ຂປລ
ລັດຖະມົນຕີ ກະຊວງການເງິນ ຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ ກອງທຶນບໍານານ ຂະໜາດໃຫຍ່ຂອງປະເທດ ເພີ່ມການລົງທຶນ ໃນສິນຊັບ ພາຍໃນປະເທດ ໃຫ້ຫລາຍຂຶ້ນ, ເຊິ່ງການ ເຄື່ອນໄຫວດັ່ງກ່າວ ສົ່ງຜົນໃຫ້ເງິນເຢນ ແຂງຄ່າຂຶ້ນ ຫລັງຈາກ ທີ່ຫລຸດລົງ ຢູ່ລະດັບຕໍ່າສຸດ ໃນຮອບເກືອບ 40 ປີ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ລັດຖະມົນຕີ ກະຊວງການເງິນ ຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ ກອງທຶນບໍານານ ຂະໜາດໃຫຍ່ຂອງປະເທດ ເພີ່ມການລົງທຶນ ໃນສິນຊັບ ພາຍໃນປະເທດ ໃຫ້ຫລາຍຂຶ້ນ, ເຊິ່ງການ ເຄື່ອນໄຫວດັ່ງກ່າວ ສົ່ງຜົນໃຫ້ເງິນເຢນ ແຂງຄ່າຂຶ້ນ ຫລັງຈາກ ທີ່ຫລຸດລົງ ຢູ່ລະດັບຕໍ່າສຸດ ໃນຮອບເກືອບ 40 ປີ ແລະ ທັງຊ່ວຍໜູນ ຕະຫລາດ ພັນທະບັດອີກດ້ວຍ.
ທ່ານນາງ ຊັດສຶກິ ຄາຕາຍາມະ (Satsuki Katayama), ລັດຖະມົນຕີ ກະຊວງການເງິນຂອງ ຍີ່ປຸ່ນ ກ່າວເມື່ອບໍ່ດົນມານີ້ວ່າ: ລັດຖະບານ ຍີ່ປຸ່ນ ຕ້ອງການສົ່ງເສີມ ໃຫ້ພາກຄົວເຮືອນ ແລະ ກອງທຶນບໍານານ ລວມທັງ ກອງທຶນ ບໍານານລັດຖະບານ ຍີ່ປຸ່ນ (GPIF) ເພີ່ມການລົງທຶນ ໃນສິນຊັບ ທາງການເງິນຂອງ ຍີ່ປຸ່ນ ໂດຍລັດຖະບານ ຈະອອກນະໂຍບາຍ ເພື່ອສະໜັບສະໜູນ ເປົ້າໝາຍດັ່ງກ່າວ.
ທັງນີ້, GPIF ຖືເປັນໜຶ່ງ ໃນກອງທຶນບໍານານ ຂະໜາດໃຫຍ່ທີ່ສຸດ ໃນໂລກ ໂດຍມີ ສິນຊັບພາຍໃຕ້ ການບໍລິຫານຈັດການ ປະມານ 293,6 ພັນຕື້ເຢນ (ປະມານ 1,81 ພັນຕື້ໂດລາສະຫະລັດ). ຖະແຫລງດັ່ງກ່າວ, ເຊິ່ງມີຂຶ້ນໃນລະຫວ່າງ ການຕອບ ຄໍາຖາມ ຂອງ ຜູ້ສື່ຂ່າວ ໃນກອງປະຊຸມ ຖະແຫລງຂ່າວ ປະຈໍາອາທິດ ກ່ຽວກັບ ແຜນການລົງທຶນຂອງລັດຖະບານ ສົ່ງຜົນໃຫ້ ມູນຄ່າ ເງິນເຢນແຂງຄ່າຂຶ້ນ, ໃນຂະນະທີ່ ອັດຕາຜົນຕອບແທນ ພັນທະບັດປັບຕົວຫລຸດລົງ ຫລັງຈາກ ທີ່ຊັບສິນ ທັງສອງປະເພດນີ້ ຕ້ອງຜະເຊີນກັບ ແຮງກົດດັນຢ່າງໜັກໜ່ວງ./
KPL