ໄຂກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V

02/07/2026 10:16
ຂປລ ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄຂຂຶ້ນໃນວັນທີ 1 ກໍລະກົດ 2026 ພາຍໃຕ້ຄໍາຂວັນ “ ເພີ່ມທະວີວຽກງານຕິດຕາມ, ກວດກາໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫລວງ ເດັດຂາດ, ໂປ່ງໃສ ແລະ ທັນສະໄໝ ເພື່ອການພັດທະນາປະເທດຊາດທີ່ຍືນຍົງ”

       ຂປລ.   ໂດຍການເປັນປະທານຂອງ ສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສົມບູນ ແລະ ສຳຮອງສູນກາງພັກ, ຄະນະກວດກາສູນກາງພັກ-ອົງການກວດ ກາແຫ່ງລັດ, ປະທານກຳມະການປົກຄອງນະຄອນຫລວງ-ແຂວງເຂົ້າຮ່ວມ.

      ສະຫາຍ ພົອ ວິໄລ ຫລ້າຄຳ ຟອງ ໄດ້ກ່າວວ່າ: ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຮັບຮອງເອົາບັນຫາທີ່ສໍາຄັນ ເປັນຕົ້ນແມ່ນການສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 5 ປີຜ່ານມາ ມີຜົນສໍາເລັດ ແລະ ຈຸດອ່ອນ-ຂໍ້ຄົງຄ້າງ ລວມທັງບົດຮຽນຕົວຈິງທີ່ຖອດຖອນໄດ້, ພ້ອມທັງບັນດາທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດແຕ່ນີ້ຮອດປີ 2030 ເພ່ືອເຮັດໃຫ້ ວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ຕາມທິດທາງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກວາງອອກໃຫ້ມີປະສິດທິພາບ, ປະສິດທິຜົນຕົວຈິງ.

      ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ຜ່ານຮ່າງບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2021-2025 ແລະ ທິດທາງແຜນການ 2026-2030 ແລະ ສະຫາຍ ນາງ ປີ່ງຄໍາ ລາຊະສິມມາກໍາມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ກໍໄດ້ຂຶ້ນຜ່ານຮ່າງລາຍງານແຜນພັດທະນາວຽກງານກວດກາ 2021-2025 ແລະ ວາງທິດທາງແຜນພັດທະນາ 2026-2030. ພ້ອມນີ້, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນມຄໍາເຫັນກ່ຽວກັບບົດຮຽນໃນການນໍາພາ-ຊີ້ນໍາວຽກງານຕິດຕາມ- ກວດກາຕໍ່ກອງປະຊຸມ.

     ຈາກນັ້ນ, ສະຫາຍ ຄຳໄຫລ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ,  ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ຜ່ານຮ່າງມະຕິວ່າດ້ວຍການເພີ່ມທະວີການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ.

ຂ່າວ: ລັດດາວັນ 

KPL

ຂ່າວອື່ນໆ

ads
ads

Top