ກຽມພ້ອມເປັນເຈົ້າພາບກອງປະຊຸມ ທົບທວນ ຮອບວຽນທີ 3 ສົນທິສັນຍາວ່າດ້ວຍການ ຫ້າມລະເບີດລູກຫ່ວານ

01/07/2026 14:40
ຂປລ ຂປບ. ກົມອົງການຈັດຕັ້ງ ສາກົນ, ກະຊວງການຕ່າງປະເທດ, ທັງເປັນກອງເລຂາຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ)

ຂປບ. ກົມອົງການຈັດຕັ້ງ ສາກົນ, ກະຊວງການຕ່າງປະເທດ, ທັງເປັນກອງເລຂາຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ໄດ້ຈັດ ກອງປະຊຸມດ້ານວິຊາການ ແລະ ກິດຈະກຳປິ່ນອ້ອມຂອງຂະແໜງ ການ ລບຕ ຢູ່ ສປປ ລາວ ໃນອາທິດ ຜ່ານມາ, ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການເປັນປະທານ ແລະ ເຈົ້າ ພາບກອງປະຊຸມທົບທວນສົນທິສັນ ຍາວ່າດ້ວຍການເກືອດຫ້າມລະເບີດ ລູກຫວ່ານຮອບວຽນທີ 3 (3RC CCM) ຊຶ່ງຈະຈັດຂຶ້ນໃນເດືອນ ກັນຍາ 2026 ນີ້. ກອງປະຊຸມໄດຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໂດຍໄດ້ມີການດຳເນີນ 3 ກິດຈະ ກໍາສໍາຄັນ ແລະ ມີຜູ້ເຂົ້າຮ່ວມຕາມ ແຕ່ລະວາລະຫລາຍກວ່າ 200 ທ່ານ ຈາກບັນດາກະຊວງຂະເເໜງ ການທີ່ກ່ຽວຂ້ອງ, ສະຖານທູດ ເເລະ ອົງການຈັດຕັ້ງສາກົນ ພ້ອມດ້ວຍ ພາກສ່ວນທຸລະກິດ. ໃນວາລະຕອນເຊົ້າ, ມີການ ດຳເນີນກອງປະຊຸມປຶກສາຫາລື ວິຊາການກ່ຽວກັບວຽກງານປິ່ນ ອ້ອມຂອງຂະແໜງການແກ້ໄຂ ບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ ໂດຍ ການເປັນປະທານຮ່ວມຂອງທ່ານ ອາລົມລັງສີ ລາຊະວົງ ຮອງຫົວໜ້າ ກົມອົງການຈັດຕັ້ງສາກົນ, ກະຊວງ ການຕ່າງປະເທດ ແລະ ທ່ານ ນາງ Johanna Hazebroek ເລຂາ ເອກສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ. ຈຸດປະສົງຂອງກອງປະຊຸມ ເພື່ອ ເພິ່ມທະວີຄວາມເຂົ້າໃຈຕໍ່ວຽກງານ ລບຕ ຢູ່ ສປປ ລາວ ພ້ອມທັງເປັນ ການແລກປ່ຽນປຶກສາຫາລືບັນຫາ ປິ່ນອ້ອມຕິດພັນກັບທຸກຂະແໜງ ການ, ກະຊວງ ແລະ ອົງການປະ ຕິບັດງານເປັນຕົ້ນບັນຫາການ ປ່ຽນແປງຂອງສະພາບດິນຟ້າອາ ກາດ, ສິ່ງແວດລ້ອມ, ບົດບາດ ຍິງ-ຊາຍ, ສິດທິຂອງຜູ້ພິການ, ການພັດທະນາແບບຍືນຍົງ ແລະ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອ ຮັບປະກັນປະສິດທິພາບ ແລະ ປະ ສິດທິຜົນໃນການການແກ້ໄຂບັນຫາ ລບຕ ຢູ່ ສປປ ລາວ. ກອງປະຊຸມ ໄດ້ສຸມໃສ່ການແລກປ່ຽນທາງດ້ານ ມາດຕະການ ແລະ ບົດຮຽນໃນ ການຈັດຕັ້ງປະຕິບັດທີ່ຖືເອົາການ ມີສ່ວນຮ່ວມຂອງປະຊາຊົນ ແລະ ຊຸມຊົນເປັນໃຈກາງ; ໄດ້ຮັບຟັງການ ກໍານົດວຽກງານດັ່ງກ່າວເຂົ້າໃນ ຮ່າງປະຕິບັດງານນະຄອນຫລວງ ວຽງຈັນ ເພື່ອເປັນການຈັດຕັ້ງປະຕິ ບັດສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດບໍ່ທັນແຕກ. ບັນຍາກາດ ກອງປະຊຸມໄດ້ດຳເນີນເຕັມໄປດ້ວຍ ເນື້ອໃນທີ່ມີຄວາມໝາຍ ຊຶ່ງບັນດາ ບົດຮຽນ ແລະ ຂໍ້ສະເໜີແນະຕ່າງໆ ທີ່ໄດ້ຮັບໃນກອງປະຊຸມຄັ້ງນີ້ ຈະ ເປັນສ່ວນສຳຄັນໃນການຮ່າງແຜນ ປະຕິບັດງານນະຄອນຫລວງວຽງ ຈັນ ທີ່ຈະໄດ້ນໍາມາພິຈາລະນາ ເເລະ ຮັບຮອງໃນເດືອນກັນຍາ 2026 ທີ່ ນະຄອນຫລວງວຽງຈັນ. ໃນວາລະຕອນບ່າຍ, ໄດ້ຈັດ ກອງປະຊຸມເຜີຍແຜ່ຂໍ້ມູນທາງດ້ານ ພາລາທິການ ເພື່ອສ້າງຄວາມເຂົ້າ ໃຈ ແລະ ລາຍງານຄວາມຄືບໜ້າໃນ ການກະກຽມກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານຮອບວຽນ ທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບຶ່ງວາລະດັ່ງກ່າວ ທ່ານ ອາລົມລັງສີ ລາຊະວົງ ຮອງຫົວໜ້າກົມອົງການ ຈັດຕັ້ງສາກົນ, ກະຊວງການຕ່າງ ປະເທດ ໄດ້ລາຍງານຂໍ້ມູນດ້ານພາ ລາທິການ ແລະ ຂໍ້ມູນກິດຈະກຳ ປິ່ນອ້ອມອື່ນໆໂດຍລະອຽດ ພ້ອມ ທັງດໍາເນີນການຖາມ-ຕອບໃຫ້ແກ່ ຄະນະທູຕານຸທູດ ແລະ ອົງການ ຈັດຕັ້ງສາກົນປະຈຳ ສປປ ລາວ ຕໍ່ຂອບວຽກດ້ານເນື້ອໃນ, ພາລາ ທິການເພື່ອກຽມຄວາມພ້ອມຮອບ ດ້ານ ແລະ ຮັບປະກັນຜົນສຳເລັດໃນ ການເປັນເຈົ້າພາບຈັດກອງປະຊຸມ 3RC CCM. ໃນໂອກາດດຽວກັນ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈໍາການຄະນະ ນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ເປັນ ປະທານຈັດງານສົ່ງເສີມການມີ ສ່ວນຮ່ວມຂອງທຸກພາກສ່ວນໃນ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກລະເບີດບໍ່ທັນເເຕກ ເເລະ ການ ສະໜັບສະໜູນການເປັນປະທານ ກອງປະຊຸມ 3RC CCM. ບັນດາ ຜູ້ເຂົ້າຮ່ວມໄດ້ຮັບຟັງຄວາມເປັນ ມາ, ບົດຮຽນ ແລະ ຮັບຊົມວິດີໂອ ກ່ຽວກັບພາລະບົດບາດຂອງລັດ ຖະບານຕໍ່ວຽກງານຊ່ວຍເຫລືອຜູ້ ຖືກເຄາະຮ້າຍຈາກ ລບຕ ຊຶ່ງເປັນ ການຍົກໃຫ້ເຫັນເຖິງຄວາມສຳຄັນ ດ້ານມະນຸດສະທຳພາຍໃນສົນທິສັນ ຍາ CCM. ພ້ອມກັນນັ້ນ, ພາຍໃນ ງານຍັງມີການວາງສະເເດງຮູບພາບ ກ່ຽວກັບຜົນກະທົບຈາກ ລບຕ, ວິຖີ ຊີວິດການເປັນຢູ່ຂອງຜູ້ຖືກເຄາະ ຮ້າຍ ແລະ ຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດສົນທິສັນຍາ CCM ໃນ ສປປ ລາວ ໂດຍທັງໝົດນີ້ແມ່ນ ເພື່ອເສີມຂະຫຍາຍການຮ່ວມມື ຂອງທຸກພາກສ່ວນໃນສັງຄົມ ໂດຍ ສະເພາະຄູ່ຮ່ວມພາກເອກະຊົນ ເພື່ອ ພ້ອມກັນເປັນເຈົ້າພາບຈັດກອງປະ ຊຸມທົບທວນຮອບວຽນທີ 3 ສົນທິ ສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ (3RC CCM) ໃນລະຫວ່າງວັນທີ 13-18 ກັນຍາ 2026 ໃຫ້ໄດ້ຮັບຜົນສຳເລັດຢ່າງ ຈົບງາມ. ຂ່າວ: ກົມການຂ່າວກະຊວງການຕ່າງ ປະເທດ

KPL

ຂ່າວອື່ນໆ

    • ຄະນະຜູ້ແທນ ພັກ ປປລາວ ເຂົ້າຮ່ວມກອງປະຊຸມຄະນະປະຈຳ ໄອແຄັບ ຄັ້ງທີ12ການເມືອງ

      ຄະນະຜູ້ແທນ ພັກ ປປລາວ ເຂົ້າຮ່ວມກອງປະຊຸມຄະນະປະຈຳ ໄອແຄັບ ຄັ້ງທີ12

      7/1/2026 3:09:30 PM

      ຂປລ. ຄະນະຜູ້ແທນພັກ ປປ ລາວ ນໍາໂດຍສະຫາຍ ວາລະໄຊເລັ່ງ ສະຫວັດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງ ປະຊຸມຄະນະປະຈໍາຂອງອົງການ ກອງປະຊຸມສາກົນຂອງບັນດາພັກ ການເມືອງໃນອາຊີ(ICAPP ຫລື ໄອແຄັບ) ຄັ້ງທີ 45 ແລະ ກອງ ປະຊຸມປິ່ນອ້ອມໃນລະຫວ່າງວັນທີ 25-28 ມິຖຸນາ 2026

    • ກະຊວງການຕ່າງປະເທດ ປາຖະກະຖາວັນສຳຄັນຂອງຊາດ, ຂອງພັກ ແລະ ຂອງຊາດການເມືອງ

      ກະຊວງການຕ່າງປະເທດ ປາຖະກະຖາວັນສຳຄັນຂອງຊາດ, ຂອງພັກ ແລະ ຂອງຊາດ

      7/1/2026 10:36:10 AM

      ວັນທີ 29 ມິຖຸນາ 2026, ກະຊວງການຕ່າງປະເທດຈັດປາຖະກະຖາວັນກຳມະກອນສາກົນ ( 1 ພຶດສະພາ 1886) ຄົບຮອບ 140 ປີ, ວັນເກີດ ທ່ານ ກາກມາກ ( 5 ພຶດສະພາ 1818) ຄົບຮອບ 208 ປີ, ວັນໄຊຊະນະ ຂອງສະຫະພາບໂຊຫວຽດເໜືອ ຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II (9 ພຶດສະພາ 1945) ຄົບຮອບ 81 ປີ, ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ (18 ພຶດສະພາ 1959) ຄົບຮອບ 67 ປີ, ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960) ຄົບຮອບ 66 ປີ ແລະ ຕີລາຄາສະພາບແນວຄິດພະນັກງານຂອງກະຊວງການຕ່າງປະເທດໃນປັດຈຸບັນ.

    • ຮອງປະທານປະເທດຕ້ອນຮັບທູດ ສ ເກົາຫລີ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດຕ້ອນຮັບທູດ ສ ເກົາຫລີ ເຂົ້າຢ້ຽມອຳລາ

      6/30/2026 10:57:54 AM

      ໃນວັນທີ 29 ມິຖຸນາ 2026 ນ້ີ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫລີ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ

      6/29/2026 10:10:46 AM

      ເມື່ອບໍ່ດົນມານີ້, ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງທ່ານ ຫງວຽນ ຫື ເງຍ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ປະທານປະເທດ ຕ້ອນຮັບທູດບັນດາປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງການເມືອງ

      ປະທານປະເທດ ຕ້ອນຮັບທູດບັນດາປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ

      6/29/2026 9:50:54 AM

      ເມື່ອບໍ່ດົນມານີ້, ທ່ີທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດ ຈາກ 3 ປະເທດ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.

ads
ads

Top