ຂປລ
ທະນາຄານແຫ່ງ ສປປ ລາວ (ທຫລ) ຈະສຸມໃສ່ 5 ວຽກງານຈຸດສຸມ ທີ່ເປັນບຸລິມະສິດ ເພື່ອ ຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນ ແລະ ຈະສູ ້ຊົນປະຕິບັດຄາດໝາຍທີ່ສະພາແຫ່ງຊາດຮັບຮອງ ອັດຕາເງິນເຟີ້ສະເລ່ຍໝົດປີ 2026
ບໍ່ໃຫ້ເກີນ 7%. ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ ວ່າການທະນາຄານ ແຫ່ງ ສປປ ລາວ ຊີ້ແຈງຕໍ່ຄຳຊັກຖາມຂອງສະ ມາຊິກສະພາແຫ່ງຊາດ ໃນກອງ ປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນ ວັນທີ 7 ກໍລະກົດ 2026 ຫລາຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການເຂົ້າເຖິງແຫລ່ງທຶນ. ຕໍ່ ບັນຫາດັ່ງກ່າວ, ທະນາຄານ ແຫ່ງ ສປປ ລາວ ຈະສຸມໃສ່ 5 ວຽກງານ ຈຸດສຸມ ທີ່ເປັນບູລິມະສິດ ຄື: 1. ຄວບ ຄຸມອັດຕາແລກປ່ຽນໃຫ້ມີຄວາມ ສະຫງົບ ໂດຍຈະກຳນົດຂອບອັດ ຕາແລກປ່ຽນໃຫ້ມີຄວາມຍືດຍຸ່ນ ພ້ອມທັງຮັກສາສ່ວນຕ່າງລະຫວ່າງ ອັດຕາຂອງທະນາຄານທຸລະກິດ (ທທກ) ແລະ ຕະຫລາດນອກລະ ບົບ ໃຫ້ຫຍັບໃກ້ເຂົ້າກັນ; ຄຸ້ມຄອງ ແລະ ພັດທະນາຕະຫລາດແລກ ປ່ຽນ ຊື້-ຂາຍ ເງິນຕາຕ່າງປະເທດ (ຕລຕ) ມູນຄ່າສູງ ເພື່ອເປັນຊ່ອງ ທາງແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງລູກຄ້ານິຕິບຸກຄົນລາຍ ໃຫຍ່ ເພື່ອຫລຸດຜ່ອນແຮງກົດດັນ ຂອງກຸ່ມລູກຄ້າດັ່ງກ່າວ; ສືບຕໍ່ເກັບ ຊ ື້ ແລະ ດັດສົມເງິນຕາຕ່າງປະເທດ ໃຫ້ການນໍາເຂົ້າສິນຄ້າບຸລິມະສິດ ໂດຍສະເພາະນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆ ເມື່ອເຫັນວ່າຈໍາເປັນ; 2. ຄວບຄຸມປະລິມານເງິນລວມ M2 ໃຫ້ມີຄວາມເໝາະສົມ ໂດຍ ການປະຕິບັດນະໂຍບາຍເງິນຕາ ແບບປະສົມປະສານ, ພັດທະນາ ເຄື່ອງມືນະໂຍບາຍໃຫ້ຄົບຖ້ວນ, ມີ ວິທະຍາສາດ ແລະ ສອດຄ່ອງກັບ ສະພາບການ ເປັນຕົ້ນ ທົບທວນ ປະເມີນຄືນອັດຕາດອກເບ້ຍພື້ນ ຖານ ແລະ ປັບປຸງກົນໄກການຮັກ ສາເງິນແຮຝາກບັງຄັບ ໃນແຕ່ລະ ໄລຍະ, ສືບຕໍ່ອອກ ແລະ ຈຳໜ່າຍ ພັນທະບັດ ທຫລ ໄລຍະສັ້ນສະກຸນ ເງິນກີບ ແລະ ສືບຕໍ່ສົມທົບກັບພາກ ສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິ ບັດ ການລວມສູນບັນຊີຄັງເງິນ (TSA) ຢູ່ ທຫລ; 3. ຄຸ້ມຄອງເງິນ ຕາຕ່າງປະເທດໃຫ້ເຂັ້ມງວດ ແລະ ຫັນເຂົ້າສູ່ລະບົບທະນາຄານໃຫ້ ຫລາຍຂຶ້ນ ໂດຍສະເພາະຄຸ້ມຄອງ ເງິນຕາຕ່າງປະເທດ ຈາກລາຍຮັບ ຈາກການສົ່ງອອກໃຫ້ບັນລຸ 75% ຂອງມູນຄ່າການສົ່ງອອກ (ບໍ່ລວມ ຫົວໜ່ວຍທີ່ຍົກເວັ້ນບາງມາດຕາ ຂອງກົດໝາຍຄຸ້ມຄອງເງິນຕາຕ່າງ ປະເທດ), ພ້ອມທັງຕິດຕາມກະແສ ເງິນຕາ ຈາກກຸ່ມຜູ້ລົງທຶນຕ່າງປະເທດ ໂດຍຜ່ານການເຈລະຈາຂອງ ຄະນະສະເພາະກິດ ເພື່ອໃຫ້ນັກລົງ ທຶນໂອນເງິນເຂົ້າມາ. ພ້ອມນີ້, ຍັງ ຈະສົມທົບກັບກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກ່ຽວຂ້ອງ ເພື່ອດັດ ສົມຫົວໜ່ວຍນໍາເຂົ້າ, ຈຳກັດໂກຕາ ການນໍາເຂົ້າ (ໂດຍແຍກເປັນ 5 ກຸ່ມ ສິນຄ້າບູລິມະສິດ ຄື: ນໍ້າມັນເຊື້ອ ໄຟ, ຄໍາ, ພາຫະນະ, ຢາປົວພະຍາດ, ປຸ໋ຍຝຸ່ນ ແລະ ເຄື່ອງອຸປະໂພກ-ບໍລິ ໂພກ), ພິຈາລະນາດັດສົມເງິນຕາ ຕ່າງປະເທດໃຫ້ສະເພາະຜູ້ທີ່ໄດ້ ຮັບອະນຸຍາດ ແລະ ຊຸກຍູ້ໃຫ້ ທທກ ດັດສົມເງິນຕາຕ່າງປະເທດ, ພ້ອມ ທັງຊຸກຍູ້ສົ່ງເສີມການນໍາໃຊ້ເງິນ ກີບໂດຍປະສານສົມທົບກັບບັນດາ ກະຊວງກ່ຽວຂ້ອງ ໂດຍສະເພາະ ການຂາຍດິນ, ຂາຍພາຫະນະ ແລະ ອື່ນໆໃຫ້ເປັນເງິນກີບ. ນອກຈາກ ນັ້ນ, ກໍຈະຊຸກຍູ້ໃຫ້ຫົວໜ່ວຍທຸລະ ກິດນໍາເຂົ້າ-ສົ່ງອອກ ຫັນມານໍາໃຊ້ ສະກຸນເງິນທ້ອງຖິ່ນ (ສະກຸນເງິນ ກີບ-ດົງ, ກີບ-ຢວນ, ກີບ-ບາດ) ເພື່ອຊຳລະຄ່າສິນຄ້າ, ການບໍລິການ ແລະ ການລົງທຶນ ກັບປະເທດຄູ່ ຄ້າ ເພື່ອຫລຸດຜ່ອນການເອື່ອຍ ອີງສະກຸນເງິນແຂງ (ສະກຸນເງິນ ໂດລາສະຫະລັດ) ຜ່ານທະນາຄານ ທຸລະກິດ ທີ່ໄດ້ຮັບອະນຸຍາດເປັນຜູ້ ໃຫ້ບໍລິການທຸລະກຳເງິນຕາຕ່າງ ປະເທດຂ້າມສະກຸນ ໃຫ້ເພີ່ມຂຶ້ນ; ສືບຕໍ່ຄົ້ນຄວ້າປັບປຸງຮ່າງຍຸດທະ ສາດຄຸ ້ມຄອງໜີ້ສິນຕ່າງປະເທດ ເພື ່ອກະກຽມລາຍງານລັດຖະບານ, ພ້ອມທັງເລັ່ງປັບປຸງກົນໄກກ່ຽວກັບ ການກູ້ຢືມລະຫວ່າງປະເທດ ເພື່ອ ກຳນົດອັດຕາສ່ວນໜີ້ສິນຕໍ່ແຫລ່ງ ທຶນ ແລະ ເງື່ອນໄຂເຂັ້ມງວດໃນ ການກູ້ຢືມລະຫວ່າງປະເທດ ແນໃສ່ ຫລຸດຜ່ອນໜີ້ສິນຈາກຕ່າງປະເທດ ຂອງພາກເອກະຊົນ. ນອກນີ້, ທຫລ ຈະອອກນິຕິກຳການຄຸ້ມຄອງທຸລະ ກິດຄໍາ ຢູ່ ສປປ ລາວ ໃຫ້ມີຄວາມ ຮັດກຸມຂຶ້ນຕື ່ມ; 4. ຈະສົມທົບກັບ ກະຊວງອຸດສາຫະກຳ ແລະ ການ ຄ້າ ຄົ້ນຄວ້າກົນໄກການກໍານົດລາຍ ການສິນຄ້າ ເພື່ອສ້າງໂຄງສ້າງລາ ຄາ ແລະ ມາດຕະການໃນການຄຸ້ມ ຄອງລາຄາສິນຄ້າ ທີ່ມີຜົນກະທົບໄວ ຕໍ່ການດໍາລົງຊີວິດປະຈຳວັນ ໂດຍ ສະເພາະກຸ່ມປະເພດຕົ້ນທຶນການຜະລິດສິນຄ້າ (ແນວພັນພືດ, ຝຸ່ນ ວິທະຍາສາດ, ຫົວອາຫານ) ແລະ ກ ຸ່ ມປະເພດຢາປົວພະຍາດ. ນອກນີ ້,ຈະສ້າງຕະຫລາດປະມູນສິນຄ້າ ເພື່ອເພີ່ມປະສິດທິພາບໃນການຄຸ້ມ ຄອງລາຄາສິນຄ້າ; 5. ເພື່ອສືບຕໍ່ ຊຸກຍູ້ການຜະລິດ ທຫລ ຈະຊຸກຍູ້ ທທກ ໃຫ້ສະໜອງສິນເຊື່ອທີ່ມີ ຄຸນນະພາບ, ມີລະບົບການຄຸ້ມຄອງ ຮັດກຸມ, ທັນສະໄໝ, ທົ່ວເຖິງ ແລະ ມີຈຸດສຸມ ຕໍ່ກັບນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ, ຈະສືບຕໍ່ພິຈາລະນາແຫລ່ງທຶນ ໃຫ້ ສະເພາະຫົວໜ່ວຍທີ່ຜ່ານການຄົ້ນ ຄວ້າ ແລະ ເຫັນດີອະນຸມັດຈາກຄະ ນະຮັບຜິດຊອບຂັ້ນແຂວງ, ນະຄອນ ຫລວງ ໃນປີ 2025 ເທົ່ານັ້ນ. ນອກນີ້, ຍັງຈະສືບຕໍ່ປະຕິບັດ ນະໂຍບາຍການສະໜອງສິນເຊື່ອ ຜ່ານກອງທຶນຕ່າງໆ ເພື່ອສົ່ງເສີມ ຫົວໜ່ວຍທຸລະກິດ SME ເຊັ່ນ: ສະ ໜອງຜ່ານກອງທຶນສົ່ງເສີມ SME ແລະ ກອງທຶນການສົ່ງເສີມການ ເຂົ້າເຖິງແຫລ່ງທຶນໃນ ສປປ ລາວ (LAFF); ຄົ້ນຄວ້າກໍານົດນະໂຍ ບາຍສົ່ງເສີມສິນເຊື່ອສໍາລັບສິນເຊື່ອ ຂະແໜງກະສິກຳ, ອຸດສາຫະກຳ ປຸງແຕ່ງ, ສິນເຊື່ອສໍາລັບການຜະ ລິດສົ່ງອອກ ແລະ ທົດແທນການນໍາ ເຂົ້າ ດ້ວຍການໝູນໃຊ້ແຫລ່ງທຶນ ຫລື ສະພາບຄ່ອງສ່ວນເກີນ ຂອງບັນ ດາ ທທກ ບົນພື້ນຖານ ທຫລ ຮີບ ຮ້ອນຄົ ້ນຄວ້ານະໂຍບາຍກະຕຸ້ນ ຄື: ຄົ້ນຄວ້າປັບປຸງລະບຽບການກ່ຽວ ກັບການຈັດຊັ້ນໜີ້ ແລະ ຫັກເງິນແຮ ສໍາລັບ ທທກ ທີ ່ສະໜອງສິນເຊື່ອຂະ ແໜງກະສິກຳ, ອຸດສາຫະກຳປຸງ ແຕ່ງ ເພື່ອທົດແທນການນໍາເຂົ້າ; ຄົ້ນ ຄວ້າຫລັກການນໍາມູນຄ່າທີ່ບໍລິສັດ ຄໍ້າປະກັນສິນເຊື ່ອ ໃຫ້ການຜະລິດ ກະສິກຳເປັນສ່ວນຫລຸດ ໃນການຫັກ ເງິນແຮໜີ້ເສຍໄດ້, ໝາຍຄວາມວ່າ: ສາມາດເອົາມູນຄ່າທີ່ບໍລິສັດ ຄໍ້າ ປະກັນສິນເຊື່ອລົບຍອດສິນເຊື່ອ ແລ້ວຈຶ່ງເອົາມາຄິດໄລ່ເງິນແຮຈັດ ຊ ັ້ນໜີ ້ ແລະ ຈະສົມທົບກັບ ກະຊວງ ການເງິນ ຄົ້ນຄວ້ານໍາໃຊ້ຄັງແຮ ຂອງ ກະຊວງການເງິນ ເພື່ອດັດສົມ ດອກເບ້ຍສ່ວນໃດສ່ວນໜຶ່ງ ໃຫ້ຫົວ ໜ່ວຍທຸລະກິດ ເພື່ອຫລຸດຜ່ອນຕົ້ນ ທຶນການຜະລິດ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ
KPL