ຂປລ
ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ສຸກເສີນ ຊຸດທຳອິດ ຂອງ ສປ ຈີນ ສຳລັບ ເຫດການແຜ່ນດິນໄຫວ ຢູ່ເວເນຊູເອລາ ໄດ້ຂົນສົ່ງ ຈາກສະໜາມບິນສາກົນ ນະຄອນ ຫລວງປັກກິ່ງ ໄປຍັງນະຄອນຫລວງ ກາຣາກາສ ຂອງເວເນຊູເອລາ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ສຸກເສີນ ຊຸດທຳອິດ ຂອງ ສປ ຈີນ ສຳລັບ ເຫດການແຜ່ນດິນໄຫວ ຢູ່ເວເນຊູເອລາ ໄດ້ຂົນສົ່ງ ຈາກສະໜາມບິນສາກົນ ນະຄອນ ຫລວງປັກກິ່ງ ໄປຍັງນະຄອນຫລວງ ກາຣາກາສ ຂອງເວເນຊູເອລາ. ເຄື່ອງຊ່ວຍເຫລືອຊຸດນີ້ ມີນ້ຳໜັກ 80 ໂຕນ, ສ່ວນໃຫຍ່ ປະກອບດ້ວຍ ເຄື່ອງຜະລິດໄຟຟ້າ 20 ໜ່ວຍ, ລົດກອງນ້ຳໃຫ້ສະອາດ 8 ຄັນ, ເຄື່ອງຂ້າເຊື້ອ 200 ໜ່ວຍ, ອຸປະກອນໄຟຟ້າ ພະລັງແສງຕາເວັນ 200 ຊຸດ, ເຕັ້ນ 1.700 ກວ່າຫລັງ ແລະ ຜ້າຫົ່ມ 6.700 ກວ່າຜືນເປັນຕົ້ນ. ເຄື່ອງຊ່ວຍເຫລືອອີກ ຫລາຍຊຸດ ຈະຖືກຂົນສົ່ງໄປຕາມ ລຳດັບ. ແຜ່ນດິນໄຫວຮຸນແຮງ ທີ່ເກີດຂຶ້ນຢູ່ເວເນຊູເອລາຄັ້ງນີ້ ໄດ້ສ້າງຄວາມເສຍຫາຍ ຢ່າງໜັກໜ່ວງ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ. ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອ ດ້ານມະນຸດ ສະທຳ ສຸກ ເສີນແກ່ ເວເນຊູເອລາ ໃນທັນທີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL