ຂປລ
ກະຊວງການຄ້າ ຈີນ ປະກາດ ໃນວັນທີ 10 ກໍລະກົດຜ່ານມາວ່າ: ໂດຍຫ້າມສົ່ງອອກແກັສຮີລ່ຽມ (Helium) ເປັນການຊົ່ວຄາວ ເຊິ່ງມີຜົນບັງຄັບໃຊ້ ໃນທັນທີ.
ຂປລ. ສຳນັກຂ່າວ ອິນໂໂຟເຄວສ, ກະຊວງການຄ້າ ຈີນ ປະກາດ ໃນວັນທີ 10 ກໍລະກົດຜ່ານມາວ່າ: ໂດຍຫ້າມສົ່ງອອກແກັສຮີລ່ຽມ (Helium) ເປັນການຊົ່ວຄາວ ເຊິ່ງມີຜົນ ບັງຄັບໃຊ້ ໃນທັນທີ.
ໃນຂະນະທີ່, ແກັສຮີລ່ຽມ ແມ່ນແກັສ ອຸດສາຫະກຳ ທີ່ມີ ຄວາມສຳຄັນ ແລະ ຂາດບໍ່ໄດ້ ໃນຂະບວນການຜະລິດຂັ້ນສູງ ໂດຍມີ ບົດບາດຫລັກ ໃນອຸດສາຫະກຳ ການຜະລິດ ເຊມິ ຄອນດັກເຕີ (Semiconductor), ການວິໄຈຄວອນຕຳຄອມພິວຕິງ (Quantum computing) ແລະ ການຜະລິດເສັ້ນໃຍນຳແສງ (Fiber optics) ເຊິ່ງມີຄວາມຈຳເປັນ ຕ້ອງໃຊ້ລະບົບ ເຮັດຄວາມເຢັນ ທີ່ມີ ຄວາມບໍລິສຸດສູງ ແລະ ສະພາບແວດລ້ອມ ທີ່ເປັນແກັສເສື່ອມ (Inert gas)./
KPL