ອີຣານ ຈະຈັດການເຈລະຈາຮອບສຸດທ້າຍກັບ ສ.ອາເມລິກາ

02/07/2026 17:10
ຂປລ ທ່ານ ຄາ​​ເຊມ ​ກາ​ຣີ​ບາ​ບາ​ດີ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ ໄດ້​ນຳພາ​ຄະ​ນະ​ຜູ້​ແທນ ​ທີ່ປະ​ກອບ​ດ້ວຍ​ ພາກ​ສ່ວນ​ຕ່າງໆ ເຊັ່ນ: ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ, ທະ​ນາ​ຄານ​ກາງ​ອີ​ຣານ ແລະ ​ອື່ນໆ ເດີນ​ທາງ​ໄປ​ຢ້​ຽມ​ຢາມ ​ກາ​ຕາ ແລະ ​ພົບ​ປະ​ກັບ ​ທ່ານ ໂມ​ຮຳ​ເມັດ ບິນ ອັບ​ດູນ​ຣາ​ມານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ກາ​ຕາ ຢູ່​ນະ​ຄອນຫລວງ​ໂດ​ຮາ​ຂອງ​ກາ​ຕາ​ ໃນ​​ວັນ​ທີ 1 ກໍ​ລະ​ກົດ​ນີ້ ເພື່ອ​ປຶກ​ສາ​ຫາ​ລື​​ ກ່ຽວ​ກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃ​ຈ​ ລະ​ຫວ່າງ​ ສ.ອາ​ເມ​ລິກາ-ອີ​ຣານ

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີ​ຣານ​ ເຜີຍ​ໃຫ້​ຮູ້​ວ່າ: ທ່ານ ຄາ​​ເຊມ ​ກາ​ຣີ​ບາ​ບາ​ດີ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ ໄດ້​ນຳພາ​ຄະ​ນະ​ຜູ້​ແທນ ​ທີ່ປະ​ກອບ​ດ້ວຍ​ ພາກ​ສ່ວນ​ຕ່າງໆ ເຊັ່ນ: ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ, ທະ​ນາ​ຄານ​ກາງ​ອີ​ຣານ ແລະ ​ອື່ນໆ ເດີນ​ທາງ​ໄປ​ຢ້​ຽມ​ຢາມ ​ກາ​ຕາ ແລະ ​ພົບ​ປະ​ກັບ ​ທ່ານ ໂມ​ຮຳ​ເມັດ ບິນ ອັບ​ດູນ​ຣາ​ມານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ກາ​ຕາ ຢູ່​ນະ​ຄອນຫລວງ​ໂດ​ຮາ​ຂອງ​ກາ​ຕາ​ ໃນ​​ວັນ​ທີ 1 ກໍ​ລະ​ກົດ​ນີ້ ເພື່ອ​ປຶກ​ສາ​ຫາ​ລື​​ ກ່ຽວ​ກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃ​ຈ​ ລະ​ຫວ່າງ​ ສ.ອາ​ເມ​ລິກາ-ອີ​ຣານ ແລະ ​ຫົວ​ຂໍ້ອື່ນໆ, ​ລວມ​ທັງ “ການ​ກຳ​ຈັດ​ອຸ​ປະ​ສັກທີ່​ມີ​ຢູ່” ໃນ​ບັນ​ຫາ​ການ​ປະ​ຕິ​ບັດ​ ການ​ຢຸດ​ຍິງ​ ຢູ່​ລີ​ບັງ. ທ່ານ ຄາ​​ເຊມ ​ກາ​ຣີ​ບາ​ບາ​ດີ ໄດ້​ຢືນ​ຢັນຫລັງ​ການ​ພົບ​ປະ​ວ່າ: ອີ​ຣານ​ ໄດ້​ສ້າງ​ຕັ້ງ​ໜ່ວຍ​ງານ ​ທີ່​ຮັບ​ຜິດ​ຊອບ​ການ​ຕິດ​ຕາມ​ສະ​ພາບ​ການ ຈັດ​ຕັ້ງ​ປະ​ຕິ​ບັດ ​ບົດ​ບັ​ນ​ທຶກ​ຄວາມ​ເຂົ້າ​ໃຈ​ ລະ​ຫວ່າງ​ ສ.ອາ​ເມ​ລິກາ-ອີ​ຣານ ແລະ  ​ດໍ​າ​ເນີນ​ການ​​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ຂັ້ນ​ສຸດ​ທ້​າຍ, ແຕ່​ຍັງ​ບໍ່​ທັນ​ໄດ້​ດຳ​ເນີນ​ກາ​ນ​ເຈ​ລະ​ຈາ​ ທີ່​ກ່ຽວ​ຂ້ອງ ​ຢ່າງ​ເປັນ​ທາງ​ການ​ເທື່ອ. ອີ​ຣານ ​ກຳ​ລັງ​ສືບ​ຕໍ່​ການ​ປຶ​ກ​ສາ​ຫາ​ລື ​ຜ່ານ​ຜູ້​ໄກ່​ເກ່ຍ ເພື່ອ​ຢືນ​ຢັນ​ວັນ​ເວ​ລາ ແລະ​ ສະ​ຖານ​ທີ່​ຂອງ​ການເຈ​ລະ​ຈາ, “ຖ້າ​​ຫາກເງື່ອນ​ໄຂ​ຈຳ​ເປັນ​ໄດ້​ຮັບ​ການ​ຕອບ​ສະ​ໜອງ, ໜ່ວຍ​ງານ​​ດັ່ງ​ກ່າວ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ ຢ່າງ​ເປັນ​ທາງ​ການ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top