ຂປລ
ໃນ 5 ເດືອນຕົ້ນປີນີ້, ລາຍໄດ້ຂອງວິສາຫະກິດ ຫຸ່ນ ຍົນ ທີ່ມີຂະໜາດ ເກີນກຳນົດຂອງສປ ຈີນ ບັນລຸຫລາຍກວ່າ 90 ຕື້ຢວນ, ເພີ່ມຂຶ້ນ 26,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນງານຖະແຫລງຂ່າວ ກ່ຽວກັບ ງານວາງສະແດງຫຸ່ນຍົນໂລກ 2026 ທີ່ຈັດຂຶ້ນວັນທີ 6 ກໍລະກົດນີ້ໃຫ້ຮູ້ວ່າ: ໃນ 5 ເດືອນຕົ້ນປີນີ້, ລາຍໄດ້ຂອງວິສາຫະກິດ ຫຸ່ນ ຍົນ ທີ່ມີຂະໜາດ ເກີນກຳນົດຂອງສປ ຈີນ ບັນລຸຫລາຍກວ່າ 90 ຕື້ຢວນ, ເພີ່ມຂຶ້ນ 26,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ສປ ຈີນ ໄດ້ກາຍເປັນຕະຫລາດຫຸ່ນຍົນ ອຸດສາຫະກຳ ໃຫຍ່ທີ່ສຸດ ໃນໂລກ ເປັນເວລາ 13 ປີລຽນຕິດ. ພ້ອມກັນນັ້ນ, ສປ ຈີນ ມີຄວາມສາມາດ ທີ່ຄົບຖ້ວນໃນລະບົບຕ່ອງໂສ້ອຸດສາຫະກຳ ຄົບວົງຈອນ ຕັ້ງແຕ່ວັດສະດຸ, ເຄື່ອງອາໄຫລ່ຫລັກ, ການເຊື່ອມໂຍງລະບົບ, ການ ດຳເນີນງານ ຕາມການນຳໃຊ້ງານຕົວຈິງ, ຈົນເຖິງການບໍລິການຂໍ້ມູນ ໃນຂະແໜງຫຸ່ນຍົນມະນຸດ. ຂໍ້ມູນໃນໄຕມາດທຳອິດ ຂອງປີນີ້ ສະແດງໃຫ້ເຫັນວ່າ: ການສົ່ງອອກຫຸ່ນຍົນມະນຸດຂອງ ສປ ຈີນ ເພີ່ມຂຶ້ນ 210% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກາຍເປັນນາມບັດໃໝ່ ຂອງການສົ່ງອອກສິນຄ້າ ເຕັກໂນໂລຊີ ຂັ້ນສູງຂອງ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL