ຂປລ
ສະຫະພາບ ເອີຣົບ (EU) ໄດ້ຈັດວາງ ລະດັບພາສີອາກອນໃໝ່ ສຳລັບ ສິນຄ້າການຄ້າເອເລັກໂຕນິກ ນຳເຂົ້າທີ່ມີລາຄາຕ່ຳເພື່ອຈຳກັດ ການແກ້ງແຍ້ງ ທີ່ບໍ່ໂປ່ງໃສ ຈາກບັນດາຜູ້ຂາຍຍ່ອຍທາງອອນໄລທີ່ມີລາຄາຖືກຢູ່ນອກ EU, ສ່ວນຫລາຍມີສຳນັກງານຕັ້ງຢູ່ ສປ ຈີນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສະຫະພາບ ເອີຣົບ (EU) ໄດ້ຈັດວາງ ລະດັບພາສີອາກອນໃໝ່ ສຳລັບ ສິນຄ້າການຄ້າເອເລັກໂຕນິກ ນຳເຂົ້າທີ່ມີລາຄາຕ່ຳເພື່ອຈຳກັດ ການແກ້ງແຍ້ງ ທີ່ບໍ່ໂປ່ງໃສ ຈາກບັນດາຜູ້ຂາຍຍ່ອຍທາງອອນໄລທີ່ມີລາຄາຖືກຢູ່ນອກ EU, ສ່ວນຫລາຍມີສຳນັກງານຕັ້ງຢູ່ ສປ ຈີນ. ຕາມຄະນະກຳມະການເອີຣົບແລ້ວ, ລະດັບຍົກເວັ້ນພາສີ 150 ເອີໂຣ ຖືກລົບລ້າງ ແຕ່ວັນທີ 1 ກໍລະກົດປີນີ້. ສິນຄ້າເອເລັກໂຕນິກທຸກງວດ ເມື່ອນຳເຂົ້າມາເຂົ້າສະຫະພາບ ເອີຣົບ (EU) ລ້ວນແຕ່ ຕ້ອງເສຍອັດຕາພາສີ. ລະດັບພາສີໝັ້ນຄົງ ທີ່ກຳນົດໃໝ່ແມ່ນ 3 ເອີໂຣ ຕໍ່ຜະລິດຕະພັນໜຶ່ງ. ບັນດາໃບສັ່ງຊື້ສິນຄ້າ ທີ່ມີສິນຄ້າຫລາຍປະເພດແຕກຕ່າງກັນ ຕ້ອງຈ່າຍທຳນຽບອື່ນໆອີກ. ການນຳໃຊ້ຂໍ້ກຳນົດແມ່ນແນໃສ່ ບັນຫາຈຳນວນສິນຄ້າລາຄາຖືກ ທີ່ນັບມື້ນັບເພີ່ມຂຶ້ນ ເຊິ່ງໄດ້ຂາຍຜ່ານບັນດາແພຣດຟອມຄື: Temu ແລະ AliExpress./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL