ຂປລ
ກົມພາສີ ແລະ ສຳພະມິດ ຂອງ ກຳປູເຈຍ ໄດ້ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ຍອດການສົ່ງອອກ ຂອງ ກຳປູເຈຍ ໃນໄລຍະ 6 ເດືອນຕົ້ນປີນີ້ ບັນລຸ ລະດັບ 1,7 ໝື່ນລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 19.5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ,
ຂປລ. ສຳນັກຂ່າວ ອິນໂຟເຄວສ: ກົມພາສີ ແລະ ສຳພະມິດ ຂອງ ກຳປູເຈຍ ໄດ້ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ຍອດການສົ່ງອອກ ຂອງ ກຳປູເຈຍ ໃນໄລຍະ 6 ເດືອນຕົ້ນປີນີ້ ບັນລຸ ລະດັບ 1,7 ໝື່ນລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 19.5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ,
ໃນຂະນະດຽວກັນ, ຍອດການນຳເຂົ້າ ຂອງ ກຳປູເຈຍ ໃນໄລຍະເດືອນມັງກອນ-ມິຖຸນາ ຜ່ານມາ ລວມມີ 1,97 ໝື່ນລ້ານໂດລາສະຫະລັດ, ເພີ່ມຂຶ້ນ 21,4% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີຜ່ານມາ. ນອກຈາກນັ້ນ, ທ່ານ ເພັນ ໂສວິຊິດ (Penn Sovicheat), ຫົວໜ້າ ກະຊວງການຄ້າ ກຳປູເຈຍ ກ່າວວ່າ: ການເຕີບໂຕ ດັ່ງກ່າວ ແມ່ນໄດ້ຮັບແຮງຍູ້ໜູນ ມາຈາກ ຄວາມຕົກລົງ ຫຸ້ນສ່ວນ ທາງເສດຖະກິດ ລະດັບ ພາກພື້ນ (RCEP) ຄຽງຄູ່ໄປກັບ ຂໍ້ຕົກລົງ ການຄ້າເສລີທະວີພາຄີ (FTA) ຮ່ວມກັບ ບັນດາ ປະເທດເສດຖະກິດອື່ນໆ./
KPL