ປະທານປະເທດ ເຂົ້າຮ່ວມພິທີປ່ອຍສັດນໍ້າຄືນສູທຳມະຊາດ

13/07/2026 18:46
ຂປລ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບອົງການປົກຄອງນະຄອນຫລວງວຽງຈັນ ແລະ ບໍລິສັດ ລາວທາດຫລວງລົງທຶນພັດທະນາ ຈຳກັດ ຈັດພິທີສະເຫລີມສະຫລອງວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ (ວັນທີ 13 ກໍລະກົດ) ປະຈຳປີ 2026 ໃນວັນທີ 11 ກໍລະກົດ 2026 ທີ່ໜອງໃຫຍ່ບຶງທາດຫລວງ (ເຂດເສດຖະກິດພິເສດ) ເມືອງໄຊເສດຖາ ນະຄອນຫລວງວຽງຈັນ,

     ຂປລ.  ໃຫ້ກຽດເຂົ້າຮ່ວມພິທີ ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ,  ທ່ານ ເພັດ ພົມພີພັກ ຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາການນຳພັກ-ລັດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ຕະຫລອດຮອດມວນຊົນທຸກພາກສ່ວນເຂົ້າຮ່ວມ.  

     ໃນພິທີ, ທ່ານ  ລິນຄຳ ດວງສະ ໍຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສ່ິງແວດລ້ອມ ໄດ້ກ່າວວ່າ: ພັກ ແລະ ລັດຖະບານໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ມາແຕ່ປີ 1997 ຊຶ່ງປີນີ້ຄົບຮອບ 29 ປີ, ວັນດັ່ງກ່າວຍັງກົງກັບວັນເກີດ ຂອງປະທານ ສຸພານຸວົງ ຜູ້ ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ. ການຈັດກິດຈະກຳນີ້ ມີຈຸດປະສົງເພື່ອປູກຈິດສຳນຶກໃຫ້ທົ່ວສັງຄົມ ເຫັນໄດ້ຄວາມສຳຄັນຂອງການອະນຸລັກພັນສັດນ້ຳ, ຟື້ນຟູຄວາມອຸດົມສົມບູນຂອງລະບົບນເວດ, ທັງເປັນການຈາລຶກຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ທີ່ມີຕໍ່ປະເທດຊາດ.

     ສໍາລັບການຈັດກິດຈະກຳໃນປີ 2026 ນີ້, ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊຸກຍູ້ໃຫ້ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນໃນທົ່ວປະເທດ ຮ່ວມກັນຈັດກິດຈະກຳປ່ອຍປາ ແລະ ສັດນໍ້າໃຫ້ໄດ້ຫລາຍກວ່າ 72 ລ້ານໂຕ. ພາຍໃຕ້ຄຳຂວັນ: “ຈົ່ງພ້ອມກັນປ່ອຍປາ ແລະ ສັດນໍ້າ ຄືນສູ່ທຳມະຊາດໃຫ້ມີ ຄວາມອຸດົມສົມບູນຕະຫລອດໄປ” ແລະ “ການປົກປັກຮັກສາປາ ແລະ ສັດນໍ້າ ແມ່ນພັນທະຂອງທົ່ວປວງຊົນທັງຊາດ”.ສະເພາະພິທີທີ່ຈັດຂຶ້ນຢູ່ໜອງໃຫຍ່ບຶງທາດຫລວງໃນຄັ້ງນີ້, ໄດ້ມີການປ່ອຍປາຈໍານວນ 1 ລ້ານກວ່າໂຕ ຊຶ່ງປະກອບມີ: ປາປາກ, ປານວນຈັນ, ປາເພ້ຍ, ປາກົດ, ປາເຄິງ ແລະ ປາພື້ນເມືອງອື່ນໆ ທ່ີໄດ້ຮັບການສະໜັບສະໜູນມາຈາກສູນພັດທະນາການປະມົງນໍ້າຊ່ວງ, ສູນຄົ້ນຄວ້າການປະມົງໜອງແຕ່ງ, ສູນຫ້ວຍຊອນ-ຫ້ວຍຊົ້ວ, ສູນບໍລິການເຕັກນິກກະສິກຳລາວ-ເກົາ ຫລີ ແລະ ສູນສະຖານີຕ່າງໆ. 

ຂ່າວ: ແສງຈັນ

KPL

ຂ່າວອື່ນໆ

ads
ads

Top