ອົດສະຕຣາລີ ຈະສົ່ງອອກຢູເຣນຽມ ໄປອິນເດຍ ໜູນເປົ້າໝາຍພະລັງງານສະອາດ

13/07/2026 19:06
ຂປລ ທ່ານ ແອນໂທນີ ອັນບານີສ (Anthony Albanese) ນາຍົກ ລັດຖະມົນຕີ ອົດສະຕຣາລີ ແລະ ທ່ານ ນາເຣນທຣາ ໂມດີ (Narendra Modi) ນາຍົກ ລັດຖະມົນຕີ ອິນເດຍ ໄດ້ເຂົ້າຮ່ວມລົງນາມ ໃນຂໍ້ຕົກລົງ ທີ່ ກຳນົດໃຫ້ ອົດສະຕຣາລີ ສົ່ງອອກ ຢູເຣນຽມ ໄປຍັງ ອິນເດຍ

ສໍານັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ແອນໂທນີ ອັນບານີສ (Anthony Albanese) ນາຍົກ ລັດຖະມົນຕີ ອົດສະຕຣາລີ ແລະ ທ່ານ ນາເຣນທຣາ ໂມດີ (Narendra Modi) ນາຍົກ ລັດຖະມົນຕີ ອິນເດຍ ໄດ້ເຂົ້າຮ່ວມລົງນາມ ໃນຂໍ້ຕົກລົງ ທີ່ກຳນົດໃຫ້ ອົດສະຕຣາລີ ສົ່ງອອກ ຢູເຣນຽມ ໄປຍັງ ອິນເດຍ ເພື່ອການນຳໃຊ້ພະລັງງານ ນິວເຄລຍ ໃນທາງສັນຕິ, ໃນລະຫວ່າງ ການປະຊຸມສຸດຍອດ ອົດສະຕຣາລີ-ອິນເດຍ ປະຈຳປີ ຄັ້ງທີ 3 ທີ່ເມືອງເມລເບີນ ປະເທດ ອົດສະຕຣາລີ.

ໂດຍຖະແຫລງການ ຈາກ ທ່ານ ອັນບານີສ ເປີດເຜີຍວ່າ: ຂໍ້ຕົກລົງ ດັ່ງກ່າວ ຈະເປີດທາງໃຫ້ ອົດສະຕຣາລີ ສາມາດ ສົ່ງອອກ ຢູເຣນຽມ ໄປຍັງ ອິນເດຍ ພາຍໃຕ້ ຂອບການຮ່ວມມື ທີ່ມີຢູ່, ພ້ອມທັງ ລະບຸ ພາຍຫລັງກອງປະຊຸມ ຮ່ວມກັບ ທ່ານ ນະເຣນທຣາ ໂມດີ ວ່າ: ສາຍພົວພັນ ລະຫວ່າງ ອົດສະຕຣາລີ ແລະ ອິນເດຍ ບໍ່ເຄີຍແຂງແກ່ນ ຂະໜາດນີ້ມາກ່ອນ ແລະ ທັງສອງຝ່າຍ ປາດຖະໜາ ຈະຂະຫຍາຍການຮ່ວມມື ໃຫ້ມີຄວາມເລິກເຊິ່ງ ແລະ ແໜ້ນແຟ້ນຫລາຍຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top