ຂປລ
ທ່ານນາງ ເດລີ ໂຣດຣິເກສ(Deley Rodriguez) ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາ ໄດ້ປະກາດ ການໄວ້ອາໄລລະດັບຊາດ 7 ວັນ ເພື່ອອາໄລຫາ ບັນດາຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຄັ້ງໃຫຍ່ ເປັນສອງຄັ້ງຢູ່ປະເທດນີ້

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 1 ກໍລະກົດ, ທ່ານນາງ ເດລີ ໂຣດຣິເກສ(Deley Rodriguez) ປະທານາທິບໍດີ ຊົ່ວຄາວ ເວເນຊູເອລາ ໄດ້ປະກາດ ການໄວ້ອາໄລລະດັບຊາດ 7 ວັນ ເພື່ອອາໄລຫາ ບັນດາຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຄັ້ງໃຫຍ່ ເປັນສອງຄັ້ງຢູ່ປະເທດນີ້ ເມື່ອອາທິດກ່ອນ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດເກືອບ 2.300 ຄົນ,ບາດເຈັບເພີ່ມຂຶ້ນເປັນ 11.267 ຄົນ ແລະ ຜູ້ຫາຍສາບສູນ ນັບພັນຄົນ.ປັດຈຸບັນ, ມີ 6.461 ຄົນ ໄດ້ຮັບການຊ່ວຍເຫຼືອແລ້ວ. ສຳລັບ ປະກາດ ການໄວ້ອາໄລ ລະດັບຊາດ 7 ວັນ ແມ່ນເລີ່ມແຕ່ ວັນທີ 1 ກໍລະກົດເປັນຕົ້ນໄປ ແລະ ສົ່ງສານສະແດງ ຄວາມເສົ້າສະຫລົດໃຈ ໃຫ້ກຳລັງໃຈ ໄປຍັງບັນດາຜູ້ທີ່ຖືກຜົນສະທ້ອນ ຈາກເຫດວິນາດຕະກຳ, ທ່ານເດລີ ໂຣດຣິເກສ ຢັ້ງຢືນ ຄຳໝັ້ນສັນຍາ ຈະຮ່ວມເດີນທາງ ແລະ ປົກປ້ອງເຂົາເຈົ້າ. ໃນເຫດການທີ່ກ່ຽວຂ້ອງ, ພາຍຫລັງ ຄວາມມານະພະຍາຍາມຄົ້ນຫາ, ຄະນະກູ້ໄພກູ້ຊີບ ຫວຽດນາມ ໄດ້ນຳອັດຖິ ຜູ້ປະສົບເຄາະຮ້າຍ 11 ອັດຖິ ອອກຈາກຊາກຫັກພັງ ແລະ ມອບໃຫ້ຝ່າຍ ເວເນຊູເອລາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL