ຂປລ
ຂປລ. ເປັນອີກໜຶ່ງຜົນງານພົ້ນເດັ່ນຂອງການນຳເມືອງສຸຂຸມາ ແຂວງຈຳປາສັກ ໂດຍຕະຫລອດໄລຍະ 5 ປີຜ່ານມາ ພາຍໃຕ້ການຜັນຂະຫຍາຍຄຳສັ່ງເລກທີ 097/ກ ມສພ ຂອງກົມການເມືອງສູນກາງພັກ, ເມືອງສຸຂຸມາ ສາມາດລະດົມທຶນຮອນ ເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຈະແຈ້ງ.

ຂປລ. ເປັນອີກໜຶ່ງຜົນງານພົ້ນເດັ່ນຂອງການນຳເມືອງສຸຂຸມາ ແຂວງຈຳປາສັກ ໂດຍຕະຫລອດໄລຍະ 5 ປີຜ່ານມາ ພາຍໃຕ້ການຜັນຂະຫຍາຍຄຳສັ່ງເລກທີ 097/ກ ມສພ ຂອງກົມການເມືອງສູນກາງພັກ, ເມືອງສຸຂຸມາ ສາມາດລະດົມທຶນຮອນ ເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຈະແຈ້ງ. ອັນພົ້ນເດັ່ນສາມາດສ້າງກຸ່ມການຜະລິດໄດ້ 11 ກຸ່ມ, ຈັດຕັ້ງກອງທຶນທະນາຄານບ້ານໄດ້ຄົບທັງ 43 ບ້ານ ມີມູນຄ່າກອງທຶນ 61,16 ຕື້ກີບ.
ອີງຕາມການປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາຕາມດຳລັດ 348/ລບ, ໃນປັດຈຸບັນ ເມືອງສຸຂຸມາ ມີບ້ານພົ້ນທຸກແລ້ວ 56 ບ້ານ ກວມເອົາ 100%, ມີຄອບຄົວພົ້ນທຸກ 8.689 ຄອບຄົວ (ກວມ 91,08%) ຈາກຄອບຄົວທັງໝົດ 10.369 ຄອບຄົວ, ຄອບຄົວພັດທະນາ 8.260 ຄອບຄົວ (ກວມ 86,58%). ປັດຈຸບັນຍັງເຫລືອຄອບຄົວທຸກຍາກ 851 ຄອບຄົວ (ກວມ 8,92%) ໂດຍຄອບຄົວທຸກຍາກດັ່ງກ່າວຈະສືບຕໍ່ລຶບລ້າງໃຫ້ໝົດໃນຕໍ່ໜ້າ.

ແນວໃດກໍດີ, ເພື່ອແນໃສ່ການພັດທະນາແບບຍືນຍົງ, ການນຳເມືອງສຸຂຸມາ ໄດ້ປະກອບຄຳຄິດຄຳເຫັນ 11 ຫົວຂໍ້ທີ່ເປັນວຽກສຳຄັນເປັນຕົ້ນແມ່ນການທົບທວນກົນໄກແບ່ງຂັ້ນຄຸ້ມຄອງຕາມທິດ 3 ສ້າງ, ການດຶງດູດທຶນພັດທະນາລົງສູ່ໂຄງສ້າງພື້ນຖານຮາກຖານ, ການຊຸກຍູ້ຂະບວນການກໍ່ສ້າງເສັ້ນທາງເບຕົງ ແລະ ຂົວ ພາຍໃນບ້ານ, ການບໍລິຫານປະຊາ ຊົນຢູ່ຫ້ອງການຕາແສງ ແລະ ການຖອດຖອນບົດຮຽນ ຈາກກຸ່ມປູກໝາກເຜັດ ບ້ານຫ້ວຍແຫ່ ລວມເຖິງການສ້າງຍີ່ຫໍ້ສິນຄ້າໂອດັອບ (ODOP) ຈາກການເຮັດເສັ້ນເຝີພາຍໃນຮາກຖານບ້ານຕິດພັນກັບການເອົາໃຈໃສ່ສະກັດກັ້ນປະກົດການຫຍໍ້ທໍ້, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການສ້າງຕົວແບບບ້ານປ້ອງກັນຊາດເຂັ້ມແຂງ. ນອກຈາກນີ້, ໄດ້ຜ່ານມະຕິຕົກລົງແຕ່ງຕັ້ງຄະນະຊີ້ນຳວຽກງານ 3 ສ້າງ, ລວມທັງການຫັນປ່ຽນພະນັກງານນຳພາ-ຄຸ້ມ ຄອງ ແລະ ວິຊາການລົງຊ່ວຍວຽກຢູ່ຫ້ອງການ ຕາແສງຕ່າງໆ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ການ ບໍລິຫານລັດຢູ່ຮາກຖານ.
ຂະນະທີ່ ທ່ານ ຄຳໄຕ ແກ້ວປະເສີດ ເລຂາພັກ ເມືອງສຸຂຸມາ ໄດ້ຊີ້ນຳທິດທາງແຜນການຮອດປີ 2030 ໂດຍເນັ້ນໜັກໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານທຸກຂັ້ນ ຈົ່ງເພີ່ມທະວີຄວາມສາມັກຄີ, ຍົກສູງຄວາມຮັບຜິດຊອບ ໃນການຫັນລົງຮາກຖານຢ່າງໃກ້ຊິດຕິດແທດ, ສືບຕໍ່ຊຸກຍູ້ການຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ ແລະ ສູ້ຊົນຜັນຂະຫຍາຍວຽກງານ 3 ສ້າງ ໃຫ້ປະກົດຜົນເປັນຈິງໃນທົ່ວເມືອງສຸຂຸມາ.
ຜົນງານທີ່ພົ້ນເດັ່ນທີ່ກ່າວມານັ້ນ ໄດ້ຖືກຍົກຂຶ້ນ ໃນກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະ 5 ປີ (2022-2026) ຕິດພັນກັບວຽກງານ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການຮອດປີ 2030. ໂດຍການເປັນປະທານຂອງ ທ່ານ ຄຳໄຕ ແກ້ວປະເສີດ ເລຂາພັກເມືອງສຸຂຸມາ, ໂດຍມີຮອງ ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງ ເມືອງ, ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການ, ກຳລັງ ປກຊ-ປກສ, ຜູ້ຕາງໜ້າຈາກແຂວງ, ການນຳ ຕາແສງ ແລະ ເລຂາພັກບ້ານເຂົ້າຮ່ວມຢ່າງພ້ອມພຽງ.
KPL