7317

zq oleg]a fdv'xt-5 ,ltw\lk,a o gmn j vmu 1 0v'ltrkcsj '-kf -5 fmu X ]a f4t[ko 9tl5 ,.lj cdh w0 s]kp[a oskp6h cI'dkora fmtok glf4tdy f{la '7q ,.sh 0tspkp8q ;8+ gonj v' 3m]tg]dltcf'7;k,gsa o.98+ da [ v5 mq ddtwrgdu f0B o1j k'Ih kpcI' lx 9u o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 13.07.2026 ປີທີ 25 ສະບັບທີ 6.474ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j c9h 'dko0v'dt-;'dko8j k'xtgmf gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ dv'xt-5 ,ltw\lk,a o gmnj vmu 1 0v'ltrkcsj '-kf -5 fmu X xy f]q 'fh ;pzq oleg]a f ທ່ານ ສັນຕິພາບ ພົມວິຫານ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ltrkcsj '-kf ry 9k]tokdq f\kp ;j kfh ;p7a 'g'ocsj ']a f lt[a [lh k'.\j gxu f0t[;odko0=j koa [Ia [8h vodv'xt-5 , ;Pd'kolnj ,;o-q o mqj ;xtgmf 7A 'mu I ທ່ານ ຄຳພັນ ເຜີຍຍະວົງ (ກາງ) ຂປລ. ກອງປະຊຸມສະໄໝວິສາ ມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປີດລົງດ້ວຍຜົນສຳ ເລັດ ໃນວັນທີ 10 ກໍລະກົດ 2026 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງສູນກາງພັກ, ປະທານ ສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ມີບັນດາການນໍາຂັ້ນສູງ, ອະດີດການ ນໍາຂັ້ນສູງ ພັກ-ລັດ, ນາຍົກລັດຖະ ມົນຕີ, ຮອງນາຍົກລັດຖະມົນຕີ, ສະ ມາຊິກລັດຖະບານ ແລະ ສະມາຊິກ ສະພາແຫ່ງຊາດ ເຂົ້າຮ່ວມ. ຂປລ. ວັນທີ 10 ກໍລະກົດ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ສະຫາຍ ຫລີ ສຽງ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຂປລ. ໄລຍະ 6 ເດືອນທ້າຍປີ 2026 ນີ້, ລັດຖະບານຈະສຸມໃສ່ຈັດ ຕັ້ງປະຕິບັດ ແລະ ແກ້ໄຂຫລາຍບັນ ຫາສຳຄັນເປັນຕົ້ນດ້ານການສຶກສາ, ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 10 ກໍລະກົດ 2026 ນີ້, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ໄດ້ຂຶ້ນນຳສະເໜີຮ່າງ ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ສະບັບສ້າງໃໝ່ ເພື່ອໃຫ້ສະມາຊິກ ສະພາແຫ່ງຊາດ ສຸມໃສ່ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ສະບັບນີ້ ເພື່ອໃຫ້ມີເນື້ອໃນກະທັດ ຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປ ສູ່ການຮັບຮອງ ແລະ ປະກາດໃຊ້ ຂປລ. ຈາກກໍລະນີທີ່ມີການນຳ ສະເໜີຂ່າວ ແລະ ສົ່ງຕໍ່ພາບເຫດ ການດິນຍຸບຕົວ ຜ່ານສື່ສັງຄົມອອນ ລາຍ ໃນວັນທີ 9 ກໍລະກົດ 2026 ທີ່ ຜ່ານມານີ້, ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮີບຮ້ອນປະສານງານ ແລະ ລົງ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ຟິລິບປິນ ແລະ ທັງເປັນຜູ້ຕາງໜ້າພິເສດຂອງ ປະທານອາຊຽນ ກ່ຽວ ກັບ ບັນຫາມຽນມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມພົບປະບໍ່ເປັນທາງການ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ ມຽນມາ ຜູ້ໃໝ່ ໂດຍການເປັນປະທານຂອງ ຟິລິບປິນ ແລະ ເປັນເຈົ້າພາບຂອງໄທ, ໃນວັນທີ 11-13 ກໍລະກົດ 2026, ທີ່ບາງກອກ, ລາຊະອານາຈັກໄທ. ຂປລ. ກອງປະຊຸມສະໄໝວິສາ ມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ປິດລົງດ້ວຍຜົນສຳເລັດ ພາຍຫລັງຈັດຂຶ້ນໃນວັນທີ 6-10 ກໍລະກົດ 2026 ໂດຍການເປັນ ສາທາລະນະສຸກ, ດ້ານການພັດທະ ນາຊັບພະຍາກອນມະນຸດ ແລະ ແກ້ ໄຂຄວາມທຸກຍາກຂອງປະຊາຊົນ ປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການ ເມືອງສູນກາງພັກ, ປະທານສະພາ ແຫ່ງຊາດ ພ້ອມດ້ວຍບັນດາຮອງ rkd]a f ]q 'd;fdk8q ;9y 'd= ]tou fy op5 [ 16 j g,n v';y ]t[6 ]u ເກັບກຳຂໍ້ມູນເບື້ອງຕົ້ນ ເພື່ອແຈ້ງ ໃຫ້ປະຊາຊົນຊາບ ແລະ ເຂົ້າໃຈສະ ຖານະການຢ່າງຖືກຕ້ອງ. ເຫດການດັ່ງກ່າວ, ເກີດຂຶ້ນໃນ ຕອນເຊົ້າວັນທີ 9 ກໍລະກົດ 2026 ຢ່າງເປັນທາງການ ເພື່ອເປັນບ່ອນ ອີງໃຫ້ແກ່ການຈັດຕັ້ງປະຕິບັດ ທ່ານ ສອນໄຊ ສີພັນດອນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ y ທ່ານ ໄຊສົມພອນ ພົມວິຫານ (ກາງ) ພ້ອມດ້ວຍຄະນະປະທານສະພາແຫ່ງຊາດ ບັນດາຜູ້ແທນສະພາແຫ່ງຊາດ ແລະ ແຂກຖືກເຊີນ ເຂົ້າຮ່ວມກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X xtmkoxtgmf g0Q kIj ;, ry mu xj vpla foE7n ol6j me,t-kf F ອ່ານຕໍ່ໜ້າ 2່ າໍ່ ໜ້າ

@ 0j k; c]t gsfdko j 13/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ປະທານປະເທດ... ໂທລະເລກ... ຕໍ່ກັບອຸທົກກະໄພເກີດຂຶ້ນຢ່າງຮ້າຍແຮງຢູ່ຫລາຍເຂດ, ນະຄອນ, ແຂວງ ຂອງ ສປ ຈີນ. ເນື້ອໃນໂທລະເລກ ໄດ້ລະບຸວ່າ: ຂ້າພະເຈົ້າໄດ້ຮັບຂ່າວສະພາບອຸທົກ ກະໄພເກີດຂຶ້ນຢ່າງຮ້າຍແຮງຢູ່ຫລາຍເຂດ, ນະຄອນ, ແຂວງຂອງ ສປ ຈີນ ນັບແຕ່ຕົ້ນເດືອນກໍລະກົດ 2026 ເປັນຕົ້ນມາ ໂດຍສະເພາະແມ່ນຢູ່ນະຄອນ ໜານໝິງ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ລວມທັງເຫດການ ໄຟໄໝ້ຢ່າງຮ້າຍແຮງໂຮງງານຜະລິດເກີບຂອງ ບໍລິສັດ ຮຸ້ຍເຖິງ ທີ່ເມືອງ ຈິ້ນຈ່ຽງ ນະຄອນສວນໂຈວ, ແຂວງຟູຈ້ຽນ ໃນວັນທີ 9 ກໍລະກົດ 2026 ຜ່ານມາ; ບັນດາເຫດການເຫລົ່ານີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ, ບາດເຈັບເປັນ ຈຳນວນຫລາຍ, ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດ ເຕັກນິກ, ພື້ນທີ່ການຜະລິດກະສິກຳ ແລະ ຊັບສິນຢ່າງຫລວງຫລາຍໃນ ເຂດດັ່ງກ່າວ. ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດ ຊຶ້ງມາຍັງ ສະຫາຍ ແລະ ຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາ ຊົນຈີນອ້າຍນ້ອງ ໂດຍສະເພາະຄອບຄົວຜູ້ປະສົບເຄາະຮ້າຍຂອງເຂດ ປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ແລະ ແຂວງຟູຈ້ຽນ ໃນຄັ້ງນີ້ດ້ວຍ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ແລະ ດ້ວຍຄວາມເອົາໃຈໃສ່ຊ່ວຍເຫລືອຢ່າງໃກ້ຊິດຂອງບັນດາສະຫາຍການນໍາ ຂັ້ນສູນກາງ ກໍຄື ອຳນາດການປົກຄອງທ້ອງຖິ່ນ, ສປ ຈີນ ຈະສາມາດຜ່ານ ຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູສະພາບການໃຫ້ກັບຄືນສູ່ຄວາມ ປົກກະຕິໂດຍໄວ. ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງ ສະຫາຍ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນຈີນ ຕໍ່ກັບອຸທົກກະໄພເກີດຂຶ້ນຢ່າງຮ້າຍແຮງຢູ່ຫລາຍ ເຂດ, ນະຄອນ, ແຂວງຂອງ ສປ ຈີນ ເຊັ່ນດຽວກັນ. ລັດວ່າດ້ວຍຄັງເງິນແຫ່ງຊາດ ສະ ບັບເລກທີ 259/ນຍ ຍັງບໍ່ທັນມີ ປະສິດທິຜົນ ເນື່ອງຈາກມີຫລາຍ ເນື້ອໃນຍັງບໍ່ທັນສອດຄ່ອງກັບສະ ພາບເງື່ອນໄຂໃນປັດຈຸບັນ ເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານຕົວ ຈິງພົບຄວາມຫຍຸ້ງຍາກ ເປັນຕົ້ນ ການຄຸ້ມຄອງລວມສູນແຫລ່ງເງິນ ຂອງລັດ ເຂົ້າບັນຊີລວມສູນຄັງເງິນ (TSA) ຢູ່ທະນາຄານແຫ່ງ ສປປ ລາວ ຍັງເຮັດບໍ່ທັນໄດ້ດີ ແລະ ຄົບ ຖ້ວນ; ການມອບລາຍຮັບ ແລະ ປະ ຕິບັດລາຍຈ່າຍ ຢູ່ຂັ້ນທ້ອງຖິ່ນໂດຍ ສ່ວນໃຫຍ່ແມ່ນຍັງນໍາໃຊ້ເງິນສົດ ຊຶ່ງເຮັດໃຫ້ມີຄວາມສ່ຽງໃນການ ຄຸ້ມຄອງ ແລະ ເກັບຮັກສາເງິນ, ການຕ້ານ ແລະ ສະກັດກັ້ນການຮົ່ວ ໄຫລຂອງລາຍຮັບງົບປະມານແຫ່ງ ລັດ ຍັງບໍ່ຮັດກຸມເທົ່າທີ່ຄວນ; ການ ສ້າງເອກະສານລາຍງານການເງິນ ຍັງມີຄວາມຊັກຊ້າ, ບໍ່ຄົບຖ້ວນແລະ ບໍ່ທັນຕາມກຳນົດເວລາ; ການຕິດ ຕາມ, ກວດກາການປະຕິບັດລາຍ ຈ່າຍງົບປະມານແຫ່ງລັດ ໃຫ້ຖືກ ຕ້ອງຕາມແຜນການທີ່ສະພາແຫ່ງ ຊາດຮັບຮອງ ແລະ ເບີກຈ່າຍຜ່ານ ບັນຊີລວມສູນຄັງເງິນ ຢູ່ທະນາ ຄານແຫ່ງ ສປປ ລາວ ຍັງເຮັດບໍ່ໄດ້ ດີເທົ່າທີ່ຄວນ; ກົນໄກການຄຸ້ມຄອງ ບັນຊີເງິນຝາກຂອງບັນດາຫົວ ໜ່ວຍງົບປະມານແຫ່ງລັດ, ກອງ ທຶນຂອງລັດ ແລະ ທຶນຊ່ວຍເຫລືອ ຢູ່ເຂດບ້ານໜອງກະແດ້ງ ເມືອງ ວິລະບູລີ ແຂວງສະຫວັນນະເຂດ, ຈາກການປະສານງານຮ່ວມກັບ ອຳນາດການປົກຄອງເມືອງວິລະ ບູລີ, ພົບວ່າມີຫລຸມຍຸບເກີດຂຶ້ນ ຢູ່ບໍລິເວນຄອງນ້ຳ ແລະ ທົ່ງນາ ຈຳນວນ 8 ຫລຸມ ໂດຍມີຂະໜາດ ເສັ້ນຜ່າກາງປະມານ 2-4 ແມັດ. ສຳລັບສາເຫດນັ້ນ, ທາງເຈົ້າ ໜ້າທີ່ວິຊາການໄດ້ຕີລາຄາ ແລະ ສັນນິຖານ ໃນເບື້ອງຕົ້ນວ່າ ເປັນປະ ກົດການທາງທຳມະຊາດ ເນື່ອງ ຈາກໂຄງສ້າງຊັ້ນຫີນໃຕ້ດິນໃນ ບໍລິເວນດັ່ງກ່າວ ເປັນໂຄງສ້າງຫີນ ປູນ. ເມື່ອຖືກນ້ຳກັດເຊາະເປັນເວລາ ຫລາຍປີ ຈຶ່ງເຮັດໃຫ້ເກີດມີຊ່ອງ ວ່າງໃຕ້ດິນ, ປະກອບກັບສະພາບ ຝົນທີ່ຕົກລົງມາ ຈຶ່ງພາໃຫ້ໜ້າດິນ ເກີດການຍຸບຕົວ ຊຶ່ງເຫດການໃນ ລັກສະນະນີ້ ແມ່ນເຄີຍເກີດຂຶ້ນມາ ແລ້ວໃນພື້ນທີ່ດັ່ງກ່າວເມື່ອປະມານ 4-5 ປີກ່ອນ ແລະ ມີລັກສະນະຄ້າຍ ຄືກັບເຫດການດິນຍຸບ ທີ່ເກີດຂຶ້ນຢູ່ ເຂດບ້ານທົ່ງຄານ້ອຍ ເມືອງຫີນບູນ ແລະ ອື່ນໆ. ທັງນີ້, ກໍເພື່ອຊຸກຍູ້ສົ່ງ ເສີມການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ໃຫ້ເຕີບໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ທ່ານ ສອນໄຊ ສີພັນດອນ ຊີ້ ແຈງຕໍ່ຄຳຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ໃນກອງປະຊຸມສະ ໄໝວິສາມັນເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ໃນໄລ ຍະ 6 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສຸມໃສ່ແກ້ໄຂຫລາຍບັນຫາສຳ ຄັນ ເປັນຕົ້ນ ຈະສືບຕໍ່ແກ້ໄຂບັນຫາ ການຂາດແຄນຄູ ຊຶ່ງໄລຍະຜ່ານ ມາ, ລັດຖະບານ ກໍສາມາດແກ້ໄຂ ບັນຫາຄູອາສາສະໝັກໄດ້ 100% ແລ້ວ, ແຕ່ບັນຫາການຂາດແຄນຄູ ຍັງມີຢູ່ ເນື່ອງຈາກມີການສູນເສຍຄູ ໃນຫລາຍຮູບແບບ ເຊັ່ນ: ຄູໄປເຮັດ ວຽກຢູ່ຂະແໜງການອື່ນ, ຮັບອຸດ ໜູນບຳນານ. ພ້ອມນັ້ນ, ກໍອາດຈະ ໄດ້ຈັດສັນຄືນ ເພື່ອໂຮມໂຮງຮຽນ ເຂົ້າກັນພາຍຫລັງທີ່ມີຕາແສງ ຕາມ ຄວາມເໝາະສົມ. ສໍາລັບໂກຕ້າພະ ນັກງານ-ລັດຖະກອນ ໃນປີ 2026, ລັດຖະບານ ຈະສືບຕໍ່ໃຫ້ບຸລິມະສິດ ຂະແໜງການທີ່ສໍາຄັນ ແລະ ຈຳ ເປັນ, ພ້ອມນັ້ນ ກໍຈະໃຫ້ບູລິມະສິດ ພະນັກງານຂັ້ນຕາແສງ, ສ່ວນຂັ້ນ ສູນກາງ ກໍຄື ບັນດາກະຊວງ ແມ່ນ ລັດຖະບານ...ັ ສະພາແຫ່ງຊາດ...່ ພາກລັດ...ັ ປະທານສະພາແຫ່ງຊາດ, ໂດຍ ມີບັນດາການນຳຂັ້ນສູງພັກ-ລັດ, ອະດີດການນຳ ພັກ-ລັດ, ສະມາຊິກ ລັດຖະບານ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ທ່ານ ບຸນຈັນ ສີວົງພັນ ກຳມະ ການສູນກາງພັກ, ຄະນະປະຈໍາສະ ພາແຫ່ງຊາດ, ຫົວໜ້າຫ້ອງວ່າ ການສະພາແຫ່ງຊາດ, ຫົວໜ້າກອງ ເລຂານຸການ ກອງປະຊຸມໄດ້ຖະ ແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບ ຜົນສໍາເລັດຂອງ ການດໍາເນີນກອງ ປະຊຸມ ດັ່ງກ່າວວ່າ: ກອງປະຊຸມສະ ໄໝວິສາມັນເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ X ໄດ້ພິຈາລະນາ ບັນຫາສຳຄັນພື້ນຖານຂອງປະເທດ ຊາດ ຄື: ຮັບຟັງບົດລາຍງານຂອງ ລັດຖະບານ ກ່ຽວກັບຜົນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບປະ ມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2026; ຜົນສຳເລັດກອງປະຊຸມ...ົັຸ ທ່ານ ບຸນຈັນ ສີວົງພັນ ຂປລ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບອົງການ ປົກຄອງນະຄອນຫລວງວຽງຈັນ ແລະ ບໍລິສັດ ລາວທາດຫລວງ ລົງທຶນພັດທະນາ ຈຳກັດ ຈັດພິທີ ສະເຫລີມສະຫລອງ ວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ (ວັນທີ 13 ກໍລະກົດ) ປະຈຳປີ 2026 ໃນ ວັນທີ 11 ກໍລະກົດ 2026 ທີ່ໜອງ ໃຫຍ່ບຶງທາດຫລວງ (ເຂດເສດຖະ ກິດພິເສດ) ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ, ໃຫ້ກຽດ ເຂົ້າຮ່ວມພິທີ ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະທານ ປະເທດ ແຫ່ງ ສປປ ລາວ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງຍຸຕິ ທຳ, ທ່ານເພັດພົມພີພັກຫົວໜ້າຫ້ອງ ວ່າການສູນກາງພັກ, ມີບັນດາການ ນຳພັກ-ລັດ, ຜູ້ຕາງໜ້າຈາກອົງ ທ່ານ ທອງລຸນ ສີສຸລິດ (ຜູ້ທີ 2 ນັບຈາກຊ້າຍຫາຂວາ ແຖວໜ້າ) ການຈັດຕັ້ງສາກົນ, ຕະຫລອດຮອດ ມວນຊົນທຸກພາກສ່ວນເຂົ້າຮ່ວມ. ໃນພິທີ, ທ່ານ ລິນຄຳ ດວງສະ ຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ພັກແລະ ລັດຖະບານ ໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນ້ຳແຫ່ງ ຊາດ ມາແຕ່ປີ 1997 ຊຶ່ງປີນີ້ຄົບ ຮອບ 29 ປີ, ວັນດັ່ງກ່າວຍັງກົງກັບ ວັນເກີດ ຂອງປະທານ ສຸພານຸວົງ ຜູ້ ນຳທີ່ແສນເຄົາລົບຮັກຂອງປວງຊົນ ລາວ. ການຈັດກິດຈະກຳນີ້ ມີຈຸດ ປະສົງເພື່ອປູກຈິດສຳນຶກໃຫ້ທົ່ວ ສັງຄົມ ເຫັນໄດ້ຄວາມສຳຄັນຂອງ ການອະນຸລັກພັນສັດນ້ຳ, ຟື້ນຟູ ຄວາມອຸດົມສົມບູນຂອງລະບົບນິ ເວດ, ທັງເປັນການຈາລຶກຄຸນງາມ ຄວາມດີ ຂອງປະທານ ສຸພານຸວົງ ທີ່ມີຕໍ່ປະເທດຊາດ. ສໍາລັບການຈັດກິດຈະກຳໃນປີ 2026 ນີ້, ຂະແໜງການ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊຸກຍູ້ໃຫ້ທຸກ ພາກສ່ວນ ທັງພາກລັດ ແລະ ເອກະ ຊົນ ໃນທົ່ວປະເທດ ຮ່ວມກັນຈັດກິດ ຈະກຳປ່ອຍປາ ແລະ ສັດນໍ້າໃຫ້ໄດ້ ຫລາຍກວ່າ 72 ລ້ານໂຕ. ພາຍໃຕ້ ຄຳຂວັນ: “ຈົ່ງພ້ອມກັນປ່ອຍປາ ແລະ ສັດນໍ້າ ຄືນສູ່ທຳມະຊາດ ໃຫ້ມີ ຄວາມອຸດົມສົມບູນ ຕະຫລອດໄປ” ແລະ “ການປົກປັກຮັກສາປາ ແລະ ສັດນໍ້າ ແມ່ນພັນທະຂອງທົ່ວປວງ ຊົນທັງຊາດ”. ສະເພາະພິທີທີ່ຈັດຂຶ້ນຢູ່ໜອງ ໃຫຍ່ບຶງທາດຫລວງໃນຄັ້ງນີ້, ໄດ້ມີ ການປ່ອຍປາຈໍານວນ 1 ລ້ານກວ່າ ໂຕ ຊຶ່ງປະກອບ ມີ: ປາປາກ, ປາ ນວນຈັນ, ປາເພ້ຍ, ປາກົດ, ປາ ເຄິງ ແລະ ປາພື້ນເມືອງອື່ນໆ ທີ່ ໄດ້ຮັບການສະໜັບສະໜູນມາຈາກ ສູນພັດທະນາການປະມົງນໍ້າຊ່ວງ, ສູນຄົ້ນຄວ້າການປະມົງໜອງແຕ່ງ, ສູນຫ້ວຍຊອນ-ຫ້ວຍຊົ້ວ, ສູນບໍລິ ການເຕັກນິກກະສິກຳ ລາວ-ເກົາ ຫລີ ແລະ ສູນສະຖານີຕ່າງໆ. ຂ່າວ: ແສງຈັນ ພິຈາລະນາຂໍ້ສະເໜີຂອງລັດຖະ ບານ ກ່ຽວກັບການຍົກລະດັບບັນ ຫາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂຶ້ນເປັນວາ ລະແຫ່ງຊາດ; ພິຈາລະນາຮັບຮອງ ເອົາການສ້າງ ແລະ ປັບປຸງກົດ ໝາຍ 2 ສະບັບ ຄື: ກົດໝາຍວ່າ ດ້ວຍຄັງເງິນແຫ່ງລັດ (ສະບັບສ້າງ ໃໝ່) ແລະ ກົດໝາຍວ່າດ້ວຍງົບປະ ມານແຫ່ງລັດ (ສະບັບປັບປຸງ). ພ້ອມນີ້ ກອງປະຊຸມ ຍັງໄດ້ຮັບ ຟັງການຊີ້ແຈງຂອງທ່ານນາຍົກ ແລະສະມາຊິກລັດຖະບານຈຳນວນ 9 ທ່ານ ຊຶ່ງສ່ວນໃຫຍ່ໄດ້ຂຶ້ນຊີ້ ແຈງຕໍ່ຄຳຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ທີ່ຕິດພັນກັບຂົງ ເຂດຄວາມຮັບຜິດຊອບຂອງລັດ ຖະບານ ແລະ ບັນດາບັນຫາທີ່ສັງ ຄົມພວມໃຫ້ຄວາມສົນໃຈ. ສະມາ ຊິກສະພາແຫ່ງຊາດ ໄດ້ຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນໃນການປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຕໍ່ 4 ມະຕິ ດ້ວຍຄະແນນສູງສຸດແຕ່ 99% ຂຶ້ນ ໄປ ຄື: ມະຕິຮັບຮອງເອົາບົດລາຍ ງານຂອງລັດຖະບານ ວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2026 ດ້ວຍ ຄະແນນສຽງ 99,39%; ມະຕິຮັບ ຮອງເອົາວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ ດ້ວຍຄະແນນ ສຽງ 99,39%; ມະຕິຮັບຮອງ ເອົາກົດໝາຍວ່າດ້ວຍຄັງເງິນແຫ່ງ ລັດ (ສ້າງໃໝ່) ດ້ວຍຄະແນນສຽງ 99,38% ແລະ ມະຕິຮັບຮອງເອົາ ກົດໝາຍວ່າດ້ວຍງົບປະມານແຫ່ງ ລັດ (ປັບປຸງ) ດ້ວຍຄະແນນສຽງ 100%. ໃນໄລຍະດຳເນີນກອງປະຊຸມ ມີປະຊາຊົນບັນດາເຜົ່າ ໄດ້ສົ່ງຄຳ ຄິດຄຳເຫັນຜ່ານໂທລະສັບສາຍ ດ່ວນ (156) ມາຍັງກອງປະຊຸມ ສະພາແຫ່ງຊາດ ມີທັງໝົດ 153 ສາຍ, ລວມທັງໝົດ 208 ເລື່ອງ ຊຶ່ງພົວພັນເຖິງການພັດທະນາເສດ ຖະກິດ-ສັງຄົມ, ການຄຸ້ມຄອງບໍລິ ຫານລັດ ເປັນຕົ້ນ ບັນຫາລາຄາໄຟ ຟ້າແພງ, ເສັ້ນທາງເປ່ເພ່, ການຂຸດ ຄົ້ນບໍ່ແຮ່ຊະຊາຍ, ລາຄາສິນຄ້າ ອຸປະໂພກ-ບໍລິໂພກແພງ, ບັນຫາ ຢາເສບຕິດ ແລະ ອື່ນໆ. ຂ່າວ: ທະນູທອງ; ພາບ: ຊຳນານ ແຂວງຄຳມ່ວນ ໃນຊ່ວງເດືອນພຶດ ສະພາ 2026 ທີ່ຜ່ານມາ. ພ້ອມກັນ ນີ້, ໜ່ວຍງານກ່ຽວຂ້ອງຍັງໄດ້ຢັ້ງ ຢືນຂໍ້ມູນເບື້ອງຕົ້ນວ່າ ເຫດການ ດັ່ງກ່າວ ບໍ່ໄດ້ເກີດຈາກຜົນກະທົບ ຂອງການດຳເນີນໂຄງການຂຸດຄົ້ນ ແຮ່ທາດແຕ່ຢ່າງໃດ. ປັດຈຸບັນ, ຄະນະທີມງານວິຊາ ການຂອງແຂວງ ກໍາລັງລົງພື້ນທີ່ ເພື່ອສົມທົບກັບອຳນາດການປົກ ຄອງເມືອງ ແລະ ໄດ້ປະສານບໍລິສັດ ທີ່ພວມດຳເນີນໂຄງການໃນເຂດ ພື້ນທີ່ດັ່ງກ່າວ ເພື່ອດຳເນີນການ ກວດກາ, ເກັບກຳຂໍ້ມູນຕົວຈິງຢ່າງ ລະອຽດ ແລະ ປະເມີນຄວາມປອດ ໄພໃນເຂດດັ່ງກ່າວ. ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອໃຫ້ພໍ່ແມ່ ປະຊາຊົນ ແລະ ທົ່ວສັງຄົມຮັບຊາບ ຂໍ້ມູນທີ່ຖືກຕ້ອງ, ຂໍໃຫ້ຕິດຕາມຂ່າວ ສານຈາກແຫລ່ງຂ່າວທາງການ ແລະ ຢ່າຟ້າວແຕກຕື່ນ. ພາກລັດຈະ ສືບຕໍ່ຕິດຕາມສະຖານະການຢ່າງ ໃກ້ຊິດ ແລະ ຈະມີການລາຍງານຜົນ ການລົງເກັບກໍາຂໍ້ມູນຕົວຈິງ ໃຫ້ ສັງຄົມຮັບຊາບເປັນແຕ່ລະໄລຍະ. ຂໍ້ມູນ: ຂ່າວສານ ອຄ ທາງການເພື່ອການພັດທະນາ ລວມ ສູນຜ່ານລະບົບຄັງເງິນ ຍັງບໍ່ທັນ ເປັນລະບົບຄົບຊຸດ. ສະນັ້ນ, ກະຊວງ ການເງິນ ຈຶ່ງສະເໜີລັດຖະບານ ສ້າງເປັນກົດໝາຍວ່າດ້ວຍຄັງເງິນ ແຫ່ງລັດ ໂດຍເອົາເນື້ອໃນຂອງດໍາ ລັດວ່າດ້ວຍຄັງເງິນແຫ່ງຊາດ ເປັນ ເນື້ອໃນຕົ້ນຕໍ. ຮ່າງກົດໝາຍສະບັບນີ້ ປະກອບ ມີ 10 ພາກ, 8 ໝວດ, 56 ມາດຕາ, ພາຍຫລັງຖືກຮັບຮອງ ແລະ ປະ ກາດໃຊ້ຢ່າງເປັນທາງການແລ້ວ ຈະເປັນເຄື່ອງມືທີ່ສໍາຄັນໃຫ້ແກ່ຄັງ ເງິນແຫ່ງລັດແຕ່ລະຂັ້ນນໍາໃຊ້ເຂົ້າ ໃນການຄຸ້ມຄອງທຸກແຫລ່ງເງິນ ຂອງລັດ ເຂົ້າບັນຊີລວມສູນຄັງເງິນ ຢູ່ທະນາຄານແຫ່ງ ສປປ ລາວ ເພື່ອ ບໍລິຫານແຫລ່ງເງິນ ໃຫ້ມີຄວາມ ຄ່ອງຕົວສາມາດຕອບສະໜອງກັບ ລາຍຈ່າຍ, ຖືກຕ້ອງຕາມກົດໝາຍ, ລະບຽບການແລະມີຄວາມໂປ່ງໃສ, ສາມາດກວດກາ, ກວດສອບໄດ້; ພັດທະນາວຽກງານຄັງເງິນແຫ່ງ ລັດ ໃຫ້ມີຄວາມເຂັ້ມແຂງ, ຫັນເປັນ ທັນສະໄໝ ໃນການຄຸ້ມຄອງລາຍ ຮັບ, ປະຕິບັດລາຍຈ່າຍ ແລະ ການ ສະຫລຸບລາຍງານ ໃຫ້ມີຄວາມຖືກ ຕ້ອງ,ວ່ອງໄວ,ຊັດເຈນແລະທັນຕາມ ກຳນົດເວລາ; ຍົກສູງຄວາມຮັບຜິດ ຊອບຂອງຄັງເງິນແຫ່ງລັດຂັ້ນສູນ ກາງ ແລະ ທ້ອງຖິ່ນ ກັບພາກສ່ວນ ທີ່ກ່ຽວຂ້ອງ ໃນການປະຕິບັດວຽກ ພວກເຮົາກໍຫາປັບປຸງກົງຈັກ(ໂຮມ ເຂົ້າກັນ) ພະນັກງານ-ລັດຖະກອນ ກໍເຫັນວ່າມີພຽງພໍຢູ່. ພ້ອມກັນນັ້ນ, ກໍຈະໄດ້ສົ່ງພະນັກງານ-ລັດຖະກອນ ຂັ້ນສູນກາງຈຳນວນໜຶ່ງລົງໄປຊ່ວຍ ວຽກແຕ່ລະແຂວງ, ເມືອງ ແລະ ຕາແສງ. ປັດຈຸບັນ, ລັດຖະບານ ກໍໄດ້ມີການແຕ່ງບັນດາກະຊວງ-ອົງ ການ ລົງຊ່ວຍວຽກແຕ່ລະແຂວງ ຊຶ່ງກໍເປັນການກໍ່ສ້າງພະນັກງານ ຢູ່ຮາກຖານໄປພ້ອມໆກັນ. ພ້ອມນີ້, ລັດຖະບານ ຍັງຈະສຸມ ໃສ່ເກັບກູ້ລະເບີດບໍ່ທັນແຕກ ແລະ ແກ້ໄຂຜົນກະທົບຂອງບັນຫາດັ່ງ ກ່າວ ເນື່ອງຈາກເປັນບັນຫາໜຶ່ງທີ່ ກະທົບເຖິງການທຳມາຫາກິນ, ການ ຜະລິດແລະຊີວິດຂອງປະຊາຊົນຊຶ່ງ ໄລຍະຜ່ານມາມີຜູ້ຖືກເຄາະຮ້າຍ 1.248 ຄົນ, ເສຍຊີວິດທັງໝົດ 315 ຄົນ, ໄດ້ຊ່ວຍເຫລືອລວມເປັນມູນ ຄ່າ 2,3 ຕື້ກວ່າກີບ; ສຸມໃສ່ປັບປຸງ ການບໍລິການຂອງໂຮງໝໍລັດ ໃຫ້ ມີຄຸນນະພາບ ຕິດພັນກັບການຫັນ ບັນດາໂຮງໝໍ ໄປເປັນຫົວໜ່ວຍວິ ຊາການກຸ້ມຕົນເອງທາງດ້ານງົບ ປະມານເທື່ອລະກ້າວ ເພື່ອໃຫ້ໂຮງ ໝໍມີຄວາມເປັນເຈົ້າການ, ມີຄວາມ ຄ່ອງຕົວ ແລະ ມີງົບປະມານ ເພື່ອ ປະຕິບັດນະໂຍບາຍອຸດໜູນຕໍ່ແພດໝໍ; ສຸມໃສ່ແກ້ໄຂການປະຕິບັດຄໍາ ຕັດສິນຂອງສານ ໃຫ້ໄດ້ຢ່າງເດັດ ຂາດ ແລະ ຫລາຍຂຶ້ນ. ຜ່ານມາເຫັນ ວ່າຍັງຊັກຊ້າ ຊຶ່ງມາຈາກຫລາຍສາ ເຫດ, ໃນນັ້ນ ກໍມີການຮ້ອງຟ້ອງ ອຸທອນ ຂອງຜູ້ທີ່ບໍ່ຊະນະຄະດີ, ລັດ ຖະບານ ໄດ້ແຕ່ງຕັ້ງຄະນະສະເພາະ ກິດ ເພື່ອປະສານງານແກ້ໄຂຄໍາຕັດ ສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດ; ສຸມໃສ່ແກ້ໄຂບັນຫາອາສະ ຍາກຳທາງໄຊເບີ, ຜ່ານມາຈັບໄດ້ ຈໍານວນຫລາຍແຕ່ຍັງບໍ່ທັນສາ ມາດນໍາເອົາເງິນທີ່ເສຍຫາຍກັບ ມາໄດ້ ຕໍ່ໜ້າແມ່ນຈະໄດ້ສຸມໃສ່ແກ້ ໄຂບັນຫານີ້ຊຶ່ງລັດຖະບານ ໄດ້ແຕ່ງ ຄະນະຮັບຜິດຊອບຂັ້ນສູນກາງ ແລ້ວ; ສຸມໃສ່ສ້າງແຜນງານໂຄງ ການລະອຽດ ໃນການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ເພື່ອສະເໜີຕໍ່ກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ໃນທ້າຍ ປີນີ້ ຮັບຮອງ ແລະ ໃຫ້ສາມາດເລີ່ມ ຈັດຕັ້ງປະຕິບັດໃນຕົ້ນປີ 2027. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ວຽກງານຄັງເງິນແຫ່ງລັດ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ. ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງ ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ເນື່ອງຈາກວ່າ ການປະຕິບັດດຳ ງານຄັງເງິນແຫ່ງລັດໃຫ້ສູງຂຶ້ນ. ຄັງເງິນແຫ່ງລັດ ແມ່ນການຄຸ້ມ ຄອງ ແລະ ບໍລິຫານເງິນງົບປະມານ ແຫ່ງລັດ, ບັນຊີເງິນຝາກ, ເງິນຈາກ ການລະດົມທຶນແລະທຶນຊ່ວຍເຫລືອ ທາງການເພື່ອການພັດທະນາ ໃນ ລະບົບຄັງເງິນລວມສູນຢູ່ທະນາ ຄານ ແຫ່ງ ສປປ ລາວ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ

13/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ບົດສະເໜີົີ 9q j 'rh v,da oxq dxa dIa dlkla foE c]t la fxj k .sh ,u 7;k,pn opq '8ts]vfwx ຂລປ. ດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າປະເທດລາວເຮົາມີຄວາມ ອຸດົມສົມບູນໄປດ້ວຍຊັບພະຍາກອນ ທຳມະຊາດທີ່ເປັນແຫລ່ງທຳມາຫາ ກິນອັນອຸດົມສົມບູນຂອງປະຊາຊົນ ລາວຢູ່ແຕ່ລະທ້ອງຖິ່ນ. ເພື່ອເຮັດ ໃຫ້ຄວາມອຸດົມສົມບູນດັ່ງກ່າວ ມີ ຄວາມຍືນຍົງຕະຫລອດໄປພວກ ເຮົາທຸກຊັ້ນຄົນຕ້ອງເປັນເຈົ້າການ ຮ່ວມກັນປົກປັກຮັກສາສັດນ້ຳ ແລະ ສັດປ່າ ກໍຄື ປ່າໄມ້ ບວກໃສ່ຮ່ວມກັນ ປະກອບສ່ວນປ່ອຍປາລົງສູ່ແຫລ່ງ ນ້ຳສາຍຕ່າງໆໃຫ້ບັນລຸຕາມລະດັບ ຄາດໝາຍທີ່ກະຊວງກະສິກຳ ແລະ ປ່າໄມ້ ວາງອອກ. ໃນວັນທີ13ກໍລະກົດຂອງທຸກໆ ຂປລ. ທ້າຍອາທິດຜ່ານມານີ້, ພະແນກຍຸຕິທໍາແຂວງຈໍາປາສັກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ XII ພ້ອມ ທັງປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ ພະນັກງານ-ລັດຖະກອນ ພະແນກ ດັ່ງກ່າວ ໂດຍການເປັນປະທານ ຂອງທ່ານ ສອນສະຫວັນ ສີວິໄລ ກໍາມະການພັກແຂວງ, ຫົວໜ້າພະ ແນກຍຸຕິທຳແຂວງ, ມີຄະນະພັກຄະນະພະແນກ, ຄະນະນໍາຫ້ອງ ການປະຕິບັດຄໍາຕັດສິນຂອງສານ ປະຈຳແຂວງ, ພະນັກງານອາວຸໂສ ບໍານານ, ສະມາຊິກພັກ ແລະ ພະ ນັກງານ-ລັດຖະກອນພາຍໃນພະ ແນກຍຸຕິທໍາແຂວງ ແລະ ຫ້ອງການ ປະຕິບັດຄໍາຕັດສິນຂອງສານ ປະຈຳ ແຂວງເຂົ້າຮ່ວມ. ທ່ານ ສອນສະຫວັນ ສີວິໄລ ກ່າວວ່າ: ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ XII ແມ່ນມີ ເນື້ອໃນສໍາຄັນຕົ້ນຕໍຂອງກອງປະ ຊຸມ ໂດຍສະເພາະແມ່ນຕີລາຄາສະ ພາບການຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຕີລາຄາຕໍ່ການ ນໍາພາ-ຊີ້ນໍາຂອງກົມການເມືອງ ໂດຍ: ມາລີດດາີ ll- c0;'[= ]y 7ew- lt|a [lt|6 o;j k]tcsj '-kf pq dl6 'dkora fmtok-q oot[q f c]t cdh w07;k,m5 dpkd ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ຖືເອົາວ່າລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ເປັນບູລິມະສິດສໍາຄັນ ເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃນ ຂອບເຂດທົ່ວປະເທດ ໃຫ້ຫລຸດພົ້ນ ຈາກຄອບຄົວທຸກຍາກ ເທື່ອລະກ້າວ. ສະນັ້ນ, ວ່າລະແຫ່ງຊາດສະບັບນີ້ ຈຶ່ງໄດ້ຮັບການສະໜັບສະໜູນຈາກ ສະມາຊິກສະພາແຫ່ງຊາດ ພ້ອມ ທັງປະກອບຄໍາເຫັນຢ່າງກົງໄປກົງ ມາ ເພື່ອສ້າງປະໂຫຍດໃຫ້ແກ່ປະ ຊາຊົນ. ທ່ານ ໄຊອໍາພອນ ສີຫາວົງ ສະມາຊິກສະພາແຫ່ງຊາດ ປະຈໍາ ເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໃຫ້ສຳພາດຕໍ່ນັກຂ່າວວ່າ: ໃນໄລຍະ ຜ່ານມາ, ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ເຖິງວ່າພວກເຮົາຈະພົບ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ອັດຕາແລກປ່ຽນ ມີການເໜັງຕິງ, ຄາລານໍ້າມັນ ມີ ຄວາມຜັນພວນ, ຄາລາສິນຄ້າເພີ່ມ ສູງຂຶ້ນໄດ້ສົ່ງຜົນກະທົບຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ, ແຕ່ດ້ວຍ ຄວາມເອົາໃຈໃສ່ ໃນການນໍາພາຊີ້ນໍາຂອງຄະນະບໍລິຫານງານພັກ ແຂວງ ແລະ ຄວາມເປັນເຈົ້າການ ໃນການປະສານສົມທົບລະຫວ່າງ ສະພາປະຊາຊົນແຂວງກັບອົງການ ປົກຄອງແຂວງ ໄດ້ເຮັດໃຫ້ສະພາບ ເສດຖະກິດຍັງຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ການເກັບລາຍຮັບເຂົ້າງົບ ປະມານສາມາດປະຕິບັດໄດ້ຕາມ ແຜນການທີ່ວາງໄວ້, ຊີວິດການເປັນ ຢູ່ຂອງປະຊາຊົນໄດ້ຮັບການແກ້ໄຂ ລວມ, ເວົ້າສະເພາະ ກໍຄື ປະຊາຊົນ ບັນດາເຜົ່າພາຍໃນແຂວງບໍລິຄຳ ໄຊ ຂໍຮຽກຮ້ອງມາຍັງສະມາຊິກ ພັກ-ພະນັກງານ ແລະ ປະຊາຊົນ ຊາວແຂວງບໍລິຄຳໄຊ ໃນສະພາບ ມີຄວາມຫຍຸ້ງຍາກຄືປັດຈຸບັນຈົ່ງ ໄດ້ພ້ອມກັນອົດທົນສູ້ຊົນຮັກສາມູນ ເຊື້ອຄວາມສາມັກຄີ, ເຊື້ອໝັ້ນຕໍ່ການ ນຳພາຂອງພັກ-ລັດ ກໍຄືການແກ້ໄຂ ບັນຫາດັ່ງກ່າວ ໂດຍການໃຫ້ຄຳ ໝັ້ນສັນຍາ ແລະ ຜ່ານການຊີ້ແຈງ ຂອງລັດຖະບານຕໍ່ກອງປະຊຸມຄັ້ງ ນີ້, ຂໍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຈຶ່ງໄດ້ພ້ອມກັນສືບຕໍ່ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ວາລະແຫ່ງຊາດ ວ່າ ດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ປະກົດຜົນ ເປັນຈິງ, ຍູ້ແຮງຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາໃຫ້ ແຂງແຮງ; ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນ, ພ້ອມກັນປັບປຸງ ບູລະນະອຳນາດຂັ້ນຕ່າງໆໃຫ້ໜັກ ແໜ້ນ, ເຂັ້ມແຂງ ເປັນອໍານາດຂອງ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. rtcodp5 8y mec0;'9exkla d gzu pczj ,t8y dv'xt-5 ,7q [7tot 7A 'mu 3 0v'7tot[= ]y sko'kol6 odk'ra dltw\mu XII ແລະ ຄະນະເລຂາທິການສູນກາງ ພັກ, ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ຕີລາຄາ ວຽກງານກໍ່ສ້າງຮາກຖານການ ເມືອງ, ວຽກງານພັດທະນາຊົນນະ ບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ. ພ້ອມນີ້ ກໍໄດ້ ອອກຮ່າງມະຕິວ່າດ້ວຍການເພີ່ມ ທະວີປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາຍາສິດ, ການສໍ້ລາດບັງຫລວງ, ປະກົດການ ຫຍໍ້ທໍ້ແລະ ການຟຸມເຟືອຍໃນກົງຈັກ ການຈັດຕັ້ງ ແລະ ໃນສັງຄົມ. ຄະນະ ບໍລິຫານງານສູນກາງພັກ ມອບໃຫ້ ກົມການເມືອງສູນກາງພັກ, ຄະນະ ເລຂາທິການສູນກາງພັກ ປະຕິບັດ ພາລະບົດບາດ, ໜ້າທີ່ ເພື່ອສືບຕໍ່ ນໍາພາ-ຊີ້ນໍາວຽກງານຈຸດສຸມຂອງ ຄະນະບໍລິຫານງານສູນກາງພັກ ໃນ 6 ເດືອນທ້າຍປີ 2026 ໃຫ້ໄດ້ຮັບ ການຈັດຕັ້ງປະຕິບັດຕາມແຜນການ ທີ່ວາງໄວ້ ແລະ ມີປະສິດທິຜົນສູງ. ຂະນະທີ່ທ່ານສິດທິໄຊວິໄລສານ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄດ້ເຜີຍແຜ່ເອກະສານວັນເກີດຂອງ ທ່ານ ເຈ ເກວາຣາ ຄົບຮອບ 98 ປີ (14/6/1928 -14/6/2026) ໂດຍຍົກໃຫ້ເຫັນຊີວິດ, ການເຄື່ອນ ໄຫວ, ຜົນງານ ແລະ ຄຸນງາມຄວາມ ດີຂອງທ່ານ ເຈ ເກວາຣາ, ທ່ານ ແມ່ນນັກກໍ່ສ້າງສັງຄົມນິຍົມ, ແມ່ນ ນັກທິດສະດີສົງຄາມກອງຫລອນ, ນັກທິດສະດີປະຕິວັດ. ຕະຫລອດ ຊີວິດຂອງທ່ານ ເຈ ເກວາຣາ ແມ່ນມີຄວາມກຽດຊັງຈັກກະພັດ ນິຍົມ, ຍາມໃດເພິ່ນກໍຮຽກຮ້ອງ ໃຫ້ປະເທດ ແລະ ປະຊາຊົນທີ່ຖືກ ກົດຂີ່ຂູດຮີດສາມັກຄີກົມກຽວກັນ ລຸກຂຶ້ນຕໍ່ສູ້ກັບຈັກກະພັດ ຊຶ່ງເປັນ ສັດຕູຂອງຊາວໂລກ. ຍາມໃດເພິ່ນ ກໍຊົມເຊີຍ ແລະ ສະໜັບສະໜູນ ການຕໍ່ສູ້ຂອງປະເທດຕ່າງໆບໍ່ວ່າ ລາວ, ກຳປູເຈຍ, ຫວຽດນາມ ກໍຄື ປະເທດດ້ອຍພັດທະນາ ແລະ ຫົວ ເມືອງຂຶ້ນອື່ນໆໃນທະວີບອາຊີ, ອາ ຟຣິກາ ແລະ ອາເມລິກາລາຕິນ. ນອກຈາກຄວາມສະໜັບສະໜູນ ຈາກສູນທອນພົດ, ບົດຖະແຫລງ ການແລ້ວເພີ່ນຍັງເອົາຊີວິດຂອງ ເພິ່ນຜູກມັດໄວ້ກັບການຕໍ່ສູ້ຂອງ ຫລາຍໆປະເທດ ເພື່ອທໍາລາຍສັດຕູ ໂຕຮ້າຍກາດຂອງຊາວໂລກ. ສິ່ງດັ່ງ ກ່າວສະແດງໃຫ້ເຫັນເຖິງຈິດໃຈສາ ກົນກຳມະຊີບອັນສູງສົ່ງຂອງເພິ່ນ. ນອກຈາກນີ້ ກອງປະຊຸມຍັງໄດ້ ຜ່ານລັດຖະດຳລັດຂອງປະທານ ປະເທດ ເລກທີ 317/ປປທ, ລົງ ວັນທີ 1 ທັນວາ 2025 ວ່າດ້ວຍ ການປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975 - 2/12/2025) ໃຫ້ແກ່ພະນັກງານ- ລັດຖະກອນ ທັງປະຈຳການ ແລະ ພະນັກງານບໍານານ, ນັກທຸລະກິດ- ຜູ້ປະກອບການພາຍໃນແຂວງຈຳ ປາສັກລວມທັງໝົດ18.377ທ່ານ, ຍິງ 4.826 ທ່ານ, ໃນນັ້ນ ພະນັກ ງານ-ລັດຖະກອນພະແນກຍຸຕິທໍາ ແຂວງ ມີ 13 ທານ, ຍິງ 6 ທ່ານ, ມີ ພະນັກງານ-ລັດຖະກອນບໍານານ 4 ທ່ານ, ຍິງ 1 ທ່ານທີ່ມີຜົນງານ, ຄຸນ ງາມຄວາມດິພົ້ນເດັ່ນ ແລະ ຄຸນງາມ ຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄລຍະ 50 ປີຜ່ານມາ. ໃຫ້ກຽດປະດັບຫລຽນໃຫ້ແກ່ ພະແນກຍຸຕິທໍາແຂວງ ໂດຍທ່ານ ສອນສະຫວັນ ສີວິໄລ ທັງນີ້, ກໍເພື່ອ ຫວນຄືນເຖິງມູນເຊື້ອວັນມະຫາໄຊ ຊະນະແຫ່ງການປະຕິວັດຊາດປະ ຊາທິປະໄຕ ທັງລະນຶກເຖິງຜົນງານ, ບຸນຄຸນຄວາມດີ ແລະ ການເສຍ ສະຫລະອັນຍິ່ງໃຫຍ່ຂອງບັນດາຜູ້ ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະ ມາຊິກພັກ-ພະນັກງານຕະຫລອດ ຮອດປະຊາຊົນລາວບັນດາເຜົ່າທີ່ ໄດ້ອຸທິດຊີວິດ-ເລືອດເນື້ອໃຫ້ແກ່ ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດ ຫານ, ສາມາດຍາດໄດ້ເອກະລາດ ແຫ່ງຊາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ ແລະ ສະຖາປະຖາປະ ນາ ສປປ ລາວ ໃນວັນທີ 2 ທັນວາ ປີ 1975. ດີຂຶ້ນເປັນກ້າວໆ. ໃນໂອກາດເຂົ້າ ຮ່ວມກອງປະຊຸມສະໄໝສາມັນ ເທື່ອ ທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ເຫັນໄດ້ວ່າກອງປະຊຸມໄດ້ ຕົກລົງບັນຫາສໍາຄັນຫລາຍຢ່າງ. ໃນນີ້, ໄດ້ຄົ້ນຄວ້າ ແລະ ຮັບຮອງ ເອົາວຽກງານຊົນນະບົດເປັນວາລະ ແຫ່ງຊາດ ຊຶ່ງແຂວງບໍລິຄໍາໄຊ ຂອງ ພວກຂ້າພະເຈົ້າກໍເຫັນດີ ແລະ ກໍສະ ໜັບສະໜູນເນື່ອງຈາກວ່າຕະຫລອດ ໄລຍະຜ່ານມາ, ແຂວງບໍລິຄໍາໄຊ ກໍໄດ້ຖືວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນເປັນບູລິມະສິດ ຊຶ່ງ ສະແດງອອກ ໃນປີ 2020 ຫລື 2021 ຜ່ານມານັ້ນ ພວກເຮົາໄດ້ສະ ເໜີລັດຖະບານຂໍຍົກເອົາເມືອງໄຊ ຈໍາພອນ ເປັນເມືອງພັດທະນາຊົນ ນະບົດຕົວແບບຂອງລັດຖະບານ. ມີ 17 ບ້ານ, ພົນລະເມືອງ 12.000 ກວ່າຄົນ , ມີ 2.000 ກວ່າ ຄອບຄົວ, ແຕ່ມີຄອບຄົວທຸກຍາກຢູ່ 497 ຄອບຄົວ ກວມເອົາ 23,86%, ບ້ານພົ້ນທຸກມີ 10 ບ້ານ ກວມ 58,82%. ຊຶ່ງຈຸດປະສົງຂອງການ ສ້າງເປັນຕົວແບບຂອງການພັດທະ ນາຊົນນະບົດໃໝ່ ກໍແມ່ນເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນ, ຈັດສັນອາຊີບໃຫ້ປະຊາຊົນ, ສ້າງ ວຽກເຮັດງານທຳໃຫ້ປະຊາຊົນມີ ລາຍຮັບຍືນຍົງ; ສ້າງສິ່ງອຳນວຍ ຄວາມສະດວກກັບການດຳລົງຊີ ວິດຂອງປະຊາຊົນ; ສ້າງເຂດເມືອງ ໄຊຈຳພອນ ໃຫ້ເປັນປະຕູເສດຖະກິດ ທາງທິດຕາເວັນອອກ, ພັດທະນາ ຊັບພະຍາກອນມະນຸດຕິດພັນກັບວັດ ທະນະທຳ ແລະ ການຜະລິດເມືອງ ສີຂຽວໃນຊົນນະບົດ ແລະ ອື່ນໆ. ແນວໃດກໍຕາມ, ໃນນາມເປັນຕົວ ແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າເວົ້າ (ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ຄົບຮອບ 29 ປີ)ື່ັ່ັ້່ົີ ປີເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກ ຮັກສາ ແລະ ພັດທະນາສັດນໍ້າໃຫ້ ອຸດົມສົມບູນ ແລະ ມີຄວາມຍືນ ຍົງ, ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ຊຶ່ງໃນປີນີ້ ກໍຄົບຮອບ 29 ປີ. ໂດຍລັດຖະບານ ກໍຄື ພາກ ສ່ວນກ່ຽວຂ້ອງໃນຂອບເຂດທົ່ວ ປະເທດຈຶ່ງໄດ້ຈັດພິທີປ່ອຍປາລົງ ສູ່ແຫລ່ງນ້ຳທຳມະຊາດ, ບຶງ, ໜອງ ແລະ ປ່ອຍສັດປ່າກັບຄືນສູ່ ທຳມະຊາດຢ່າງເປັນຂະບວນຟົດ ຟື້ນ; ທັງນີ້ກໍເພື່ອເຮັດໃຫ້ແຫລ່ງ ນ້ຳ ແລະ ປ່າໄມ້ ມີຄວາມອຸດົມ ສົມບູນຂຶ້ນ. ແນວໃດກໍດີ, ເພື່ອ ເຮັດໃຫ້ສິ່ງແວດລ້ອມທາງນ້ຳ ແລະ ທາງບົກຈະມີຄວາມຍືນຍົງ ຕະຫລອດໄປກໍຕໍ່ເມື່ອພວກເຮົາ ຕ້ອງໄດ້ເອົາໃຈໃສ່ ແລະ ປະກອບ ສ່ວນໃນການປົກປັກຮັກສາ ໂດຍ ສະເພາະແມ່ນໄລຍະທີ່ສັດນ້ຳ-ສັດ ປ່າມີການແຜ່ພັນໃຫ້ມີການຂະ ຫຍາຍໂຕຫລາຍຂຶ້ນເລື້ອຍໆ. ສໍາ ລັບປີ 2026 ນີ້ ທາງຂະແໜງ ການກ່ຽວຂ້ອງໄດ້ສືບຕໍ່ສົມທົບກັບ ຄະນະພັກ, ອົງການປົກຄອງທ້ອງ ຖິ່ນກໍານົດແຜນປ່ອຍປາ ແລະ ສັດ ນໍ້າ ໃຫ້ໄດ້ທັງໝົດ 72 ລ້ານໂຕ. ການປົກປັກຮັກສາຊັບພະຍາ ກອນທໍາມະຊາດ, ເວົ້າສະເພາະ ສັດນໍ້າ-ສັດປ່າ, ບັນຫາທີ່ຖືກຕັ້ງ ຂຶ້ນນອກຈາກຕ້ອງມີການປະເມີນ ຄືນຢ່າງຕໍ່ເນື່ອງກ່ຽວກັບໝາກຜົນ ຂອງການປ່ອຍສັດນໍ້າ-ສັດປ່າ ສູ່ ແຫລ່ງທໍາມະຊາດຢ່າງເປັນໄລຍະໆ ແລ້ວນັ້ນ, ບັນຫາການລ່າ, ການ ຫາກໍ່ຍັງມີຄວາມເປັນຫ່ວງບໍ່ໜ້ອຍ ເນື່ອງຈາກວ່າສັງຄົມເຮົາ ແລະ ປະເທດອ້ອມຂ້າງມີຄົນຈໍານວນບໍ່ ໜ້ອຍຍັງຕ້ອງອາໄສແຫລ່ງອາຫານ ຈາກທໍາມະຊາດພວກສັດນໍ້າສັດປ່າ ທັງຫລາຍ, ບໍ່ສະເພາະແຕ່ຫາມາ ເພື່ອເປັນອາຫານພາຍໃນຄອບຄົວ, ດຽວນີ້ຫາມາຂາຍ ຊຶ່ງບາງອັນກໍ່ ມີຄວາມຕ້ອງການທັງຢູ່ພາຍໃນ ແລະ ຕ່າງປະເທດ. ມີຫລາຍຄໍາເຫັນ ວ່າຖ້າຫາ, ລ່າ ໂດຍຖືກຕ້ອງຕາມ ລະບຽບກົດໝາຍກໍຈະບໍ່ມີຄວາມ ສ່ຽງເຮັດໃຫ້ສັດນໍ້າສັດປ່າສູນພັນ, ສະນັ້ນ ການມີສະຕິຕໍ່ລະບຽບກົດ ໝາຍແມ່ນສໍາຄັນຄືກັບບັນຫາ ຕ່າງໆ. ການຫາ, ລ່າມາເພື່ອເປັນ ສິນຄ້າກໍ່ຍ້ອນມີຄວາມຕ້ອງການ, ເມື່ອເປັນແນວນັ້ນຖ້າຄົນຈໍານວນ ຫລາຍປະກອບສ່ວນຢ່າງແຂງແຮງ ໃນວຽກງານປ່ອຍປາ ແລະ ອະນຸລັກ ສັດນໍ້າສັດປ່າບັນຫາຄວາມສ່ຽງ ສູນພັນກໍ່ຈະໜ້ອຍທີ່ສຸດ ເພື່ອຄວາມ ອຸດົມສົມບູນຂອງທໍາມະຊາດ, ຄວາມຫລາກຫລາຍດ້ານຊີວະນາໆ ພັນກໍຄືສັດນໍ້າ-ສັດປ່າ. ໄລຍະຜ່ານມາ, ລັດຖະບານ ໄດ້ມີແນວທາງນະໂຍບາຍທີ່ເໝາະ ສົມໃນການຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ປົກປັກ ຮັກສາສັດນ້ຳ-ສັດປ່າ ໂດຍໄດ້ຜັນ ຂະຫຍາຍອອກເປັນກົດໝາຍວ່າ ດ້ວຍການອະນຸລັກສັດນ້ຳ ແລະ ສັດປ່າ. ຂະນະດຽວກັນ, ກໍໄດ້ ມີການສົ່ງເສີມໃຫ້ມີການລ້ຽງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າ ເພື່ອເພີ່ມຈຳນວນສັດດັ່ງກ່າວ ໃຫ້ ຫລາຍທາງດ້ານວິທະຍາສາດ, ສົ່ງເສີມການໃຫ້ຫລຸດຜ່ອນການພັດ ທະນາເສດຖະກິດ ແລະ ການທຳ ມາຫາກິນທີ່ນຳໃຊ້ຊັບພະຍາກອນ ທຳມະຊາດແບບບໍ່ຍືນຍົງ, ຟຸມ ເຟືອຍ ແລະ ກໍ່ໃຫ້ເກີດຜົນກະທົບ ທາງກົງ ແລະ ທາງອ້ອມ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==