມວນຊົນເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມຂອງພັກຂອງຊາດ; ປຸກລະດົມຄວາມສາມັກຄີປອງດອງ ແລະ ສ້າງຄວາມເຊື່ອໝັ້ນ ຂອງມະຫາຊົນ ຕໍ່ການນໍາພາຂອງພັກ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງບົດ-ສາລະຄະດີ

      ທູດອັດສະຕຣາລີ ຢ້ຽມຢາມກຸ່ມຫັດຖະກຳ ຢູ່ຫລວງພະບາງ

      7/21/2026 1:06:52 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ຢ້ຽມຢາມກຸ່ມ ຫັດຖະກຳ ຂອງບຸກຄົນທີ່ມີຄວາມ ພິການ ຢູ່ບ້ານຊ່າງໄຫ ເມືອງປາກ ອູ ແຂວງຫລວງພະບາງ

    • ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊບົດ-ສາລະຄະດີ

      ເມືອງທົ່ງມີໄຊ ປະກາດສ້າງຕັ້ງຕາແສງ ທົ່ງໃຫຍ່ ແລະ ຕາແສງມີໄຊ

      7/21/2026 1:00:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງທົ່ງໃຫຍ່ ແລະ ຕາ ແສງມີໄຊ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ຈັດຂຶ້ນໃນວັນທີ 18 ກໍລະກົດ 2026 ໂດຍມີ ທ່ານ ເພັງ ນິລັນ ຄໍາພັນເພັງ ເລຂາພັກແຂວງ ໄຊຍະບູລີ, ທ່ານ ພົຈວ ບຸນຍອງ ດວງດີ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄຊຍະບູ ລີ ພ້ອມດ້ວຍຄະນະຮັບຜິດຊອບສ້າງ ຕາແສງ, ອົງການປົກຄອງແຕ່ລະ ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

    • ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີບົດ-ສາລະຄະດີ

      ອັດຕະປື ສະຫລອງວັນສ້າງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

      7/21/2026 12:55:46 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ, ແຂວງອັດຕະປື ຈັດພິທີ ສະເຫລີມສະ ຫລອງວັນສ້າງຕັ້ງ ສະຫະ ພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ທີ່ຫໍປະຊຸມໃຫຍ່ ຂອງແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກ ແຂວງອັດຕະປື ພ້ອມດ້ວຍອະດີດ ການນໍາເພດຍິງ, ຄະນະບໍລິຫານ ງານ, ຄະນະໜ່ວຍ, ຮາກ ຖານ ແລະ ສະມາຊິກສະຫະ ພັນແມ່ຍິງເຂົ້າ ຮ່ວມ.

    • ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026ບົດ-ສາລະຄະດີ

      ກຸ່ມບໍລິສັດເຄມີຫວຽດນາມ ເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

      7/21/2026 11:11:51 AM

      ຂປລ. ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

    • ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້ບົດ-ສາລະຄະດີ

      ວິຖີຊີວິດ ແລະ ຮີດຄອງປະເພນີດັ້ງເດີມ ຂອງຊົນເຜົ່າຫໍ້

      7/21/2026 11:06:43 AM

      ຂປລ. ຊົນເຜົ່າຫໍ້ ເປັນໜຶ່ງໃນຊົນເຜົ່າທີ່ອາໄສຢູ່ພາກເໜືອຂອງ ສປປ ລາວ ໂດຍສະເພາະໃນແຂວງຜົ້ງສາລີ, ຫລວງນ້ຳທາ,​ບໍ່ແກ້ວ, ອຸດົມໄຊ ແລະ ແຂວງຫລວງພະບາງ. ຊົນເຜົ່ານີ້ມີຕົ້ນກຳເນີດຈາກປະເທດຈີນ ແລະ ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ດິນແດນຂອງລາວໃນຊ່ວງໄລຍະທ້າຍສະຕະວັດທີ XIX. ເຂົາເຈົ້າເອີ້ນຕົນເອງວ່າ “ຫໍ້” ແລະ ຊື່ນີ້ກໍເປັນຊື່ທີ່ໃຊ້ໃນທາງລັດຖະການຈົນຮອດປັດຈຸບັນ.

ads
ads

Top