ຂປລ
ໃນໄລຍະເດືອນມັງກອນ ຫາເດືອນພຶດສະພາປີນີ້, ອິນໂດເນເຊຍ ໄດ້ຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດ 6.070.000 ເທື່ອຄົນ, ເພີ່ມຂຶ້ນ 7,68% ເມື່ອທຽບໃສ່ປີກາຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອົງການສະຖິຕິສູນກາງ ອິນໂດເນເຊຍ ໄດ້ເປີດເຜີຍຂໍ້ມູນວ່າ: ໃນໄລຍະເດືອນມັງກອນ ຫາເດືອນພຶດສະພາປີນີ້, ອິນໂດເນເຊຍ ໄດ້ຕ້ອນຮັບນັກທ່ອງທ່ຽວ ຕ່າງປະເທດ 6.070.000 ເທື່ອຄົນ, ເພີ່ມຂຶ້ນ 7,68% ເມື່ອທຽບໃສ່ປີກາຍ. ໃນນັ້ນ, ສະເພາະເດືອນພຶດສະພາ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ 1.380.000 ເທື່ອຄົນ, ເພີ່ມຂຶ້ນ 5,83% ເມື່ອທຽບໃສ່ປີກາຍ. ອົງການສະຖິຕິສູນກາງ ອິນໂດເນເຊຍ ລາຍງານວ່າ: ນອກຈາກ ການເພີ່ມຂຶ້ນຢ່າງຕໍ່ເນື່ອງ ຂອງນັກທ່ອງທ່ຽວຕ່າງປະເທດ, ຕະຫລາດທ່ອງທ່ຽວ ພາຍໃນປະເທດ ກໍໄດ້ສືບຕໍ່ເພີ່ມຂຶ້ນ ເຊັ່ນດຽວກັນ. ໃນເດືອນພຶດສະພາປີນີ້, ການເດີນທາງທ່ອງທ່ຽວ ພາຍໃນປະເທດ ອິນໂດເນເຊຍ ບັນລຸເຖິງ 106 ລ້ານເທື່ອຄົນ, ເພີ່ມຂຶ້ນ 8,69% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ, ໃນ 5 ເດືອນຕົ້ນປີນີ້, ມີການເດີນທາງທ່ອງທ່ຽວ ພາຍໃນປະເທດ ທັງໝົດ 523 ລ້ານເທື່ອຄົນ, ເພີ່ມຂຶ້ນ 2,86% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL